Biblica® Open Lao Contemporary Version
ເອຊາຢາ 19
ຄຳທຳນວາຍຕໍ່ສູ້ເອຢິບ
ຄໍາທໍານວາຍຕໍ່ສູ້ເອຢິບມີດັ່ງນີ້:
ເບິ່ງແມ, ພຣະເຈົ້າຢາເວຢູ່ເທິງເມກທີ່ເຄື່ອນໄປມາຢ່າງວ່ອງໄວ
ແລະ ກຳລັງມາຍັງເອຢິບ.
ບັນດາຮູບເຄົາລົບຂອງເອຢິບສັ່ນສະທ້ານຕໍ່ໜ້າພຣະອົງ,
ແລະ ຫົວໃຈຂອງຊາວເອຢິບກໍລະລາຍໄປດ້ວຍຄວາມຢ້ານ.
“ເຮົາຈະປຸກຊາວເອຢິບໃຫ້ສູ້ຮົບກັນເອງ
ອ້າຍສູ້ກັບນ້ອງ,
ເພື່ອນບ້ານສູ້ກັບເພື່ອນບ້ານ,
ເມືອງສູ້ກັບເມືອງ,
ອານາຈັກສູ້ກັບອານາຈັກ.
ຊາວເອຢິບຈະເສຍໃຈ,
ແລະ ເຮົາຈະເຮັດໃຫ້ແຜນການຂອງພວກເຂົາລົ້ມເຫລວ;
ພວກເຂົາຈະຂໍຄຳປຶກສາຈາກຮູບເຄົາລົບ ແລະ ວິນຍານຂອງຄົນຕາຍ,
ຈາກບັນດານາງທຽມ ແລະ ໝໍຜີທັງຫລາຍ.
ເຮົາຈະມອບຊາວເອຢິບ
ໃຫ້ແກ່ນາຍຜູ້ໂຫດຮ້າຍຄົນໜຶ່ງ,
ແລະ ກະສັດຜູ້ໂຫດຮ້າຍຈະປົກຄອງພວກເຂົາ”,
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ.
ແມ່ນ້ຳທັງຫລາຍຈະແຫ້ງ,
ແລະ ພື້ນຫ້ວຍຈະແຕກແຫງ ແລະ ແຫ້ງ.
ຄອງນໍ້າຈະເນົ່າເໝັນ;
ສາຂາຂອງແມ່ນ້ຳນິນໃນເອຢິບຈະຕື້ນລົງ ແລະ ບົກແຫ້ງ.
ຕົ້ນອໍ້ ແລະ ຕົ້ນຜືຈະຫ່ຽວແຫ້ງ,
ລວມທັງພືດທັງຫລາຍທີ່ຢູ່ຕາມແມ່ນໍ້ານິນ,
ທີ່ປາກຂອງແມ່ນໍ້າ.
ທົ່ງນາທຸກບ່ອນທີ່ຫວ່ານຕາມແມ່ນໍ້ານິນ ແລະ ປາກແມ່ນ້ຳນິນ
ຈະແຫ້ງແລ້ງ, ຈະປິວໄປ ແລະ ບໍ່ມີອີກຕໍ່ໄປ.
ຊາວຫາປາຈະຄ່ຳຄວນ ແລະ ຮ້ອງໄຫ້,
ທຸກຄົນທີ່ຢ່ອນເບັດລົງໃນແມ່ນ້ຳນິນ;
ບັນດາຄົນທີ່ຂວ່າງແຫລົງນ້ຳ
ຈະຮ້ອງໄຫ້.
ບັນດາຄົນທີ່ເຮັດວຽກສາງປ່ານຈະສິ້ນຫວັງ,
ບັນດາຄົນຕໍ່າຜ້າຝ້າຍລິນິນເນື້ອລະອຽດດີກໍຈະສູນເສຍຄວາມຫວັງ,
ພວກຄົນງານຕ່ຳຜ້າຈະໝົດຫວັງ,
ແລະ ພວກລູກຈ້າງຈະຊ້ຳໃຈ.
ເຈົ້າໜ້າທີ່ຂອງໂຊອານບໍ່ມີຫຍັງລ້ວນແຕ່ໂງ່ຈ້າ;
ທີ່ປຶກສາທີ່ສະຫລາດຂອງກະສັດຟາໂຣໃຫ້ຄຳແນະນຳທີ່ບໍ່ມີເຫດຜົນ.
ເຈົ້າເວົ້າກັບກະສັດຟາໂຣໄດ້ແນວໃດວ່າ,
“ຂ້ານ້ອຍເປັນຄົນໜຶ່ງໃນພວກນັກປາດ,
ເປັນສາວົກຂອງບັນດາກະສັດບູຮານ”?
ຕອນນີ້ນັກປາດຂອງເຈົ້າໄປໃສໝົດແລ້ວ?
ໃຫ້ພວກເຂົາສະແດງ ແລະ ເຮັດໃຫ້ເຈົ້າຮູ້ວ່າ
ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ວາງແຜນ
ຈະຕໍ່ສູ້ຊາວເອຢິບແນວໃດ.
ບັນດາເຈົ້າໜ້າທີ່ຂອງໂຊອານກາຍເປັນຄົນໂງ່,
ພວກຜູ້ນຳຂອງມໍາຟິດຖືກຫລອກ;
ຫີນເສົາເອກໃນໝູ່ປະຊາຊົນ
ຊັກນໍາເອຢິບໃຫ້ຫລົງຜິດ.
ພຣະເຈົ້າຢາເວໄດ້ເທ
ຈິດໃຈແຫ່ງຄວາມມຶນງົງໃຫ້ພວກເຂົາ;
ພວກເຂົາເຮັດໃຫ້ເອຢິບສັບສົນບໍ່ວ່າຈະເຮັດຫຍັງ,
ດັ່ງຄົນເມົາໂຊເຊໄປອ້ອມກອງຮາກຂອງຕົນເອງ.
ບໍ່ມີສິ່ງໃດທີ່ເອຢິບເຮັດໄດ້ເລີຍ
ບໍ່ວ່າຫົວ ຫລື ຫາງ, ກິ່ງຕົ້ນປ່າມ ຫລື ຕົ້ນອໍ້.
ໃນວັນນັ້ນຊາວເອຢິບຈະອ່ອນແອລົງ. ພວກເຂົາຈະຕົວສັ່ນດ້ວຍຄວາມຢ້ານກົວ ພາຍໃຕ້ມືຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ທີ່ຍົກຂຶ້ນຕໍ່ສູ້ພວກເຂົາ. ແລະ ດິນແດນຢູດາຍຈະນຳຄວາມຢ້ານມາສູ່ຊາວເອຢິບ; ພຽງອ້າງຊື່ຢູດາຍທຸກຄົນກໍຢ້ານກົວເພາະສິ່ງທີ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ກໍາລັງວາງແຜນວ່າຈະເຮັດກັບພວກເຂົາ.
ໃນວັນນັ້ນເມືອງຫ້າແຫ່ງໃນເອຢິບຈະໃຊ້ພາສາຂອງຊາວການາອານ ແລະ ປະຕິຍານຕໍ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່. ໜຶ່ງໃນຫ້ານັ້ນຈະໄດ້ຊື່ວ່າເມືອງແຫ່ງດວງຕາເວັນ.1
ໃນວັນນັ້ນຈະມີແທ່ນບູຊາຖວາຍແດ່ພຣະເຈົ້າຢາເວໃນໃຈກາງເອຢິບ, ແລະ ມີອະນຸສອນແດ່ພຣະເຈົ້າຢາເວທີ່ຊາຍແດນຂອງເອຢິບ. ມັນຈະເປັນໝາຍສຳຄັນ ແລະ ພະຍານຕໍ່ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໃນດິນແດນເອຢິບ. ເມື່ອພວກເຂົາຮ້ອງຫາພຣະເຈົ້າຢາເວ ເພາະຖືກກົດຂີ່ຂົ່ມເຫັງ, ພຣະອົງຈະສົ່ງພຣະຜູ້ຊ່ວຍ ແລະ ຜູ້ປົກປ້ອງມາໃຫ້, ແລະ ພຣະອົງຈະຊ່ວຍກູ້ພວກເຂົາ. ດັ່ງນັ້ນ ພຣະເຈົ້າຢາເວຈະເຮັດໃຫ້ຊາວເອຢິບຮູ້ຈັກພຣະອົງ, ແລະ ໃນວັນນັ້ນພວກເຂົາຈະຍອມຮັບຮູ້ພຣະເຈົ້າຢາເວ. ພວກເຂົາຈະນະມັດສະການດ້ວຍເຄື່ອງບູຊາ ແລະ ຖວາຍພືດຜົນເປັນເມັດ; ພວກເຂົາຈະປະຕິຍານແດ່ພຣະເຈົ້າຢາເວ ແລະ ຮັກສາຄຳໝັ້ນສັນຍາ. ພຣະເຈົ້າຢາເວຈະຂ້ຽນຕີເອຢິບດ້ວຍໄພພິບັດ; ພຣະອົງຈະຕີພວກເຂົາ ແລະ ຮັກສາພວກເຂົາ. ພວກເຂົາຈະຫັນມາຫາພຣະເຈົ້າຢາເວ, ແລະ ພຣະອົງຈະຟັງຄຳອ້ອນວອນຂອງພວກເຂົາ ແລະ ຮັກສາພວກເຂົາໃຫ້ຫາຍດີ.
ໃນວັນນັ້ນເອຢິບ ແລະ ອັດຊີເຣຍຈະມີທາງຫລວງເຊື່ອມຕໍ່ກັນ. ຊາວອັດຊີເຣຍກັບຊາວເອຢິບຈະໄປມາຫາສູ່ກັນ. ຊາວເອຢິບ ແລະ ຊາວອັດຊີເຣຍຈະນະມັດສະການຮ່ວມກັນ. ໃນວັນນັ້ນອິດສະຣາເອນຈະເປັນໜຶ່ງໃນສາມ, ຮ່ວມກັບເອຢິບ ແລະ ອັດຊີເຣຍ, ຈະເປັນພອນເທິງແຜ່ນດິນໂລກ. ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະອວຍພອນພວກເຂົາ, ກ່າວວ່າ, “ຂໍໃຫ້ເອຢິບປະຊາຊົນຂອງເຮົາ, ອັດຊີເຣຍຜົນງານແຫ່ງມືຂອງເຮົາ, ແລະ ອິດສະຣາເອນກຳມະສິດຂອງເຮົາໄດ້ຮັບພອນ”.
Source notes (1)
- Footnote ສຳເນົາ MT. ບາງສະບັບ ແລະ ສະບັບ DSS. ແລະ Vulg. ວ່າ ສຸລິຍະຄອນ (ຄືເຮລິໂອໂປລິດ)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.