Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 23

ຄຳ​ທຳນວາຍ​ຕໍ່ສູ້​ຕີເຣ

ຄໍາ​ທໍານວາຍ​ຕໍ່ສູ້​ເມືອງ​ຕີເຣ​ມີ​ດັ່ງ​ນີ້:

ຈົ່ງ​ຮ້ອງ​ໄຫ້, ບັນດາ​ເຮືອ​ແຫ່ງ​ຕາກຊິດ!

ເພາະ​ຕີເຣ​ຖືກ​ທໍາລາຍ​ແລ້ວ

ແລະ ບໍ່​ເຫລືອ​ບ້ານ​ເຮືອນ ຫລື ທ່າ​ເຮືອ.

ຈາກ​ດິນແດນ​ໄຊປຣັດ1

ຖ້ອຍ​ຄໍາ​ໄດ້​ມາ​ເຖິງ​ພວກເຂົາ​ແລ້ວ.

ຈົ່ງ​ມິດ​ງຽບ, ພວກເຈົ້າ​ປະຊາຊົນ​ຊາວ​ເກາະ

ແລະ ບັນດາ​ພໍ່​ຄ້າ​ແຫ່ງ​ຊີໂດນ,

ຜູ້​ຮັ່ງມີ​ຈາກ​ການ​ເດີນ​ເຮືອ​ທາງ​ທະເລ.

ເມັດ​ເຂົ້າ​ຈາກ​ຊິໂຫລ

ເດີນທາງ​ຂ້າມ​ມະຫາສະຫມຸດ​ມາ;

ການ​ເກັບກ່ຽວ​ຂອງ​ແມ່ນ້ຳ​ນິນ2 ເປັນ​ລາຍ​ໄດ້​ຂອງ​ຕີເຣ,

ແລະ ມັນ​ໄດ້​ກາຍ​ເປັນ​ຕະ​ຫລາດ​ຂອງ​ບັນດາ​ປະຊາຊາດ.

ຊີໂດນ, ຈົ່ງ​ອັບ​ອາຍ, ແລະ ເຈົ້າ​ເປັນ​ປ້ອມ​ປ້ອງກັນ​ທາງ​ທະເລ,

ເພາະ​ທະເລ​ໄດ້​ເວົ້າ​ວ່າ:

“ເຮົາ​ບໍ່​ເຄີຍ​ເຈັບ​ທ້ອງ ແລະ ບໍ່​ເຄີຍ​ເກີດ​ລູກ;

ທັງ​ບໍ່​ເຄີຍ​ລ້ຽງດູ​ລູກຊາຍ​ລູກ​ສາວ”.

ເມື່ອ​ເອຢິບ​ໄດ້​ຍິນ​ຂ່າວ,

ພວກເຂົາ​ຈະ​ທຸກ​ໂສກ​ຫລາຍ​ຍ້ອນ​ຂ່າວ​ຈາກ​ຕີເຣ.

ຈົ່ງ​ຂ້າມ​ໄປ​ຕາກຊິດ;

ພວກເຈົ້າ​ຊາວ​ເກາະ, ຈົ່ງ​ໂສກ​ເສົ້າ​ຮ້ອງໄຫ້.

ນີ້​ບໍ​ນະຄອນ​ແຫ່ງ​ຄວາມ​ສະໜຸກສະໜານ,

ນະຄອນ​ເກົ່າ, ນະຄອນ​ແກ່,

ທີ່​ຕີນ​ພາ​ນາງ​ໄປ

ຕັ້ງ​ຖິ່ນຖານ​ຢູ່​ແດນ​ໄກ?

ຜູ້ໃດ​ວາງ​ແຜນ​ນີ້​ຕໍ່ສູ້​ຕີເຣ,

ຜູ້​ທີ່​ໃຫ້​ມົງ​ກຸດ,

ຜູ້​ທີ່​ພໍ່ຄ້າ​ໄດ້​ເປັນ​ບັນດາ​ເຈົ້າຊາຍ,

ຜູ້​ທີ່​ພໍ່ຄ້າ​ມີ​ກຽດຊື່ສຽງ​ຢູ່​ໃນ​ໂລກ?

ຄື​ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ວາງ​ແຜນການ​ໄວ້,

ເພື່ອ​ຫລຸດ​ຄວາມ​ອວດຕົວ​ໃນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ທັງໝົດ​ຂອງ​ນາງ​ລົງ

ແລະ ເຮັດ​ໃຫ້​ບັນດາ​ຜູ້​ທີ່​ມີ​ກຽດຊື່ສຽງ​ຂອງ​ໂລກ​ຖ່ອມຕົວ.

ຈົ່ງ​ໄຖ​ພວນ3​ດິນ​ຂອງ​ພວກເຈົ້າ​ດັ່ງ​ທີ່​ພວກເຂົາ​ເຮັດ​ກັບ​ດິນ​ແຄມ​ແມ່ນ້ຳ​ນິນ,

ລູກສາວ​ແຫ່ງ​ຕາກຊິດ4,

ເພາະ​ພວກເຈົ້າ​ບໍ່​ມີ​ທ່າ​ເຮືອ​ອີກ​ແລ້ວ.

ພຣະເຈົ້າ​ຢາເວ​ໄດ້​ເດ່​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ

ແລະ ເຮັດ​ໃຫ້​ອານາຈັກ​ທັງຫລາຍ​ສັ່ນ​ຢ້ານ.

ພຣະອົງ​ໄດ້​ອອກ​ຄໍາສັ່ງ

ໃຫ້​ທໍາລາຍ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ໂຟນີເຊຍ5

ພຣະອົງ​ກ່າວ​ວ່າ, “ບໍ່​ມີ​ຄວາມ​ສະໜຸກສະໜານ​ອີກ​ຕໍ່ໄປ​ແລ້ວ,

ໂອ ລູກສາວ​ພົມມະຈາລີ​ແຫ່ງ​ຊີໂດນ6, ທີ່​ບັດນີ້​ແຕກໝຸ່ນ!

“ຂຶ້ນ​ໄປ​ແມ, ຈົ່ງ​ຂ້າມ​ໄປ​ໄຊປຣັດ;7

ແມ່ນແຕ່​ທີ່​ນັ້ນ​ເຈົ້າ​ກໍ​ບໍ່​ໄດ້​ພັກ​ສະຫງົບ”.

ຈົ່ງ​ເບິ່ງ​ດິນແດນ​ຂອງ​ຊາວ​ບາບີໂລນ8,

ຊົນຊາດ​ນີ້​ບັດນີ້​ບໍ່ມີ​ບັນຊີ​ເລີຍ!

ປະຊາຊົນ​ອັດຊີເຣຍ​ໄດ້​ເຮັດ

ໃຫ້​ມັນ​ກາຍເປັນ​ບ່ອນຢູ່​ຂອງ​ສັດ​ປ່າ;

ພວກເຂົາ​ໄດ້​ຍົກ​ປ້ອມ​ປ້ອງກັນ​ຂຶ້ນ,

ພວກເຂົາ​ໄດ້​ທໍາລາຍ​ປ້ອມ​ປ້ອງກັນ,

ແລະ ເຮັດ​ໃຫ້​ມັນ​ກາຍເປັນ​ຊາກ​ເພພັງ.

ຈົ່ງ​ຮ້ອງໄຫ້, ພວກເຈົ້າ​ເຮືອ​ແຫ່ງ​ຕາກຊິດ;

ປ້ອມ​ປ້ອງກັນ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ແລ້ວ!

ໃນ​ເວລາ​ນັ້ນ​ຜູ້​ຄົນ​ຈະ​ລືມ​ຕີເຣ​ໄປ​ເຈັດ​ສິບ​ປີ, ເປັນ​ໄລ່ຍະ​ເວລາ​ແຫ່ງ​ຊີວິດ​ຂອງ​ກະສັດ​ຜູ້​ໜຶ່ງ. ແຕ່​ໃນ​ຕອນ​ທ້າຍ​ຂອງ​ໄລຍະ​ເຈັດ​ສິບ​ປີ​ນັ້ນ ຕີເຣ​ຈະ​ເປັນ​ດັ່ງ​ເນື້ອ​ເພງ​ຂອງ​ຍິງ​ໂສເພນີ​ທີ່​ວ່າ:

“ໂອ ຍິງ​ໂສເພນີ​ທີ່​ຖືກ​ລືມ,

ຈົ່ງ​ຈັບ​ພິນ​ຂຶ້ນ​ມາ, ແລ້ວ​ຍ່າງ​ໄປ​ທົ່ວ​ເມືອງ,

ຫລິ້ນ​ພິນ​ໃຫ້​ມ່ວນ, ຈົ່ງ​ຮ້ອງ​ຫລາຍ​ເພງ;

ເພື່ອ​ຄົນ​ຈະ​ຈື່​ເຈົ້າ​ໄດ້”.

ຕອນທ້າຍ​ໄລຍະ​ເວລາ​ເຈັດ​ສິບ​ປີ, ພຣະເຈົ້າ​ຢາເວ​ຈະ​ສັງເກດ​ເຫັນ​ຕີເຣ. ນາງ​ຈະ​ກັບ​ມາ​ມີ​ຄົນ​ຈ້າງ. ນາງ​ກັບ​ກາຍເປັນ​ໂສເພນີ ແລະ ຈະ​ຕິດຕໍ່​ຄ້າຂາຍ​ກັບ​ອານາຈັກ​ທັງຫລາຍ​ຂອງ​ໂລກ. ແຕ່​ຜົນ​ກຳໄລ ແລະ ລາຍໄດ້​ຂອງ​ຕີເຣ​ຈະ​ຖືກ​ຈັດ​ໄວ້​ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ; ພວກເຂົາ​ຈະ​ບໍ່​ເກັບ ຫລື ສະ​ສົມ​ໄວ້​ເອງ. ແຕ່​ຈະ​ມອບ​ຜົນ​ກຳໄລ​ຂອງ​ນາງ​ແກ່​ຜູ້​ທີ່​ໃຊ້​ຊີວິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເພື່ອ​ຄົນ​ເຫລົ່ານັ້ນ​ຈະ​ມີ​ອາຫານ​ອຸດົມສົມບູນ ແລະ ມີ​ເຄື່ອງນຸ່ງ​ດີໆ.

Source notes (8)
  1. Footnote ພາສາ​ເຮັບເຣີ​ວ່າ ກິດຕິມ
  2. Footnote ສະບັບ​ໜັງສືມ້ວນ​ທະເລ​ຕາຍ​ວ່າ ຊີໂດນ ຜູ້​ຂ້າມ​ທະເລ​ມາ ກອງ​ເຮືອ​ຂອງ​ເຈົ້າ 3 ຢູ່​ເທິງ​ຫ້ວງ​ສະໝຸດ ເມັດ​ເຂົ້າ​ຂອງ​ຊິໂຫລ ຜົນ​ຜະລິດ​ຂອງ​ແມ່ນ້ຳ​ນິນ
  3. Footnote ສະບັບ MT. ວ່າ ຈົ່ງ​ໄປ​ທົ່ວ
  4. Footnote ຄື ເມືອງ​ຕາຣະຊິດ ຫລື ຊາວ​ຕີເຣ
  5. Footnote ພາສາ​ເຮັບເຣີ​ວ່າ ການາອານ
  6. Footnote ຄື ຊາວ​ຊີໂດນ
  7. Footnote ພາສາ​ເຮັບເຣີ​ວ່າ ຄິດ​ທິມ
  8. Footnote ຫລື ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.