Biblica® Open Lao Contemporary Version
ລະບຽບພວກເລວີ 18
ຄວາມສຳພັນທາງເພດທີ່ຜິດກົດບັນຍັດ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ໃຫ້ແຈ້ງຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ‘ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ພວກເຈົ້າຢ່າປະພຶດຕົນຕາມແບບຢ່າງຊາວເອຢິບທີ່ພວກເຈົ້າທັງຫລາຍເຄີຍອາໄສຢູ່ ແລະ ພວກເຈົ້າຢ່າເຮັດດັ່ງທີ່ພວກເຂົາເຮັດໃນດິນແດນການາອານ, ບ່ອນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້າ. ຢ່າເຮັດຕາມແບບຢ່າງຂອງພວກເຂົາ. ພວກເຈົ້າຕ້ອງເຊື່ອຟັງກົດບັນຍັດຂອງເຮົາ ແລະ ເອົາໃຈໃສ່ເຮັດຕາມຂໍ້ຄຳສັ່ງຂອງເຮົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ, ເພາະຜູ້ໃດທີ່ເຊື່ອຟັງຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າໃຫ້ຜູ້ໃດໃນພວກເຈົ້າເຂົ້າສູ່ການພົວພັນທາງເພດກັບພີ່ນ້ອງໃກ້ຊິດຂອງຕົນ. ເຮົາຄືພຣະເຈົ້າຢາເວ.
“ ‘ຢ່າເຮັດໃຫ້ພໍ່ຂອງພວກເຈົ້າອັບອາຍຂາຍໜ້າໂດຍມີການພົວພັນທາງເພດກັບແມ່ຂອງຕົນເອງ. ນາງເປັນແມ່ຂອງພວກເຈົ້າ, ຢ່າມີການພົວພັນກັບນາງ.
“ ‘ຢ່າມີການພົວພັນທາງເພດກັບເມຍຄົນໃດໆຂອງພໍ່ຕົນ, ເຊິ່ງເຮັດໃຫ້ເກີດຄວາມອັບອາຍຂາຍໜ້າພໍ່ຂອງຕົນ.
“ ‘ຢ່າມີການພົວພັນທາງເພດກັບເອື້ອຍນ້ອງຂອງພວກເຈົ້າ, ບໍ່ວ່າຈະເປັນລູກສາວຕ່າງແມ່ ຫລື ລູກສາວຕ່າງພໍ່ພວກເຈົ້າ, ບໍ່ວ່າຈະເກີດໃນເຮືອນດຽວກັນ ຫລື ເກີດຄົນລະບ່ອນກໍຕາມ.
“ ‘ຢ່າມີການພົວພັນທາງເພດກັບຫລານສາວທີ່ເປັນລູກສາວຂອງລູກຊາຍ ຫລື ລູກສາວຂອງລູກສາວພວກເຈົ້າ ເຊິ່ງເຮັດໃຫ້ເກີດຄວາມອັບອາຍຂາຍໜ້າຕົນເອງ.
“ ‘ຢ່າມີການພົວພັນທາງເພດກັບເອື້ອຍນ້ອງຕ່າງແມ່, ເຊິ່ງເກີດກັບພໍ່ຂອງຕົນ; ນາງຄືເອື້ອຍນ້ອງຂອງພວກເຈົ້າ.
“ ‘ຢ່າມີການພົວພັນກັບປ້າ ຫລື ອາຂອງພວກເຈົ້າ, ນາງເປັນພີ່ນ້ອງໃກ້ສິດກັບພໍ່ຂອງພວກເຈົ້າ.
“ ‘ຢ່າມີການພົວພັນທາງເພດກັບປ້າ ຫລື ນ້າສາວຂອງພວກເຈົ້າ ເພາະນາງເປັນພີ່ນ້ອງໃກ້ສິດກັບແມ່ຂອງພວກເຈົ້າ.
“ ‘ຢ່າເຮັດໃຫ້ອ້າຍ ຫລື ນ້ອງຊາຍຂອງພໍ່ພວກເຈົ້າອັບອາຍຂາຍໜ້າໂດຍມີການພົວພັນທາງເພດກັບພັນລະຍາຂອງເພິ່ນ, ນາງເປັນປ້າໄພ້ ຫລື ອາໄພ້ຂອງພວກເຈົ້າ.
“ ‘ຢ່າມີການພົວພັນທາງເພດກັບລູກໃພ້ຂອງພວກເຈົ້າ, ນາງເປັນເມຍຂອງລູກຊາຍພວກເຈົ້າ; ຢ່າມີເພດສຳພັນກັບນາງ.
“ ‘ຢ່າມີການພົວພັນທາງເພດກັບເມຍຂອງອ້າຍ ຫລື ເມຍຂອງນ້ອງຊາຍພວກເຈົ້າ; ຊື່ງຈະເຮັດໃຫ້ອ້າຍພວກເຈົ້າເກີດຄວາມອັບອາຍຂາຍໜ້າ.
“ ‘ຢ່າມີການພົວພັນທາງເພດກັບຍິງຄົນໃດ ແລະ ກັບລູກສາວຂອງນາງ. ຢ່າມີການພົວພັນທາງເພດກັບລູກຂອງລູກຊາຍນາງ ຫລື ລູກຂອງລູກສາວນາງ; ຍິງເຫລົ່ານັ້ນເປັນພີ່ນ້ອງໃກ້ສິດກັບນາງ. ການເຮັດເຊັ່ນນັ້ນເປັນຄວາມຊົ່ວຮ້າຍ.
“ ‘ຢ່າເອົາເອື້ອຍ ຫລື ນ້ອງສາວເມຍຂອງພວກເຈົ້າມາເປັນເມຍນ້ອຍຂອງພວກເຈົ້າ ແລະ ຢ່າມີການພົວພັນທາງເພດກັບນາງ ຂະນະທີ່ເມຍຂອງພວກເຈົ້າຍັງມີຊີວິດຢູ່.
“ ‘ຢ່າໄປມີການພົວພັນທາງເພດກັບແມ່ຍິງທີ່ກຳລັງມີປະຈຳເດືອນຢູ່.
“ ‘ຢ່າມີການພົວພັນທາງເພດກັບເມຍຂອງເພື່ອນບ້ານ ແລະ ເປັນການເຮັດໃຫ້ເປັນມົນທິນຮ່ວມກັບນາງ.
“ ‘ຢ່າເອົາລູກຫລານຂອງພວກເຈົ້າໄປບູຊາພະໂມເລັກ, ຢ່າໝິ່ນປະໝາດນາມພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ.
“ ‘ຜູ້ຊາຍຢ່າມີການພົວພັນທາງເພດກັບຜູ້ຊາຍຄືເຮັດກັບຜູ້ຍິງ; ເປັນສິ່ງທີ່ໜ້າລັງກຽດ.
“ ‘ຢ່າມີການພົວພັນທາງເພດກັບສັດ ແລະ ພາໃຫ້ຕົນເອງເປັນມົນທິນ. ຫ້າມບໍ່ໃຫ້ແມ່ຍິງປ່ອຍໂຕໃຫ້ມີການພົວພັນທາງເພດກັບສັດ; ສິ່ງນັ້ນເປັນຄວາມເສື່ອມຊາມ.
“ ‘ຢ່າເຮັດໃຫ້ຕົນເອງເປັນມົນທິນດ້ວຍວິທີເຫລົ່ານີ້, ເພາະຊົນຊາດຕ່າງໆທີ່ເຮົາຂັບໄລ່ອອກໄປໃຫ້ພົ້ນກ່ອນພວກເຈົ້ານັ້ນກໍ່ເປັນມົນທິນ. ເຖິງແມ່ນດິນແດນນັ້ນເປັນມົນທິນແລ້ວກໍຕາມ; ຢ່າງໃດກໍ່ດີເຮົາຍັງລົງໂທດດິນແດນນັ້ນເພາະຄວາມບາບຂອງພວກເຂົາ ແລະ ແຜ່ນດິນກຳລັງຄາຍພວກທີ່ອາໄສຢູ່ນັ້ນອອກມາ. ແຕ່ພວກເຈົ້າຕ້ອງຖືຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ. ທັງຄົນທ້ອງຖິ່ນ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຕ້ອງບໍ່ເຮັດສິ່ງທີ່ໜ້າລັງກຽດເຫລົ່ານີ້. ເພາະສິ່ງທັງໝົດເຫລົ່ານີ້ແມ່ນປະຊາຊົນຜູ້ດຳລົງຊີວິດໃນດິນແດນນີ້ກ່ອນພວກເຈົ້າໄດ້ກະທຳໄວ້ ແລະ ດິນແດນນັ້ນຈຶ່ງກາຍເປັນມົນທິນ. ແລະ ຖ້າເຈົ້າເຮັດໃຫ້ແຜ່ນດິນເປັນມົນທິນ, ແຜ່ນດິນນັ້ນກໍຈະຄາຍພວກເຈົ້າອອກມາເໝືອນທີ່ໄດ້ຄາຍຊົນຊາດຕ່າງໆອອກມາກ່ອນໜ້າພວກເຈົ້ານັ້ນ.
“ ‘ຄົນໃດທີ່ເຮັດສິ່ງໜ້າລັງກຽດຢ່າງໃດຢ່າງໜຶ່ງເຫລົ່ານີ້ ຄົນນັ້ນຈະຕ້ອງຖືກຕັດອອກຈາກປະຊາຊົນຂອງຕົນ. ສະນັ້ນຈົ່ງປະຕິບັດຕາມຂໍ້ກຳນົດຂອງເຮົາ ຢ່າດຳເນີນຊີວິດຕາມແບບຢ່າງອັນໜ້າລັງກຽດເຫລົ່ານີ້ ເຊິ່ງປະຕິບັດກັນມາກ່ອນໜ້າພວກເຈົ້າເຂົ້າມາ ແລະ ຢ່າເຮັດໃຫ້ຕົນເອງເປັນມົນທິນໄປກັບພວກເຂົາ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ’ ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.