Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 21

ຄຳ​ທຳນວາຍ​ຕໍ່ສູ້​ບາບີໂລນ

ຄໍາ​ທໍານວາຍ​ຕໍ່ສູ້​ຖິ່ນແຫ້ງແລ້ງກັນດານ​ຕາມ​ແຄມ​ທະເລ1:

ເໝືອນ​ດັ່ງ​ລົມ​ບ້າໝູ​ທີ່​ພັດ​ຜ່ານ​ດິນແດນ​ທາງ​ພາກໃຕ້,

ຜູ້​ຮຸກຮານ​ມາ​ຈາກ​ຖິ່ນແຫ້ງແລ້ງກັນດານ,

ຈາກ​ດິນແດນ​ທີ່​ໜ້າ​ຢ້ານກົວ.

ນິມິດ​ອັນ​ໜ້າຢ້ານກົວ​ໄດ້​ຖືກ​ສໍາແດງ​ແກ່​ຂ້າພະເຈົ້າ​ຄື:

ຜູ້​ທໍລະຍົດ​ຫັກຫລັງ, ໂຈນ​ປຸ້ນ​ເອົາ​ສິ່ງຂອງ​ໄປ.

ເອລາມ, ບຸກ​ໂຈມຕີ​ມີເດຍ, ເຂົ້າ​ລ້ອມ​ເມືອງ!

ເຮົາ​ຈະ​ຢຸດຕິ​ສຽງ​ຄວນຄາງ​ທັງໝົດ​ທີ່​ມັນ​ເຮັດ​ໃຫ້​ເກີດ​ຂຶ້ນ.

ຕອນ​ນີ້ ຮ່າງກາຍ​ຂອງ​ຂ້າພະເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ,

ຄວາມ​ເຈັບ​ປວດ​ໂຈມຕີ​ຂ້າພະເຈົ້າ, ດັ່ງ​ຄວາມ​ເຈັບ​ປວດ​ຂອງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ;

ຂ້າພະເຈົ້າ​ສັບສົນ​ໃນ​ສິ່ງ​ທີ່​ໄດ້​ຍິນ,

ຂ້າພະເຈົ້າ​ສັບສົນ​ໃນ​ສິ່ງ​ທີ່​ໄດ້​ເຫັນ.

ຫົວໃຈ​ຂອງ​ຂ້າພະເຈົ້າ​ເຕັ້ນ​ແຮງ,

ຄວາມ​ຢ້ານ​ເຮັດ​ໃຫ້​ຂ້າພະເຈົ້າ​ສັ່ນ;

ຕອນ​ກາງຄືນ​ທີ່​ຂ້າພະເຈົ້າ​ເຝົ້າ​ລໍ​ຄອຍ

ໄດ້​ກາຍເປັນ​ຄວາມ​ຢ້ານ​ສໍາລັບ​ຂ້າພະເຈົ້າ.

ພວກເຂົາ​ຕັ້ງ​ໂຕະ,

ພວກເຂົາ​ຍົກ​ພົມ​ມາ​ປູ,

ພວກເຂົາ​ກິນ, ພວກເຂົາ​ດື່ມ!

ນາຍ​ທະຫານ​ທັງຫລາຍ, ຈົ່ງ​ລຸກ​ຂຶ້ນ,

ເອົາ​ນ້ຳ​ມັນ​ທາ​ໂລ່!

ອົງພຣະຜູ້ເປັນເຈົ້າ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ:

“ຈົ່ງໄປ, ຈັດ​ວາງ​ຍາມ​ໄວ້

ແລະ ໃຫ້​ລາວ​ລາຍງານ​ສິ່ງ​ທີ່​ລາວ​ເຫັນ.

ເມື່ອ​ລາວ​ເຫັນ​ລົດຮົບ ກັບ

ຝູງ​ມ້າ,

ບັນດາ​ຄົນ​ທີ່​ຂີ່​ລໍ

ຫລື ຄົນ​ຂີ່​ອູດ​ເຄື່ອນ​ເຂົ້າ​ມາ,

ໃຫ້​ລາວ​ຕື່ນ​ໂຕ,

ແລະ ລະມັດລະວັງ”.

ແລ້ວ​ຍາມ2 ຮ້ອງ​ບອກ​ວ່າ,

“ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ, ວັນ​ຕໍ່​ວັນ, ຂ້ານ້ອຍ​ຢືນ​ເຝົ້າ​ຍາມ​ທີ່​ປ້ອມ​ນີ້;

ທຸກ​ຄືນ​ຂ້ານ້ອຍ​ຢູ່​ໃນ​ປ້ອມ​ຂອງ​ຂ້ານ້ອຍ.

ເບິ່ງ​ແມ, ມີ​ຄົນ​ໜຶ່ງ​ນັ່ງ​ລົດຮົບ​ມາ

ໂດຍ​ມີ​ມ້າ​ມາ​ເປັນ​ຝູງ.

ລາວ​ຈຶ່ງ​ຕອບ​ກັບ​ມາ​ວ່າ:

‘ບາບີໂລນ​ຫລົ້ມຈົມ​ແລ້ວ, ຫລົ້ມຈົມ​ແລ້ວ!

ຮູບເຄົາລົບ​ທັງໝົດ​ຂອງ​ບາບີໂລນ

ແຕກ​ກະຈັດກະຈາຍ​ຢູ່​ໜ້າດິນ!’ ”

ປະຊາຊົນ​ຂອງ​ຂ້າພະເຈົ້າ​ຜູ້​ຖືກ​ບຸກໂຈມຕີ​ໃນ​ລານຟາດເຂົ້າ,

ຂ້າພະເຈົ້າ​ຂໍ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ

ຈາກ​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່,

ຈາກ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ.

ຄຳ​ທຳນວາຍ​ຕໍ່ສູ້​ເອໂດມ

ຄໍາ​ທໍານວາຍ​ຕໍ່ສູ້​ເອໂດມ3:

ມີ​ບາງ​ຄົນ​ເອີ້ນ​ຂ້າພະເຈົ້າ​ຈາກ​ເສອີ​ວ່າ,

“ຄົນ​ຍາມ, ອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ແຈ້ງ?

ຄົນ​ຍາມ, ອີກ​ດົນ​ປານ​ໃດ​ຈຶ່ງ​ຈະ​ແຈ້ງ?”

ຍາມ​ຕອບ​ວ່າ,

“ເວລາ​ເຊົ້າ​ກຳລັງ​ມາ, ແຕ່​ກາງຄືນ​ກໍ​ຈະ​ມາ​ເໝືອນ​ກັນ.

ຖ້າ​ເຈົ້າ​ຈະ​ຖາມ, ກໍ​ໃຫ້​ຖາມ​ມາ;

ແລ້ວ​ກັບ​ມາ​ຖາມ​ໃໝ່​ອີກ”.

ຄຳ​ທຳນວາຍ​ຕໍ່ສູ້​ອາຣະເບຍ

ຄໍາ​ທໍານວາຍ​ຕໍ່ສູ້​ອາຣະເບຍ:

ພວກເຈົ້າ​ບັນດາ​ຂະບວນ​ແຫ່​ຂອງ​ຊາວ​ເດດານ,

ທີ່​ຕັ້ງ​ຄ້າຍ​ພັກ​ໃນ​ປ່າ​ດົງ​ຂອງ​ອາຣະເບຍ,

ຈົ່ງ​ນຳ​ນ້ຳ​ມາ​ໃຫ້​ຜູ້​ກະຫາຍ;

ພວກເຈົ້າ​ຜູ້​ທີ່​ອາໄສ​ຢູ່​ເຕມາ,

ຈົ່ງ​ນຳ​ອາຫານ​ມາ​ໃຫ້​ພວກ​ອົບພະຍົບ.

ພວກເຂົາ​ໜີ​ຈາກ​ດາບ,

ຈາກ​ດາບ​ທີ່​ຖອດ​ອອກ​ຈາກ​ຝັກ,

ໜີ​ຈາກ​ຄັນ​ທະນູ​ທີ່​ກົ່ງ​ຢູ່

ແລະ ຈາກ​ຄວາມ​ດຸເດືອດ​ຂອງ​ສົງຄາມ.

ນີ້​ແມ່ນ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ພາຍໃນ​ໜຶ່ງ​ປີ, ຕາມ​ປີ​ຂອງ​ສັນຍາ​ວ່າ​ຈ້າງ​ແຮງງານ​ນັ້ນ, ຄວາມ​ຍິ່ງໃຫຍ່​ທັງໝົດ​ຂອງ​ເກດາ​ຈະ​ຈົບ​ລົງ. ຜູ້​ລອດ​ຊີວິດ​ຈາກ​ນັກ​ຍິງທະນູ, ຄື​ນັກຮົບ​ຂອງ​ເກດາ, ຈະ​ມີ​ຢູ່​ໜ້ອຍ​ຄົນ”. ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ໄດ້​ກ່າວ​ໄວ້.

Source notes (3)
  1. Footnote ພາສາ​ເຮັບເຣີ​ວ່າ ຖິ່ນແຫ້ງແລ້ງກັນດານ​ໃກ້​ທະເລ
  2. Footnote ສະບັບ MT. ວ່າ ໂຕສິງ
  3. Footnote ແປ​ວ່າ ຄວາມ​ງຽບ ຫລື ຄວາມ​ນິ້ງ​ສະຫງົບ ເປັນ​ການ​ຫລິ້ນ​ຄຳ​ກັບ​ຄຳ​ວ່າ ເອໂດມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.