Biblica® Open Lao Contemporary Version
ເອຊາຢາ 22
ຄຳທຳນວາຍກ່ຽວກັບນະຄອນເຢຣູຊາເລັມ
ຄໍາທໍານວາຍຕໍ່ສູ້ຮ່ອມພູແຫ່ງນິມິດມີຄື:
ເກີດຫຍັງຂຶ້ນໃນຕອນນີ້,
ທຸກຄົນຈຶ່ງພາກັນຂຶ້ນໄປຫລັງຄາ,
ເມືອງຂອງພວກເຈົ້າເຕັມໄປດ້ວຍຄວາມອຶກກະທຶກ,
ນະຄອນແຫ່ງການເນືອງນັນ ແລະ ຄວາມສະໜຸກສະໜານ?
ຜູ້ຕາຍບໍ່ໄດ້ຖືກຂ້າດ້ວຍຄົມດາບ,
ທັງບໍ່ໄດ້ຕາຍໃນສົງຄາມ.
ພວກຜູ້ນຳຂອງພວກເຈົ້າໄດ້ໜີໄປໝົດ;
ພວກເຂົາຖືກຈັບໂດຍບໍ່ໄດ້ໃຊ້ທະນູ.
ທຸກຄົນທີ່ຖືກຈັບໄດ້ຕ້ອງກາຍເປັນນັກໂທດ,
ເປັນຄົນທີ່ປົບໜີຕັ້ງແຕ່ສັດຕູຍັງຢູ່ໄກ.
ເຫດສະນັ້ນ ຂ້າພະເຈົ້າຈຶ່ງເວົ້າວ່າ, “ຈົ່ງປ່ອຍຂ້າພະເຈົ້າໄປ;
ໃຫ້ຂ້າພະເຈົ້າຮ້ອງໄຫ້ຢ່າງຂົມຂື່ນ.
ຢ່າພະຍາຍາມເລົ້າໂລມຂ້າພະເຈົ້າເລີຍ
ເພາະຄວາມຈິບຫາຍຂອງປະຊາຊົນຂອງຂ້າພະເຈົ້າ”.
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ກຳນົດວັນໜຶ່ງໄວ້
ເປັນວັນວຸ້ນວາຍ ການຢຽບຢໍ່າ ແລະ ຢ້ານກົວ
ໃນຮ່ອມພູແຫ່ງນິມິດ,
ວັນແຫ່ງການທຳລາຍກຳແພງລົງ
ແລະ ການສົ່ງສຽງຮ້ອງແກ່ພູເຂົາທັງຫລາຍ.
ເອລາມຈັບທະນູຂຶ້ນມາ,
ໂດຍມີທະຫານມ້າ ແລະ ມ້າຈໍານວນຫລາຍຂອງລາວ;
ກີຣະຖືໂລ່ມາ.
ຮ່ອມພູທີ່ດີທີ່ສຸດຂອງພວກເຈົ້າເຕັມໄປດ້ວຍລົດຮົບ,
ແລະ ທະຫານມ້າປະຈຳຢູ່ທີ່ປະຕູເມືອງ.
ອົງພຣະຜູ້ເປັນເຈົ້າໄດ້ກຳຈັດເຄື່ອງປ້ອງກັນຂອງຢູດາຍອອກໄປ,
ແລະ ໃນວັນນັ້ນພວກເຈົ້າກໍຊອກຫາອາວຸດ
ໃນວັງແຫ່ງປ່າດົງ.
ພວກເຈົ້າເຫັນກໍາແພງປ້ອງກັນຂອງເມືອງດາວິດ
ໄດ້ແຕກກະຈາຍໄປຫລາຍບ່ອນ;
ພວກເຈົ້າເກັບສະສົມນ້ຳ
ໄວ້ຢູ່ໃນສະລຸ່ມ.
ພວກເຈົ້ານັບອາຄານບ້ານເຮືອນໃນເຢຣູຊາເລັມ
ແລະ ຮື້ເຮືອນມາເສີມກຳແພງ.
ພວກເຈົ້າໄດ້ສ້າງບ່ອນເກັບນ້ຳໄວ້ລະຫວ່າງກຳແພງທັງສອງ
ເພື່ອຮັບນ້ຳຈາກສະນ້ຳເກົ່າ,
ແຕ່ພວກເຈົ້າບໍ່ໄດ້ແນມເບິ່ງພຣະອົງຜູ້ໄດ້ເຮັດສິ່ງນີ້,
ຫລື ບໍ່ເອົາໃຈໃສ່ພຣະອົງຜູ້ໄດ້ວາງແຜນສິ່ງນີ້ໄວ້ແຕ່ດົນນານມາແລ້ວ.
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່,
ກ່າວເອີ້ນພວກເຈົ້າໃນວັນນັ້ນ
ໃຫ້ຮ້ອງໄຫ້ ແລະ ຄ່ຳຄວນ,
ໃຫ້ຕັດຜົມຂອງພວກເຈົ້າ ແລະ ໃສ່ເສື້ອຜ້າກະສອບ.
ແຕ່ເບິ່ງແມ, ກັບກາຍເປັນຄວາມຊື່ນຊົມຍິນດີ ແລະ ຄວາມສະໜຸກສະໜານ,
ການຂ້າງົວ ແລະ ການຂ້າແກະ,
ມີການກິນຊີ້ນ ແລະ ດື່ມເຫລົ້າອະງຸ່ນ!
ພວກເຈົ້າເວົ້າວ່າ, “ໃຫ້ພວກເຮົາກິນ ແລະ ດື່ມ”,
“ເພາະວ່າມື້ອື່ນພວກເຮົາກໍຕາຍແລ້ວ!”
ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ເປີດເຜີຍສິ່ງນີ້ໂດຍໃຫ້ຂ້າພະເຈົ້າໄດ້ຍິນວ່າ: “ບາບນີ້ຈະບໍ່ໄດ້ຮັບການອະໄພຈົນວັນຕາຍຂອງພວກເຈົ້າ”, ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ກ່າວດັ່ງນັ້ນ.
ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ,
ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່, ກ່າວວ່າ:
“ຈົ່ງໄປ, ບອກເຊັບນາຜູ້ດູແລສໍານັກຂອງກະສັດວ່າ:
ເຈົ້າກໍາລັງເຮັດຫຍັງຢູ່ບ່ອນນີ້?
ເພື່ອເຈາະອຸບໂມງຝັງສົບໃຫ້ຕົວເອງຢູ່ບ່ອນນີ້,
ຄືເຈາະຂຸມຝັງສົບໃຫ້ໂຕເອງເທິງບ່ອນສູງນີ້
ແລະ ເຈາະຫີນເຮັດເປັນບ່ອນພັກຂອງເຈົ້າ?
“ຈົ່ງລະວັງໄວ້, ພຣະເຈົ້າຢາເວກຳລັງຈະຈັບເຈົ້າໄວ້
ແລະ ໂຍນເຈົ້າອອກໄປ, ເຈົ້າຜູ້ຍິ່ງໃຫຍ່.
ພຣະອົງຈະຈັບເຈົ້າໄວ້ແໜ້ນໆຄືໝາກບານ
ແລະ ໂຍນເຈົ້າໄປຍັງປະເທດທີ່ກວ້າງໃຫຍ່.
ເຈົ້າຈະຕາຍຢູ່ທີ່ນັ້ນ
ແລະ ເຫລືອໄວ້ແຕ່ລົດຮົບທີ່ເຈົ້າພູມໃຈນໍາ
ຈະກາຍເປັນຄວາມອັບອາຍແກ່ເຮືອນຂອງນາຍ.
ເຮົາຈະໄລ່ເຈົ້າຈາກໜ້າທີ່ຂອງເຈົ້າ,
ແລະ ເຈົ້າຈະຖືກປົດອອກຈາກຕຳແໜ່ງຂອງເຈົ້າ.
“ໃນວັນນັ້ນເຮົາຈະເອີ້ນເອລີອາກິມລູກຊາຍຮິນກີຢາຜູ້ຮັບໃຊ້ຂອງເຮົາມາ. ເຮົາຈະໃສ່ເສື້ອຄຸມ ແລະ ຜູກສາຍຫັດແອວຂອງເຈົ້າໃຫ້ແກ່ລາວ ແລະ ມອບສິດອຳນາດຂອງເຈົ້າແກ່ລາວ. ລາວຈະເປັນບິດາຂອງປະຊາຊົນເຢຣູຊາເລັມ ແລະ ປະຊາຊົນຢູດາທັງໝົດ. ເຮົາຈະວາງກະແຈແຫ່ງເຊື້ອສາຍດາວິດໄວ້ເທິງບ່າຂອງລາວ; ສິ່ງທີ່ລາວເປີດຈະບໍ່ມີຜູ້ໃດປິດໄດ້, ແລະ ສິ່ງທີ່ລາວປິດຈະບໍ່ມີຜູ້ໃດເປີດໄດ້. ເຮົາຈະຕອກຫລັກເໝືອນຕອກຕະປູໃນບ່ອນທີ່ໝັ້ນຄົງ, ລາວຈະກາຍເປັນບັນລັງ1 ແຫ່ງກຽດຕິຍົດສຳລັບຄອບຄົວຂອງພໍ່ລາວ. ສະຫງ່າລາສີທັງໝົດຂອງຄອບຄົວຂອງລາວຈະແຂວນຢູ່ເທິງໂຕລາວ: ລູກຫລານ ແລະ ເຊື້ອສາຍ ເຄື່ອງໃຊ້ນ້ອຍໃຫຍ່ທັງໝົດ, ຕັ້ງແຕ່ຖ້ວຍໄປຈົນຮອດໄຫທັງໝົດ”.
“ໃນວັນນັ້ນ”, ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດວ່າ, “ຫລັກທີ່ຕອກເຂົ້າກັບບ່ອນທີ່ໝັ້ນຄົງຈະຫລຸດອອກມາ; ມັນຈະຖືກຕັດຖິ້ມ ແລະ ຕົກລົງ, ແລະ ພາລະທີ່ເກາະຢູ່ທີ່ນັ້ນກໍຈະສິ້ນສຸດ”. ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
Source notes (1)
- Footnote ຫລື ທີ່ນັ່ງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.