Biblica® Open Lao Contemporary Version
ເອຊາຢາ 20
ຄຳທຳນວາຍຕໍ່ສູ້ເອຢິບ ແລະ ກູເຊ
ໃນປີທີ່ກະສັດຊາກໂກນແຫ່ງອັດຊີເຣຍ, ໄດ້ສົ່ງຜູ້ບັນຊາການສູງສຸດມາໂຈມຕີອາຊະໂດດ ແລະ ຢຶດເມືອງໄດ້ ໃນເວລານັ້ນພຣະເຈົ້າຢາເວໄດ້ກ່າວຜ່ານເອຊາຢາລູກຊາຍຂອງອາໂມດ. ພຣະອົງໄດ້ກ່າວຕໍ່ລາວວ່າ, “ຈົ່ງແກ້ເສື້ອຜ້າກະສອບອອກຈາກໂຕຂອງເຈົ້າ ແລະ ປົດເກີບອອກຈາກຕີນຂອງເຈົ້າ”. ເອຊາຢາກໍໄດ້ປະຕິບັດຕາມ, ຍ່າງເປືອຍກາຍ ແລະ ຕີນເປົ່າ.
ແລ້ວພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, “ຄືກັນກັບທີ່ເອຊາຢາຜູ້ຮັບໃຊ້ຂອງເຮົາຍ່າງເປືອຍກາຍ ແລະ ຕີນເປົ່າຕະຫລອດສາມປີ, ເປັນໝາຍສຳຄັນ ແລະ ລາງຮ້າຍແກ່ເອຢິບ ແລະ ກູເຊ,1 ດັ່ງນັ້ນ ກະສັດອັດຊີເຣຍຈະຈັບຊາວເອຢິບ ແລະ ກູເຊໄປເປັນນັກໂທດ ແລະ ເປັນຊະເລີຍ ໃຫ້ຍ່າງເປືອຍກາຍ ແລະ ຕີນເປົ່າ, ບໍ່ວ່າໜຸ່ມ ຫລື ເຖົ້າ, ຕ່າງກໍເປືອຍກົ້ນນໍາຄວາມອັບອາຍມາສູ່ເອຢິບ. ບັນດາຄົນທີ່ໄວ້ວາງໃຈໃນກູເຊ ແລະ ໂອ້ອວດເລື່ອງເອຢິບຈະຢ້ານກົວ ແລະ ຖືກອັບອາຍ. ໃນວັນນັ້ນປະຊາຊົນທີ່ອາໄສຢູ່ຕາມແຄມຝັ່ງທະເລຈະເວົ້າວ່າ, ‘ເບິ່ງແມ ເກີດຫຍັງຂຶ້ນກັບຜູ້ທີ່ພວກເຮົາໄດ້ເພິ່ງພາ, ຄືບັນດາຜູ້ທີ່ພວກເຮົາໜີມາຂໍຄວາມຊ່ວຍເຫລືອ ແລະ ຊ່ວຍພວກເຮົາໃຫ້ພົ້ນຈາກກະສັດອັດຊີເຣຍ! ແລ້ວພວກເຮົາຈະໜີໄປໄດ້ແນວໃດ?’ ”
Source notes (1)
- Footnote ຄື ຕອນເທິງຂອງແມ່ນ້ຳນິນ ເຊັ່ນດຽວກັບຂໍ້ 4 ແລະ 5
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.