Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 7

ກີເດໂອນ​ຊະນະ​ຊາວ​ມີດີອານ

ໃນ​ຕອນ​ເຊົ້າ​ໆ ເຢຣຸບບາອານ (ຄື​ກີເດໂອນ) ແລະ ຄົນ​ຂອງ​ລາວ​ທັງໝົດ​ອອກ​ມາ​ຕັ້ງ​ຄ້າຍ​ທີ່​ບໍ່​ນໍ້າ​ຮາໂຣດ. ຄ້າຍ​ຂອງ​ຊາວ​ມີດີອານ​ຕັ້ງ​ຢູ່​ໃນ​ຮ່ອມພູ​ທາງ​ເໜືອ​ຂອງ​ພວກເຂົາ ເຊິ່ງ​ໃກ້​ເນີນພູ​ໂມເຣ. ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ກີເດໂອນ​ວ່າ, “ເຈົ້າ​ມີ​ກຳລັງ​ຄົນ​ຫລາຍ​ເກີນ​ໄປ. ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ຊະນະ​ຊາວ​ມີດີອານ​ດ້ວຍ​ມື​ຂອງ​ພວກເຂົາ, ເພື່ອ​ຊາວ​ອິດສະຣາເອນ​ຈະ​ບໍ່​ໂອ້ອວດ​ຕໍ່​ເຮົາ​ວ່າ, ພວກຕົນ​ໄດ້​ຊ່ວຍ​ດ້ວຍ​ກຳລັງ​ຂອງ​ພວກຕົນ​ເອງ ດັ່ງນັ້ນ ຈົ່ງ​ປະກາດ​ແກ່​ກອງທັບ​ວ່າ ‘ຜູ້ໃດ​ຢ້ານ​ໃຫ້​ກັບ​ຄືນ​ເມືອ ແລະ ອອກ​ໄປ​ຈາກ​ພູ​ກີເລອາດ’ ”. ດັ່ງນັ້ນ ຈຶ່ງ​ມີ​ຊາວສອງພັນ​ຄົນ​ກັບ​ບ້ານ, ຍັງ​ເຫລືອ​ຢູ່​ສິບພັນ​ຄົນ.

ແຕ່​ພຣະເຈົ້າຢາເວ​ກໍ​ກ່າວ​ກັບ​ກີເດໂອນ​ວ່າ, “ຍັງ​ມີ​ຄົນ​ຫລາຍ​ເກີນ​ໄປ. ຈົ່ງ​ພາ​ພວກເຂົາ​ລົງ​ໄປ​ທີ່​ນ້ຳ ແລະ ເຮົາ​ຈະ​ເລືອກ​ພວກເຂົາ​ໃຫ້​ເຈົ້າ​ຢູ່ທີ່ນັ້ນ. ຖ້າ​ເຮົາ​ວ່າ ‘ຄົນ​ນີ້​ຈະ​ໄປ​ກັບ​ເຈົ້າ’ ລາວ​ກໍ​ຈະ​ໄປ ແຕ່​ຖ້າ​ເຮົາ​ບອກວ່າ ‘ຄົນ​ນີ້​ຈະ​ບໍ່​ໄປ​ກັບ​ເຈົ້າ’ ລາວ​ກໍ​ຈະ​ບໍ່​ໄປ”.

ດັ່ງນັ້ນ ກີເດໂອນ​ຈຶ່ງ​ພາ​ຄົນ​ຂອງ​ລາວ​ລົງ​ມາ​ທີ່​ນ້ຳ. ພຣະເຈົ້າ​ຢາເວ​ກ່າວ​ກັບ​ລາວ​ຢູ່ທີ່​ນັ້ນ​ວ່າ, “ຈົ່ງ​ແຍກ​ພວກ​ທີ່​ເອົາ​ມື​ຂອງ​ພວກເຂົາ​ກອບ​ນໍ້າ​ຂຶ້ນ​ມາ​ເລຍ​ນ້ຳ​ເໝືອນ​ໝາ​ອອກ​ຈາກ​ພວກ​ທີ່​ຄຸເຂົ່າ​ລົງ​ດື່ມນໍ້າ”. ມີ​ພຽງ​ສາມ​ຮ້ອຍ​ກອບ​ນໍ້າ​ຂຶ້ນ​ມາ​ເລຍ​ນ້ຳ​ເໝືອນ​ໝາ. ສ່ວນ​ທີ່​ເຫລືອ​ແມ່ນ​ພວກ​ທີ່​ຄຸເຂົ່າ​ລົງ​ດື່ມນໍ້າ.

ພຣະເຈົ້າ​ຢາເວ​ກ່າວ​ກັບ​ກີເດໂອນ​ວ່າ, “ເຮົາ​ຈະ​ຊ່ວຍ​ກູ້​ເອົາ​ເຈົ້າ ແລະ ມອບ​ຊາວ​ມີດີອານ​ໄວ້​ໃນ​ມື​ຂອງ​ເຈົ້າ​ດ້ວຍ​ຄົນ​ສາມ​ຮ້ອຍ​ຄົນ​ນີ້. ຈົ່ງ​ໃຫ້​ຄົນ​ອື່ນ​ທີ່​ເຫລືອ​ທັງໝົດ​ກັບ​ຄືນ​ເມືອ​ບ້ານ”. ສະນັ້ນ ກີເດໂອນ​ຈຶ່ງ​ສົ່ງ​ຊາວ​ອິດສະຣາເອນ​ທີ່​ເຫລືອ​ກັບ​ເມືອ ແຕ່​ສາມ​ຮ້ອຍ​ຄົນ​ຍັງ​ຢູ່, ເພື່ອ​ຮັກສາ​ອາຫານ​ກັບ​ແກ​ຂອງ​ພວກເຂົາ​ໄວ້.

ຊາວ​ມີດີອານ​ຕັ້ງ​ຄ້າຍ​ພັກ​ຢູ່​ດ້ານ​ລຸ່ມ​ກີເດໂອນ​ໃນ​ຮ່ອມພູ. ໃນ​ຄືນ​ນັ້ນ ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ກີເດໂອນ​ວ່າ, “ຈົ່ງ​ລຸກ​ຂຶ້ນ, ລົງ​ໄປ​ຕໍ່ສູ້​ກັບ​ຄ້າຍ​ນັ້ນ, ເພາະວ່າ​ເຮົາ​ກຳລັງ​ຈະ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່ກ້າ​ໂຈມຕີ, ຈົ່ງ​ລົງ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ມີດີອານ​ກັບ​ປູຣາ​ຄົນ​ຮັບໃຊ້​ຂອງ​ເຈົ້າ. ແລ້ວ​ຈົ່ງ​ຟັງ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເວົ້າ​ກັນ. ຫລັງຈາກນັ້ນ​ເຈົ້າ​ຈະ​ໄດ້​ຮັບ​ກຳລັງ​ໃຈ​ເພື່ອ​ຈະ​ໂຈມ​ຕີ​ຄ້າຍ​ນັ້ນ”. ສະນັ້ນ ລາວ ແລະ ປູຣາ​ຄົນ​ຮັບໃຊ້​ຂອງ​ລາວ ຈຶ່ງ​ລົງ​ໄປ​ທີ່​ດ້ານໜ້າ​ຂອງ​ຄ້າຍ. ຊາວ​ມີດີອານ, ຊາວ​ອາມາເຫລັກ ແລະ ຄົນ​ເຜົ່າ​ອື່ນໆ​ທັງໝົດ​ທາງ​ດ້ານ​ຕາເວັນ​ອອກ​ໄດ້​ຕັ້ງ​ຄ້າຍ​ຢູ່​ໃນ​ຮ່ອມພູ​ຢ່າງ​ໜາແໜ້ນ​ເໝືອນ​ດັ່ງ​ຝູງ​ຕັກແຕນ. ຝູງອູດ​ຂອງ​ພວກເຂົາ​ມີ​ຢ່າງ​ຫລວງຫລາຍ​ຈົນ​ນັບ​ບໍ່​ໄດ້​ເໝືອນດັ່ງ​ດິນຊາຍ​ຢູ່​ທີ່​ທະເລຊາຍ.

ພໍແຕ່​ກີເດໂອນ​ມາ​ຮອດ​ໃນ​ຂະນະ​ທີ່​ຊາຍ​ຄົນ​ໜຶ່ງ​ກຳລັງ​ເລົ່າເລື່ອງ​ຄວາມ​ຝັນ​ຂອງ​ລາວ​ໃຫ້​ໝູ່​ຟັງ. ລາວ​ກໍາລັງ​ເວົ້າ​ວ່າ “ຂ້າ​ໄດ້​ຝັນ​ວ່າ, ມີ​ເຂົ້າຈີ່​ບາເລ​ກ້ອນ​ກົມ​ໆ​ກ້ອນ​ໜຶ່ງ​ກິ້ງ​ເຂົ້າ​ມາ​ໃນ​ຄ້າຍ​ຂອງ​ຊາວ​ມີດີອານ. ເຂົ້າຈີ່​ນັ້ນ​ກິ້ງ​ມາ​ຕຳ​ຜ້າເຕັນ​ຢ່າງແຮງ​ຈົນ​ເຮັດ​ໃຫ້​ຢ່າງ​ແຮງ​ຈົນ​ເຕັນ​ລົ້ມ ແລະ ຫັກພັງ​ລົງ​ໝົດ”.

ໝູ່​ຂອງ​ລາວ​ຕອບ​ວ່າ “ນີ້​ຈະ​ເປັນ​ຢ່າງ​ອື່ນ​ບໍ່​ໄດ້ ນອກຈາກ​ເປັນ​ດາບ​ຂອງ​ກີເດໂອນ​ລູກຊາຍ​ຂອງ​ໂຢອາດ ຊາວ​ອິດສະຣາເອນ. ພຣະເຈົ້າ​ໄດ້​ມອບ​ຊາວ​ມີດີອານ ແລະ ຄ້າຍ​ທັງໝົດ​ໄວ້​ໃນ​ມື​ຂອງ​ລາວ​ແລ້ວ”.

ເມື່ອ​ກີເດໂອນ​ໄດ້​ຍິນ​ຄວາມ​ຝັນ ແລະ ຄວາມໝາຍ​ຂອງ​ຄວາມຝັນ​ນັ້ນ, ລາວ​ຈຶ່ງ​ຄຸ​ເຂົ່າ​ລົງ ແລະ ນະມັດສະການ​ພຣະເຈົ້າ. ຫລັງຈາກນັ້ນ​ລາວ​ກໍ​ໄດ້​ກັບ​ໄປ​ທີ່​ຄ້າຍ​ຂອງ​ອິດສະຣາເອນ ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຈຶ່ງ​ລຸກ​ຂຶ້ນ! ພຣະເຈົ້າ​ຢາເວ​ໄດ້​ມອບ​ຄ້າຍ​ຂອງ​ຊາວ​ມີດີອານ​ໄວ້​ໃນ​ມື​ຂອງ​ພວກເຈົ້າ​ແລ້ວ”. ກີເດໂອນ​ແບ່ງ​ຄົນ​ສາມ​ຮ້ອຍ​ຄົນ​ອອກ​ເປັນ​ສາມ​ກຸ່ມ, ລາວ​ແຈກ​ຢາຍ​ແກ​ກັບ​ໄຫ​ເປົ່າ​ໃຫ້​ພວກເຂົາ, ພ້ອມທັງ​ກະບອງ​ທີ່​ມີ​ໄຟ​ລຸກ​ຢູ່​ໃຫ້​ກັບ​ທຸກຄົນ.

ລາວ​ບອກ​ພວກເຂົາ​ວ່າ “ຈົ່ງ​ເບິ່ງ​ຂ້ອຍ ແລະ ຈົ່ງ​ເຮັດ​ຕາມ​ຂ້ອຍ​ທຸກ​ປະການ, ເມື່ອ​ຂ້ອຍ​ໄປ​ເຖິງ​ແຄມຄ້າຍ. ເມື່ອ​ຂ້ອຍ ແລະ ພວກ​ທີ່​ຢູ່​ຂ້ອຍ​ເປົ່າ​ແກ, ແລ້ວ​ພວກເຈົ້າ​ທຸກຄົນ​ທີ່​ອ້ອມ​ຄ້າຍ​ຈົ່ງ​ເປົ່າ​ແກ​ຂອງ​ພວກເຈົ້າ ແລະ ຮ້ອງຂຶ້ນ​ວ່າ, ‘ເພື່ອ​ພຣະເຈົ້າ​ຢາເວ ແລະ ເພື່ອ​ກີເດໂອນ’ ”.

ກີເດໂອນ ແລະ ຄົນ​ໜຶ່ງ​ຮ້ອຍ​ຄົນ​ທີ່​ຢູ່​ກັບ​ລາວ​ກໍ​ມາ​ຮອດ​ແຄມຄ້າຍ​ພໍ​ຮອດ​ທ່ຽງຄືນ, ຫລັງຈາກ​ທະຫານ​ເຝົ້າຍາມ​ໄດ້​ປ່ຽນ​ເວນຍາມ. ພວກເຂົາ​ກໍ​ເປົ່າ​ແກ​ຂຶ້ນ ແລະ ທຸບ​ໄຫ​ທີ່​ຢູ່​ໃນ​ມື​ຂອງ​ພວກເຂົາ. ທັງ​ສາມ​ກຸ່ມ​ກໍ​ເປົ່າ​ແກ ແລະ ທຸບ​ໄຫ. ມື​ຊ້າຍ​ຂອງ​ພວກເຂົາ​ຖື​ກະບອງ ແລະ ມື​ຂວາ​ຖື​ແກ ແລະ ຮ້ອງຂຶ້ນ​ວ່າ, “ດາບ​ເພື່ອ​ພຣະເຈົ້າ​ຢາເວ ແລະ ເພື່ອ​ກີເດໂອນ!” ຈາກນັ້ນ ພວກ​ທີ່​ຢືນ​ປະຈໍາການ​ຂອງ​ໃຜລາວ​ທີ່​ຢູ່​ອ້ອມ​ຄ້າຍ, ຊາວ​ມີດີອານ​ທັງໝົດ​ຈຶ່ງ​ແລ່ນ​ໜີ​ໄປ ພ້ອມທັງ​ສົ່ງ​ສຽງ​ຮ້ອງ​ເມື່ອ​ພວກເຂົາ​ໜີ​ໄປ.

ເມື່ອ​ຄົນ​ສາມ​ຮ້ອຍ​ຄົນ​ນັ້ນ​ກໍເປົ່າ​ແກ​ຂຶ້ນ​ດັງ, ພຣະເຈົ້າ​ຢາເວ​ບັນດານ​ໃຫ້​ພວກ​ມີດີອານ​ຫັນ​ມາ​ຕໍ່ສູ້​ກັນ​ເອງ. ແລ້ວ​ກອງທັບ​ຊາວ​ມີດີອານ​ໜີ​ໄປ​ທີ່​ເບັດ​ຊິດຕາ ເຊິ່ງ​ມຸ່ງໜ້າ​ໄປ​ເຊເຣຣາ​ໄປ​ຈົນເຖິງ​ເຂດ​ແດນຊາຍ​ຂອງ​ອາເບັນ​ເມໂຮລາ​ໃກ້​ຕັບບັດ. ຊາວ​ອິດສະຣາເອນ​ມາ​ຈາກ​ເນັບທາລີ, ອາເຊ ແລະ ມານາເຊ​ທັງໝົດ​ຖືກ​ເອີ້ນ​ໃຫ້​ອອກ​ມາ, ພວກເຂົາ​ໄລ່​ຕາມ​ຊາວ​ມີດີອານ ກີເດໂອນ​ໄດ້​ສົ່ງ​ຜູ້ນຳຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ເນີນພູ​ແຫ່ງ​ເອຟຣາອິມ​ວ່າ, “ຈົ່ງ​ລົງ​ມາ​ຕໍ່ສູ້​ກັບ​ຊາວ​ມີດີອານ ແລະ ໃຫ້​ຢຶດ​ທ່ານໍ້າ​ຂອງ​ແມ່ນໍ້າ​ຈໍແດນ​ໄປ​ຈົນ​ເຖິງ​ເບັດບາຣາ​ກ່ອນ​ພວກເຂົາ”.

ດັ່ງນັ້ນ ຄົນ​ເອຟຣາອິມ​ທັງໝົດ​ຈຶ່ງ​ຖືກ​ເອີ້ນ​ອອກ​ມາ ແລະ ພວກເຂົາ​ຢຶດ​ທ່ານໍ້າ​ຂອງ​ແມ່ນ້ຳ​ຈໍແດນ​ໄປ​ຈົນ​ເຖິງ​ເບັດບາຣາ. ພວກເຂົາ​ຍັງ​ຈັບ​ຜູ້ນຳ​ຊາວ​ມີດີອານ​ສອງ​ຄົນ​ໄດ້​ຄື ໂອເຣັບ ແລະ ເຊເອັບ. ພວກເຂົາ​ໄດ້​ຂ້າ​ໂອເຣັບ​ທີ່​ໂງ່ນຫີນ​ໂອເຣັບ ແລະ ຂ້າ​ເຊເອັບ​ຢູ່​ທີ່​ບ່ອນ​ບີບ​ໝາກ​ອະງຸ່ນ​ຂອງ​ເຊເອັບ. ພວກເຂົາ​ໄລ່​ຕາມ​ຊາວ​ມີດີອານ ແລະ ໄດ້​ນຳ​ຫົວ​ຂອງ​ໂອເຣັບ ແລະ ເຊເອັບ​ໄປ​ໃຫ້​ກີເດໂອນ​ຢູ່​ທີ່​ແຄມ​ແມ່ນ້ຳ​ຈໍແດນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.