Biblica® Open Lao Contemporary Version
ເອຊາຢາ 10
ວິບັດແກ່ບັນດາຜູ້ອອກກົດບັນຍັດທີ່ບໍ່ຍຸຕິທໍາ,
ວິບັດແກ່ຜູ້ທີ່ອອກກົດໝາຍກົດຂີ່ຂົ່ມເຫັງ,
ເພື່ອຢຶດສິດຂອງຜູ້ທຸກຍາກ
ແລະ ບໍ່ໃຫ້ຄວາມຍຸຕິທຳແກ່ຜູ້ທີ່ຖືກຂົ່ມເຫັງຄືປະຊາຊົນຂອງເຮົາ,
ເຮັດໃຫ້ແມ່ໝ້າຍຕົກເປັນເຫຍື່ອຂອງພວກເຂົາ
ແລະ ລູກກຳພ້າພໍ່ຖືກປຸ້ນ.
ພວກເຈົ້າຈະເຮັດແນວໃດໃນມື້ລົງໂທດ,
ເມື່ອໄພພິບັດມາຈາກແດນໄກ?
ພວກເຈົ້າຈະໜີໄປເພິ່ງຜູ້ໃດ?
ພວກເຈົ້າຈະເອົາຊັບສົມບັດໄປເກັບໄວ້ຢູ່ໃສ?
ຈະບໍ່ມີສິ່ງໃດເຫລືອ ນອກຈາກຕ້ອງໄປໝອບຢູ່ທ່າມກາງຊະເລີຍທັງຫລາຍ
ຫລື ບໍ່ກໍລົ້ມລົງທ່າມກາງຄົນທີ່ຖືກຂ້າຕາຍ.
ເຖິງປານນີ້ແລ້ວ, ຄວາມໃຈຮ້າຍຂອງພຣະເຈົ້າກໍຍັງບໍ່ຢຸດ,
ມືຂອງພຣະອົງກໍຍັງຄົງຍົກຄ້າງຢູ່.
ພຣະເຈົ້າພິພາກສາອັດຊີເຣຍ
“ວິບັດແກ່ຊາວອັດຊີເຣຍ, ຜູ້ເປັນໄມ້ຄ້ອນແຫ່ງຄວາມໃຈຮ້າຍຂອງເຮົາ,
ຜູ້ຖືໄມ້ຄ້ອນແຫ່ງຄວາມໂກດຮ້າຍຂອງເຮົາ!
ເຮົາສົ່ງອັດຊີເຣຍໄປຕໍ່ສູ້ຊົນຊາດອະທຳ,
ເຮົາສົ່ງອັດຊີເຣຍໄປຕໍ່ສູ້ຊົນຊາດທີ່ເຮັດໃຫ້ເຮົາໃຈຮ້າຍ,
ໃຫ້ໄປຈີ້ ແລະ ປຸ້ນຊັບສິນ,
ແລະ ຢຽບຢ່ຳພວກເຂົາດັ່ງຢຽບຂີ້ຕົມໃນຫົນທາງ.
ແຕ່ນີ້ບໍ່ແມ່ນສິ່ງທີ່ກະສັດຕັ້ງໃຈຈະເຮັດ,
ນີ້ບໍ່ແມ່ນສິ່ງທີ່ກະສັດຄິດໃນໃຈ;
ເປົ້າໝາຍຂອງກະສັດຄືທໍາລາຍ,
ເຮັດໃຫ້ຊົນຊາດຕ່າງໆດັບສູນ.
ກະສັດກ່າວວ່າ, ‘ຜູ້ບັນຊາການຂອງເຮົາລ້ວນແຕ່ເປັນກະສັດບໍ່ແມ່ນບໍ?’
‘ການໂນບໍ່ໄດ້ເປັນຄືກາກເກມິດບໍ?
ຮາມັດກໍເປັນເໝືອນອັກປັດບໍ່ແມ່ນບໍ,
ແລະ ຊາມາເຣຍກໍເປັນເໝືອນດາມັສກັດບໍ່ແມ່ນບໍ?
ຂະນະທີ່ມືຂອງເຮົາຢຶດບັນດາອານາຈັກທີ່ເຕັມໄປດ້ວຍຮູບເຄົາລົບ,
ອານາຈັກທີ່ມີຮູບເຄົາລົບຫລາຍກວ່າຂອງເຢຣູຊາເລັມ ແລະ ຊາມາເຣຍ
ເຮົາຈະບໍ່ທໍາລາຍເຢຣູຊາເລັມ ແລະ ຮູບເຄົາລົບຕ່າງໆ
ດັ່ງທີ່ເຮົາໄດ້ເຮັດກັບຊາມາເຣຍ ແລະ ຮູບເຄົາລົບຂອງນາງບໍ?’ ”
ເມື່ອອົງພຣະຜູ້ເປັນເຈົ້າໄດ້ທໍາລາຍພູເຂົາຊີໂອນ ແລະ ເຢຣູຊາເລັມສໍາເລັດແລ້ວ, ພຣະອົງຈະກ່າວວ່າ, “ເຮົາຈະລົງໂທດກະສັດອັດຊີເຣຍເພາະໃຈທີ່ຈອງຫອງ ແລະ ແວວຕາອວດອົ່ງໃນຕາຂອງລາວ. ເພາະລາວອວດວ່າ:
“ ‘ເຮົາໄດ້ເຮັດສິ່ງນີ້ດ້ວຍກຳລັງແຫ່ງມືຂອງເຮົາ,
ແລະ ດ້ວຍສະຕິປັນຍາຂອງເຮົາ, ເພາະເຮົາມີຄວາມເຂົ້າໃຈ,
ເຮົາຍ້າຍເຂດແດນຂອງຊົນຊາດຕ່າງໆ,
ເຮົາປຸ້ນຊັບສົມບັດຂອງພວກເຂົາ;
ເຮົາເອົາຊະນະບັນດາກະສັດຂອງພວກເຂົາດັ່ງຜູ້ຍິ່ງໃຫຍ່.1
ດັ່ງຄົນເອື້ອມມືເຂົ້າໄປໃນຮັງນົກ,
ດັ່ງນັ້ນ ມືຂອງເຮົາກໍກວາດເອົາຊັບສົມບັດຂອງຊົນຊາດຕ່າງໆ,
ດັ່ງນັ້ນ ເຮົາຈຶ່ງຮວບຮວມປະເທດທັງໝົດ;
ດັ່ງຄົນເກັບໄຂ່ທີ່ຖືກຖິ້ມໄວ້,
ບໍ່ມີໃຜກ້າເໜັງປີກ,
ຫລື ເປີດປາກຮ້ອງ’ ”.
ຂວານຈະຍົກຕົນເອງຂຶ້ນຂົ່ມຜູ້ໃຊ້ມັນບໍ,
ເລື່ອຍຈະອວດເກັ່ງຕໍ່ສູ້ຜູ້ໃຊ້ມັນບໍ?
ດັ່ງໄມ້ເທົ້າຈະແກວ່ງໃສ່ຜູ້ໃຊ້ມັນບໍ?
ຫລື ໄມ້ຄ້ອນແກວ່ງເຂົ້າໃສ່ຜູ້ທີ່ຖືມັນບໍ?
ເຫດສະນັ້ນ, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່,
ຈະສົ່ງພະຍາດລະບາດມາສູ່ນັກຮົບທີ່ແຂງແຮງຂອງລາວ;
ຈະມີໄຟໄໝ້ລຸກຢູ່
ພາຍໃຕ້ຄວາມຈອງຫອງຂອງພວກເຂົາ.
ແສງສະຫວ່າງຂອງອິດສະຣາເອນຈະກາຍເປັນໄຟ,
ອົງບໍລິສຸດຂອງພວກເຂົາຈະເປັນແປວໄຟ;
ທີ່ເຜົາຜານຕົ້ນໜາມນ້ອຍ ແລະ ໃຫຍ່ຂອງລາວ.
ໃຫ້ໝົດພາຍໃນມື້ດຽວ.
ປ່າອັນກວ້າງໃຫຍ່ ແລະ ທົ່ງນາອັນອຸດົມສົມບູນຂອງລາວ
ມັນຈະຖືກທຳລາຍໄປໝົດ,
ດັ່ງຄົນເຈັບປ່ວຍທີ່ຊຸດໂຊມໄປ.
ແລະ ຕົ້ນໄມ້ໃນປ່າຂອງລາວຈະເຫລືອຢູ່ໜ້ອຍດຽວ
ແມ່ນແຕ່ເດັກນ້ອຍກໍສາມາດຂຽນຈຳນວນນັ້ນໄດ້.
ປະຊາຊົນທີ່ເຫລືອຢູ່ຂອງອິດສະຣາເອນ
ໃນວັນນັ້ນຊົນຊາດທີ່ເຫລືອຂອງອິດສະຣາເອນ,
ຄືເຊື້ອສາຍຂອງຢາໂຄບທີ່ຍັງມີຊີວິດຢູ່,
ຈະບໍ່ເພິ່ງຜູ້ນັ້ນ
ເຊິ່ງປາບພວກຕົນເອງລົງ
ແຕ່ຈະເພິ່ງພາພຣະເຈົ້າຢາເວ,
ອົງບໍລິສຸດແຫ່ງອິດສະຣາເອນຢ່າງແທ້ຈິງ.
ຄົນທີ່ຍັງເຫລືອຢູ່ຈະກັບມາ,
ຄົນທີ່ເຫລືອຢູ່ຂອງຢາໂຄບຈະກັບມາຫາພຣະເຈົ້າອົງຜູ້ມີລິດອໍານາດຍິ່ງໃຫຍ່.
ອິດສະຣາເອນ, ເຖິງແມ່ນປະຊາຊົນຂອງເຈົ້າຈະຫລາຍເໝືອນດິນຊາຍແຄມທະເລ,
ກໍຈະມີຄົນພຽງຈໍານວນໜ້ອຍດຽວເທົ່ານັ້ນທີ່ຈະກັບມາ.
ຫາຍະນະຄັ້ງນີ້ຖືກກຳນົດໄວ້ແລ້ວ,
ຢ່າງລົ້ນເຫລືອ ແລະ ຊອບທຳ.
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ, ອົງຜູ້ມີລິດອໍານາດຍິ່ງໃຫຍ່,
ຈະໃຊ້ສິ່ງທີ່ກຳນົດໄວ້ແລ້ວລົງໂທດດິນແດນທັງໝົດ.
ເຫດສະນັ້ນ ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ກ່າວວ່າ:
“ປະຊາຊົນຂອງເຮົາທີ່ອາໄສຢູ່ໃນຊີໂອນ,
ຢ່າຢ້ານຊາວອັດຊີເຣຍ,
ຜູ້ທີ່ເອົາໄມ້ເທົ້າຕີພວກເຈົ້າ
ແລະ ເອົາໄມ້ຄ້ອນມາຕໍ່ສູ້ພວກເຈົ້າ, ດັ່ງທີ່ຊາວເອຢິບໄດ້ເຮັດ.
ຄວາມໃຈຮ້າຍຂອງເຮົາທີ່ຕໍ່ສູ້ຂຶ້ນພວກເຈົ້າຈະຢຸດຕິລົງໃນໄວໆນີ້
ແລະ ຄວາມໂກດຮ້າຍຂອງເຮົາຈະຫັນໄປທຳລາຍພວກເຂົາ”.
ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະໃຊ້ໄມ້ແສ້ຕີພວກເຂົາ,
ເໝືອນຕອນທີ່ພຣະອົງໄດ້ຕີຊາວມີດີອານທີ່ໂງ່ນຫີນແຫ່ງໂອເຣັບ;
ແລະ ພຣະອົງຈະຍົກໄມ້ເທົ້າຂອງພຣະອົງຂຶ້ນເທິງແມ່ນ້ຳທັງຫລາຍ,
ດັ່ງທີ່ພຣະອົງໄດ້ເຮັດໃນເອຢິບ.
ໃນວັນນັ້ນພາລະທີ່ພວກເຂົາວາງໄວ້ຈະຖືກຍົກອອກຈາກບ່າຂອງພວກເຈົ້າ,
ແອກຂອງພວກເຂົາເທິງຄໍຂອງພວກເຈົ້າ;
ແອກນັ້ນຈະຖືກຫັກ
ເພາະພວກເຈົ້າເຕີບໃຫຍ່ຂຶ້ນຈົນຕຸ້ຍ.2
ພວກເຂົາເຂົ້າມາທາງເມືອງອາອີ;
ພວກເຂົາຜ່ານເມືອງມິກໂຣນ;
ພວກເຂົາສະສົມສະບຽງ ແລະ ອາວຸດທີ່ມິກມາດ.
ພວກເຂົາເດີນທາງຜ່ານດ່ານມາ, ແລະ ເວົ້າກັນວ່າ,
“ພວກເຮົາຈະຕັ້ງຄ້າຍພັກທີ່ເກບາ”.
ຣາມາສະທ້ານຢ້ານກົວ;
ກີເບອາຂອງໂຊນປົບໜີ.
ຈົ່ງຮ້ອງອອກມາ, ລູກສາວແຫ່ງການລິມ!3
ຊາວໄລຊາ, ຈົ່ງຟັງ!
ຊາວອານາທົດທີ່ໜ້າສົງສານ!
ຊາວມັດເມນາປົບໜີໄປ;
ຊາວເກບິມແລ່ນເຂົ້າບ່ອນກໍາບັງ.
ໃນມື້ນີ້ພວກເຂົາຈະຢຸດຢູ່ທີ່ເມືອງໂນບ;
ພວກເຂົາຈະສັ່ນກໍາປັ້ນຂອງພວກເຂົາ
ທີ່ພູເຂົາຂອງລູກສາວແຫ່ງຊີໂອນ,4
ທີ່ຮ່ອມພູຂອງເຢຣູຊາເລັມ.
ເບິ່ງແມ, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່,
ຈະຕັດກິ່ງທັງຫລາຍດ້ວຍລິດທານຸພາບອັນຍິ່ງໃຫຍ່.
ຕົ້ນໄມ້ສູງຈະຖືກຕັດລົງ,
ຕົ້ນທີ່ສູງສົ່ງຖືກຕັດລົ້ມ.
ພຣະອົງຈະໃຊ້ຂວານຕັດຕົ້ນໄມ້ໃນປ່າຕຶບໜາ;
ເລບານອນຈະລົ້ມລົງຕໍ່ໜ້າອົງຜູ້ມີລິດອໍານາດຍິ່ງໃຫຍ່.
Source notes (4)
- Footnote ຫລື ເຮົາປາບຜູ້ຍິ່ງໃຫຍ່ຄືກະສັດຂອງພວກເຂົາ
- Footnote ສະບັບ LXX. ວ່າຈາກບ່າຂອງເຈົ້າ
- Footnote ຄື ຊາວກັນລີມ
- Footnote ຄື ຊາວເຢຣູຊາເລັມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.