Biblica® Open Lao Contemporary Version
ເອຊາຢາ 7
ໝາຍສຳຄັນຂອງເອມານູເອນ
ເມື່ອອາຮາດລູກຊາຍຂອງໂຢທາມ, ຫລານຊາຍຂອງອຸດຊີຢາ, ເປັນກະສັດແຫ່ງຢູດາຍ, ກະສັດເຣຊິນແຫ່ງອາຣາມ ແລະ ກະສັດເປກາແຫ່ງອິດສະຣາເອນ ລູກຊາຍຂອງເຣມາລີຢາກະສັດແຫ່ງອິດສະຣາເອນໄດ້ນໍາກອງທັບມາໂຈມຕີເຢຣູຊາເລັມ, ແຕ່ພວກເຂົາຢຶດເມືອງບໍ່ໄດ້.
ເມື່ອຂ່າວມາເຖິງເຊື້ອວົງຂອງດາວິດວ່າ, “ອາຣາມຮ່ວມເປັນພັນທະມິດກັບ1 ເອຟຣາອິມ”; ສະນັ້ນ ຈິດໃຈຂອງອາຮາດ ແລະ ປະຊາຊົນຂອງເພິ່ນກໍສັ່ນຢ້ານ, ດັ່ງຕົ້ນໄມ້ໃນປ່າສັ່ນສະທ້ານກາງພະຍຸ.
ແລ້ວພຣະເຈົ້າຢາເວກ່າວກັບເອຊາຢາວ່າ, “ເຈົ້າກັບເສອາຢາຊຸບ2 ລູກຊາຍຂອງເຈົ້າ, ຈົ່ງອອກໄປພົບກະສັດອາຮາດທີ່ປາຍທໍ່ນ້ຳຂອງອ່າງເກັບນ້ຳດ້ານເທິງ, ໃນທາງທີ່ຈະໄປລານຊັກລ້າງ. ຈົ່ງກ່າວກັບລາວວ່າ, ‘ໃຫ້ລະວັງ, ສະຫງົບຈິດໃຈ ແລະ ຢ່າຢ້ານເລີຍ. ຢ່າເສຍຂວັນເພາະດົ້ນຟືນທີ່ກຳລັງຈະມອດທັງສອງນີ້ ຄືຄວາມໂກດຮ້າຍອັນຮ້ອນແຮງຂອງກະສັດເຣຊິນແຫ່ງອາຣາມ ແລະ ຂອງລູກຊາຍເຣມາລີຢາ. ອາຣາມ, ເອຟຣາອິມ ແລະ ລູກຊາຍຂອງເຣມາລີຢາໄດ້ວາງແຜນທຳລາຍເຈົ້າ, ໂດຍເວົ້າກັນວ່າ, “ໃຫ້ພວກເຮົາບຸກຢູດາຍ; ຢຶດດິນແດນມາແບ່ງກັນທ່າມກາງພວກເຮົາ, ແລະ ຕັ້ງລູກຊາຍຂອງຕາເບເອນຂຶ້ນເປັນກະສັດປົກຄອງດິນແດນນີ້”. ແຕ່ພຣະເຈົ້າຢາເວຜູ້ຄອບຄອງກ່າວວ່າ:
“ ‘ມັນຈະບໍ່ເປັນດັ່ງນັ້ນ,
ມັນຈະບໍ່ເກີດຂຶ້ນ,
ເພາະຫົວຂອງອາຣາມຄືດາມັສກັດ,
ແລະ ຫົວຂອງດາມັສກັດຄືເຣຊິນເທົ່ານັ້ນ.
ເອຟຣາອິມກໍເຊັ່ນກັນ ພາຍໃນຫົກສິບຫ້າປີ
ຈະຖືກບຸກໂຈມຕີບໍ່ເຫລືອເປັນຊົນຊາດ.
ຫົວຂອງເອຟຣາອິມຄືຊາມາເຣຍ,
ແລະ ຫົວຂອງຊາມາເຣຍກໍເປັນພຽງລູກຊາຍຂອງເຣມາລີຢາ.
ຖ້າພວກເຈົ້າບໍ່ຕັ້ງໝັ້ນຄົງໃນຄວາມເຊື່ອ,
ພວກເຈົ້າກໍຈະບໍ່ສາມາດຢືນຢູ່ໄດ້’ ”.
ພຣະເຈົ້າຢາເວກ່າວກັບອາຮາດອີກຄັ້ງວ່າ, “ຈົ່ງຂໍໝາຍສຳຄັນຈາກພຣະເຈົ້າຢາເວພຣະເຈົ້າຂອງເຈົ້າ, ບໍ່ວ່າຈະຢູ່ໃນບ່ອນທີ່ເລິກທີ່ສຸດ ຫລື ໃນບ່ອນສູງທີ່ສຸດກໍໄດ້”.
ແຕ່ອາຮາດເວົ້າວ່າ, “ຂ້ານ້ອຍຈະບໍ່ຂໍ; ຂ້ານ້ອຍຈະບໍ່ທົດລອງພຣະເຈົ້າຢາເວ”.
ແລ້ວເອຊາຢາເວົ້າວ່າ, “ຈົ່ງຟັງ, ເຈົ້າຜູ້ເປັນເຊື້ອສາຍຂອງດາວິດ! ເຈົ້າທໍາລາຍຄວາມອົດທົນຂອງມະນຸດຍັງບໍ່ພໍບໍ? ເຈົ້າຈະພະຍາຍາມທໍາລາຍຄວາມອົດທົນຂອງພຣະເຈົ້ານໍາບໍ? ເຫດສະນັ້ນອົງພຣະຜູ້ເປັນເຈົ້າເອງຈະປະທານໝາຍສຳຄັນແກ່ເຈົ້າ:3 ຄືສາວບໍລິສຸດຄົນໜຶ່ງຈະຖືພາ ແລະ ເກີດລູກຊາຍ, ແລະ4 ຈະເອີ້ນລູກຊາຍນັ້ນວ່າເອມານູເອນ.5 ເມື່ອເພິ່ນໃຫຍ່ພໍທີ່ຈະກິນນໍ້ານົມ ແລະ ນ້ຳເຜິ້ງ ເມື່ອນັ້ນເພິ່ນຈະຮູ້ຈັກຖິ້ມສິ່ງທີ່ຜິດ ແລະ ເລືອກສິ່ງທີ່ຖືກ, ແຕ່ກ່ອນທີ່ເດັກນັ້ນຈະຮູ້ປະຕິເສດຄວາມຜິດ ແລະ ເລືອກສິ່ງທີ່ຖືກ, ດິນແດນຂອງກະສັດສອງອົງທີ່ເຈົ້າຢ້ານນັ້ນຈະຖືກຖິ້ມຮ້າງ. ພຣະເຈົ້າຢາເວຈະນຳກະສັດອັດຊີເຣຍມາຫາເຈົ້າ ແລະ ມາຫາປະຊາຊົນຂອງເຈົ້າ ແລະ ເຊື້ອສາຍພໍ່ຂອງເຈົ້າໃນໄລຍະເວລາທີ່ບໍ່ມີເວລາໃດເໝືອນ ນັບຕັ້ງແຕ່ເອຟຣາອິມແຍກໄປຈາກຢູດາຍ ພຣະອົງຈະນໍາເອົາກະສັດອັດຊີເຣຍມາ”.
ອັດຊີເຣຍ, ເຄື່ອງດົນຕີຂອງພຣະເຈົ້າຢາເວ
ໃນວັນນັ້ນພຣະເຈົ້າຢາເວຈະຜິວປາກເອີ້ນຝູງແມງໄມ້ຈາກແມ່ນໍ້ານິນຂອງເອຢິບ ແລະ ຝູງເຜິ້ງຈາກດິນແດນອັດຊີເຣຍມາ. ພວກມັນຈະມາລວມໂຕກັນຢູ່ທີ່ຫ້ວຍເລິກ ແລະ ໃນໂງ່ນຫີນ, ເໜືອຟຸ່ມໜາມ ແລະ ຕາມບໍ່ນ້ຳທຸກແຫ່ງ. ໃນວັນນັ້ນອົງພຣະຜູ້ເປັນເຈົ້າຈະໃຊ້ມີດແຖນີ້ ຄືກະສັດອັດຊີເຣຍທີ່ພຣະອົງຈ້າງມາຈາກອີກຟາກໜຶ່ງຂອງແມ່ນ້ຳເອີຟຣັດເພື່ອແຖຜົມ ແລະ ຂົນໜ້າແຂ່ງ, ແລະ ແຖໜວດເຄົາຂອງເຈົ້າ. ໃນວັນນັ້ນຊາຍຄົນໜຶ່ງຈະລ້ຽງງົວໜຸ່ມໂຕໜຶ່ງ ແລະ ແກະສອງໂຕໄວ້. ລາວຈະມີນໍ້ານົມກິນເພາະມັນໃຫ້ນ້ຳນົມຫລາຍ, ຄົນທັງປວງທີ່ເຫລືອຢູ່ໃນດິນແດນນັ້ນຈະກິນນໍ້ານົມ ແລະ ນ້ຳເຜິ້ງ. ໃນວັນນັ້ນທຸກແຫ່ງທີ່ມີຕົ້ນອະງຸ່ນພັນຕົ້ນທີ່ມີມູນຄ່າເປັນເງິນໜັກພັນເຊເຂວ,6 ຈະມີແຕ່ກົກໜາມ ແລະ ພຸ່ມໄມ້. ພວກນາຍພານຈະຖືຄັນທະນູ ແລະ ລູກທະນູໄປທີ່ນັ້ນ, ເພາະທັງດິນແດນຈະມີພຸ່ມໄມ້ ແລະ ໜາມປົກຄຸມ. ເນີນພູຕ່າງໆ ທີ່ຄັ້ງໜຶ່ງເຄີຍໃຊ້ເພື່ອຂຸດ ແລະ ປູກຝັງ, ຈະບໍ່ມີຜູ້ໃດກ້າໄປທີ່ນັ້ນເພາະຢ້ານໜາມ; ພວກມັນຈະກາຍເປັນບ່ອນປ່ອຍຝູງງົວ ແລະ ເປັນບ່ອນໃຫ້ແກະແລ່ນໄປມາ.
Source notes (6)
- Footnote ຫລື ໄດ້ຕັ້ງຄ້າຍໃນ
- Footnote ແປວ່າ ຜູ້ທີ່ເຫລືອຢູ່ຈະກັບມາ
- Footnote ໃນພາສາເຮັບເຣີເປັນຄຳພະຫູພົດ
- Footnote ສະບັບ DSS. ວ່າ ແລະ ເຂົາ ຫລື ແລະ ພວກເຂົາ
- Footnote ແປວ່າ ພຣະເຈົ້າຢູ່ກັບເຮົາ
- Footnote 1 ເຊເຂວ ຄືເງິນໜັກປະມານ 11,5 ກຣາມ ມີຄ່າເທົ່າກັບຄ່າແຮງສອງເດືອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.