Biblica® Open Lao Contemporary Version
ເອຊາຢາ 18
ຄຳທຳນວາຍຕໍ່ສູ້ກູເຊ
ວິບັດແກ່ດິນແດນຕັກແຕນ1
ລຽບຕາມແມ່ນ້ຳຂອງກູເຊ,2
ທີ່ສົ່ງທູດມາທາງທະເລ
ໂດຍເຮືອທີ່ເຮັດດ້ວຍຕົ້ນອໍ້ເທິງໜ້ານໍ້າ.
ຈົ່ງໄປ, ຜູ້ສົ່ງຂ່າວທີ່ວ່ອງໄວ,
ຈົ່ງໄປຫາຊົນຊາດທີ່ໂຕສູງ ແລະ ຜິວກ້ຽງ,
ເຊິ່ງເປັນທີ່ໜ້າຢຳເກງທັງໃກ້ ແລະ ໄກ,
ຊົນຊາດທີ່ຫົວແຂງ ແລະ ມີສຳນຽງພາສາແປກໆ,
ທີ່ດິນແດນຂອງພວກເຂົາຖືກແບ່ງແຍກດ້ວຍແມ່ນ້ຳ.
ປະຊາຊົນທັງໝົດໃນໂລກ,
ທຸກຄົນທີ່ມີຊີວິດຢູ່ໃນໂລກ,
ເມື່ອທຸງຜືນໜຶ່ງຖືກຍົກຂຶ້ນເໜືອພູເຂົາທັງຫລາຍ,
ພວກເຈົ້າຈະໄດ້ເຫັນມັນ,
ແລະ ເມື່ອສຽງແກດັ່ງຂຶ້ນ,
ພວກເຈົ້າຈະໄດ້ຍິນມັນ.
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວກັບຂ້າພະເຈົ້າວ່າ:
“ເຮົາຈະຫງຽບຢູ່ ແລະ ເບິ່ງຈາກບ່ອນຢູ່ຂອງເຮົາ,
ເໝືອນຄວາມຮ້ອນມິບມັບໃນແສງແດດ,
ເໝືອນເມກນໍ້າຄ້າງກາງແດດໃນລະດູເກັບກ່ຽວ”.
ເພາະກ່ອນການເກັບກ່ຽວ, ເມື່ອດອກບານໝົດລ່ວງໄປແລ້ວ
ແລະ ດອກກາຍເປັນໝາກອະງຸ່ນສຸກ,
ພຣະອົງຈະລິຂະແໜງນັ້ນດ້ວຍມີດ,
ແລະ ຕັດກິ່ງກ້ານຖິ້ມ.
ພວກເຂົາທັງໝົດຈະຖືກຖິ້ມໄວ້ເທິງພູເຂົາໃຫ້ນົກລ່າເຫຍື່ອ
ແລະ ໃຫ້ສັດປ່າທັງຫລາຍ;
ຝູງນົກຈະເຈາະກິນຊາກສົບຕະຫລອດລະດູຮ້ອນ,
ແລະ ສັດປ່າຈະກິນຊາກສົບຕະຫລອດລະດູໜາວ.
ໃນເວລານັ້ນຈະມີຂອງຂັວນມາຖວາຍພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່
ພວກເຂົາເປັນຊົນຊາດທີ່ໂຕສູງ ແລະ ຜິວກ້ຽງ,
ເຊິ່ງເປັນທີ່ໜ້າຢຳເກງທັງໃກ້ ແລະ ໄກ,
ຈາກຊົນຊາດທີ່ຫົວແຂງ ແລະ ມີສຳນຽງພາສາແປກໆ,
ເຊິ່ງດິນແດນຂອງພວກເຂົາຖືກແບ່ງແຍກດ້ວຍແມ່ນ້ຳ
ພວກເຂົາຈະນຳຂອງຂັວນມາຖວາຍທີ່ພູເຂົາຊີໂອນ, ຄືສະຖານທີ່ແຫ່ງນາມຂອງພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່.
Source notes (2)
- Footnote ຫລື ປີກອັນພືພັບ
- Footnote ຄື ຕອນເທິງຂອງແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.