Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 13

ຄຳ​ທຳນວາຍ​ຕໍ່ສູ້​ບາບີໂລນ

ຄໍາ​ທໍານວາຍ​ຕໍ່ສູ້​ບາບີໂລນ​ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ເຫັນ​ນິມິດ​ມີ​ຄື:

ຈົ່ງ​ຍົກ​ທຸງ​ຂຶ້ນ​ເທິງ​ພູ​ຫົວ​ໂຫລ້ນ,

ຈົ່ງ​ຮ້ອງ​ໃສ່​ພວກເຂົາ;

ຈົ່ງ​ສົ່ງ​ສັນຍານ​ໃຫ້​ພວກເຂົາ

ເຂົ້າ​ມາ​ທາງ​ປະຕູ​ຂອງ​ບັນດາ​ເຈົ້ານາຍ.

ເຮົາ​ໄດ້​ສັ່ງ​ບັນດາ​ຜູ້​ທີ່​ເຮົາ​ໄດ້​ຕຽມພ້ອມ​ໄວ້​ແລ້ວ​ສໍາຫລັບ​ການ​ສູ້ຮົບ;

ເຮົາ​ໄດ້​ເອີ້ນ​ປະຊຸມ​ພວກ​ທະຫານ​ຂອງ​ເຮົາ​ເພື່ອ​ຈັດການ​ກັບ​ຄວາມ​ໂກດຮ້າຍ​ຂອງ​ເຮົາ

ຄື​ຜູ້​ທີ່​ຍິນດີ​ໃນ​ໄຊຊະນະ​ຂອງ​ເຮົາ.

ຈົ່ງ​ຟັງ, ສຽງ​ຢູ່​ເທິງ​ພູ,

ຄື​ສຽງ​ຂອງ​ຝູງ​ຄົນ​ທີ່​ໜາແໜ້ນ!

ຈົ່ງ​ຟັງ, ສຽງ​ວຸ້ນວາຍ​ທ່າມກາງ​ອານາຈັກ​ຕ່າງໆ,

ຄື​ສຽງ​ຂອງ​ບັນດາ​ຊົນຊາດ​ຕ່າງໆ​ກໍາລັງ​ຊຸມນຸມ​ກັນ!

ພຣະເຈົ້າ​ຢາເວ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່

ໄດ້​ຕຽມ​ທະຫານ​ມາ​ເພື່ອ​ສູ້ຮົບ.

ພວກເຂົາ​ມາ​ຈາກ​ດິນແດນ​ໄກ,

ຈາກ​ສຸດ​ຂອບ​ຟ້າ

ຄື​ພຣະເຈົ້າ​ຢາເວ ແລະ ອາວຸດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ

ເພື່ອ​ທຳລາຍ​ປະເທດ​ທັງໝົດ.

ຈົ່ງ​ຮ້ອງໄຫ້, ເພາະ​ວັນ​ຂອງ​ພຣະເຈົ້າ​ຢາເວ​ມາ​ໃກ້​ແລ້ວ;

ວັນ​ນັ້ນ​ຈະ​ມາ​ເຖິງ​ເໝືອນດັ່ງ​ຄວາມ​ຈິບຫາຍ​ຈາກ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່.

ດ້ວຍ​ເຫດ​ນີ້, ທຸກ​ແຂນ​ຈະ​ອ່ອນ​ຫລ່ອຍ,

ຫົວໃຈ​ທຸກ​ດວງ​ຈະ​ຫົດ​ດ້ວຍ​ຄວາມ​ຢ້ານ.

ຄວາມ​ຢ້ານ​ກົວ​ຈະ​ໂຈມຕີ​ພວກເຂົາ,

ຄວາມ​ເຈັບປວດ ແລະ ທຸກ​ທໍລະມານ​ຈະ​ເກາະ​ຫຸ້ມ​ພວກເຂົາ;

ພວກເຂົາ​ບິດ​ໂຕ​ໄປ​ມາ​ດັ່ງ​ແມ່ຍິງ​ເຈັບ​ທ້ອງ​ໃກ້​ຈະ​ເກີດ​ລູກ.

ພວກເຂົາ​ຈະ​ເບິ່ງ​ໜ້າ​ກັນ ແລະ ກັນ​ດ້ວຍ​ຄວາມ​ຕົກໃຈ,

ສີ​ໜ້າ​ຂອງ​ພວກເຂົາ​ກໍ​ແດງ​ເຂັ້ມ.

ຈົ່ງ​ເບິ່ງ, ວັນ​ຂອງ​ພຣະເຈົ້າ​ຢາເວ​ເຂົ້າ​ມາ​ໃກ້

ເປັນ​ວັນ​ແຫ່ງ​ຄວາມ​ໂຫດຮ້າຍ, ມາ​ພ້ອມ​ກັບ​ຄວາມ​ຄຽດ ແລະ ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ

ເພື່ອ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮ້າງເປົ່າ

ແລະ ທຳລາຍ​ຄົນ​ບາບ​ທັງໝົດ​ທີ່​ຢູ່​ທີ່​ນັ້ນ.

ບັນດາ​ດວງດາວ​ເທິງ​ຟ້າ​ສະຫວັນ ແລະ ດາວ​ທັງຫລາຍ

ຈະ​ບໍ່​ສ່ອງ​ແສງ.

ຕາເວັນ​ທີ່​ກຳລັງ​ຂຶ້ນ​ຈະ​ຖືກ​ດັບ

ແລະ ເດືອນ​ຈະ​ບໍ່​ສ່ອງ​ແສງ.

ເຮົາ​ຈະ​ລົງໂທດ​ໂລກ​ເພາະ​ຄວາມ​ຊົ່ວ​ຮ້າຍ,

ລົງໂທດ​ຄົນ​ຊົ່ວ​ເພາະ​ບາບ​ຂອງ​ພວກເຂົາ.

ເຮົາ​ຈະ​ຢຸດຕິ​ຄວາມ​ຈອງຫອງ​ຂອງ​ຄົນ​ອວດຕົວ

ແລະ ຈະ​ເຮັດ​ໃຫ້​ຄວາມ​ອວດຕົວ​ຂອງ​ຄົນ​ໂຫດຮ້າຍ​ຕ່ຳ​ລົງ.

ເຮົາ​ຈະ​ເຮັດ​ໃຫ້​ມະນຸດ​ຫາ​ຍາກ​ຫລາຍ​ກວ່າ​ຄຳ​ບໍລິສຸດ,

ຫາ​ຍາກ​ຫລາຍ​ກວ່າ​ຄຳ​ຂອງ​ເມືອງ​ໂອຟີ.

ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ​ສັ່ນ​ສະເທື່ອນ;

ແລະ ໂລກ​ຈະ​ກະເດັນ​ໄປ​ຈາກ​ທີ່ຕັ້ງ​ຂອງ​ມັນ

ໂດຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,

ໃນ​ວັນ​ແຫ່ງ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.

ແຕ່ລະ​ຄົນ​ຈະ​ຫັນ​ກັບ​ໄປ​ຫາ​ພີ່ນ້ອງ​ຮ່ວມ​ຊາດ,

ຈະ​ໜີ​ກັບ​ໄປ​ບ້ານເກີດ​ເມືອງ​ນອນ.

ດັ່ງ​ກວາງ​ທີ່​ຖືກ​ລ່າ,

ດັ່ງ​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ,

ຜູ້ໃດ​ທີ່​ຖືກ​ຈັບ​ເປັນ​ຊະເລີຍ​ຈະ​ຖືກ​ແທງ​ທະລຸ;

ທຸກຄົນ​ທີ່​ຖືກ​ຈັບ​ໄດ້​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ.

ລູກນ້ອຍ​ຂອງ​ພວກເຂົາ​ຈະ​ຖືກ​ຟາດ​ຈົນ​ເປັນ​ຕ່ອນ ຕໍ່ໜ້າ​ຕໍ່​ຕາ​ຂອງ​ພວກເຂົາ;

ບ້ານ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ ເມຍ​ຂອງ​ພວກເຂົາ​ຈະ​ຖືກ​ຂົ່ມຂືນ.

ຈົ່ງ​ເບິ່ງ, ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເມເດັດ,

ຜູ້​ບໍ່​ສົນໃຈ​ເງິນ ແລະ ບໍ່​ເອົາໃຈໃສ່​ຄໍາ

ມາ​ຕໍ່ສູ້​ກັບ​ພວກເຂົາ.

ທະນູ​ຂອງ​ພວກເຂົາ​ຈະ​ຂ້າ​ພວກ​ຊາຍ​ໜຸ່ມ;

ພວກເຂົາ​ຈະ​ບໍ່​ປານີ​ລູກນ້ອຍ,

ຫລື ເມດຕາ​ສົງສານ​ພວກ​ເດັກນ້ອຍ.

ບາບີໂລນ ອັນຍະມະນີ​ແຫ່ງ​ອານາຈັກ​ທັງຫລາຍ,

ສັກສີ ແລະ ຄວາມ​ພາກພູມໃຈ​ຂອງ​ຊາວ​ບາບີໂລນ,1

ຈະ​ຖືກ​ພຣະເຈົ້າ​ໂຄ່ນລົ້ມ

ເໝືອນ​ເມືອງ​ໂຊໂດມ ແລະ ໂກໂມຣາ.

ດິນແດນ​ຈະ​ບໍ່​ມີ​ຜູ້ໃດ​ມາ​ຕັ້ງ​ຖິ່ນຖານ​ອີກ​ຕໍ່ໄປ

ຫລື ບໍ່​ມີ​ຜູ້ໃດ​ມາ​ອາໄສ​ຢູ່​ຕະຫລອດ​ທຸກ​ຊົ່ວ​ອາຍຸ​ຄົນ;

ບໍ່​ຄົນ​ອາຣັບ​ມາ​ຕັ້ງ​ເຕັນ,

ບໍ່​ມີ​ຄົນ​ລ້ຽງ​ແກະ​ພາ​ຝູງແກະ​ມາ​ພັກ​ອີກ.

ແຕ່​ສັດ​ໃນ​ທະເລຊາຍ​ຈະ​ນອນ​ຢູ່​ທີ່​ນັ້ນ,

ບ້ານ​ເຮືອນ​ທັງຫລາຍ​ຈະ​ເຕັມ​ໄປ​ດ້ວຍ​ໝາໄນ

ນົກເຄົ້າແມວ​ຈະ​ອາໄສ​ຢູ່​ທີ່​ນັ້ນ,

ແລະ ທີ່​ນັ້ນ​ແບ້​ປ່າ​ຈະ​ໂດດ​ເຕັ້ນ​ໄປ​ມາ.

ບັນດາ​ໝາປ່າ​ໄຮຍີນາ​ຈະ​ອາໄສ​ຢູ່​ໃນ​ປ້ອມ​ປ້ອງກັນ,

ໝາໄນ​ຢູ່​ໃນ​ວັງ​ອັນ​ງົດງາມ.

ກຳນົດ​ເວລາ​ຂອງ​ມັນ​ໃກ້​ເຂົ້າ​ມາ​ແລ້ວ,

ແລະ ບໍ່​ມີ​ການ​ຢືດ​ເວລາ​ຕໍ່​ໄປ​ອີກ.

Source notes (1)
  1. Footnote ຫລື ຊາວ​ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.