Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 11

ກິ່ງ​ຈາກ​ເຢຊີ

ໜໍ່​ໜຶ່ງ​ຈະ​ງອກ​ຂຶ້ນ​ມາ​ຈາກ​ຕໍ​ຂອງ​ເຢຊີ;

ກິ່ງ​ໜຶ່ງ​ຈະ​ເກີດ​ຜົນ​ຈາກ​ຮາກ​ຂອງ​ເພິ່ນ.

ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ສະຖິດ​ຢູ່​ກັບ​ເພິ່ນ

ຄື​ອົງ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ,

ພຣະວິນຍານ​ແຫ່ງ​ທີ່ປຶກສາ ແລະ ລິດ​ອໍານາດ,

ພຣະວິນຍານ​ແຫ່ງ​ຄວາມ​ຮູ້ ແລະ ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ

ແລະ ເພິ່ນ​ຜູ້​ນັ້ນ​ຈະ​ຍິນດີ​ໃນ​ການ​ຢຳເກງ​ພຣະເຈົ້າ​ຢາເວ.

ເພິ່ນ​ຈະ​ບໍ່​ພິພາກສາ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ພາຍນອກ​ດ້ວຍ​ຕາ​ຂອງ​ເພິ່ນ,

ຫລື ຕັດສິນໃຈ​ຕາມ​ສິ່ງ​ທີ່​ເພິ່ນ​ໄດ້​ຍິນ​ດ້ວຍ​ຫູ​ຂອງ​ເພິ່ນ;

ແຕ່​ເພິ່ນ​ຈະ​ພິພາກສາ​ຄົນ​ຂັດສົນ​ດ້ວຍ​ຄວາມ​ຊອບທຳ,

ແລະ ຕັດສິນ​ຢ່າງ​ຍຸຕິທຳ​ເພື່ອ​ຄົນ​ທຸກຍາກ​ໃນ​ແຜ່ນດິນ​ໂລກ.

ເພິ່ນ​ຈະ​ຕີ​ໂລກ​ດ້ວຍ​ຄຳ​ພິພາກສາ​ຈາກ​ປາກ​ຂອງ​ເພິ່ນ;

ເພິ່ນ​ຈະ​ຂ້າ​ຄົນ​ຊົ່ວ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ເພິ່ນ.

ຄວາມ​ຊອບທຳ​ຈະ​ເປັນ​ສາຍແອວ​ຂອງ​ເພິ່ນ

ແລະ ຄວາມ​ສັດຊື່​ຈະ​ເປັນ​ສາຍ​ມັດ​ແອວ​ຂອງ​ເພິ່ນ.

ໝາ​ປ່າ​ກັບ​ລູກແກະ​ຈະ​ອາໄສ​ຢູ່​ນໍາ​ກັນ,

ເສືອດາວ​ຈະ​ນອນ​ຢູ່​ຂ້າງ​ລູກແບ້,

ລູກ​ງົວ​ອ້ວນພີ​ກັບ​ໂຕສິງ ແລະ ລູກ​ອ່ອນ​ຂອງ​ສັດ​ອື່ນໆ​ຈະ​ຢູ່​ຮ່ວມ​ກັນ;1

ແລະ ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ນຳພາ​ພວກມັນ.

ງົວແມ່​ຈະ​ກິນ​ຫຍ້າ​ຢູ່​ກັບ​ໝີ,

ລູກ​ຂອງ​ພວກມັນ​ທັງ​ສອງ​ຈະ​ນອນ​ນໍາ​ກັນ,

ແລະ ໂຕສິງ​ຈະ​ກິນ​ເຟືອງ​ຄື​ງົວ.

ເດັກນ້ອຍ​ຈະ​ຫລິ້ນ​ຢູ່​ໃກ້​ຮູ​ງູເຫົ່າ,

ແລະ ເດັກນ້ອຍ ຈະ​ຍື່ນ​ມື​ເຂົ້າໄປ​ໃນ​ຮັງ​ຂອງ​ງູ​ພິດ.

ພວກມັນ​ຈະ​ບໍ່​ເຮັດ​ຮ້າຍ ຫລື ທຳລາຍ​ກັນ

ຕະຫລອດ​ທົ່ວ​ພູເຂົາ​ສັກສິດ​ຂອງ​ເຮົາ,

ເພາະ​ແຜ່ນດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມຮູ້​ເລື່ອງ​ພຣະເຈົ້າ​ຢາເວ

ດັ່ງ​ນ້ຳ​ປົກຄຸມ​ທະເລ.

ໃນ​ວັນ​ນັ້ນ​ຮາກ​ຂອງ​ເຢຊີ​ຈະ​ຕັ້ງ​ເດັ່ນ​ຄື​ທຸງ​ສຳລັບ​ປະຊາຊົນ; ຊາດ​ຕ່າງໆ​ຈະ​ລວມ​ຕົວ​ກັນ​ມາ​ຫາ​ເພິ່ນ, ແລະ ທີ່​ສະຖິດ​ຂອງ​ເພິ່ນ​ຈະ​ສະຫງ່າງາມ. ໃນ​ວັນ​ນັ້ນ​ອົງພຣະຜູ້ເປັນເຈົ້າ​ຈະ​ຍື່ນ​ມື​ອອກ​ເປັນ​ຄັ້ງ​ທີ​ສອງ ເພື່ອ​ຮັບ​ປະຊາຊົນ​ຂອງ​ພຣະອົງ​ທີ່​ເຫລືອ​ຢູ່​ນັ້ນ​ກັບ​ມາ​ຈາກ​ອັດຊີເຣຍ, ເອຢິບ​ເທິງ2 ແລະ ເອຢິບ​ລຸມ, ຈາກ​ກູເຊ,3 ເອລາມ, ບາບີໂລນ,4 ຈາກ​ຮາມັດ ແລະ ຈາກ​ໝູ່​ເກາະ​ຕ່າງໆ​ແຄມ​ຝັ່ງ​ທະເລ​ເມດີເຕຣາເນ.

ພຣະອົງ​ຈະ​ຍົກ​ທຸງ​ຂຶ້ນ​ເພື່ອ​ຊົນຊາດ​ທັງຫລາຍ

ແລະ ຮວບຮວມ​ຊະເລີຍ​ອິດສະຣາເອນ;

ພຣະອົງ​ຈະ​ເຮັດໃຫ້​ຊົນຊາດ​ຢູດາຍ​ທີ່​ກະຈັດກະຈາຍ​ໄປ

ກັບ​ຄືນ​ມາ​ຈາກ​ສີ່​ມູມ​ໂລກ.

ຄວາມ​ອິດສາ​ຂອງ​ເອຟຣາອິມ​ຈະ​ໝົດ​ໄປ,

ແລະ ສັດຕູ​ທັງຫລາຍ5 ຂອງ​ຢູດາຍ​ຈະ​ຖືກ​ທໍາລາຍ;

ເອຟຣາອິມ​ຈະ​ເຊົາ​ອິດສາ​ຢູດາຍ,

ແລະ ຢູດາຍ​ເຊົາ​ເປັນ​ສັດຕູ​ກັບ​ເອຟຣາອິມ.

ພວກເຂົາ​ຈະ​ໄລ່​ຕີ​ລົງ​ມາ​ຕາມ​ເນີນພູ​ຂອງ​ຟີລິດສະຕິນ​ທາງ​ຟາກ​ຕາເວັນຕົກ;

ພວກເຂົາ​ຈະ​ຮ່ວມ​ກັນ​ປຸ້ນ​ປະຊາຊົນ​ນັ້ນ​ໄປ​ທາງ​ຕາເວັນ​ອອກ.

ພວກເຂົາ​ຈະ​ຊະນະ​ເອໂດມ ແລະ ໂມອາບ,

ຊາວ​ອຳໂມນ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ.

ພຣະເຈົ້າ​ຢາເວ​ຈະ​ເຮັດ​ໃຫ້​ນ້ຳ​ທະເລ

ໃນ​ອ່າວ​ຂອງ​ເອຢິບ​ແຫ້ງ;

ພຣະອົງ​ຈະ​ໂບກ​ມື​ເໜືອ

ແມ່ນ້ຳ​ເອີຟຣັດ​ດ້ວຍ​ກະ​ແສ​ລົມ​ແຮງ​ກ້າ.

ພຣະອົງ​ຈະ​ແຍກ​ມັນ​ອອກ​ເປັນ​ແມ່ນ້ຳ​ເຈັດ​ສາຍ

ເພື່ອ​ໃຜ​ກໍ​ຕາມ​ຈະ​ສາມາດ​ຍ່າງ​ຂ້າມ​ໄປ​ໄດ້​ດ້ວຍ​ເກີບ.

ຈະ​ມີ​ທາງ​ຫລວງ​ສຳລັບ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ພຣະອົງ

ທີ່​ລອດ​ມາ​ຈາກ​ອັດຊີເຣຍ,

ດັ່ງ​ທີ່​ມີ​ທາງ​ຫລວງ​ສຳລັບ​ອິດສະຣາເອນ

ເມື່ອ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ.

Source notes (5)
  1. Footnote ສະບັບ ເຊັບຕູອາຈິນ ວ່າ ລູກ​ງົວ​ກັບ​ໂຕສິງ​ຈະ​ກິນ​ຢູ່​ນຳກັນ
  2. Footnote ພາສາ​ເຮັບເຣີ​ວ່າ ເມືອງ​ປັດ​ໂລດ
  3. Footnote ຄື ຕອນ​ເທິງ​ຂອງ​ແມ່ນ້ຳ​ນິນ
  4. Footnote ພາສາ​ເຮັບເຣີ​ວ່າ ຊີນາ
  5. Footnote ຫລື ຄວາມ​ເປັນ​ປໍລະປັກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.