Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 16

ຈົ່ງ​ສົ່ງ​ແກະ​ມາ​ເປັນ​ເຄື່ອງ​ບັນນາການ

ແກ່​ຜູ້​ປົກຄອງ​ດິນແດນ,

ຈາກ​ເມືອງ​ເສລາ, ຂ້າມ​ຖິ່ນແຫ້ງແລ້ງກັນດານ,

ມາ​ທີ່​ພູເຂົາ​ຂອງ​ລູກສາວ​ແຫ່ງ​ຊີໂອນ.1

ບັນດາ​ແມ່ຍິງ​ຂອງ​ໂມອາບ

ຖືກ​ປ່ອຍ​ໄວ້​ແຄມຝັ່ງ​ຂອງ​ແມ່ນ້ຳ​ອາກໂນນ,

ດັ່ງ​ນົກ​ພື​ປີກ

ທີ່​ຖືກ​ໄລ່​ໜີ​ຈາກ​ຮັງ.

ໂມອາບ​ເວົ້າ​ວ່າ, “ຂໍ​ໃຫ້​ຄຳ​ປຶກສາ”,

“ຂໍ​ຊ່ວຍ​ຕັດສິນໃຈ.

ຂໍ​ໃຫ້​ຮົ່ມ​ເງົາ​ດັ່ງ​ຕອນ​ກາງຄືນ

ທ່າມກາງ​ແສງ​ແດດ​ຂອງ​ຕອນທ່ຽງ.

ຂໍ​ເຊື່ອງ​ຜູ້​ໜີ​ໄພ​ໄວ້,

ຢ່າ​ທໍລະຍົດ​ຫັກ​ຫລັງ​ຜູ້​ລີ້​ໄພ.

ຂໍ​ໃຫ້​ບັນດາ​ຜູ້​ລີ້​ໄພ​ຊາວ​ໂມອາບ​ພັກ​ຢູ່​ກັບ​ທ່ານ;

ຂໍ​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຜູ້​ທຳລາຍ”.

ຜູ້​ກົດ​ຂີ່​ຈະ​ມາ​ເຖິງ​ຈຸດ​ຈົບ,

ແລະ ການ​ທໍາລາຍ​ຈະ​ຢຸດຕິ​ລົງ;

ຜູ້​ກົດຂີ່​ຂົ່ມເຫັງ​ຈະ​ໝົດ​ໄປ​ຈາກ​ດິນແດນ.

ດ້ວຍ​ຄວາມ​ຮັກ ບັນລັງ​ໜຶ່ງ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ຂຶ້ນ;

ຜູ້​ໜຶ່ງ​ຈາກ​ເຊື້ອສາຍ​ຂອງ​ດາວິດ

ຈະ​ນັ່ງ​ເທິງ​ບັນລັງ​ນັ້ນ​ດ້ວຍ​ຄວາມ​ສັດຊື່

ເປັນ​ຜູ້​ຕັດສິນ​ຢ່າງ​ຍຸຕິທຳ

ແລະ ສົ່ງເສີມ​ຄວາມ​ຊອບທຳ.

ພວກເຮົາ​ໄດ້​ຍິນ​ເຖິງ​ຄວາມ​ອວດອົ່ງ​ຂອງ​ໂມອາບ

ຄວາມ​ອວດອົ່ງ, ຄວາມ​ຈອງຫອງ ແລະ ຄວາມ​ອວດດີ

ຂອງ​ໂມອາບ​ນັ້ນ​ໃຫຍ່​ພຽງໃດ;

ແຕ່​ຄຳ​ໂອ້ອວດ​ຂອງ​ໂມອາບ​ກໍ​ຫວ່າງ​ເປົ່າ.

ເຫດສະນັ້ນ ຊາວ​ໂມອາບ​ຈຶ່ງ​ພາ​ກັນ​ຮ້ອງໄຫ້,

ພວກເຂົາ​ພາກັນ​ຮ້ອງໄຫ້​ໃຫ້​ກັບ​ແຜ່ນດິນ​ໂມອາບ,

ໂສກເສົ້າ ແລະ ຄ່ຳຄວນ

ໃຫ້​ກັບ​ເຂົ້າໜົມ​ໝາກ​ອະງຸ່ນ​ຂອງ​ກີຣະເຮເຣັດ.

ທົ່ງນາ​ແຫ່ງ​ເຮັດຊະໂບນ​ກໍ​ຫ່ຽວແຫ້ງ,

ເຄືອ​ອະງຸ່ນ​ຂອງ​ສິບມາ​ກໍ​ເໝືອນ​ກັນ.

ບັນດາ​ຜູ້​ປົກຄອງ​ຊົນຊາດ​ຕ່າງໆ

ໄດ້​ຢຽບຢໍ່າ​ເຄືອ​ອະງຸ່ນ​ທີ່​ດີ​ທີ່ສຸດ,

ທີ່​ຄັ້ງ​ໜຶ່ງ​ເຄີຍ​ງອກງາມ​ໄປ​ຮອດ​ຢາເຊ

ແລະ ແຜ່​ຂະຫຍາຍ​ໄປ​ຮອດ​ຖິ່ນແຫ້ງແລ້ງກັນດານ.

ກິ່ງ​ກ້ານ​ຂອງ​ມັນ​ແຕກ​ໜໍ່​ປົ່ງ​ດອກ

ແລະ ໄປ​ໄກ​ຮອດ​ທະເລ.

ສະນັ້ນ​ເຮົາ​ຈຶ່ງ​ຮ້ອງໄຫ້, ຄື​ຢາເຊ​ຮ້ອງ​ໄຫ້,

ໃຫ້​ກັບ​ເຄືອ​ອະງຸ່ນ​ແຫ່ງ​ສິບມາ.

ເຮັດຊະໂບນ ແລະ ເອເລອາເລ,

ເຮົາ​ຫລັ່ງ​ນ້ຳ​ຕາ​ໃຫ້​ເຈົ້າ​ຈົນ​ປຽກ​ຊຸ່ມ!

ສຽງ​ໂຫ່​ຮ້ອງ​ຍິນດີ​ເມື່ອ​ຮວບຮວມ​ຫມາກໄມ້​ສຸກ

ແລະ ເມື່ອ​ເກັບ​ກ່ຽວ​ພືດຜົນ​ຂອງ​ເຈົ້າ​ນັ້ນ​ກໍ​ງຽບ​ໄປ.

ຄວາມ​ຊື່ນຊົມ ແລະ ຄວາມ​ຍິນດີ​ກໍ​ຖືກ​ເອົາ​ໄປ​ຈາກ​ສວນ​ຫມາກໄມ້;

ບໍ່​ມີ​ຜູ້ໃດ​ຮ້ອງເພງ ຫລື ໂຫ່​ຮ້ອງ​ໃນ​ສວນ​ອະງຸ່ນ;

ບໍ່​ມີ​ຜູ້ໃດ​ຢໍ່າ​ໝາກ​ອະງຸ່ນ​ຢູ່​ອ່າງ​ບີບ​ໝາກ​ອະງຸ່ນ​ອີກ​ຕໍ່ໄປ,

ເພາະ​ເຮົາ​ໄດ້​ຢຸດຕິ​ສຽງ​ໂຫ່​ຮ້ອງ​ນັ້ນ​ແລ້ວ.

ຫົວໃຈ​ຂອງ​ເຮົາ​ຄ່ຳຄວນ​ເພື່ອ​ໂມອາບ​ດັ່ງ​ສຽງ​ພິນ,

ສ່ວນ​ເລິກ​ຂອງ​ຈິດໃຈ​ອາໄລ​ກີຣະເຮເຣັດ.

ເມື່ອ​ໂມອາບ​ຂຶ້ນ​ໄປ​ທີ່​ສະຖານ​ບູຊາ​ເທິງ​ທີ່​ສູງ,

ກໍ​ເຮັດ​ໃຫ້​ຕົນ​ເອງ​ເມື່ອຍ​ເທົ່ານັ້ນ;

ເມື່ອ​ຂຶ້ນ​ໄປ​ອະທິຖານ​ຢູ່​ທີ່​ສະຖານ​ບູຊາ,

ມັນ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກ່ຽວ​ກັບ​ໂມອາບ​ໄວ້​ຢ່າງ​ນີ້. ແຕ່​ບັດນີ້ ພຣະເຈົ້າ​ຢາເວ​ເວົ້າ​ວ່າ: “ພາຍໃນ​ສາມ​ປີ, ຕາມ​ປີ​ຕາມ​ສັນຍາ​ວ່າ​ຈ້າງ​ແຮງງານ​ນັ້ນ ຄວາມ​ສະຫງ່າງາມ​ຂອງ​ໂມອາບ ແລະ ປະຊາຊົນ​ທັງໝົດ​ຂອງ​ໂມອາບ​ຈະ​ຖືກ​ດູຖູກ​ຢຽບ​ລົງ, ແລະ ຜູ້​ທີ່​ລອດ​ຊີວິດ​ຢູ່​ກໍ​ມີ​ໜ້ອຍ​ຄົນ ແລະ ອິດອ່ອນ​ເມື່ອຍ​ແຮງ”.

Source notes (1)
  1. Footnote ຄື ຊາວ​ເຢຣູຊາເລັມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.