Biblica® Open Lao Contemporary Version
ລະບຽບພວກເລວີ 17
ການຫ້າມບໍ່ໃຫ້ກິນເລືອດ
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນກັບບັນດາລູກຊາຍຂອງລາວ ແລະ ປະຊາຊົນອິດສະຣາເອນວ່າ: ‘ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້ວ່າ, ຊາວອິດສະຣາເອນຄົນໃດຖວາຍງົວ,1 ລູກແກະ ຫລື ແບ້ ໃນຄ້າຍພັກ ຫລື ນອກຄ້າຍພັກ ແທນທີ່ຈະນຳມາທີ່ທາງເຂົ້າເຕັນນັດພົບ ເພື່ອຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນຂອງພຣະອົງ, ໃຫ້ຖືວ່າຊາຍຄົນນັ້ນໄດ້ກະທຳຜິດໃນເລື່ອງເຮັດໃຫ້ເລືອດຕົກ ແລະ ຈະຖືກຕັດອອກຈາກປະຊາຊົນຂອງຕົນ. ກົດຂໍ້ນີ້ມີໄວ້ເພື່ອໃຫ້ປະຊາຊົນອິດສະຣາເອນຍົກເລີກການຖວາຍເຄື່ອງບູຊາກາງແຈ້ງ. ພວກເຂົາຕ້ອງນຳມາໃຫ້ປະໂລຫິດ, ເພື່ອນຳມາຖວາຍແກ່ພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລະ ຖວາຍເປັນເຄື່ອງສາມັກຄີທຳບູຊາ. ປະໂລຫິດຈະຊິດເລືອດໃສ່ເທິງແທ່ນບູຊາຂອງພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລະ ເຜົາໄຂມັນເພິ່ນເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. ປະຊາຊົນຈະໄດ້ເລີກຖວາຍເຄື່ອງບູຊາແກ່ຮູບເຄົາລົບແບ້2 ເຊິ່ງເປັນການເຮັດໂຕເປັນໂສເພນີ. ນີ້ເປັນກົດລະບຽບທີ່ຖາວອນສຳລັບພວກເຂົາ ແລະ ຍຸກທີ່ຈະມາເຖິງ’.
“ຈົ່ງກ່າວແກ່ພວກເຂົາວ່າ: ‘ບໍ່ວ່າຊາວອິດສະຣາເອນ ຫລື ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຂົາທີ່ຖວາຍເຄື່ອງເຜົາບູຊາ ຫລື ຖວາຍບູຊາ ແລະ ບໍ່ໄດ້ນຳສິ່ງນັ້ນມາທີ່ທາງເຂົ້າເຕັນນັດພົບເພື່ອຖວາຍແກ່ພຣະເຈົ້າຢາເວຈະຕ້ອງໄດ້ຕັດອອກຈາກປະຊາຊົນອິດສະຣາເອນ.
“ ‘ເຮົາຈະເປັນຜູ້ຕໍ່ຕ້ານກັບຊາວອິດສະຣາເອນທຸກຄົນ ຫລື ຊາວຕ່າງດ້າວທຸກຄົນທີ່ອາໄສຢູ່ທ່າມກາງພວກເຂົາທີ່ກິນເລືອດ ແລະ ເຮົາຈະຕັດຄົນເຫລົ່ານັ້ນອອກຈາກປະຊາຊົນຂອງເຮົາ. ເພາະຊີວິດຂອງທຸກສິ່ງຢູ່ໃນເລືອດ ແລະ ເຮົາໄດ້ໃຫ້ເລືອດແກ່ເຈົ້າເພື່ອເຮັດພິທີລຶບລ້າງບາບສຳລັບພວກເຈົ້າເອງເທິງແທ່ນບູຊາ, ເລືອດນັ້ນແຫລະທີ່ໄດ້ລຶບລ້າງບາບສຳລັບຊີວິດຂອງຄົນໆໜຶ່ງ. ສະນັ້ນເຮົາຈຶ່ງສັ່ງຊາວອິດສະຣາເອນວ່າ, “ພວກເຈົ້າ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າຈະຕ້ອງບໍ່ກິນເລືອດ”.
“ ‘ບໍ່ວ່າຊາວອິດສະຣາເອນ ຫລື ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າທີ່ລ່າສັດ ແລ້ວຂ້າສັດ ຫລື ນົກທີ່ອະນຸຍາດໃຫ້ເປັນອາຫານຕ້ອງໄດ້ລ້າງເລືອດອອກ ແລະ ປົກເລືອດນັ້ນດ້ວຍດິນ, ເພາະຊີວິດຂອງສິ່ງມີຊີວິດທຸກຢ່າງຄືເລືອດຂອງພວກມັນ. ດ້ວຍເຫດນີ້ເຮົາຈຶ່ງກ່າວແກ່ຊາວອິດສະຣາເອນວ່າ, “ພວກເຈົ້າຕ້ອງບໍ່ກິນເລືອດຂອງສິ່ງມີຊີວິດໃດໆ, ເພາະຊີວິດຂອງພວກເຂົາຄືເລືອດນັ້ນເອງ; ຜູ້ໃດທີ່ກິນເລືອດຈະຕ້ອງຖືກຕັດອອກ”.
“ ‘ຜູ້ໃດກໍຕາມ, ບໍ່ວ່າຄົນທ້ອງຖິ່ນ ຫລື ຄົນຕ່າງດ້າວ, ຜູ້ກິນຊາກຂອງສັດໃດທີ່ຕາຍເອງ ຫລື ຖືກສັດປ່າກັດຕາຍຕ້ອງໄດ້ຊັກເສື້ອຜ້າ ແລະ ອາບນ້ຳ ແລະ ພວກເຂົາຈະເປັນມົນທິນຕາມລະບຽບພິທີກຳຈົນເຖິງຄ່ຳ, ຈາກນັ້ນພວກເຂົາຈຶ່ງຈະບໍ່ເປັນມົນທິນ. ແຕ່ຖ້າພວກເຂົາບໍ່ອາບນ້ຳ ແລະ ບໍ່ຊັກເສື້ອຜ້າຂອງຕົນເອງ ພວກເຂົາຈະຕ້ອງໄດ້ຮັບຜິດຊອບ’ ”.
Source notes (2)
- Footnote ໃນພາສາເຮັບເຣີຄຳນີ້ ເປັນໄດ້ທັງໂຕຜູ້ ແລະ ໂຕແມ່
- Footnote ມານຮ້າຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.