Biblica® Open Lao Contemporary Version
ພວກຜູ້ປົກຄອງ 3
ຊົນຊາດຕ່າງໆເຫລົ່ານີ້ ພຣະເຈົ້າຢາເວປະໄວ້ ເພື່ອທົດສອບຊາວອິດສະຣາເອນທັງໝົດ ເຊິ່ງບໍ່ເຄີຍມີປະສົບການໃນການສູ້ຮົບມາກ່ອນໃນການາອານ (ພຣະອົງກະທໍາເຊັ່ນນີ້ເພື່ອທີ່ຈະສອນການສູ້ຮົບໃຫ້ແກ່ລູກຫຼານຂອງຊາວອິດສະຣາເອນທີ່ບໍ່ເຄີຍຜ່ານການສູ້ຮົບມາກ່ອນ) ຜູ້ປົກຄອງຫ້າຄົນຂອງຊາວຟີລິດສະຕິນມີດັ່ງນີ້: ຊາວການາອານທັງໝົດ, ຊາວຊີໂດນ ແລະ ຊາວຮີວີທີ່ອາໄສຢູ່ໃນພູເລບານອນຕັ້ງແຕ່ພູບາອານເຮີໂມນຈົນເຖິງເລໂບ ຮາມັດ.1 ຊົນຊາດເຫລົ່ານີ້ທີ່ຍັງເຫລືອຢູ່ນັ້ນ ເພື່ອທົດສອບຊາວອິດສະຣາເອນເບິ່ງວ່າພວກເຂົາຈະເຊື່ອຟັງຄໍາສັ່ງຂອງພຣະເຈົ້າຢາເວ ເຊິ່ງພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາຜ່ານທາງໂມເຊບໍ.
ຊາວອິດສະຣາເອນຈຶ່ງອາໄສຢູ່ທ່າມກາງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ. ພວກເຂົາໄດ້ເອົາລູກສາວຂອງພວກເຫລົ່ານັ້ນມາແຕ່ງງານນໍາ ແລະ ເອົາລູກສາວຂອງຕົນແຕ່ງງານກັບລູກຊາຍຂອງພວກເຂົາ ແລະ ຮັບໃຊ້ບັນດາພະຂອງພວກເຂົາ.
ໂອດນີເອນ
ຊາວອິດສະຣາເອນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ພວກເຂົາລືມໄຫຼພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ໄດ້ຮັບໃຊ້ພະບາອານ ແລະ ເຈົ້າແມ່ອາເຊຣາ ຄວາມໂກດຮ້າຍຂອງພຣະເຈົ້າຢາເວໄດ້ລຸກຂຶ້ນຕໍ່ສູ້ອິດສະຣາເອນ ດັ່ງນັ້ນ ພຣະອົງຂາຍພວກເຂົາໄວ້ໃນມືຂອງກະສັດກູຊານຣີຊາທາອິມແຫ່ງອາຣາມນາຮາຣາອິມ2 ເຊິ່ງຊາວອິດສະຣາເອນຕົກຢູ່ໃຕ້ອຳນາດຂອງພວກເຂົາເປັນເວລາແປດປີ ແຕ່ເມື່ອພວກເຂົາຮ້ອງຫາພຣະເຈົ້າຢາເວ, ພຣະອົງກໍຕັ້ງຜູ້ໜຶ່ງທີ່ຈະມາປົດປ່ອຍພວກເຂົາໃຫ້ພົ້ນ, ຊາຍຄົນນັ້ນແມ່ນໂອດນີເອນ ລູກຊາຍຂອງເກນາທີ່ເປັນນ້ອງຊາຍຂອງກາເລັບຜູ້ທີ່ຈະຊ່ວຍພວກເຂົາ. ພຣະວິນຍານຂອງພຣະເຈົ້າຢາເວຢູ່ເໜືອລາວ, ດັ່ງນັ້ນ ລາວຈຶ່ງເປັນພວກຜູ້ປົກຄອງ3ຂອງອິດສະຣາເອນ ແລະ ອອກໄປສູ້ຮົບ. ພຣະເຈົ້າຢາເວມອບກະສັດກູຊານຣີຊາທາອິມແຫ່ງອາຣາມໄວ້ໃນມືຂອງໂອດນີເອນ, ຜູ້ທີ່ເອົາຊະນະເພິ່ນ. ດັ່ງນັ້ນດິນແດນນີ້ຈຶ່ງມີຄວາມສະຫງົບສຸກເປັນເວລາສີ່ສິບປີ, ຈົນກະທັ້ງໂອດນີເອນລູກຊາຍຂອງເກນາໄດ້ຕາຍໄປ.
ເອຮຸດ
ຊາວອິດສະຣາເອນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວອີກ ແລະ ຍ້ອນພວກເຂົາໄດ້ສິ່ງທີ່ຊົ່ວຮ້າຍນີ້ ພຣະເຈົ້າຢາເວຈຶ່ງໃຫ້ກະສັດເອກໂລນແຫ່ງໂມອາບມີອຳນາດເໜືອອິດສະຣາເອນ. ຊາວອຳໂມນ ແລະ ຊາວອາມາເຫລັກກໍໄດ້ຮ່ວມມືກັນກັບເພິ່ນ ກະສັດເອກໂລນກໍມາໂຈມຕີອິດສະຣາເອນ ແລະ ຢຶດຄອງເມືອງແຫ່ງຕົ້ນປາມ4ໄດ້ ຊາວອິດສະຣາເອນຢູ່ພາຍໃຕ້ການປົກຄອງຂອງກະສັດເອກໂລນແຫ່ງໂມອາບເປັນເວລາສິບແປດປີ.
ຊາວອິດສະຣາເອນຮ້ອງຫາພຣະເຈົ້າຢາເວອີກ ແລະ ພຣະອົງກໍຕັ້ງຜູ້ໜຶ່ງທີ່ຈະມາປົດປ່ອຍພວກເຂົາໃຫ້ພົ້ນຄື ເອຮຸດ ຊາຍທີ່ຖະນັດມືຊ້າຍ, ເຊິ່ງເປັນລູກຊາຍຂອງເກຣາຊາວເບັນຢາມິນ. ຊາວອິດສະຣາເອນໃຫ້ລາວນຳເອົາເຄື່ອງບັນນາການໄປມອບແກ່ກະສັດເອກໂລນແຫ່ງໂມອາບ. ບັດນີ້ ເອຮຸດໄດ້ເຮັດດາບສອງຄົມດວງໜຶ່ງຍາວປະມານ 1 ສອກ5 ເຊິ່ງລາວມັດໄວ້ທີ່ຂາເບື້ອງຂວາໃຕ້ເຄື່ອງນຸ່ງຂອງລາວ. ລາວນຳເອົາເຄື່ອງບັນນາການໄປມອບໃຫ້ກະສັດເອກໂລນແຫ່ງໂມອາບ ເຊິ່ງເປັນຄົນທີ່ຕຸ້ຍຫລາຍ. ຫລັງຈາກ ເອຮຸດໄດ້ມອບເຄື່ອງບັນນາການແລ້ວ, ລາວກໍສົ່ງຜູ້ຄົນທີ່ແບກຫາມເຄື່ອງມານັ້ນກັບໄປ. ແຕ່ເມື່ອມາຮອດບ່ອນທີ່ຕັ້ງຮູບເຄົາລົບຕ່າງໆທີ່ເປັນຫີນ6 ໃກ້ກິນການລາວເອງກໍກັບມາຫາເອກໂລນ ແລະ ກ່າວວ່າ “ຂ້າແດ່ກະສັດ ຂ້ານ້ອຍມີຂໍ້ຄວາມລັບທີ່ຈະບອກທ່ານ”.
ກະສັດກ່າວກັບພວກຄົນຮັບໃຊ້ຂອງເພິ່ນວ່າ “ຈົ່ງໃຫ້ພວກເຮົາຢູ່ຕາມລຳພັງ!” ແລ້ວພວກເຂົາທຸກຄົນອອກໄປໝົດ.
ແລ້ວເອຮຸດຍ່າງເຂົ້າໄປຫາເພິ່ນ ໃນຂະນະທີ່ເພິ່ນນັ່ງຢູ່ຄົນດຽວຢູ່ໃນຫ້ອງຊັ້ນເທິງຂອງວັງຂອງເພິ່ນ7 ແລະ ກ່າວວ່າ “ຂ້ານ້ອຍມີຖ້ອຍຄໍາຈາກພຣະເຈົ້າທີ່ຈະບອກທ່ານ”. ເມື່ອກະສັດລຸກຂຶ້ນຈາກບ່ອນນັ່ງຂອງເພິ່ນ, ເອຮຸດຍ່າງເຂົ້າໄປໃກ້ໃຊ້ມືຊ້າຍຖອດດາບຈາກຂາເບື້ອງຂວາຂອງລາວອອກມາ ແລະ ແທງເຂົ້າທີ່ທ້ອງຂອງກະສັດ. ຈົນດ້າມຂອງດາບໄດ້ທະລຸຊອດໄປທາງຫລັງ ແລະ ເຄື່ອງໃນຂອງເພິ່ນໄຫຼອອກມາ. ເອຮຸດບໍ່ໄດ້ຖອດດາບອອກ ເພາະໄຂມັນຫຸ້ມດາບນັ້ນໄວ້. ແລ້ວເອຮຸດກໍອອກໄປທາງລະບຽງ8 ລາວປິດປະຕູຫ້ອງຊັ້ນເທິງ ແລະ ໃສ່ກະແຈໄວ້.
ຫລັງຈາກທີ່ລາວໄດ້ໜີໄປແລ້ວ, ພວກຄົນຮັບໃຊ້ກໍມາ ແລະ ເຫັນປະຕູຫ້ອງຊັ້ນເທິງໃສ່ກະແຈໄວ້. ພວກເຂົາເວົ້າວ່າ “ເພິ່ນຄົງຈະພັກຜ່ອນຢູ່ໃນຫ້ອງຊັ້ນໃນຂອງວັງ”. ພວກເຂົາລໍຖ້າດົນຈົນຮູ້ສຶກວຸ້ນວາຍໃຈ ແຕ່ເພິ່ນກໍບໍ່ໄດ້ເປີດປະຕູຫ້ອງອອກມາ, ພວກເຂົາຈຶ່ງເອົາກະແຈມາເປີດ. ພວກເຂົາກໍພົບເຈົ້ານາຍຂອງຕົນນອນເສຍຊີວິດຢູ່ທີ່ພື້ນ.
ໃນຂະນະທີ່ພວກເຂົາລໍຖ້າຢູ່ນັ້ນ ເອຮຸດໄດ້ຫລົບໜີໄປ ລາວຍ່າງຜ່ານຮູບເຄົາລົບເປັນຫີນ ແລະ ປົບໜີມາຮອດເສອີຣາ ເມື່ອລາວມາຮອດທີ່ນັ້ນ, ເອຮຸດກໍເປົ່າແກຢູ່ໃນເນີນພູແຫ່ງເອຟຣາອິມ, ແລ້ວຊາວອິດສະຣາເອນກໍລົງມາຈາກເນີນພູພ້ອມກັບລາວໂດຍມີລາວເປັນຜູ້ນຳໜ້າພວກເຂົາ.
ລາວສັ່ງວ່າ “ຈົ່ງຕາມຂ້ອຍມາ ເພາະພຣະເຈົ້າຢາເວໄດ້ມອບຊາວໂມອາບ, ສັດຕູຂອງພວກເຈົ້າໄວ້ໃນມືຂອງພວກເຈົ້າແລ້ວ”. ສະນັ້ນ ພວກເຂົາຈຶ່ງຕາມເອຮຸດລົງໄປ ແລະ ຢຶດແຄມທ່າຂອງແມ່ນໍ້າຈໍແດນເຊິ່ງນຳໄປສູ່ໂມອາບ; ພວກເຂົາຕັນບໍ່ໃຫ້ຜູ້ໃດຂ້າມໄປ. ໃນເວລານັ້ນ ພວກເຂົາຂ້າຊາວໂມອາບປະມານສິບພັນຄົນ, ເຊິ່ງພວກເຂົາລ້ວນແຕ່ເປັນຊາຍແຂງແຮງ ແລະ ມີກຳລັງໂດຍບໍ່ປ່ອຍໃຫ້ຜູ້ໃດໜີລອດໄປໄດ້ຈັກຄົນ. ຕັ້ງແຕ່ມື້ນັ້ນມາ ໂມອາບໄດ້ຢູ່ພາຍໃຕ້ການປົກຄອງຂອງອິດສະຣາເອນ, ແລ້ວແຜ່ນດິນກໍມີຄວາມສະຫງົບສຸກເປັນເວລາແປດສິບປີ.
ຊຳຄາ
ຕໍ່ຈາກເອຮຸດແມ່ນຊຳຄາ ລູກຊາຍຂອງອານາດ, ຜູ້ທີ່ໃຊ້ໄມ້ຕີງົວອັນດຽວຂ້າຊາວຟີລິດສະຕິນຫົກຮ້ອຍຄົນ. ລາວກໍໄດ້ຊ່ວຍອິດສະຣາເອນໄວ້ເຊັ່ນດຽວກັນ.
Source notes (8)
- Footnote ຫລື ເຖິງທາງເຂົ້າສູ່ຮາມັດ
- Footnote ຄື ເມໂຊໂປຕາເມຍຕະເວັນຕົກສຽງເໜືອ
- Footnote ຫລື ຜູ້ນຳ
- Footnote ຄື ເຢຣິໂກ
- Footnote ຄື ປະມານ 50 ຊັງຕິແມັດ
- Footnote ຫລື ເໝືອງຫີນ ເຊັ່ນດຽວກັບຂໍ້ 26
- Footnote ໃນພາສາຮີບລູວະລີນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.