Biblica® Open Lao Contemporary Version
ລະບຽບພວກເລວີ 21
ລະບຽບສຳລັບພວກປະໂລຫິດ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງແຈ້ງແກ່ພວກປະໂລຫິດ, ພວກລູກຊາຍຂອງອາໂຣນ ແລະ ບອກວ່າ: ປະໂລຫິດຈະຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຕາມລະບຽບພິທີກຳເພາະການຕາຍຂອງຍາດພີ່ນ້ອງຂອງຕົນ, ຍົກເວັ້ນພີ່ນ້ອງໃກ້ຊິດເຊັ່ນວ່າ: ພໍ່ ຫລື ແມ່ຂອງຕົນ, ລູກຊາຍ ຫລື ລູກສາວຂອງຕົນ, ອ້າຍນ້ອງຊາຍ ຫລື ເອື້ອຍ ຫລື ນ້ອງສາວຂອງຕົນທີ່ຍັງບໍ່ໄດ້ແຕ່ງງານທີ່ຍັງເພິ່ງພາຕົນເນື່ອງຈາກນາງບໍ່ມີຜົວ ເພາະນາງອາດຈະເຮັດໃຫ້ຕົນເອງເປັນມົນທິນໄດ້. ລາວຈະຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນຍ້ອນຄົນທີ່ມາເປັນພີ່ນ້ອງຂອງຕົນໂດຍຜ່ານທາງການແຕ່ງງານ1 ແລະ ເຮັດໃຫ້ໂຕເອງເປັນມົນທິນ.
“ ‘ພວກປະໂລຫິດຈະຕ້ອງບໍ່ແຖຫົວ ຫລື ກຽນໜວດ ຫລື ປາດໜັງຕົນເອງ. ພວກເຂົາຈະຕ້ອງບໍລິສຸດແດ່ພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຕ້ອງບໍ່ໝິ່ນປະໝາດນາມພຣະເຈົ້າຂອງພວກເຂົາ. ເພາະພວກເຂົາເປັນຜູ້ຖວາຍອາຫານບູຊາແກ່ພຣະເຈົ້າຢາເວ, ເປັນເຄື່ອງບູຊາຂອງພຣະເຈົ້າຂອງພວກເຂົາ, ພວກເຂົາຕ້ອງບໍລິສຸດ.
“ ‘ບັນດາປະໂລຫິດຈະຕ້ອງບໍ່ແຕ່ງງານກັບຍິງທີ່ເປັນມົນທິນຄືຍິງທີ່ເປັນໂສເພນີ ຫລື ຢ່າຮ້າງຈາກຜົວຂອງຕົນ, ເພາະບັນດາປະໂລຫິດເປັນຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າຂອງພວກເຂົາ. ຈົ່ງຖືວ່າພວກເຂົາເປັນຄົນທີ່ເຮົາໄດ້ແຍກໄວ້ເພື່ອເຮົາເອງ, ເພາະພວກເຂົາເປັນຜູ້ຖວາຍອາຫານບູຊາແກ່ພຣະເຈົ້າຂອງພວກເຈົ້າ. ຈົ່ງຖືວ່າພວກເຂົາບໍລິສຸດ ເພາະເຮົາເປັນພຣະເຈົ້າຢາເວເປັນອົງບໍລິສຸດ, ເຮົາເປັນຜູ້ເຮັດໃຫ້ພວກເຈົ້າບໍລິສຸດ.2
“ ‘ລູກສາວຂອງປະໂລຫິດຄົນໃດປ່ອຍໂຕໃຫ້ເປັນມົນທິນໂດຍເປັນຍິງໂສເພນີ, ນາງກໍເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາໄຟໃຫ້ຕາຍ.
“ ‘ມະຫາປະໂລຫິດເປັນຜູ້ໜຶ່ງໃນບັນດາພີ່ນ້ອງຂອງພວກເຂົາຜູ້ທີ່ໄດ້ຮັບການເຈີມດ້ວຍນ້ຳມັນເທິງຫົວ ແລະ ໄດ້ຮັບການສະຖາປະນາໂດຍການນຸ່ງເຄື່ອງແຕ່ງກາຍຂອງປະໂລຫິດນັ້ນ, ເພິ່ນຈະຕ້ອງບໍ່ປ່ອຍຜົມຫຍຸ້ງ3ເປັນການໄວ້ທຸກ ຫລື ຈີກເສື້ອຜ້າຂອງຕົນ. ເພິ່ນຈະຕ້ອງບໍ່ເຂົ້າໄປໃນບ່ອນທີ່ມີສົບຂອງຄົນຕາຍ. ເພິ່ນຕ້ອງບໍ່ເຮັດໃຫ້ຕົນເອງເປັນມົນທິນ, ແມ່ນແຕ່ເພື່ອພໍ່ແມ່ຂອງຕົນ, ຈະບໍ່ອອກຈາກສະຖານນະມັດສະການຂອງພຣະເຈົ້າຂອງຕົນ ຫລື ເຮັດໃຫ້ສະຖານນະມັດສະການນັ້ນເສື່ອມເສຍ, ເພາະລາວໄດ້ອຸທິດຖວາຍໂດຍນ້ຳມັນເຈີມຂອງພຣະເຈົ້າຂອງຕົນ. ເຮົາຄືພຣະເຈົ້າຢາເວ.
“ ‘ຍິງທີ່ເພິ່ນຈະຕ້ອງແຕ່ງງານນຳຕ້ອງເປັນສາວບໍລິສຸດ. ລາວຈະຕ້ອງບໍ່ແຕ່ງງານກັບຍິງໝ້າຍ, ຍິງທີ່ຢ່າຮ້າງ ຫລື ຍິງທີ່ເປັນມົນທິນໂດຍການເປັນໂສເພນີ, ແຕ່ລາວຈະຕ້ອງແຕ່ງງານກັບຍິງສາວບໍລິສຸດທີ່ມາຈາກຕະກຸນຂອງຕົນເອງເທົ່ານັ້ນ. ເພື່ອວ່າລາວຈະບໍ່ເຮັດໃຫ້ເຊື້ອສາຍຂອງລາວເປັນມົນທິນໃນທ່າມກາງປະຊາຊົນຂອງລາວ. ເຮົາຄືພຣະເຈົ້າຢາເວ, ຜູ້ເຮັດໃຫ້ລາວບໍລິສຸດ’ ”.
ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນວ່າ: ‘ຕະຫລອດທຸກຊົ່ວອາຍຸຂອງເຊື້ອສາຍຂອງເຈົ້າທີ່ຈະມາເຖິງນັ້ນ ຢ່າໃຫ້ຄົນໃດທີ່ມີຮ່າງກາຍທີ່ມີຕຳໜິເຂົ້າໄປຖວາຍອາຫານແກ່ພຣະເຈົ້າຂອງຕົນ. ຄົນໃດທີ່ມີຕຳໜິຢ່າເຂົ້າໄປ: ບໍ່ວ່າຈະເປັນຄົນຕາບອດ, ຄົນພິການ, ຄົນເສຍໂສມ ຫລື ຜິດປົກກະຕິ; ຄົນທີ່ມີມື ຫລື ຕີນເປັນເປ້ຍລ່ອຍ, ຫລື ຄົນຫລັງກ່ອມ ຫລື ຄົນເຕ້ຍຜິດປົກກະຕິ ຫລື ຄົນພິການຕາ ຫລື ຄົນທີ່ເປັນຫິດ, ເປັນພະຍາດຜິວໜັງ ຫລື ມີອະໄວຍະວະເພດພິການ. ຫ້າມບໍ່ໃຫ້ເຊື້ອສາຍຂອງອາໂຣນຜູ້ເປັນປະໂລຫິດທີ່ມີຕຳໜິເຂົ້າມາໃກ້ເພື່ອຖວາຍອາຫານບູຊາແກ່ພຣະເຈົ້າຢາເວ. ຖ້າລາວມີສິ່ງທີ່ມີຕຳໜິ, ລາວຈະຕ້ອງບໍ່ເຂົ້າມາໃກ້ເພື່ອຖວາຍເຄື່ອງບູຊາທີ່ເປັນອາຫານແກ່ພຣະເຈົ້າຂອງຕົນ. ລາວສາມາດກິນອາຫານບູຊາທີ່ບໍລິສຸດທີ່ສຸດຂອງພຣະເຈົ້າໄດ້, ລວມທັງອາຫານທີ່ບໍລິສຸດດ້ວຍ; ແຕ່ຍ້ອນລາວມີຕຳໜິ, ລາວຈະເຂົ້າໃກ້ຜ້າກັ້ງ ຫລື ເຂົ້າໃກ້ແທ່ນບູຊາບໍ່ໄດ້ເດັດຂາດ, ເຊິ່ງຈະເປັນການຫລົບຫລູ່ສະຖານນະມັດສະການຂອງເຮົາ. ເຮົາຄືພຣະເຈົ້າຢາເວຜູ້ເຮັດໃຫ້ພວກເຂົາບໍລິສຸດ’ ”.
ດັ່ງນັ້ນ ໂມເຊຈຶ່ງບອກສິ່ງເຫລົ່ານີ້ແກ່ອາໂຣນກັບບັນດາລູກຊາຍຂອງລາວ ແລະ ປະຊາຊົນອິດສະຣາເອນທັງໝົດ.
Source notes (3)
- Footnote ຫລື ເປັນມົນທິນໃນຖານະຜູ້ນຳທ່າມກາງປະຊາຊົນຂອງຕົນ
- Footnote ຫລື ຜູ້ຊຳລະພວກເຈົ້າໃຫ້ບໍລິສຸດ ຫລື ຜູ້ທີ່ແຍກພວກເຈົ້າໄວ້ໃຫ້ບໍລິສຸດ
- Footnote ຫລື ຕ້ອງຄຸມຫົວ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.