Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 12

ບົດເພງ​ແຫ່ງ​ການ​ສັນລະເສີນ

ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ເວົ້າ​ວ່າ

“ຂ້າແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ.

ເຖິງແມ່ນວ່າ​ພຣະອົງ​ໃຈຮ້າຍ​ຂ້ານ້ອຍ,

ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ກໍ​ໄດ້​ປ່ຽນ​ໄປ

ແລະ ພຣະອົງ​ໄດ້​ໜູນໃຈ​ຂ້ານ້ອຍ.

ແນ່ນອນ ພຣະເຈົ້າ​ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ໄວ້​ວາງໃຈ ແລະ ບໍ່​ຢ້ານ.

ພຣະເຈົ້າ​ຢາເວ, ພຣະເຈົ້າ​ຢາເວ​ເອງ, ຄື​ກໍາລັງ ແລະ ບົດເພງ​ຂອງ​ຂ້ານ້ອຍ;

ພຣະອົງ​ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ”.

ພວກເຈົ້າ​ຈະ​ຕັກ​ນ້ຳ​ຈາກ​ນ້ຳສ້າງ​ແຫ່ງ​ຄວາມພົ້ນ

ດ້ວຍ​ຄວາມ​ຍິນດີ.

ໃນ​ວັນ​ນັ້ນ​ພວກເຈົ້າ​ຈະ​ເວົ້າ​ວ່າ:

“ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ, ຈົ່ງ​ຮ້ອງ​ປະກາດ​ພຣະນາມ​ຂອງ​ພຣະອົງ;

ຈົ່ງ​ແຈ້ງ​ຊົນຊາດ​ທັງຫລາຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ,

ແລະ ປະກາດ​ວ່າ​ນາມ​ຂອງ​ພຣະອົງ​ເປັນ​ທີ່​ຍົກຍ້ອງ.

ຈົ່ງ​ຮ້ອງ​ເພງ​ສັນລະເສີນ​ພຣະເຈົ້າ​ຢາເວ, ເພາະ​ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່;

ຈົ່ງ​ປະກາດ​ໃຫ້​ທົ່ວ​ທັງ​ໂລກ​ຮູ້​ເຖິງ​ເລື່ອງ​ນີ້.

ຊາວ​ຊີໂອນ, ຈົ່ງ​ໂຫ່​ຮ້ອງ ແລະ ຮ້ອງເພງ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ,

ເພາະ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ຜູ້​ຢູ່​ທ່າມກາງ​ພວກເຈົ້າ​ນັ້ນ​ຍິ່ງໃຫຍ່​ຫລາຍ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.