Biblica® Open Lao Contemporary Version
ພວກຜູ້ປົກຄອງ 6
ກິເດໂອນ
ຊາວອິດສະຣາເອນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະອົງມອບພວກເຂົາໄວ້ໃນມືຂອງຊາວມີດີອານເປັນເວລາເຈັດປີ. ເພາະວ່າຊາວມີດີອານມີກຳລັງເຂັ້ມແຂງ ແລະ ໄດ້ກົດຂີ່ພວກເຂົາ ຈົນຊາວອິດສະຣາເອນຕ້ອງໄປຫາບ່ອນຫລົບລີ້ຢູ່ໃນຕາມຫລືບພູເຂົາ, ໃນຖ້ຳ ແລະ ບ່ອນປອດໄພຕ່າງໆ. ເມື່ອໃດກໍຕາມທີ່ຊາວອິດສະຣາເອນປູກພືດຜົນ, ຊາວມີດີອານ, ຊາວອາມາເຫລັກ ແລະ ປະຊາຊົນອື່ນໆທີ່ຢູ່ທາງຕາເວັນອອກກໍມາບຸກລຸກປະເທດ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ໃນດິນແດນ ແລະ ທຳລາຍພືດຜົນຕະຫລອດທາງໄປເຖິງກາຊາ ແລະ ສິ່ງມີຊີວິດກໍບໍ່ຈັກຢ່າງໃຫ້ຊົນຊາດອິດສະຣາເອນບໍ່ວ່າ: ແກະ, ງົວ ແລະ ລໍ. ພວກເຂົາໄດ້ເຂົ້າມາພ້ອມກັບຝູງສັດ ແລະ ຜ້າເຕັນ ຂອງພວກເຂົາເປັນເໝືອນດັ່ງຝູງຕັກແຕນ ທັງຄົນກັບອູດຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້; ພວກເຂົາໄດ້ບຸກລຸກເຂົ້າມາເພື່ອທຳລາຍລ້າງດິນແດນ. ຊາວມີດີອານເຮັດໃຫ້ຊາວອິດສະຣາເອນທຸກຍາກລໍາບາກຈົນພວກເຂົາໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍ.
ເມື່ອຊາວອິດສະຣາເອນໄດ້ຮ້ອງຫາພຣະເຈົ້າຢາເວເພາະຊາວມີດີອານ ພຣະອົງສົ່ງໃຊ້ຜູ້ທຳນວາຍຄົນໜຶ່ງມາບອກເຂົາວ່າ “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບຄື: ອອກມາຈາກດິນແດນຂອງການເປັນຂ້າທາດ. ເຮົາໄດ້ກອບກູ້ພວກເຈົ້າຈາກມືຂອງຊາວເອຢິບ. ແລະ ອອກຈາກມືຂອງພວກຜູ້ທີ່ກົດຂີ່ຂອງພວກເຈົ້າ; ເຮົາຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ ແລະ ມອບດິນແດນຂອງພວກເຂົາໃຫ້ພວກເຈົ້າ. ເຮົາໄດ້ບອກພວກເຈົ້າແລ້ວວ່າ, ‘ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຢ່າຂາບໄຫວ້ບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່’. ແຕ່ພວກເຈົ້າກໍໄດ້ບໍ່ຟັງເຮົາ”.
ເທວະດາຂອງພຣະເຈົ້າຢາເວມາ ແລະ ນັ່ງຢູ່ກ້ອງຕົ້ນໂອກໃນໂອຟະຣາ ເຊິ່ງເປັນທີ່ດິນຂອງໂຢອາດ ຄົນຕະກຸນອາບີເອເຊ, ກີເດໂອນເປັນລູກຊາຍຂອງໂຢອາດກຳລັງຟາດເຂົ້າຢູ່ໃນບ່ອນທີ່ມີອ່າງຢຽບໝາກອະງຸ່ນ ເພື່ອບໍ່ໃຫ້ຊາວມີດີອານເຫັນ. ເທວະດາຂອງພຣະເຈົ້າຢາເວໄດ້ປາກົດຕໍ່ກິເດໂອນ ແລະ ກ່າວວ່າ “ນັກຮົບຜູ້ຍິ່ງໃຫຍ່ ພຣະເຈົ້າຢາເວຢູ່ກັບເຈົ້າ”.
ກີເດໂອນຕອບວ່າ “ດ້ວຍຄວາມເຄົາລົບ ເຈົ້ານາຍຂອງຂ້ານ້ອຍ ແຕ່ຖ້າພຣະເຈົ້າຢາເວຢູ່ກັບພວກຂ້ານ້ອຍ, ເປັນຫຍັງເຫດການທັງໝົດນີ້ຈຶ່ງເກີດຂຶ້ນກັບພວກຂ້ານ້ອຍ? ການອັດສະຈັນຕ່າງທີ່ບັນພະບຸລຸດຂອງພວກຂ້ານ້ອຍເລົ່າໃຫ້ຟັງນັ້ນຢູ່ໃສ, ພວກເພິ່ນເວົ້າວ່າ ‘ພຣະເຈົ້າຢາເວໄດ້ນຳພາພວກເພິ່ນອອກມາຈາກເອຢິບບໍ່ແມ່ນບໍ?’ ແຕ່ບັດນີ້ພຣະເຈົ້າຢາເວໄດ້ປະຖິ້ມພວກຂ້ານ້ອຍ ແລະ ມອບພວກຂ້ານ້ອຍເຮົາໄວ້ໃນກໍາມືຂອງຊາວມີດີອານ”.
ພຣະເຈົ້າຢາເວກໍໄດ້ຫັນກັບມາຫາລາວ ແລະ ກ່າວວ່າ “ຈົ່ງໄປດ້ວຍກຳລັງທີ່ເຈົ້າມີຢູ່ ແລະ ຊ່ວຍອິດສະຣາເອນໃຫ້ພົ້ນຈາກມືຂອງຊາວມີດີອານ. ເຮົາໃຊ້ເຈົ້າໄປບໍ່ແມ່ນບໍ?”
ແຕ່ກີເດໂອນຕອບວ່າ, “ເຈົ້ານາຍຂອງຂ້ານ້ອຍ, ແຕ່ຂ້ານ້ອຍຈະໄປຊ່ວຍກູ້ອິດສະຣາເອນໄດ້ແນວໃດ? ຕະກຸນຂອງຂ້ານ້ອຍເປັນຕະກຸນທີ່ອ່ອນແອທີ່ສຸດໃນເຜົ່າມານາເຊ ແລະ ຂ້ານ້ອຍກໍເປັນຜູ້ເລັກນ້ອຍທີ່ສຸດໃນຄອບຄົວ”.
ພຣະເຈົ້າຢາເວຕອບລາວວ່າ “ເຮົາຈະຢູ່ກັບເຈົ້າ ແລະ ເຈົ້າຈະຂ້າຊາວມີດີອານທັງໝົດບໍ່ເຫລືອຈັກຄົນ”.
ກີເດໂອນຕອບວ່າ, “ບັດນີ້ ຖ້າພຣະອົງພໍໃຈໃນຕົວຂ້ານ້ອຍ, ຂໍໃຫ້ເຮັດໝາຍສຳຄັນໃຫ້ແກ່ຂ້ານ້ອຍ ເພື່ອສະແດງວ່າເປັນພຣະອົງແທ້ໆທີ່ກຳລັງກ່າວກັບຂ້ານ້ອຍ. ຂໍຢ່າຟ້າວໜີໄປຈົນກວ່າຂ້ານ້ອຍຈະກັບມາ ແລະ ນຳເອົາເຄື່ອງບູຊາຂອງຂ້ານ້ອຍມາ ແລະ ຕັ້ງຕໍ່ໜ້າພຣະອົງ”.
ແລະ ພຣະເຈົ້າຢາເວກ່າວວ່າ, “ເຮົາຈະລໍຖ້າຈົນເຈົ້າກັບມາ”.
ກີເດໂອນກັບເຂົ້າໄປຈັດແຈງລູກແບ້ໜຸ່ມໂຕໜຶ່ງ ແລະ ເອົາແປ້ງປະມານ 22 ລີດ1ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ເອົາຊີ້ນໃສ່ກະຕ່າ ແລະ ນ້ຳແກງໃສ່ໝໍ້ມານໍາເອົາສິ່ງເຫລົ່ານີ້ມາ ແລະ ຖວາຍແກ່ພຣະອົງທີ່ກ້ອງຕົ້ນໂອກ.
ເທວະດາຂອງພຣະເຈົ້າກ່າວກັບກີເດໂອນວ່າ, “ຈົ່ງເອົາຊີ້ນ ແລະ ເຂົ້າຈີ່ບໍ່ມີເຊື້ອແປ້ງວາງໄວ້ເທິງຫີນກ້ອນນີ້ ແລະ ຖອກນ້ຳແກງໃສ່”. ແລ້ວກີເດໂອນກໍປະຕິບັດຕາມ. ຫລັງຈາກນັ້ນເທວະດາຂອງພຣະເຈົ້າຢາເວກໍເອົາໄມ້ຄ້ອນເທົ້າແຕະຕ້ອງຊີ້ນ ແລະ ເຂົ້າຈີ່ບໍ່ມີເຊື່ອແປ້ງນັ້ນ. ໄຟກໍລຸກຂຶ້ນຈາກກ້ອນຫີນໄໝ້ຊີ້ນ ແລະ ເຂົ້າຈີ່ຈົນໝົດ. ແລ້ວເທວະດາຂອງພຣະເຈົ້າຢາເວກໍຫາຍໄປ. ເມື່ອກີເດໂອນຮູ້ໄດ້ວ່ານັ້ນແມ່ນເທວະດາຂອງພຣະເຈົ້າຢາເວ, ລາວຈຶ່ງຮ້ອງຂຶ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງອະທິປະໄຕ! ຂ້ານ້ອຍໄດ້ເຫັນເທວະດາຂອງພຣະເຈົ້າຢາເວໜ້າຕໍ່ໜ້າແລ້ວ!”
ແຕ່ພຣະເຈົ້າຢາເວກ່າວກັບກີເດໂອນວ່າ “ຈົ່ງມີສັນຕິສຸກ! ຢ່າຢ້ານເລີຍ. ເຈົ້າຈະບໍ່ຕາຍ”.
ດັ່ງນັ້ນ ກີເດໂອນຈຶ່ງສ້າງແທ່ນບູຊາຂຶ້ນຢູ່ທີ່ນັ້ນຖວາຍແກ່ພຣະເຈົ້າຢາເວ ແລະ ເອີ້ນບ່ອນນັ້ນວ່າ “ອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກ”. ແທ່ນບູຊານີ້ຍັງຕັ້ງຢູ່ໃນໂອຟະຣາ ເຊິ່ງເປັນທີ່ດິນຂອງຕະກຸນອາບີເອເຊຈົນເຖິງທຸກວັນນີ້.
ໃນຄືນນັ້ນ ພຣະເຈົ້າຢາເວກ່າວກັບກີເດໂອນວ່າ, “ຈົ່ງນຳເອົາງົວເຖິກຈາກຝູງສັດຂອງພໍ່ຂອງເຈົ້າມາສອງໂຕ, ງົວອີກໂຕໜຶ່ງມີອາຍຸເຈັດປີ.2 ຈົ່ງທຸບແທ່ນບູຊາພະບາອານຂອງພໍ່ ແລະ ຈົ່ງຕັດເສົາເຈົ້າແມ່ອາເຊຣາ3 ທີ່ຢູ່ຂ້າງໆລົງ. ຈາກນັ້ນ ຈົ່ງສ້າງແທ່ນບູຊາທີ່ເໝາະສົມ4 ສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຂຶ້ນທີ່ເທິງຈອມໂພນນີ້. ຈົ່ງນໍາໃຊ້ເສົານັ້ນຂອງເຈົ້າແມ່ອາເຊຣາທີ່ເຈົ້າໄດ້ຕັດລົງ ເປັນຟືນເຜົາງົວເຖິງໂຕທີສອງ5 ເປັນເຄື່ອງເຜົາບູຊາ”.
ກີເດໂອນຈຶ່ງເອົາຄົນຮັບໃຊ້ຂອງລາວສິບຄົນມານໍາ ແລະ ເຮັດຕາມພຣະເຈົ້າຢາເວໄດ້ບອກລາວ. ແຕ່ຍ້ອນລາວຢ້ານສະມາຊິກໃນຄອບຄົວ ແລະ ຊາວເມືອງນັ້ນ, ລາວບໍ່ເຮັດໃນຕອນກາງເວັນ ຈຶ່ງເຮັດໃນເວລາກາງຄືນ.
ຕອນເຊົ້າຂອງມື້ຕໍ່ມາ ເມື່ອປະຊາຊົນຕື່ນຂຶ້ນ ກໍພົບວ່າແທ່ນບູຊາພະບາອານໄດ້ຖືກທຳລາຍ ພ້ອມທັງເສົາເຈົ້າແມ່ອາເຊຣາກໍຖືກຕັດລົງຢູ່ຂ້າງ ແລະ ມີງົວເຖິງໂຕທີສອງເຜົາບູຊາເທິງແທ່ນບູຊາທີ່ຫາກໍ່ສ້າງຂຶ້ນມາໃໝ່ນັ້ນ!
ພວກເຂົາຈຶ່ງຖາມກັນວ່າ, “ຜູ້ໃດເຮັດສິ່ງນີ້?”
ເມື່ອພວກເຂົາສືບຫາຢ່າງຖີ່ຖ້ວນ ພວກເຂົາຈຶ່ງຮູ້ວ່າ “ແມ່ນກີເດໂອນລູກຊາຍຂອງໂຢອາດເປັນຄົນເຮັດ”.
ປະຊາຊົນໃນເມືອງນັ້ນຮຽກຮ້ອງຕໍ່ໂຢອາດວ່າ, “ເອົາລູກຊາຍຂອງເຈົ້າອອກມາ. ລາວຈະຕ້ອງຕາຍ, ເພາະລາວໄດ້ທັບແທ່ນບູຊາຂອງພະບາອານລົງ ແລະ ໄດ້ຕັດເສົາຂອງເຈົ້າແມ່ອາເຊຣາຢູ່ຂ້າງນັ້ນລົງ”.
ແຕ່ໂຢອາດຕອບຝູງຊົນທີ່ກຳລັງລ້ອມລາວວ່າ, “ພວກເຈົ້າຈະແກ້ແທນພະບາອານຊັ້ນບໍ? ພວກເຈົ້າກໍາລັງພະຍາຍາມຊ່ວຍພະນັ້ນບໍ? ຜູ້ໃດກໍຕາມທີ່ຕໍ່ສູ້ພະບາອານເພື່ອຈະຕ້ອງຖືກຂ້າຕາຍພາຍໃນເຊົ້າມື້ນີ້! ຖ້າບາອານເປັນພະຕົນໜຶ່ງແທ້, ໃຫ້ລາວປົກປ້ອງຕົນເອງ ເມື່ອມີຄົນມາທັບແທ່ນບູຊາຂອງລາວລົງ”. ດັ່ງນັ້ນ ແຕ່ນັ້ນມາ ພວກເຂົາຈຶ່ງເອີ້ນກີເດໂອນວ່າ ເຢຣຸບບາອານ6 ຍ້ອນກີເດໂອນໄດ້ທັບແທ່ນບູຊາຂອງພະບາອານລົງ, ເພາະໂຢອາດກ່າວວ່າ, “ໃຫ້ພະບາອານຕໍ່ສູ້ກັບລາວ”.
ຈາກນັ້ນ ພວກຊາວມີດີອານ, ຊາວອາມາເຫລັກ ແລະ ຊົນຊາດອື່ນໆທາງຕາເວັນອອກ ລວມກຳລັງກັນ ແລະ ໄດ້ຂ້າມແມ່ນ້ຳຈໍແດນມາຕັ້ງຄ້າຍຢູ່ທີ່ຮ່ອມພູຢິດຊະເຣນ. ແລ້ວພຣະວິນຍານຂອງພຣະເຈົ້າຢາເວລົງມາເໜືອກີເດໂອນ, ແລ້ວລາວກໍເປົ່າແກເອີ້ນເອົາຊາວອາບີເອເຊໃຫ້ຕິດຕາມລາວໄປ. ລາວຍັງສົ່ງຜູ້ນຳຂ່າວໄປທົ່ວເຂດມານາເຊ, ອາເຊ, ເຊບູໂລນ ແລະ ເນັບທາລີອີກດ້ວຍ, ເພື່ອເອີ້ນພວກເຂົາໃຫ້ຮວບຮວມກຳລັງ ແລະ ພວກເຂົາກໍຕອບຮັບ, ດັ່ງນັ້ນ ພວກເຂົາກໍຂຶ້ນໄປພົບພວກຕົນ.
ກີເດໂອນໄດ້ກ່າວຕໍ່ພຣະເຈົ້າວ່າ, “ຖ້າພຣະອົງຈະໃຊ້ຂ້ານ້ອຍຊ່ວຍອິດສະຣາເອນແທ້ໆຕາມທີ່ພຣະອົງໄດ້ສັນຍາໄວ້ ເບິ່ງແມ, ຂ້ານ້ອຍຈະວາງຂົນແກະໄວ້ເທິງບ່ອນຟາດເຂົ້າ ຖ້ານໍ້າໝອກຕົກໃຫ້ຖືກແຕ່ຂົນແກະ ແລະ ໃຫ້ພື້ນດິນທັງໝົດແຫ້ງ, ແລ້ວຂ້ານ້ອຍກໍຈະຮູ້ໄດ້ວ່າ ພຣະອົງຈະຊ່ວຍອິດສະຣາເອນດ້ວຍມືຂອງຂ້ານ້ອຍຕາມທີ່ພຣະອົງໄດ້ກ່າວໄວ້”. ແລ້ວກໍເປັນໄປຢ່າງນັ້ນ ມື້ຕໍ່ມາເມື່ອກີເດໂອນຕື່ນແຕ່ເຊົ້າ; ລາວກໍປັ້ນຂົນແກະ ແລະ ປັ້ນຂົນແກະໄດ້ນໍ້າຈົນເຕັມຊາມ.
ແລ້ວກີເດໂອນກໍກ່າວຕໍ່ພຣະເຈົ້າວ່າ, “ຂໍຢ່າໂກດຮ້າຍຕໍ່ຂ້ານ້ອຍເລີຍ. ຂ້ານ້ອຍຂໍອີກເທື່ອໜຶ່ງເທົ່ານັ້ນ. ຂໍໃຫ້ຂ້ານ້ອຍໄດ້ທົດສອບກັບຂົນແກະອີກເທື່ອໜຶ່ງ, ແຕ່ເທື່ອນີ້ຂໍເຮັດໃຫ້ຂົນແກະແຫ້ງ ແລະ ເຮັດໃຫ້ນ້ຳໝອກຕົກໃສ່ພື້ນດິນ”. ໃນຄືນນັ້ນພຣະເຈົ້າເຮັດຕາມທີ່ລາວໄດ້ຂໍ ຂົນແກະແຫ້ງ; ແຕ່ພື້ນດິນປຽກໄປດ້ວຍນ້ຳໝອກ.
Source notes (6)
- Footnote ພາສາເຮັບເຣີວ່າ ໜຶ່ງເອຟາ
- Footnote ຫລື ຈົ່ງນຳງົວທີ່ໃຫຍ່ເຕັມທີ່
- Footnote ຄື ສັນຍະລັກຂອງເຈົ້າແມ່ອາເຊຣາ ເຊັ່ນດຽວກັບທີ່ອື່ນໆ ໃນພະທຳພວກຜູ້ປົກຄອງ
- Footnote ຫລື ເອົາແຜ່ນຫີນມາລຽງຊ້ອນກັນຂຶ້ນເປັນແທ່ນບູຊາ
- Footnote ຫລື ທີ່ໃຫຍ່ເຕັມທີ່ ເຊັ່ນດຽວກັບຂໍ້ 28
- Footnote ແປວ່າ ໃຫ້ບາອານຕໍ່ສູ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.