Biblica® Open Lao Contemporary Version
ເອຊາຢາ 9
ເດັກຄົນໜຶ່ງເກີດມາເພື່ອເຮົາ
ຢ່າງໃດກໍຕາມ, ຜູ້ທຸກລຳບາກຈະບໍ່ເສົ້າໝອງອີກຕໍ່ໄປ. ໃນອະດີດພຣະເຈົ້າໄດ້ເຮັດໃຫ້ດິນແດນເຊບູໂລນ ແລະ ເນັບທາລີຕ່ຳລົງ, ແຕ່ໃນອະນາຄົດພຣະອົງຈະໃຫ້ກຽດຄາລີເລທີ່ຊາວຕ່າງຊາດອາໄສຢູ່, ທີ່ລວມທັງເມືອງແຄມທະເລລຽບແມ່ນ້ຳຈໍແດນ
ປະຊາຊົນຜູ້ທີ່ເດີນຢູ່ໃນຄວາມມືດ
ໄດ້ເຫັນແສງສະຫວ່າງອັນຍິ່ງໃຫຍ່;
ບັນດາຜູ້ອາໄສໃນດິນແດນແຫ່ງເງົາເລິກຂອງຄວາມຕາຍ1
ແສງສະຫວ່າງໄດ້ສ່ອງໃສ່ພວກເຂົາແລ້ວ.
ພຣະເຈົ້າໄດ້ຂະຫຍາຍຊົນຊາດນັ້ນ
ແລະ ເພີ່ມຄວາມຊື່ນຊົມຍິນດີຂອງພວກເຂົາ;
ພວກເຂົາຊື່ນຊົມຍິນດີຕໍ່ໜ້າພຣະອົງ
ເໝືອນດັ່ງຄົນຊື່ນບານຍາມເກັບກ່ຽວ,
ຫລື ຍາມແບ່ງຊັບສິນ
ທີ່ປຸ້ນໄດ້ຈາກຊະເລີຍ.
ເພາະໃນມື້ທີ່ມີໄຊຊະນະເໜືອມີດີອານ,
ພຣະອົງໄດ້ທໍາລາຍ
ແອກທີ່ເປັນພາລະຂອງພວກເຂົາ,
ຄານທີ່ພວກເຂົາຕ້ອງແບກຫາມເທິງບ່າຂອງພວກເຂົາ,
ແລະ ໄມ້ແສ້ຂອງຜູ້ທີ່ກົດຂີ່ຂົ່ມເຫັງພວກເຂົາ.
ເກີບທຸກຄູ່ຂອງນັກຮົບທີ່ໃຊ້ໃນສົງຄາມ
ແລະ ເຄື່ອງນຸ່ງທັງໝົດຂອງພວກເຂົາທີ່ຖືກເລືອດ
ຈະຖືກນໍາໄປເຜົາໄຟ.
ແລະ ໃຊ້ເປັນເຊື້ອໄຟ.
ດ້ວຍວ່າມີເດັກຄົນໜຶ່ງເກີດມາເພື່ອພວກເຮົາ,
ມີລູກຊາຍຄົນໜຶ່ງທີ່ຖືກມອບໃຫ້ແກ່ພວກເຮົາ,
ແລະ ການປົກຄອງຈະຢູ່ເທິງບ່າຂອງພຣະອົງ.
ແລະ ພຣະອົງຈະຖືກເອີ້ນວ່າ
“ທີ່ປຶກສາມະຫັດສະຈັນ,2 ພຣະເຈົ້າອົງຜູ້ມີລິດອໍານາດຍິ່ງໃຫຍ່,
ພຣະບິດານິລັນ, ອົງສັນຕິລາດ”.
ການປົກຄອງ ແລະ ສັນຕິສຸກອັນຍິ່ງໃຫຍ່ຂອງພຣະອົງ
ຈະບໍ່ມີທີ່ສິ້ນສຸດ.
ພຣະອົງຈະປົກຄອງເໜືອບັນລັງ
ແລະ ອານາຈັກຂອງດາວິດ,
ທີ່ໄດ້ສະຖາປະນາ ແລະ ຮັກສາອານາຈັກນັ້ນໄວ້
ດ້ວຍຄວາມຍຸຕິທຳ ແລະ ຄວາມຊອບທຳ
ຕັ້ງແຕ່ເວລານັ້ນ ແລະ ຕະຫລອດໄປເປັນນິດ.
ຄວາມກະຕືລືລົ້ນຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່
ຈະເຮັດສິ່ງນີ້ໃຫ້ສຳເລັດ.
ຄວາມໃຈຮ້າຍຂອງພຣະເຈົ້າຢາເວຕໍ່ສູ້ອິດສະຣາເອນ
ອົງພຣະຜູ້ເປັນເຈົ້າໄດ້ສົ່ງຖ້ອຍຄໍາມາຕໍ່ສູ້ຢາໂຄບ;
ມັນຈະຕົກຖືກອິດສະຣາເອນ.
ປະຊາຊົນທັງໝົດຈະຮູ້ວ່າ
ເອຟຣາອິມ ແລະ ຊາວຊາມາເຣຍທັງຫລາຍ
ທີ່ເວົ້າດ້ວຍຄວາມຈອງຫອງ
ແລະ ດ້ວຍໃຈອວດຕົວວ່າ,
“ດິນຈີ່ພັງທະລາຍລົງແລ້ວ,
ແຕ່ເຮົາຈະສ້າງຂຶ້ນໃໝ່ດ້ວຍຫີນສະກັດ;
ຕົ້ນໝາກເດື່ອທັງຫລາຍຖືກຕັດລົງແລ້ວ,
ແຕ່ເຮົາຈະແທນທີ່ພວກມັນດ້ວຍຕົ້ນໄມ້ສີດາ”.
ແຕ່ພຣະເຈົ້າຢາເວຈະເສີມກຳລັງສັດຕູຂອງເຣຊິນຂຶ້ນມາສູ້ກັບພວກເຂົາ
ແລະ ໄດ້ກະຕຸ້ນສັດຕູຂອງພວກເຂົາຕໍ່ໄປ.
ຊາວອາຣາມຈາກທິດຕາເວັນອອກ ແລະ ຊາວຟີລິດສະຕິນຈາກທິດຕາເວັນຕົກ
ອ້າປາກກວ້າງເພື່ອກືນອິດສະຣາເອນ.
ເຖິງປານນັ້ນ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ.
ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
ແຕ່ພວກປະຊາຊົນກໍຍັງບໍ່ຍອມຫັນກັບມາຫາພຣະອົງຜູ້ລົງໂທດພວກເຂົາ,
ທັງບໍ່ຍອມສະແຫວງຫາພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່.
ສະນັ້ນພຣະເຈົ້າຢາເວຈະຕັດທັງຫົວ ແລະ ຫາງອອກຈາກອິດສະຣາເອນ,
ທັງກິ່ງຕົ້ນປ່າມ ແລະ ຕົ້ນອໍ້ພາຍໃນມື້ດຽວ;
ຫົວຄືຜູ້ອາວຸໂສ ແລະ ບຸກຄົນສໍາຄັນ,
ຫາງຄືຜູ້ທຳນວາຍທີ່ສອນເລື່ອງບໍ່ຈິງ.
ບັນດາຜູ້ນຳກໍນຳພວກເຂົາໄປຜິດທາງ,
ແລະ ບັນດາຜູ້ຕາມກໍຖືກນຳໃຫ້ຫລົງໄປ.
ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າຈະບໍ່ພໍໃຈຄົນໜຸ່ມ,
ທັງຈະບໍ່ສົງສານລູກກຳພ້າພໍ່ ແລະ ແມ່ໝ້າຍ,
ເພາະທຸກຄົນລ້ວນແຕ່ຊົ່ວຊ້າອະທຳ
ທຸກປາກຕ່າງກໍເວົ້າຢ່າງໂງ່ຈ້າ.
ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,
ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
ແນ່ນອນຄວາມຊົ່ວລຸກໄໝ້ດັ່ງແປວໄຟ;
ມັນຜານຕົ້ນໜາມນ້ອຍ ແລະ ໃຫຍ່ທັງຫລາຍ,
ມັນເຮັດໃຫ້ທັງປ່າລຸກໄໝ້,
ດັ່ງນັ້ນ ມັນຈຶ່ງມ້ວນຂຶ້ນໄປເປັນຄວັນ.
ເພາະຄວາມໂກດຮ້າຍຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່
ດິນແດນຈະຖືກເຜົາຜານ
ແລະ ປະຊາຊົນຈະເປັນເຊື້ອໄຟ;
ພວກເຂົາຈະບໍ່ໄວ້ຊີວິດກັນເລີຍ.
ພວກເຂົາຈະກືນກິນທາງຂວາ,
ແຕ່ກໍຍັງຫິວຢູ່;
ກືນກິນໄປທາງຊ້າຍ,
ແຕ່ກໍຍັງບໍ່ອິ່ມ.
ແຕ່ລະຄົນກໍຈະລ້ຽງຊີວິດດ້ວຍຊີ້ນຂອງລູກຫລານຂອງຕົນເອງ:3
ມານາເຊຈະກິນເອຟຣາອິມ, ເອຟຣາອິມຈະກິນມານາເຊ;
ພວກເຂົາຈະຮ່ວມກັນຫັນມາຕໍ່ສູ້ຢູດາຍ.
ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,
ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
Source notes (3)
- Footnote ຫລື ດິນແດນແຫ່ງຄວາມມືດ
- Footnote ຫລື ອົງມະຫັດສະຈັນ ອົງທີ່ປຶກສາ
- Footnote ຫລື ແຂນຂອງຕົນເອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.