Biblica® Open Lao Contemporary Version
ລະບຽບພວກເລວີ 20
ການລົງໂທດສຳລັບການເຮັດບາບ
ພຣະເຈົ້າຢາເວກ່າວແກ່ໂມເຊ, “ຈົ່ງບອກຊາວອິດສະຣາເອນວ່າ: ‘ບໍ່ວ່າຄົນອິດສະຣາເອນ ຫລື ຄົນຕ່າງດ້າວທີ່ມາອາໄສຢູ່ປະເທດອິດສະຣາເອນທີ່ຍົກຖວາຍລູກຂອງຕົນໃຫ້ພະໂມເລັກຈະຖືກປະຫານຊີວິດ. ສະມາຊິກໃນຊຸມຊົນຈະເອົາກ້ອນຫີນແກ່ວງໃສ່ພວກເຂົາ. ເຮົາເອງຈະເປັນຜູ້ຕໍ່ຕ້ານຄົນນັ້ນ ແລະ ຕັດພວກເຂົາອອກຈາກການເປັນປະຊາຊົນຂອງພວກເຂົາ; ເພາະດ້ວຍການທີ່ເຂົາຍົກລູກຂອງຕົນໃຫ້ພະໂມເລັກກໍເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນ ແລະ ເປັນການໝິ່ນປະໝາດນາມອັນບໍລິສຸດຂອງເຮົາ. ຖ້າສະມາຊິກຂອງຊຸມຊົນຫາກເມີນເສີຍໃນຂະນະມີຄົນຍົກຖວາຍລູກຂອງຕົນໃຫ້ພະໂມເລັກ, ເຮົາຈະເປັນຜູ້ຕໍ່ຕ້ານກັບຄົນນັ້ນ ແລະ ຄອບຄົວຂອງເຂົາ ແລະ ຈະຕັດເຂົາອອກຈາກປະຊາຊົນຂອງຕົນພ້ອມກັບທຸກຄົນທີ່ເຮັດຕາມເຂົາທີ່ເປັນຂາຍຕົວໃຫ້ແກ່ພະໂມເລັກ.
“ ‘ເຮົາຈະເປັນຜູ້ຕໍ່ຕ້ານກັບຜູ້ທີ່ຫັນໄປຫາໝໍຜີ ແລະ ຜູ້ທີ່ປຸກເສກວິນຍານຕ່າງໆຂຶ້ນມາເພື່ອເປັນຜູ້ຂາຍຕົວໂດຍການຕິດຕາມຄົນເຫລົ່ານີ້ ແລະ ເຮົາຈະຕັດພວກເຂົາອອກຈາກປະຊາຊົນຂອງພວກເຂົາ.
“ ‘ຈົ່ງອຸທິດຕົນເອງ ແລະ ຈົ່ງເປັນຜູ້ບໍລິສຸດ, ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງຮັກສາຂໍ້ຄຳສັ່ງຂອງເຮົາ ແລະ ປະຕິບັດຕາມ. ເຮົາຄືພຣະເຈົ້າຢາເວ, ຜູ້ເຮັດໃຫ້ພວກເຈົ້າບໍລິສຸດ.1
“ ‘ຜູ້ໃດປ້ອຍດ່າພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ. ຍ້ອນພວກເຂົາໄດ້ປ້ອຍດ່າພໍ່ ຫລື ແມ່ຂອງຕົນ, ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
“ ‘ຜູ້ໃດທຳການຫລີ້ນຊູ້ກັບເມຍຂອງຄົນອື່ນ, ກັບເມຍຂອງເພື່ອນບ້ານຂອງຕົນ, ທັງຊາຍ ແລະ ຍິງທີ່ເປັນຊູ້ກັນຈະຕ້ອງຖືກໂທດເຖິງຕາຍ.
“ ‘ຖ້າຜູ້ໃດມີການພົວພັນທາງເພດກັບແມ່ນ້າຂອງຕົນເອງ, ຜູ້ນັ້ນກໍໄດ້ເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ. ທັງຊາຍ ແລະ ຍິງຄູ່ນັ້ນຈະຕ້ອງຖືກໂທດເຖິງຕາຍ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
“ ‘ຖ້າຜູ້ໃດມີການພົວພັນທາງເພດກັບລູກໃພ້ຂອງຕົນ, ພວກເຂົາທັງສອງຕ້ອງຖືກໂທດເຖິງຕາຍ. ສິ່ງທີ່ພວກເຂົາໄດ້ເຮັດເປັນຄວາມເສື່ອມຊາມ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
“ ‘ຖ້າຜູ້ຊາຍມີເພດສຳພັນກັບຜູ້ຊາຍດັ່ງທີ່ພວກເຂົາໄດ້ເຮັດກັບແມ່ຍິງນັ້ນ, ພວກເຂົາທັງສອງກໍໄດ້ເຮັດສິ່ງທີ່ໜ້າລັງກຽດ. ພວກເຂົາຈະຕ້ອງຖືກລົງໂທດເຖິງຕາຍ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
“ ‘ຖ້າຜູ້ຊາຍແຕ່ງງານກັບທັງຍິງສາວ ແລະ ແມ່ຂອງນາງ. ນັ້ນແມ່ນຄວາມຊົ່ວຮ້າຍ. ທັງສາມຄົນຈະຕ້ອງຖືກເຜົາດ້ວຍໄຟ, ເພື່ອບໍ່ໃຫ້ມີຄວາມຊົ່ວຮ້າຍເກີດຂຶ້ນທ່າມກາງພວກເຈົ້າ.
“ ‘ຖ້າຊາຍໃດມີການພົວພັນທາງເພດກັບສັດ, ຊາຍນັ້ນຈະມີໂທດເຖີງຕາຍ ແລະ ພວກເຈົ້າຕ້ອງຂ້າສັດນັ້ນ.
“ ‘ຍິງໃດເຂົ້າສ່ວນໃນການພົວພັນທາງເພດກັບສັດ, ຈົ່ງຂ້າທັງຄົນ ແລະ ສັດ. ພວກເຂົາມີໂທດເຖິງຕາຍ. ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
“ ‘ຖ້າຊາຍໃດແຕ່ງງານກັບເອື້ອຍຫລືນ້ອງສາວຂອງຕົນ, ບໍ່ວ່າຈະເປັນເອື້ອຍ ຫລື ນ້ອງສາວຂອງຕົນຕ່າງພໍ່ ຫລື ຕ່າງແມ່ ແລະ ພວກເຂົາມີການພົວພັນທາງເພດ, ນີ້ກໍເປັນສິ່ງທີ່ອັບອາຍຂາຍໜ້າ. ພວກເຂົາທັງສອງຈະຕ້ອງຖືກໄລ່ອອກຈາກປະຊາຊົນຂອງພວກເຂົາຢ່າງເປີດເຜີຍ. ຊາຍນັ້ນໄດ້ເຮັດໃຫ້ເອື້ອຍ ຫລື ນ້ອງສາວຂອງຕົນອັບອາຍຂາຍໜ້າ ແລະ ເຂົາຈະຕ້ອງຮັບຜິດຊອບ.
“ ‘ຖ້າຊາຍໃດມີການພົວພັນທາງເພດກັບຍິງທີ່ກຳລັງມີປະຈຳເດືອນ, ຊາຍນັ້ນກໍ່ໄດ້ເປີດເຜີຍແຫລ່ງທີ່ມາຂອງປະຈຳດືອນ ແລະ ນາງກໍບໍ່ໄດ້ປົກປິດສິ່ງນັ້ນດ້ວຍ. ພວກເຂົາທັງສອງຈະຕ້ອງຖືກຕັດອອກຈາກປະຊາຊົນຂອງພວກເຂົາ.
“ ‘ຫ້າມບໍ່ໃຫ້ມີການພົວພັນທາງເພດກັບປ້ານ້າສາວ ຫລື ອາຂອງຕົນ, ເພາະການກະທຳຢ່າງນັ້ນກໍເຮັດໃຫ້ພີ່ນ້ອງໃກ້ຊິດຕ້ອງອັບອາຍຂາຍໜ້າ; ພວກເຂົາທັງສອງຈະຕ້ອງຮັບຜິດຊອບ.
“ ‘ຊາຍໃດມີການພົວພັນທາງເພດກັບປ້າ ນ້າໃພ້ ຫລື ອາໃພ້, ກໍເຮັດໃຫ້ລຸງ, ນ້າບ່າວ ຫລື ອາວຂອງຕົນຕ້ອງອັບອາຍຂາຍໜ້າ. ພວກເຂົາຈະຕ້ອງຮັບຜິດຊອບ, ພວກເຂົາຈະຕາຍໂດຍບໍ່ມີລູກສືບທອດ.
“ ‘ຖ້າຊາຍໃດແຕ່ງງານກັບເອື້ອຍໃພ້ ຫລື ນ້ອງໃພ້ຂອງຕົນ, ນີ້ເປັນການເຮັດໃນສິ່ງທີ່ບໍ່ບໍລິສຸດ ຊາຍນັ້ນໄດ້ເຮັດໃຫ້ອ້າຍ ຫລື ນ້ອງຊາຍຂອງຕົນຕ້ອງອັບອາຍຂາຍໜ້າ. ພວກເຂົາຈະບໍ່ມີລູກສືບທອດ.
“ ‘ຈົ່ງຖືຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ ແລະ ປະຕິບັດຕາມສິ່ງເຫລົ່ານັ້ນ, ເພື່ອວ່າດິນແດນທີ່ເຮົາກຳລັງຈະນຳພວກເຈົ້າເຂົ້າໄປອາໄສຈະບໍ່ຄາຍພວກເຈົ້າອອກມາ. ພວກເຈົ້າຢ່າໄດ້ດຳເນີນຕາມປະເພນີຂອງຊົນຊາດທັງຫລາຍທີ່ເຮົາກຳລັງຈະຂັບໄລ່ອອກໄປຕໍ່ໜ້າພວກເຈົ້າ. ເພາະພວກເຂົາໄດ້ເຮັດສິ່ງເຫລົ່ານີ້, ເຮົາຈຶ່ງກຽດຊັງພວກເຂົາ. ແຕ່ເຮົາກ່າວກັບພວກເຈົ້າວ່າ, “ເຈົ້າຈະຄອບຄອງດິນແດນຂອງພວກເຂົາ, ເຮົາຈະໃຫ້ດິນແດນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ, ເປັນດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ”. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ທີ່ໄດ້ແຍກເອົາພວກເຈົ້າອອກຈາກຊົນຊາດຕ່າງໆ.
“ ‘ສະນັ້ນເຈົ້າຕ້ອງໄຈ້ແຍກລະຫວ່າງສັດ ແລະ ນົກທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ. ຢ່າປ່ອຍໃຫ້ພວກເຈົ້າເອງເປັນມົນທິນໂດຍສັດໃດໆ ຫລື ນົກ ຫລື ສັດເລືອຄານຢູ່ຕາມພື້ນດິນສັດເຫລົ່ານີ້ເຮົາໄດ້ແຍກອອກໄວ້ໃຫ້ເປັນມົນທິນສຳລັບພວກເຈົ້າ. ພວກເຈົ້າຕ້ອງບໍລິສຸດສຳລັບເຮົາ2, ເພາະເຮົາຜູ້ເປັນພຣະເຈົ້າຢາເວເປັນຜູ້ບໍລິສຸດ ແລະ ໄດ້ແຍກພວກເຈົ້າອອກຈາກຊາດອື່ນໆເພື່ອເປັນກຳມະສິດຂອງເຮົາ.
“ ‘ບໍ່ວ່າຍິງຫລືຊາຍທີ່ເປັນໝໍຜີ ຫລື ຜູ້ທີ່ປຸກເສກວິນຍານຕ່າງໆຂຶ້ນມາໃນທ່າມກາງພວກເຈົ້າ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ. ພວກເຈົ້າຈະຕ້ອງເອົາຫີນແກວ່ງໃສ່ພວກເຂົາ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ’ ”.
Source notes (2)
- Footnote ຫລື ຜູ້ຊຳລະພວກເຈົ້າໃຫ້ບໍລິສຸດ ຫລື ຜູ້ທີ່ແຍກພວກເຈົ້າໄວ້ໃຫ້ບໍລິສຸດ
- Footnote ຫລື ເປັນຄົນບໍລິສຸດຂອງເຮົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.