Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 5

ບົດເພງ​ຂອງ​ເດໂບຣາ

ໃນ​ມື້ນັ້ນ ນາງ​ເດໂບຣາ ແລະ ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ​ຮ້ອງ​ເພງ​ບົດ​ນີ້​ວ່າ:

“ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ!

ເມື່ອ​ເຈົ້ານາຍ​ໃນ​ອິດສະຣາເອນ​ນຳ​ໜ້າ,

ເມື່ອ​ປະຊາຊົນ​ເຕັມໃຈ​ອຸທິດ​ຕົນ​ເອງ

“ຈົ່ງຟັງ​ສິ່ງ​ນີ້, ບັນດາ​ກະສັດ! ບັນດາ​ຜູ້ປົກຄອງ!

ຂ້ອຍ​ຈະ​ຮ້ອງ​ເພງສັນລະເສີນ​ຖວາຍ​ແດ່1​ພຣະເຈົ້າ​ຢາເວ;

ຂ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ.

“ຂ້າແດ່​ພຣະເຈົ້າ​ຢາເວ ເມື່ອ​ພຣະອົງ​ອອກ​ມາ​ຈາກ​ເສອີ,

ເມື່ອ​ພຣະອົງ​ຍ່າງ​ຈາກ​ດິນແດນ​ເອໂດມ,

ໂລກ​ກໍ​ສັ່ນສະເທືອນ ທ້ອງ​ຟ້າ​ຖອກເທ,

ເມກ​ເທ​ຝົນ​ລົງ​ມາ.

ບັນດາ​ພູເຂົາ​ກໍ​ຫວັ່ນໄຫວ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ

ແມ່ນແຕ່​ພູເຂົາ​ຊີນາຍ​ກໍ​ສັ່ນສະເທືອນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ.

“ໃນ​ສະໄໝ​ຂອງ​ຊຳຄາ​ລູກຊາຍ​ຂອງ​ອານາດ,

ໃນ​ສະໄໝ​ຂອງ​ຢາເອນ​ຖະໜົນ​ຫົນ​ທາງ​ຖືກ​ປະຖິ້ມໄວ້;

ຜູ້​ສັນຈອນ​ໄປ​ມາ​ໃຊ້​ເສັ້ນ​ທາງ​ຄົດ​ລ້ຽວ.

ຊາວບ້ານ2 ໃນ​ອິດສະຣາເອນ​ກໍ​ຈະ​ບໍ່​ຕໍ່ສູ້​ກັນ;

ພວກເຂົາ​ຢຸດ​ຈົນ​ເຖິງ​ຂ້ອຍ3 ເດໂບຣາ​ຂຶ້ນ​ມາ

ຈົນເຖິງ​ຂ້ອຍ​ຂຶ້ນ​ມາ, ເປັນ​ດັ່ງ​ແມ່​ຄົນ​ໜຶ່ງ​ໃນ​ອິດສະຣາເອນ.

ພຣະເຈົ້າ​ເລືອກ​ພວກ​ຜູ້ນໍາ​ໃໝ່

ເມື່ອ​ສົງຄາມ​ກໍ​ມາ​ຮອດ​ປະຕູ​ເມືອງ,

ແຕ່​ບໍ່​ມີ​ໂລ່ ຫລື ຫອກ​ໃຫ້​ເຫັນ​ເລີຍ

ທ່າມກາງ​ທະຫານ​ສີ່​ສິບພັນ​ຄົນ​ໃນ​ອິດສະຣາເອນ.

ຈິດໃຈ​ຂອງ​ຂ້ອຍ​ຢູ່​ນໍາ​ບັນດາ​ເຈົ້າ​ນາຍ​ຂອງ​ອິດສະຣາເອນ,

ທັງ​ຢູ່​ນໍາ​ບັນດາ​ອາສາສະໝັກ​ທີ່​ເຕັມໃຈ​ຢູ່​ນໍາ​ປະຊາຊົນ.

ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ!

“ທ່ານ​ຜູ້​ຂີ່​ລໍ​ຂາວ

ນັ່ງ​ຢູ່​ເທິງ​ຜ້າ​ປູ​ອານ,

ແລະ ທ່ານ​ຜູ້​ຍ່າງ​ຕາມ​ຫົນທາງ,

ຈົ່ງ​ຟັງ ສຽງ​ຂອງ​ພວກ​ນັກຮ້ອງ4 ທີ່​ບໍ່​ນ້ຳ.

ພວກເຂົາ​ເລົ່າ​ເຖິງ​ໄຊຊະນະ​ຂອງ​ພຣະເຈົ້າ​ຢາເວ,

ໄຊຊະນະ​ຂອງ​ຊາວ​ບ້ານ​ຂອງ​ພຣະອົງ5​ໃນ​ອິດສະຣາເອນ.

“ແລ້ວ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ

ລົງ​ມາ​ທີ່​ປະຕູ​ເມືອງ.

‘ຈົ່ງ​ຕື່ນ​ຂຶ້ນ, ຈົ່ງ​ຕື່ນ​ຂຶ້ນ, ເດໂບຣາ!

ຈົ່ງ​ຕື່ນ​ຂຶ້ນ, ຈົ່ງ​ຕື່ນ​ຂຶ້ນ, ເປັ່ງ​ສຽງ​ຮ້ອງ​ເພງ!

ລຸກ​ຂຶ້ນ, ບາຣັກ!

ລູກຊາຍ​ຂອງ​ອາບີໂນອາມ, ຈົ່ງ​ເອົາ​ຊະເລີຍ​ຂອງ​ເຈົ້າ​ໄປ’.

“ບັນດາ​ຄົນ​ຊັ້ນ​ສູງ​ຜູ້​ທີ່​ເຫລືອ​ຢູ່​ກໍ​ລົງ​ມາ;

ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ກໍ​ລົງ​ມາ​ຫາ​ຂ້ອຍ​ຕໍ່ສູ້​ຜູ້​ຍິ່ງໃຫຍ່.

ບາງຄົນ​ມາ​ຈາກ​ເອຟຣາອິມ ເຊິ່ງ​ຮາກເຫງົ້າ​ໃນ​ອາມາເຫລັກ;

ເບັນຢາມິນ​ຢູ່​ກັບ​ປະຊາຊົນ​ຜູ້​ທີ່​ຕິດ​ຕາມ​ເຈົ້າ.

ບັນດາ​ຜູ້ບັນຊາການ​ລົງ​ມາ​ຈາກ​ມາກີ

ຜູ້​ຖື​ໄມ້ຄ້ອນເຖົ້າ​ຂອງ​ຜູ້ບັນຊາການ​ກອງທັບ​ມາ​ຈາກ​ເຊບູໂລນ.

ເຈົ້ານາຍ​ແຫ່ງ​ອິດຊາຄາ​ຢູ່​ກັບ​ເດໂບຣາ;

ອິຊາຄາ​ຢູ່​ກັບ​ບາຣັກ,

ສົ່ງ​ໄປ​ທີ່​ຮ່ອມພູ​ພາຍໃຕ້​ຄໍາສັ່ງ​ຂອງ​ລາວ.

ຢູ່​ໃນ​ເຂດແດນ​ຂອງ​ຣູເບັນ

ກໍພາ​ກັນ​ຄິດ​ຢ່າງ​ໜັກ.

ເປັນຫຍັງ​ເຈົ້າ​ຈຶ່ງ​ອາໄສ​ຢູ່​ທ່າມກາງ​ຄອກ​ແກະ6

ເພື່ອ​ຟັງ​ສຽງ​ຜິວ​ປາກ​ເອີ້ນ​ຝູງແກະ​ບໍ?

ແຕ່​ໃນ​ເຂດແດນ​ຂອງ​ຣູເບັນ

ພາ​ກັນ​ຄິດ​ຢ່າງ​ໜັກ.

ກີເລອາດ​ຢູ່​ຟາກ​ແມ່ນ້ຳ​ຈໍແດນ​ພຸ້ນ.

ແລະ ດານ​ເປັນຫຍັງ​ຍັງ​ຢູ່​ຂ້າງ​ເຮືອ?

ອາເຊ​ຍັງ​ຢູ່​ເທິງ​ຊາຍ​ຝັ່ງ

ແລະ ອາໄສ​ຢູ່​ຕາມ​ຊາຍຝັ່ງ​ທະເລ​ຂອງ​ຕົນ.

ປະຊາຊົນ​ຂອງ​ເຊບູໂລນ​ສ່ຽງ​ຊີວິດ​ຂອງ​ພວກເຂົາ;

ເນັບທາລີ​ກໍ​ເຮັດ​ເຊັ່ນ​ດຽວ​ກັນ​ໃນ​ສະໜາມ​ຮົບ.

“ບັນດາ​ກະສັດ​ມາ​ຕໍ່ສູ້​ກັນ,

ບັນດາ​ກະສັດ​ແຫ່ງ​ການາອານ​ໄດ້​ສູ້ຕໍ່​ກັນ.

ທີ່​ຕາອານັກ, ໃກ້​ກັບ​ນໍ້າ​ຫ້ວຍ​ເມກິດໂດ,

ພວກເຂົາ​ບໍ່​ໄດ້​ປຸ້ນ​ເອົາ​ເງິນ​ໃດໆ​ເລີຍ.

ເທິງ​ທ້ອງຟ້າ ດວງດາວ​ທັງຫລາຍ​ໄດ້​ຕໍ່ສູ້​ກັນ,

ເທິງ​ວົງ​ໂຄຈອນ​ມາ​ຕໍ່ສູ້​ສີເສຣາ.

ແມ່ນ້ຳ​ກີໂຊນ​ກວາດລ້າງ​ພວກເຂົາ​ອອກ​ໄປ,

ແມ່ນ້ຳ​ກີໂຊນຄື ແມ່ນ້ຳ​ທີ່​ເກົ່າແກ່.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ, ຈົ່ງ​ບຸກໜ້າ​ໄປ; ຈົ່ງ​ເຂັ້ມແຂງ!

ແລະ ສຽງ​ມ້າ​ແລ່ນ​ກໍ​ດັງ​ສະໜັ່ນ,

ກີບ​ຕີນ​ຂອງ​ມັນ​ກໍໄປ​ແລ່ນ​ໄປ​ຢ່າງ​ເຂັ້ມແຂງ.

ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ກ່າວ ‘ສາບແຊ່ງ​ເມຣົດ

ສາບແຊ່ງ​ຊາວ​ເມືອງ​ນັ້ນ​ຢ່າງ​ຂົມຂື່ນ,

ເພາະ​ພວກເຂົາ​ບໍ່​ໄດ້​ມາ​ຊ່ວຍ​ພຣະເຈົ້າ​ຢາເວ,

ຊ່ວຍ​ພຣະເຈົ້າຢາເວ​ຕໍ່ສູ້​ຜູ້​ຍິ່ງໃຫຍ່’.

“ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່​ສຸດ​ຄື ນາງ​ຢາເອນ,

ເມຍ​ຂອງ​ເຮເບ​ຊາວ​ເກນິດ,

ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່​ສຸດ​ທີ່​ອາໄສ​ຢູ່​ໃນ​ຜ້າເຕັນ.

ລາວ​ຂໍ​ນ້ຳ ແລ້ວ​ນາງ​ກໍ​ໃຫ້​ນ້ຳນົມ​ແກ່​ລາວ,

ນາງ​ນຳ​ນົມ​ຂຸ້ນ​ໃສ່​ຖ້ວຍ​ທີ່​ງົດງາມ​ທີ່​ໃຊ້​ສໍາລັບ​ເຈົ້ານາຍ​ມາ​ໃຫ້​ລາວ.

ນາງ​ຢື້​ຈັບ​ຫລັກສຽບ​ຜ້າເຕັນ,

ມື​ຂວາ​ຂອງ​ນາງ​ນາງ​ຖື​ຄ້ອນຕີ​ຂອງ​ຊ່າງ​ໄມ້.

ນາງ​ຕີ​ສີເສຣາ ເຂົ້າ​ທີ່​ກະໂຫລກ​ຫົວ​ຂອງ​ລາວ,

ນາງ​ຕອກ​ຫລັກສຽບ​ຜ້າເຕັນ​ທະລຸ​ກະໂຫລກ​ຫົວ​ຂອງ​ລາວ​ຈົນ​ຊອດ.

ລາວ​ຈົມ​ລົງ​ທີ່​ຕີນ​ຂອງ​ນາງ

ລາວ​ລົ້ມ​ລົງ​ບ່ອນທີ່​ລາວ​ນອນ​ຢູ່.

ລາວ​ລົ້ມ​ລົງ, ລາວ​ຈົມ​ລົງ​ທີ່​ຕີນ​ຂອງ​ນາງ

ລາວ​ລົ້ມ​ລົງ​ຕາຍ​ຢູ່​ໃນ​ທີ່ນັ້ນ.

“ແມ່​ຂອງ​ສີເສຣາ​ກໍ​ເຝົ້າ​ເບິ່ງ​ທາງ​ປ່ອງຢ້ຽມ​ອອກ​ມາ

ທາງ​ຫລັງ​ຕະໜ່າງ​ນາງກໍ​ສົ່ງສຽງ​ຮ້ອງໄຫ້​ວ່າ,

‘ເປັນຫຍັງ​ລົດຮົບ​ຂອງ​ລາວ​ຈຶ່ງ​ກັບ​ມາ​ຊ້າ?

ເປັນຫຍັງ​ລໍ້​ຂອງ​ລົດຮົບ​ຂອງ​ລາວ​ຈຶ່ງແລ່ນ​ຊ້າ?’

ພວກ​ແມ່ຍິງ​ທີ່​ສະຫລາດ​ໃນ​ບັນດາ​ສະຕີ​ຂອງ​ນາງ​ກໍ​ຕອບ​ນາງ;

ແທ້ຈິງ​ແລ້ວ ນາງ​ຍັງ​ເວົ້າ​ຕໍ່​ຕົນ​ເອງ​ວ່າ

‘ພວກເຂົາ​ຍັງ​ຫາ​ບໍ່​ພົບ ແລະ ກໍາລັງ​ແບ່ງປັນ​ສິ່ງຂອງ​ທີ່​ທ້ອນໂຮມ​ມາ​ໄດ້

ມີ​ຍິງ​ຄົນໜຶ່ງ​ຫລື​ສອງ​ຄົນ​ຕໍ່​ຊາຍ​ໜຶ່ງ,

ສີເສຣາ​ປຸ້ນ​ໄດ້​ເສື້ອຜ້າ​ສີສັນ​ງົດງາມ,

ເສື້ອຜ້າ​ສີສັນ​ງົດງາມ​ທີ່​ແສ່ວ​ລວດ​ລາຍ,

ມີ​ຜ້າ​ພັນ​ຄໍ​ທີ່​ແສ່ວ​ລວດ​ລາຍ​ສຳລັບ​ຂ້ອຍ

ທັງໝົດ​ນີ້​ເປັນ​ຂອງ​ທີ່​ປຸ້ນ​ມາ’

“ຂ້າ​ແດ່​ພຣະເຈົ້າຢາເວ! ຂໍ​ໃຫ້​ສັດຕູ​ທັງໝົດ​ຂອງ​ພຣະອົງ​ຈິບຫາຍ​ໄປ

ແຕ່​ຂໍ​ໃຫ້​ທຸກຄົນ​ຜູ້​ທີ່​ຮັກ​ພຣະອົງ​ເປັນ​ເໝືອນດັ່ງ​ດວງຕາເວັນ

ເມື່ອ​ມັນ​ຂຶ້ນ​ມາ​ຢ່າງ​ແຮງ​ກ້າ”.

ແລ້ວ​ແຜ່ນດິນ​ກໍ​ໄດ້​ສະຫງົບ​ສຸກ​ເປັນ​ເວລາ​ສີ່ສິບ​ປີ.

Source notes (6)
  1. Footnote ຫລື ຂອງ
  2. Footnote ຫລື ນັກຮົບ
  3. Footnote ຫລື ທ່ານ
  4. Footnote ຫລື ນັກ​ທະນູ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  5. Footnote ຫລື ຊາວ​ບ້ານ
  6. Footnote ຫລື ຖົງ​ສຳ​ພາລະ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.