Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 14

ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ເມດຕາ​ຕໍ່​ຢາໂຄບ;

ພຣະອົງ​ຈະ​ເລືອກ​ອິດສະຣາເອນ​ໄວ້​ອີກ​ຄັ້ງ

ແລະ ຈະ​ໃຫ້​ພວກເຂົາ​ຕັ້ງ​ຖິ່ນຖານ​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ.

ຄົນ​ຕ່າງຊາດ​ຈະ​ຢູ່​ຮ່ວມ​ກັບ​ພວກເຂົາ

ແລະ ຮ່ວມ​ກັນ​ກັບ​ເຊື້ອສາຍ​ຂອງ​ຢາໂຄບ.

ຊົນຊາດ​ຕ່າງໆ​ຈະ​ຍອມຮັບ​ພວກເຂົາ

ແລະ ນຳ​ພວກເຂົາ​ກັບ​ຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.

ແລະ ອິດສະຣາເອນ​ຈະ​ຄອບຄອງ​ຊົນຊາດ​ຕ່າງໆ

ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ຜູ້ຮັບໃຊ້​ຊາຍ ແລະ ຍິງ​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ.

ພວກ​ຜູ້​ທີ່​ຈັບ​ອິດສະຣາເອນ​ເປັນ​ຊະເລີຍ​ຈະ​ເປັນ​ຊະເລີຍ​ຂອງ​ອິດສະຣາເອນ

ແລະ ອິດສະຣາເອນ​ຈະ​ປົກຄອງ​ພວກ​ທີ່​ກົດຂີ່​ພວກເຂົາ.

ໃນ​ມື້​ທີ​ພຣະເຈົ້າ​ຢາເວ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ທຸກທໍລະມານ ແລະ ຄວາມ​ວຸ້ນວາຍ​ຂອງ​ພວກເຈົ້າ ແລະ ຈາກ​ການ​ຖືກ​ບັງຄັບ​ໃຫ້​ພວກເຈົ້າ​ເຮັດວຽກ​ຢ່າງ​ໜັກໜ່ວງ, ພວກເຈົ້າ​ຈະ​ເວົ້າ​ເຢາະເຢີ້ຍ​ຕໍ່​ກະສັດ​ແຫ່ງ​ບາບີໂລນ​ວ່າ:

ຜູ້​ທີ່​ກົດຂີ່​ມາ​ເຖິງ​ຈຸດຈົບ​ໄດ້​ແນວໃດ!

ຄວາມ​ຮ້ອນຮົນ​ຂອງ​ລາວ​ໝົດ​ໄປ​ໄດ້​ແນວໃດ!

ພຣະເຈົ້າ​ຢາເວ​ໄດ້​ຫັກ​ໄມ້​ແສ້​ຂອງ​ຄົນ​ຊົ່ວ​ຮ້າຍ,

ຫັກ​ໄມ້ຄ້ອນເທົ້າ​ຂອງ​ພວກ​ຜູ້ປົກຄອງ,

ທີ່​ໂຈມຕີ​ປະຊາຊົນ​ທັງ​ຫລາຍ​ດ້ວຍ​ຄວາມ​ໃຈຮ້າຍ

ຢ່າງ​ບໍ່​ຢຸດ​ເຊົາ,

ແລະ ເອົາ​ຊະນະ​ຊົນຊາດ​ຕ່າງໆ

ດ້ວຍ​ການ​ໂຈມຕີ​ຢ່າງ​ໂຫດຮ້າຍ.

ດິນແດນ​ທັງໝົດ​ກໍ​ຢຸດ​ພັກ ແລະ ສະຫງົບ​ສຸກ;

ພວກເຂົາ​ກໍ​ເປັ່ງ​ສຽງ​ຮ້ອງເພງ.

ແມ່ນແຕ່​ຕົ້ນສົນ​ຕ່າງໆ ແລະ ຕົ້ນໄມ້ສີດາ​ແຫ່ງ​ເລບານອນ

ກໍ​ຊົມຊື່ນ​ຍິນດີ ແລະ ເວົ້າ​ວ່າ,

“ບັດນີ້ ເຈົ້າ​ໄດ້​ຕົກຕ່ຳ​ລົງ​ແລ້ວ,

ບໍ່​ມີ​ຜູ້ໃດ​ຕັດ​ພວກເຮົາ​ລົງ”.

ແດນ​ມໍລະນາ​ເບື້ອງ​ລຸ່ມ​ທັງໝົດ​ກໍ​ລຸກ​ຂຶ້ນ

ເພື່ອ​ຕ້ອນຮັບ​ການ​ມາ​ຂອງ​ເຈົ້າ;

ມັນ​ປຸກ​ວິນຍານ​ຂອງ​ຜູ້​ທີ່​ຈາກ​ໄປ​ຂຶ້ນ​ມາ​ເພື່ອ​ທັກທາຍ​ເຈົ້າ

ຄື ທຸກຄົນ​ທີ່​ເຄີຍ​ເປັນ​ຜູ້ນຳ​ໃນ​ໂລກ;

ມັນ​ເຮັດ​ໃຫ້​ບັນດາ​ກະສັດ​ລຸກ​ຂຶ້ນ​ມາ​ຈາກ​ບັນລັງ​ຂອງ​ພວກເຂົາ.

ຄື ທຸກຄົນ​ທີ່​ເຄີຍ​ເປັນ​ກະສັດ​ປົກຄອງ​ເໜືອ​ຊົນຊາດ​ຕ່າງໆ.

ພວກເຂົາ​ທັງໝົດ​ຈະ​ຮ້ອງ​ອອກ​ມາ,

ພວກເຂົາ​ຈະ​ເວົ້າ​ກັບ​ເຈົ້າ​ວ່າ,

“ບັດນີ້​ເຈົ້າ​ກໍ​ໄດ້​ກາຍ​ເປັນ​ຄົນ​ອ່ອນແອ​ຄືກັນ​ກັບ​ພວກເຮົາ;

ເຈົ້າ​ໄດ້​ກາຍ​ເປັນ​ເໝືອນ​ພວກເຮົາ”.

ຄວາມ​ຈອງຫອງ​ທັງໝົດ​ຂອງ​ເຈົ້າ​ໄດ້​ນໍາ​ລົງ​ໄປ​ສູ່​ຂຸມ​ຝັງສົບ,

ພ້ອມ​ທັງ​ສຽງ​ພິນ​ຂອງ​ເຈົ້າ;

ໜອນ​ຈະ​ກະຈາຍ​ໄປ​ທົ່ວ​ຕົວ​ຂອງ​ເຈົ້າ

ແລະ ໜອນ​ປົກຄຸມ​ໂຕ​ຂອງ​ເຈົ້າ.

ໂອ ດາວ​ຮຸ່ງ​ອາລຸນ, ລູກ​ແຫ່ງ​ຮຸ່ງ​ອາລຸນ,

ເຈົ້າ​ໄດ້​ຕົກ​ລົງ​ມາ​ຈາກ​ຟ້າ​ສະຫວັນ​ແລ້ວ​ນໍ!

ຄັ້ງ​ໜຶ່ງ​ເຈົ້າ​ເຄີຍ​ເຮັດໃຫ້​ບັນດາ​ຊົນຊາດ​ຕ່າງໆ​ຕົກຕ່ຳ​ລົງ,

ແຕ່​ບັດນີ້​ເຈົ້າ​ຖືກ​ໂຍນ​ຖິ້ມ​ລົງ​ມາ​ສູ່​ແຜ່ນດິນ​ໂລກ​ແລ້ວ!

ເຈົ້າ​ໄດ້​ເວົ້າ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ວ່າ,

“ຂ້ອຍ​ຈະ​ຂຶ້ນ​ໄປ​ສະຫວັນ;

ຂ້ອຍ​ຈະ​ຕັ້ງ​ບັນລັງ​ຂອງ​ຂ້ອຍ​ຂຶ້ນ

ເໜືອ​ດວງດາວ​ຕ່າງໆ​ຂອງ​ພຣະເຈົ້າ;

ຂ້ອຍ​ຈະ​ຂຶ້ນ​ນັ່ງ​ເທິງ​ບັນລັງ​ເໜືອ​ພູເຂົາ​ແຫ່ງ​ການ​ຊຸມນຸມ,

ເທິງ​ຍອດ​ສູງສຸດ​ຂອງ​ພູເຂົາ​ສັກສິດ.1

ຂ້ອຍ​ຈະ​ຂຶ້ນ​ໄປ​ເທິງ​ເໜືອ​ເມກ;

ຂ້ອຍ​ຈະ​ເຮັດ​ໃຫ້​ຕົນ​ເອງ​ເປັນ​ເໝືອນ​ອົງ​ຜູ້​ສູງສຸດ”.

ແຕ່​ເຈົ້າ​ຖືກ​ນຳ​ລົງ​ມາ​ສູ່​ແດນມໍລະນາ,

ລົງ​ມາ​ສູ່​ຂຸມ​ເລິກ​ທີ່​ສຸດ.

ບັນດາ​ຜູ້​ທີ່​ເຫັນ​ເຈົ້າ​ກໍ​ແນມ​ເບິ່ງ​ເຈົ້າ,

ພວກເຂົາ​ຄິດ​ເຖິງ​ຊະຕາກໍາ​ຂອງ​ເຈົ້າ​ວ່າ:

“ຄົນ​ນີ້​ບໍ​ທີ່​ສັ່ນ​ແຜ່ນດິນ​ໂລກ

ແລະ ເຮັດ​ໃຫ້​ອານາຈັກ​ຕ່າງໆ​ສັ່ນສະທ້ານ?

ຄົນ​ຜູ້​ທີ່​ເຮັດໃຫ້​ໂລກ​ເປັນ​ຖິ່ນແຫ້ງແລ້ງ​ກັນດານ,

ຜູ້​ທີ່​ທຳລາຍ​ເມືອງ​ຕ່າງໆ

ແລະ ບໍ່​ຍອມ​ປ່ອຍ​ຊະເລີຍ​ທັງຫລາຍ​ຂອງ​ຕົນ​ກັບ​ຄືນ​ເມືອ​ບ້ານ?”.

ບັນດາ​ກະສັດ​ທັງໝົດ​ຂອງ​ຊົນຊາດ​ຕ່າງໆ​ນອນ​ຢູ່​ໃນ​ຂຸມ​ຝັງສົບ,

ແຕ່​ລະ​ຄົນ​ນອນ​ຢູ່​ໃນ​ຂຸມ​ຂອງ​ຕົນ.

ແຕ່​ເຈົ້າ​ຈະ​ຖືກ​ໄລ່​ອອກ​ມາ​ຈາກ​ຂຸມ​ຝັງສົບ​ຂອງ​ເຈົ້າ

ເໝືອນດັ່ງ​ຫງ່າ​ໄມ້​ຫັກ;

ເຈົ້າ​ຈະ​ຖືກ​ຖົມ​ດ້ວຍ​ຊາກສົບ​ຂອງ​ຄົນ​ທີ່​ຖືກ​ຂ້າ,

ລວມ​ກັນ​ກັບ​ຜູ້​ທີ່​ໄດ້​ຕາຍ​ໄປ​ຍ້ອນ​ຄົມ​ດາບ,

ພວກ​ຜູ້​ທີ່​ໂຍນ​ລົງ​ໄປ​ສູ່​ພື້ນ​ຫີນ​ຂຸມ​ເລິກ.

ເໝືອນດັ່ງ​ຊາກສົບ​ທີ່​ຖືກ​ຢຽບຢໍ່າ,

ເຈົ້າ​ຈະ​ບໍ່​ໄດ້​ຖືກ​ຝັງ​ສົບ​ໄວ້​ຮ່ວມ​ກັນ​ກັບ​ພວກເຂົາ,

ເພາະ​ເຈົ້າ​ໄດ້​ທຳລາຍ​ລ້າງ​ດິນແດນ​ຂອງ​ເຈົ້າ

ແລະ ຂ້າ​ປະຊາຊົນ​ຂອງ​ເຈົ້າ.

ຢ່າ​ໃຫ້​ລູກ​ຫລານ​ຂອງ​ຄົນ​ຊົ່ວ​ຮ້າຍ

ຖືກ​ກ່າວ​ເຖິງ​ອີກ.

ຈົ່ງ​ຕຽມ​ບ່ອນ​ສຳລັບ​ການ​ຂ້າ​ພວກ​ລູກ​ຂອງ​ລາວ;

ເພາະ​ບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ;

ພວກເຂົາ​ຈະ​ບໍ່​ໄດ້​ຂຶ້ນ​ມາ​ຄອບຄອງ​ດິນແດນ​ນັ້ນ

ແລະ ປົກຄຸມ​ໂລກ​ດ້ວຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.

ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ປະກາດ​ວ່າ,

“ເຮົາ​ຈະ​ລຸກ​ຂຶ້ນ​ມາ​ຕໍ່ສູ້​ພວກເຂົາ.

ເຮົາ​ຈະ​ຕັດ​ຊື່​ຄົນ​ທີ່​ເຫລືອ​ຢູ່,

ທັງ​ລູກຫລານ ແລະ ເຊື້ອສາຍ​ອອກຈາກ​ບາບີໂລນ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ເຮົາ​ຈະ​ປ່ຽນ​ບາບີໂລນ​ໃຫ້​ກາຍ​ເປັນ​ບ່ອນຢູ່​ຂອງ​ນົກເຄົ້າ

ແລະ​ໃຫ້​ເປັນ​ໜອງ​ບຶງ;

ເຮົາ​ຈະ​ກວາດ​ດິນແດນ​ນີ້​ດ້ວຍ​ຟອຍ​ແຫ່ງ​ການ​ທໍາລາຍ”.

ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ປະກາດ​ດັ່ງນັ້ນ.

ຄຳ​ທຳນວາຍ​ຕໍ່ສູ້​ອັດຊີເຣຍ

ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ສາບານ​ໄວ້​ວ່າ,

“ແນ່ນອນ, ເຮົາ​ວາງແຜນ​ໄວ້​ຢ່າງໃດ, ມັນ​ຈະ​ເປັນ​ຢ່າງນັ້ນ​ແນ່ນອນ,

ແລະ ເຮົາ​ປະສົງ​ຢ່າງໃດ, ມັນ​ຈະ​ເກີດ​ຂຶ້ນ​ຕາມ​ນັ້ນ.

ເຮົາ​ຈະ​ບົດ​ກອງທັບ​ອັດຊີເຣຍ​ໃນ​ດິນແດນ​ຂອງ​ເຮົາ;

ເຮົາ​ຈະ​ຢຽບ​ພວກເຂົາ​ລົງ​ທີ່​ພູເຂົາ​ຂອງ​ເຮົາ.

ແອກ​ຂອງ​ພວກເຂົາ​ຈະ​ຖືກ​ຍົກ​ອອກ​ໄປ​ຈາກ​ປະຊາຊົນ​ຂອງ​ເຮົາ,

ແລະ ພາລະ​ໜັກ​ຂອງ​ພວກເຂົາ​ຈະ​ຖືກ​ກໍາຈັດ​ອອກ​ໄປ​ຈາກ​ບ່າ​ຂອງ​ພວກເຂົາ”.

ນີ້​ແມ່ນ​ແຜນການ​ທີ່​ກຳນົດ​ໄວ້​ສຳລັບ​ຄົນ​ທັງ​ໂລກ;

ນີ້​ຄື​ມື​ທີ່​ຢຽດ​ອອກ​ເໜືອ​ຊົນຊາດ​ທັງໝົດ.

ເພາະ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ກຳນົດ​ໄວ້, ແລະ ຜູ້ໃດ​ຈະ​ເຮັດ​ໃຫ້​ພຣະອົງ​ປ່ຽນ​ໃຈ​ໄດ້?

ມື​ຂອງ​ພຣະອົງ​ໄດ້​ຢຽດ​ອອກ, ແລະ ຜູ້ໃດ​ຈະ​ເຮັດ​ໃຫ້​ພຣະອົງ​ຫົດ​ມື​ກັບ​ໄປ?

ຄຳ​ທຳນວາຍ​ຕໍ່ສູ້​ຟີລິດສະຕິນ

ໃນ​ປີ​ທີ່​ກະສັດ​ອາຮາດ​ຕາຍ ມີ​ຄໍາສັ່ງ​ຈາກ​ພຣະເຈົ້າ​ດັ່ງ​ນີ້​ວ່າ:

ຊາວ​ຟີລິດສະຕິນ​ທັງໝົດ, ຢ່າ​ຍິນດີ,

ວ່າ​ໄມ້ຄ້ອນ​ທີ່​ຕີ​ເຈົ້າ​ນັ້ນ​ຫັກ​ແລ້ວ;

ຈາກ​ຮາກ​ເຫງົ້າ​ຂອງ​ງູ​ໂຕ​ນັ້ນ​ຈະ​ເກີດ​ງູພິດ,

ເປັນ​ງູເຫົ່າ​ພິດ​ຮ້າຍ​ທີ່​ຈອບ​ກັດ.

ຜູ້​ທຸກ​ຍາກ​ທີ່ສຸດ​ຈະ​ພົບ​ທົ່ງຫຍ້າ,

ແລະ ຄົນ​ຂັດສົນ​ຈະ​ນອນ​ລົງ​ຢ່າງ​ປອດໄພ.

ແຕ່​ເຮົາ​ຈະ​ທຳລາຍ​ຮາກ​ຂອງ​ເຈົ້າ​ດ້ວຍ​ການ​ກັນດານ​ອາຫານ;

ມັນ​ຈະ​ຜານ​ຊີວິດ​ພວກເຈົ້າ​ທີ່​ເຫລືອ.

ປະຕູ​ເມືອງ, ຈົ່ງ​ຮ້ອງໄຫ້! ນະຄອນ​ເຈົ້າ, ຈົ່ງ​ຄ່ຳຄວນ!

ຊາວ​ຟີລິດສະຕິນ​ທັງໝົດ! ຈົ່ງ​ຢ້ານ​ກົວ!

ຄວັນ​ຂຶ້ນ​ມາ​ຈາກ​ທິດ​ເໜືອ,

ແລະ ບໍ່​ມີ​ຜູ້ໃດ​ຫລົງ​ເຂົ້າ​ມາ​ໃນ​ແຖວ​ນັ້ນ​ຈັກ​ຄົນ.

ຈະ​ຕອບ​ຄະນະ​ທູດ

ຂອງ​ຊົນຊາດ​ນັ້ນ​ວ່າ​ແນວໃດ?

“ພຣະເຈົ້າ​ຢາເວ​ໄດ້​ຕັ້ງ​ຊີໂອນ​ໄວ້,

ແລະ ຄົນ​ທີ່​ທຸກ​ລຳບາກ​ໃນ​ເມືອງ​ນັ້ນ​ຈະ​ພົບ​ບ່ອນ​ລີ້ໄພ”.

Source notes (1)
  1. Footnote ຫລື ທາງ​ທິດ​ເໜືອ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.