Biblica® Open Lao Contemporary Version
ເອຊາຢາ 17
ຄໍາທໍານວາຍຕໍ່ສູ້ດາມັສກັດ
ຄໍາທໍານວາຍຕໍ່ສູ້ດາມັສກັດມີດັ່ງນີ້:
“ຈົ່ງເບິ່ງ, ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປ
ແຕ່ຈະກາຍເປັນຊາກຫັກພັງ.
ນະຄອນຕ່າງໆຂອງອາໂລເອີຈະຖືກຖິ້ມຮ້າງ,
ແລະ ຖິ້ມໄວ້ໃຫ້ຝູງແກະ, ທີ່ພວກມັນຈະນອນລົງທີ່ນັ້ນ,
ແລະ ບໍ່ມີຜູ້ໃດເຮັດໃຫ້ພວກມັນຕົກໃຈຢ້ານ.
ເມືອງທີ່ມີປ້ອມປ້ອງກັນຈະສູນຫາຍໄປຈາກເອຟຣາອິມ,
ແລະ ອຳນາດຂອງດາມັສກັດຈະສິ້ນສຸດລົງ;
ປະຊາຊົນທີ່ເຫລືອຢູ່ຂອງອາຣາມຈະເປັນ
ເໝືອນສະຫງ່າລາສີຂອງອິດສະຣາເອນ”,
ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ.
“ໃນວັນນັ້ນສະຫງ່າລາສີຂອງຢາໂຄບຈະເຊື່ອມລົງ;
ໄຂມັນຕາມຮ່າງກາຍຂອງລາວຈະຫາຍໄປ.
ມັນຈະເປັນດັ່ງຄົນເກັບກ່ຽວເຂົ້າຢູ່ທົ່ງນາ,
ຮວບຮວມເຂົ້າໄວ້ໃນແຂນຂອງພວກເຂົາ.
ເປັນເໝືອນເວລາທີ່ຄົນເກັບເລັມເອົາຮວງເຂົ້າທີ່ຕົກຢູ່
ໃນຮ່ອມພູເຣຟາອິມ.
ແຕ່ກໍມີບາງສ່ວນທີ່ຍັງເຫລືອຢູ່,
ເປັນເໝືອນຕົ້ນໝາກກອກເທດຖືກຟາດ,
ກໍຍັງມີເຫລືອຢູ່ສອງ ຫລື ສາມໝາກທີ່ຢູ່ເທິງປາຍກົກ, ສີ່ ຫລື ຫ້າໝາກທີ່ເກີດໝາກຢູ່ຕາມງ່າຕ່າງໆ”,
ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ
ປະກາດດັ່ງນີ້.
ໃນມື້ນັ້ນປະຊາຊົນຈະເບິ່ງໄປທີ່ຜູ້ສ້າງຂອງພວກເຂົາ
ແລະ ຫັນໄປເບິ່ງພຣະເຈົ້າອົງບໍລິສຸດແຫ່ງອິດສະຣາເອນ.
ພວກເຂົາຈະບໍ່ເບິ່ງແທ່ນບູຊາຕ່າງໆ,
ທີ່ພວກເຂົາໄດ້ເຮັດຂຶ້ນດ້ວຍມືຂອງພວກເຂົາເອງ,
ແລະ ພວກເຂົາຈະບໍ່ເຄົາລົບນັບຖືເສົາເຈົ້າແມ່ອາເຊຣາ1
ແລະ ແທ່ນເຜົາເຄື່ອງຫອມທີ່ນິ້ວມືຂອງພວກເຂົາໄດ້ສ້າງຂຶ້ນ.
ໃນມື້ນັ້ນເມືອງຕ່າງໆທີ່ເຂັ້ມແຂງຂອງພວກເຂົາ, ທີ່ພວກເຂົາໄດ້ປະຖິ້ມໄວ້ເພາະຊາວອິດສະຣາເອນຈະເປັນເໝືອນບ່ອນຮົກຮ້າງທີ່ເຕັມໄປດ້ວຍປ່າໄມ້ ແລະ ຟຸ່ມໜາມຕ່າງໆ. ແລະ ທຸກສິ່ງຈະຖືກປະຖິ້ມໄວ້.
ພວກເຈົ້າໄດ້ລືມໄລພຣະເຈົ້າພຣະຜູ້ໄຖ່ຂອງພວກເຈົ້າ;
ພວກເຈົ້າບໍ່ໄດ້ລະນຶກເຖິງສີລາ, ຜູ້ທີ່ເປັນປ້ອມປ້ອງກັນຂອງພວກເຈົ້າ.
ເຫດສະນັ້ນ, ເຖິງແມ່ນວ່າພວກເຈົ້າປູກພືດທີ່ດີທີ່ສຸດ
ແລະ ປູກຕົ້ນອະງຸ່ນທີ່ເອົາມາຈາກຕ່າງຊາດ,
ເຖິງແມ່ນວ່າເຈົ້າເຮັດໃຫ້ມັນປົ່ງຂຶ້ນ, ໃນມື້ດຽວກັບທີ່ເຈົ້າໄດ້ປູກພວກມັນ,
ແລະ ເມື່ອພວກເຈົ້າໄດ້ປູກມັນໃນຕອນເຊົ້າ, ພວກເຈົ້າເຮັດໃຫ້ພວກມັນແຕກດອກອອກມາ,
ແຕ່ກໍຈະບໍ່ໄດ້ເກັບກ່ຽວສິ່ງໃດເລີຍ
ໃນວັນແຫ່ງໂຣກຮ້າຍແຮງ ແລະ ຄວາມເຈັບປວດທີ່ຮັກສາບໍ່ໄດ້.
ວິບັດແກ່ຊົນຊາດທັງຫລາຍທີ່ໂກດແຄ້ນ
ພວກເຂົາໂກດແຄ້ນເໝືອນດັ່ງສຽງທະເລອຶກກະທຶກ!
ວິບັດແກ່ປະຊາຊົນຜູ້ທີ່ໂຫ່ຮ້ອງ
ພວກເຂົາສົ່ງສຽງຮ້ອງເໝືອນດັ່ງແມ່ນໍ້າໃຫຍ່ປັ່ນປ່ວນ!
ເຖິງແມ່ນວ່າປະຊາຊົນສົ່ງສຽງຮ້ອງເໝືອນດັ່ງສຽງຄື້ນນ້ຳກໍາລັງໄຫລແຮງ,
ເມື່ອພຣະເຈົ້າກ່າວຕໍາໜິພວກເຂົາ ພວກເຂົາກໍປິວໜີໄປໄກ,
ດັ່ງລົມພັດຂີ້ຝຸ່ນຂຶ້ນໄປເທິງເນີນພູ,
ດັ່ງຫຍ້າທີ່ຖືກພະຍຸແຮງພັດໄປ.
ໃນຕອນແລງ, ຄວາມຢ້ານກໍເຂົ້າມາທັນທີ!
ກ່ອນຕອນເຊົ້າ, ພວກເຂົາກໍໄປແລ້ວ!
ນີ້ແມ່ນສ່ວນໜຶ່ງຂອງພວກທີ່ປຸ້ນພວກເຮົາ
ແລະ ຢຶດເອົາສິ່ງຂອງຂອງພວກເຮົາໄປ.
Source notes (1)
- Footnote ຄື ສັນຍາລັກຂອງເຈົ້າແມ່ອາເຊຣາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.