Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 8

ເອຊາຢາ ແລະ ລູກຊາຍ​ຂອງ​ເພິ່ນ​ຄື​ໝາຍສໍາຄັນ

ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເອົາ​ໜັງສື​ມ້ວນ​ແຜ່ນ​ໃຫຍ່​ມາ ແລະ ໃຊ້​ປາກກາ​ທໍາມະດາ​ຂຽນ​ລົງ​ໄປ​ວ່າ: ‘ມາເຮີ​ຊາລາ​ຫັດ​ບັສ’.1 ເພື່ອ​ເຮົາ​ຈະ​ເອີ້ນ​ປະໂລຫິດ​ອູຣີຢາ ແລະ ເຊກາຣີຢາ​ລູກຊາຍ​ຂອງ​ເຢເບເຣກີຢາ​ໃຫ້​ເປັນ​ພະຍານ​ທີ່​ເຊື່ອຖືໄດ້​ຂອງ​ເຮົາ”. ແລ້ວ​ຂ້າພະເຈົ້າ​ນອນ​ນໍາ​ຜູ້ທຳນວາຍ​ຍິງ, ນາງ​ຈຶ່ງ​ຖືພາ ແລະ ເກີດ​ລູກຊາຍ​ຄົນໜຶ່ງ. ແລະ ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຕັ້ງຊື່​ລາວ​ວ່າ​ມາເຮີ​ຊາລາ​ຫັດ​ບັສ. ກ່ອນ​ທີ່​ເດັກ​ຄົນ​ນັ້ນ​ຈະ​ຮູ້​ຈັກ​ເອີ້ນ ‘ພໍ່’ ຫລື ‘ແມ່’ ກະສັດ​ອັດຊີເຣຍ​ຈະ​ປຸ້ນ​ຊັບສົມບັດ​ຂອງ​ດາມັສກັດ ແລະ ຊາມາເຣຍ​ໄປ ແລະ ຊັບສົມບັດ​ຂອງ​ຊາມາເຣຍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ”.

ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ອີກ​ວ່າ:

“ເນື່ອງ​ຈາກ​ຊົນຊາດ​ນີ້​ໄດ້​ປະຕິເສດ

ນ້ຳ​ແຫ່ງ​ຊີໂລອາ​ທີ່​ໄຫລ ແລະ

ໄປ​ຊົມຊື່ນ​ເຣຊິນ

ແລະ ລູກຊາຍ​ຂອງ​ເຣມາລີຢາ,

ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ​ຈະ​ນໍາ​ການ​ຕໍ່ສູ້​ມາ​ເຖິງ​ພວກເຂົາ

ດັ່ງ​ກະແສ​ນ້ຳ​ອັນ​ຍິ່ງໃຫຍ່​ຂອງ​ເອີຟຣັດ

ຄື​ກະສັດ​ອັດຊີເຣຍ​ພ້ອມ​ດ້ວຍ​ກອງທັບ​ທັງໝົດ​ຂອງ​ລາວ.

ກະແສ​ນ້ຳ​ນັ້ນ​ຈະ​ຖ້ວມ​ທຸກ​ຊ່ອງ​ທາງ,

ແລະ ໄຫລ​ລົ້ນ​ຕາຝັ່ງ​ທັງໝົດ​ຂອງ​ມັນ

ແລະ ກວາດ​ເຂົ້າ​ມາ​ໃນ​ຢູດາຍ, ໄຫລ​ວົນ​ເໜືອ​ດິນແດນ​ນັ້ນ,

ໄຫລ​ຜ່ານ​ໄປ ແລະ ຖ້ວມ​ເຖິງ​ຄໍ.

ໂອ ເອມານູເອນ2!

ປີກ​ທີ່​ກາງ​ອອກ​ຈະ​ປົກຄຸມ​ເໜືອ​ເຂດແດນ​ຂອງ​ເຈົ້າ!”

ປະຊາຊາດ​ທັງຫລາຍ, ຈົ່ງ​ໂຫ່​ຮ້ອງ​ອອກ​ຮົບ, ແລະ ຈົ່ງ​ແຕກໝຸ່ນ!

ຈົ່ງ​ຟັງ, ດິນແດນ​ທາງ​ໄກ​ທັງໝົດ.

ຈົ່ງ​ຕຽມ​ເຮັດ​ເສິກ, ແລະ ຈົ່ງ​ຖືກ​ທໍາລາຍ!

ຈົ່ງ​ຕຽມ​ເຮັດ​ເສິກ, ແລະ ຈົ່ງ​ຖືກ​ທໍາລາຍ!

ຈົ່ງ​ວາງ​ແຜນການ​ຂອງ​ເຈົ້າ, ແຕ່​ມັນ​ຈະ​ຖືກ​ຂັດຂວາງ;

ຈົ່ງ​ສະເໜີ​ແຜນ​ຂອງ​ເຈົ້າ, ແຕ່​ມັນ​ຈະ​ບໍ່​ສໍາເລັດ,

ເພາະ​ພຣະເຈົ້າ​ຢູ່​ກັບ​ພວກເຮົາ.3

ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ຢ່າງ​ເຂັ້ມ​ງວດ, ມື​ອັນ​ເຂັ້ມແຂງ​ຂອງ​ພຣະອົງ​ຢູ່​ເໜືອ​ຂ້ານ້ອຍ, ເຕືອນ​ບໍ່​ໃຫ້​ດຳເນີນ​ຕາມ​ວິຖີ​ຂອງ​ປະຊາຊົນ​ນີ້:

“ຢ່າ​ເອີ້ນ​ວ່າ​ການ​ສົມຮູ້​ຮ່ວມ​ຄິດ

ທຸກສິ່ງ​ທີ່​ປະຊາຊົນ​ນີ້​ເຮັດ​ເອີ້ນວ່າ​ການ​ກະບົດ;

ຢ່າ​ຢ້ານ​ສິ່ງ​ທີ່​ພວກເຂົາ​ຢ້ານ,4

ແລະ ຢ່າ​ຢ້ານ​ມັນ.

ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ຄື​ຜູ້​ທີ່​ເຈົ້າ​ຈະ​ຕ້ອງ​ຖື​ວ່າ​ບໍລິສຸດ,

ພຣະອົງ​ຄື​ຜູ້​ທີ່​ເຈົ້າ​ຈະ​ຕ້ອງ​ຢຳເກງ,

ພຣະອົງ​ຄື​ຜູ້​ທີ່​ເຈົ້າ​ຈະ​ຕ້ອງ​ຢ້ານ.

ພຣະອົງ​ຈະ​ເປັນ​ສະຖານທີ່​ບໍລິສຸດ;

ສຳລັບ​ເຊື້ອສາຍ​ທັງສອງ​ຂອງ​ອິດສະຣາເອນ ແລະ ຢູດາຍ

ພຣະອົງ​ຈະ​ເປັນ​ກ້ອນຫີນ​ທີ່​ເຮັດ​ໃຫ້​ຄົນ​ສະດຸດ.

ແລະ ເປັນ​ສີລາ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ.

ແລະ ພຣະອົງ​ຈະ​ເປັນ​ກັບດັກ

ແລະ ເປັນ​ບ້ວງແຮ້ວ​ສຳລັບ​ຊາວ​ເຢຣູຊາເລັມ.

ພວກເຂົາ​ຫລາຍ​ຄົນ​ຈະ​ສະດຸດ;

ພວກເຂົາ​ຈະ​ລົ້ມລົງ ແລະ ແຕກ​ຫັກ,

ພວກເຂົາ​ຈະ​ຕິດ​ແຮ້ວ ແລະ ຖືກ​ຈັບ​ໄປ”.

ຈົ່ງ​ມັດ​ຄຳພະຍານ​ຄໍາເຕືອນ​ນີ້​ໄວ້

ແລະ ປະທັບຕາ​ຄໍາແນະນໍາ​ຂອງ​ພຣະເຈົ້າ​ທ່າມກາງ​ສາວົກ​ຂອງ​ຂ້າພະເຈົ້າ,

ຂ້າພະເຈົ້າ​ຈະ​ລໍຄອຍ​ພຣະເຈົ້າ​ຢາເວ,

ຜູ້​ເຊື່ອງ​ໜ້າ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.

ຂ້າພະເຈົ້າ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ.

ຂ້າພະເຈົ້າ​ຢູ່​ນີ້, ແລະ ລູກ​ທັງຫລາຍ​ທີ່​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ແກ່​ຂ້າພະເຈົ້າ​ກໍ​ຢູ່​ທີ່​ນີ້​ແລ້ວ. ພວກເຮົາ​ຄື​ໝາຍສຳຄັນ ແລະ ການ​ອັດສະຈັນ​ໃນ​ອິດສະຣາເອນ​ຈາກ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ຜູ້​ປະ​ທັບ​ເທິງ​ພູເຂົາ​ຊີໂອນ.

ຄວາມມືດ​ກາຍ​ເປັນ​ຄວາມ​ສະຫວ່າງ

ເມື່ອ​ຄົນ​ບອກ​ໃຫ້​ເຈົ້າ​ໄປ​ປຶກ​ສາ​ໝໍຜີ, ຜູ້​ທີ່​ຊິ່ມ ແລະ ຈົ່ມ​ພຶມພໍາ, ປະຊາຊົນ​ບໍ່​ຄວນ​ຖາມ​ພຣະເຈົ້າ​ຂອງ​ຕົນ​ບໍ? ເປັນຫຍັງ​ຈຶ່ງ​ໄປ​ປຶກສາ​ກັບ​ຄົນ​ຕາຍ​ເພື່ອ​ຄົນ​ເປັນ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ກົດບັນຍັດ ແລະ ຄຳ​ພະຍານ! ຖ້າ​ຜູ້ໃດ​ບໍ່​ໄດ້​ເວົ້າ​ຕາມ​ຖ້ອຍຄໍາ​ນີ້, ພວກເຂົາ​ກໍ​ບໍ່​ໄດ້​ມີ​ແສງສະຫວ່າງ​ແຫ່ງ​ຮຸ່ງອາລຸນ. ພວກເຂົາ​ຈະ​ຊັດເຊ​ພະເນຈອນ​ໄປ​ທົ່ວ​ແຜ່ນດິນ​ຢ່າງ​ທຸກ​ລຳບາກ ແລະ ອຶດຫິວ; ເມື່ອ​ກັນດານ​ອາຫານ, ພວກເຂົາ​ຈະ​ໃຈຮ້າຍ, ແລະ ເງີຍ​ໜ້າ​ຂຶ້ນ​ຟ້າ, ປ້ອຍດ່າ​ກະສັດ ແລະ ພຣະເຈົ້າ​ຂອງ​ຕົນ. ຈາກນັ້ນ​ພວກເຂົາ​ຈະ​ເບິ່ງ​ໄປ​ທີ່​ແຜ່ນດິນ​ໂລກ ແລະ ພົບ​ແຕ່​ຄວາມ​ທຸກລຳບາກ, ຄວາມ​ມືດມົນ, ຄວາມ​ໂສກເສົ້າ ແລະ ພວກເຂົາ​ຈະ​ຖືກ​ຍູ້​ເຂົ້າ​ສູ່​ຄວາມ​ມືດ.

Source notes (4)
  1. Footnote ແປ​ວ່າ ຮີບ​ໄປ​ຍັງ​ຂອງ​ທີ່​ປຸ້ນ​ມາ​ໄດ້ ເຊັ່ນ​ດຽວ​ກັບ​ຂໍ້ 3
  2. Footnote ແປ​ວ່າ ພຣະເຈົ້າ​ຢູ່​ກັບ​ເຮົາ
  3. Footnote ພາສາ​ເຮັບເຣີ​ວ່າ ອິມ​ມາ​ນູ​ເອນ
  4. Footnote ຫລື ທຸກ​ເທື່ອ​ທີ່​ຊົນຊາດ​ເຫລົ່ານີ້​ຮຽກ​ຫາ​ສົນ​ທີ່​ສັນຍາ ຢ່າ​ຮຽກ​ຫາ​ສົນ​ທີ່​ສັນຍາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.