Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 15

ຄຳ​ທຳນວາຍ​ຕໍ່ສູ້​ໂມອາບ

(ຢມຢ 48:29-36)

ຄໍາທໍານວາຍ​ຕໍ່ສູ້​ໂມອາບ​ມີ​ດັ່ງ​ນີ້:

ນະຄອນ​ອາຣະ​ໃນ​ໂມອາບ​ໄດ້​ຖືກ​ທຳລາຍ,

ຈິບຫາຍ​ໃນ​ຄືນ​ດຽວ!

ນະຄອນ​ກີຣະ​ໃນ​ໂມອາບ​ໄດ້​ຖືກ​ທຳລາຍ,

ຈິບຫາຍ​ໃນ​ຄືນ​ດຽວ!

ຊາວ​ດີໂບນ​ຂຶ້ນ​ໄປ​ຍັງ​ວິຫານ,

ຂຶ້ນ​ໄປ​ເທິງ​ບ່ອນ​ສູງ​ທັງຫລາຍ​ເພື່ອ​ຮ້ອງໄຫ້;

ໂມອາບ​ໄວ້ອາໄລ​ໃຫ້​ເນໂບ ແລະ ເມເດບາ.

ທຸກຄົນ​ໄດ້​ແຖ​ຫົວ

ແລະ ທຸກຄົນ​ໄດ້​ແຖ​ໜວດ​ເຄົາ.

ຕາມ​ຖະໜົນ ພວກເຂົາ​ໃສ່​ຜ້າ​ກະສອບ​ເຂົ້າ;

ເທິງ​ຫລັງ​ຄາ ແລະ ຕາມ​ເດີ່ນ​ສາທາລະນະ

ພວກເຂົາ​ທັງໝົດ​ຮ້ອງ​ຄ່ຳຄວນ,

ແລະ ໝອບ​ລົງ​ຮ້ອງໄຫ້.

ຊາວ​ເຮັດຊະໂບນ ແລະ ເອເລອາເລ​ສົ່ງ​ສຽງ​ຮ້ອງໄຫ້,

ສຽງ​ຮ້ອງໄຫ້​ຂອງ​ພວກເຂົາ​ໄດ້​ຍິນ​ໄກ​ຮອດ​ຢາຮາດ.

ເຫດສະນັ້ນ ນັກຮົບ​ຂອງ​ໂມອາບ​ຈຶ່ງ​ຮ້ອງໄຫ້​ອອກ​ມາ,

ແລະ ຫົວໃຈ​ກໍ​ອ່ອນ​ແຮງ.

ຫົວໃຈ​ຂອງ​ເຮົາ​ຮ້ອງໄຫ້​ໃຫ້​ກັບ​ໂມອາບ;

ຜູ້​ລີ້ໄພ​ຂອງ​ນາງ​ໜີ​ໄປ​ໄກ​ຮອດ​ໂຊອາ,

ໄກ​ຮອດ​ເອັກລາດ​ເຊລິດຊີຢາ.

ພວກເຂົາ​ຂຶ້ນ​ໄປ​ຕາມ​ທາງ​ສູ່​ລູຮິດ,

ທັງ​ໄປ​ທັງ​ຮ້ອງໄຫ້;

ພວກເຂົາ​ຄ່ຳຄວນ​ກ່ຽວກັບ​ຄວາມ​ຈິບຫາຍ​ຂອງ​ຕົນ.

ໄປ​ຕະຫລອດ​ທາງ​ສູ່​ໂຮໂຣນາອິມ

ຫ້ວຍນ້ຳ​ນິມຣິມ​ໄດ້​ແຫ້ງ

ແລະ ຫຍ້າ​ກໍ​ຫ່ຽວ​ແຫ້ງ;

ພືດພັນ​ກໍ​ໝົດ​ໄປ

ແລະ ບໍ່​ມີ​ສິ່ງ​ຂຽວ​ອັນໃດ​ເຫລືອ​ຢູ່.

ດັ່ງນັ້ນ ຊັບສິນ​ທີ່​ພວກເຂົາ​ຫາ​ມາ​ໄດ້ ແລະ ເກັບ​ສະ​ສົມ​ໄວ້

ພວກເຂົາ​ກໍ​ແບກ​ຂ້າມ​ຫ້ວຍນໍ້າ​ຂອງ​ຮ່ອມພູ​ແຫ່ງ​ຕົ້ນປໍປາ​ໄປ.

ສຽງ​ຮ້ອງ​ຂອງ​ພວກເຂົາ​ດັ່ງ​ກ້ອງ​ໄປ​ຕະຫລອດ​ຊາຍແດນ​ໂມອາບ;

ສຽງ​ຄວນຄາງ​ຂອງ​ພວກເຂົາ​ໄປ​ໄກ​ຮອດ​ເອັກລາອີມ,

ສຽງ​ຄ່ຳຄວນ​ຮ້ອງໄຫ້​ດັ່ງ​ໄປ​ຮອດ​ເບເອເຣລີມ.

ຫ້ວຍນ້ຳ​ດີໂບນ1 ເຕັມ​ໄປ​ດ້ວຍ​ເລືອດ,

ແຕ່​ເຮົາ​ຍັງ​ຈະ​ສືບຕໍ່​ນໍາ​ສິ່ງ​ຕ່າງໆ​ມາສູ່​ດີໂບນ​ອີກ

ສິງ​ໂຕ​ໜຶ່ງ​ຈະ​ຕາມ​ລ່າ​ຜູ້​ລີ້ໄພ​ຊາວ​ໂມອາບ

ແລະ ໄລ່​ລ່າ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ.

Source notes (1)
  1. Footnote ສຳ​ເນົາ LXX. ບາງ​ສະບັບ ແລະ ສະບັບ LXX. ແລະ Vulg. ວ່າ ດີໂບນ ທັງ​ສອງ​ແຫ່ງ​ໃນ​ຂໍ້​ນີ້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.