Biblica® Open Lao Contemporary Version
ພວກຜູ້ປົກຄອງ 4
ເດໂບຣາ
ບັດນີ້ເອຮຸດຕາຍໄປແລ້ວ ຊາວອິດສະຣາເອນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວອີກ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຂາຍພວກເຂົາໃຫ້ຢູ່ໃນມືຂອງກະສັດຢາບິນແຫ່ງການາອານ, ຜູ້ທີ່ປົກຄອງຢູ່ໃນຮາໂຊ. ແມ່ທັບຂອງເພິ່ນຄືສີເສຣາ, ເຊິ່ງອາໄສຢູ່ທີ່ຮາໂຣເຊັດຮັກໂກຢິມ. ເພາະວ່າກະສັດຢາບິນມີລົດຮົບເຫຼັກເກົ້າຮ້ອຍຄັນ ແລະ ໄດ້ກົດຂີ່ຊາວອິດສະຣາເອນເປັນເວລາຊາວປີ, ຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ.
ໃນເວລານັ້ນ ຜູ້ນຳ1ຂອງອິດສະຣາເອນແມ່ນຜູ້ທໍານວາຍເດໂບຣາເມຍຂອງລັບປີໂດດ. ນາງຕັດສິນຄວາມຢູ່ກ້ອງຕົ້ນປາມແຫ່ງເດໂບຣາ ເຊິ່ງຢູ່ລະຫວ່າງຣາມາ ແລະ ເບັດເອນໃນແດນເນີນພູແຫ່ງເອຟຣາອິມ, ແລະ ຊາວອິດສະຣາເອນຂຶ້ນໄປຫານາງເພື່ອຕັດສິນຂໍ້ຂັດແຍ່ງກັນ. ເດໂບຣາສົ່ງຄົນໄປຫາບາຣັກລູກຊາຍຂອງອາບີໂນອາມຈາກເກເດັດໃນເນັບທາລີ ແລະ ກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນສັ່ງເຈົ້າວ່າ ‘ຈົ່ງເອົາພວກຜູ້ຊາຍສິບພັນຄົນຈາກເຜົ່າເນັບທາລີ ແລະ ເຜົ່າເຊບູໂລນໄປ ແລະ ນໍາພາພວກເຂົາຂຶ້ນໄປທີ່ພູເຂົາຕາໂບ ເຮົາຈະນໍາສີເສຣາແມ່ທັບຂອງກະສັດຢາບິນພ້ອມດ້ວຍລົດຮົບ ແລະ ກອງທະຫານຂອງລາວມາທີ່ແມ່ນ້ຳກີໂຊນ ແລະ ມອບລາວໄວ້ໃນມືຂອງເຈົ້າ’ ”.
ບາຣັກຈຶ່ງເວົ້າກັບນາງວ່າ “ຂ້ອຍຈະໄປ ຖ້າເຈົ້າໄປກັບຂ້ອຍ; ແຕ່ຖ້າເຈົ້າບໍ່ໄປກັບຂ້ອຍ ຂ້ອຍກໍຈະບໍ່ໄປ”.
ເດໂບຣາຈຶ່ງຕອບວ່າ “ແນ່ນອນ ຂ້ອຍຈະໄປກັບເຈົ້າ, ແຕ່ຍ້ອນເຈົ້າເລືອກວິທີນີ້2 ເຈົ້າຈະບໍ່ໄດ້ຮັບກຽດ, ເພາະພຣະເຈົ້າຢາເວຈະມອບສີເສຣາໄວ້ຢູ່ໃນມືໄວ້ຂອງຍິງຄົນໜຶ່ງ”. ດັ່ງນັ້ນ ເດໂບຣາກັບບາຣັກຈຶ່ງເດີນທາງໄປທີ່ເກເດັດ. ບາຣັກເກນພວກຜູ້ຊາຍຈາກເຜົ່າເຊບູໂລນ ແລະ ເນັບທາລີໄດ້ສິບພັນຄົນຢູ່ທີ່ນັ້ນ, ແລະ ພວກເຂົາໄດ້ຕິດຕາມລາວໄປຕາມຄໍາສັ່ງຂອງລາວ. ເດໂບຣາກໍໄປກັບລາວດ້ວຍ.
ເຮເບຊາວເກນິດໄດ້ປ່ອຍພວກເກນິດຄົນອື່ນໆທີ່ເປັນເຊື້ອສາຍຂອງໂຮບັບພໍ່ເຖົ້າຂອງໂມເຊໄວ້3 ແລ້ວລາວກໍໄດ້ໄປຕັ້ງຜ້າເຕັນພັກຢູ່ກ້ອງຕົ້ນໂອກໃຫຍ່ທີ່ສາອານາມນິມໃກ້ເກເດັດ.
ເມື່ອພວກເຂົາໄດ້ບອກສີເສຣາວ່າ ບາຣັກລູກຊາຍຂອງອາບີໂນອາມໄດ້ຂຶ້ນໄປທີ່ພູເຂົາຕາໂບ, ສີເສຣາກໍເກນພວກຜູ້ຊາຍທັງໝົດ ແລະ ລົດຮົບເຫຼັກເກົ້າຮ້ອຍຄັນຂອງລາວຈາກເມືອງຮາໂຣເຊັດໄປທີ່ແມ່ນໍ້າກີໂຊນ.
ເດໂບຣາຈຶ່ງບອກກັບບາຣັກວ່າ, “ຈົ່ງໄປ! ມື້ນີ້ເປັນມື້ທີ່ພຣະເຈົ້າຢາເວໄດ້ມອບສີເສຣາໄວ້ໃນມືຂອງເຈົ້າແລ້ວ. ພຣະເຈົ້າຢາເວນຳໜ້າທ່ານໄປບໍ່ແມ່ນ?” ດັ່ງນັ້ນ ບາຣັກຈຶ່ງລົງໄປທີ່ພູຕາໂບ, ພ້ອມກັບພວກຜູ້ຊາຍສິບພັນຄົນໄດ້ຕິດຕາມລາວໄປ. ໃນຂະນະທີ່ບາຣັກມຸ່ງໜ້າໄປນັ້ນ, ພຣະເຈົ້າຢາເວໄດ້ຂັບໄລ່ສີເສຣາກັບລົດຮົບ ແລະ ກອງທັບຂອງລາວດ້ວຍດາບ ແລ້ວສີເສຣາຖິ້ມລົດຮົບຂອງຕົນແລ້ວແລ່ນໜີໄປ.
ແຕ່ບາຣັກກໍໄລ່ຕາມລົດຮົບ ແລະ ກອງທັບໄປໄກຈົນຮອດເມືອງຮາໂຣເຊັດ, ຮາໂກອິມ ແລະ ທະຫານຂອງສີເສຣາຖືກຂ້າຕາຍໝົດ ບໍ່ມີຜູ້ໃດລອດຈັກຄົນ. ໃນຂະນະທີ່ ສີເສຣາກໍໜີໄປທີ່ຜ້າເຕັນຂອງນາງຢາເອນ ເມຍຂອງເຮເບຊາວເກນິດ, ເພາະລະຫວ່າງກະສັດຢາບິນແຫ່ງຮາໂຊກັບຕະກຸນເຮເບຊາວເກນິດເປັນພັນທະມິດກັນ.
ຢາເອນໄດ້ອອກມາຕ້ອນຮັບສີເສຣາ ແລະ ເວົ້າວ່າ “ເຊີນເຈົ້ານາຍຂອງຂ້ານ້ອຍເຂົ້າມາໃນເຕັນ. ຢ່າຢ້ານເລີຍ”. ດັ່ງນັ້ນ ລາວກໍເຂົ້າໄປໃນເຕັນຂອງນາງ ແລະ ນາງຈຶ່ງເອົາຜ້າຫົ່ມປົກລາວໄວ້.
ສີເສຣາເວົ້າວ່າ “ຂ້ອຍຫິວນ້ຳ ຂໍເອົານ້ຳໃຫ້ຂ້ອຍແນ່”. ນາງຈຶ່ງໄຂຖົງນົມອອກໃຫ້ລາວດື່ມ, ແລະ ເອົາຜ້າປົກລາວໄວ້.
ລາວສັ່ງນາງວ່າ “ຈົ່ງຢືນຢູ່ທີ່ໜ້າປະຕູເຕັນ ຖ້າມີຜູ້ໃດຜ່ານມາ ແລະ ຖາມເຈົ້າວ່າ ‘ມີຜູ້ໃດຢູ່ບ່ອນນີ້ບໍ?’ ຈົ່ງບອກວ່າ ‘ບໍ່ມີ’ ”.
ແຕ່ໃນຂະນະທີ່ ສີເສຣານອນຫຼັບຢູ່ດ້ວຍຄວາມອິດເມື່ອຍ, ຢາເອນເມຍຂອງເຮເບກໍຈັບເອົາຫລັກສຽບຜ້າເຕັນ ແລະ ຄ້ອນຕີ. ແລ້ວກໍຄ່ອຍໆຍ່າງເຂົ້າໄປຢ່າງງຽບໆ ນາງຕອກຫລັກເຂົ້າໃສ່ທີ່ຂະໝັບຂອງລາວທະລຸພື້ນດິນ ແລ້ວລາວກໍຕາຍ.
ແລ້ວບາຣັກທີ່ໄລ່ຕາມສີເສຣາຫາກໍມາຮອດ, ຢາເອນກໍອອກໄປພົບລາວ. ນາງເວົ້າວ່າ, “ເຊີນມາພີ້, ຂ້ານ້ອຍຈະໃຫ້ທ່ານພົບຄົນທີ່ທ່ານກຳລັງຊອກຫາ”. ດັ່ງນັ້ນ ລາວຈຶ່ງຕາມນາງເຂົ້າໄປໃນເຕັນ ແລະ ພົບສີເສຣານອນຕາຍຢູ່ດ້ວຍຫລັກສຽບຜ້າເຕັນສຽບທະລຸຂະໝັບ.
ໃນວັນນັ້ນພຣະເຈົ້າເຮັດໃຫ້ກະສັດຢາບິນແຫ່ງການາອານພ່າຍແພ້ຕໍ່ຊາວອິດສະຣາເອນ. ແລະ ຊາວອິດສະຣາເອນກໍຕໍ່ສູ້ກະສັດຢາບິນແຫ່ງການາອານຢ່າງໜັກໜ່ວງຈົນພວກເຂົາທໍາລາຍເພິ່ນໄດ້.
Source notes (3)
- Footnote ໂດຍປົກກະຕິແປວ່າ ພວກຜູ້ປົກຄອງ
- Footnote ຫລື ແຕ່ໃນການທີ່ທ່ານອອກໄປສູ່ສົງຄາມເຊັ່ນນີ້
- Footnote ຫລື ພໍ່ເຖົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.