Biblica® Open Lao Contemporary Version
ເອຊາຢາ 24
ພຣະເຈົ້າຢາເວຈະທຳລາຍລ້າງແຜ່ນດິນໂລກ
ເບິ່ງແມ, ພຣະເຈົ້າຢາເວກຳລັງຈະຖິ້ມໂລກໃຫ້ຮ້າງ
ແລະ ເຮັດໃຫ້ມັນຈິບຫາຍ;
ພຣະອົງຈະທຳລາຍພື້ນຜິວຂອງໂລກ
ແລະ ເຮັດໃຫ້ຜູ້ຢູ່ອາໄສກະຈັດກະຈາຍໄປ
ທຸກຄົນຈະຄືກັນໝົດ
ບໍ່ວ່າປະຊາຊົນ ຫລື ປະໂລຫິດ,
ບໍ່ວ່ານາຍ ຫລື ທາດຮັບໃຊ້,
ບໍ່ວ່ານາຍຍິງ ຫລື ສາວໃຊ້,
ບໍ່ວ່າຜູ້ຊື້ ຫລື ຜູ້ຂາຍ,
ບໍ່ວ່າເຈົ້າໜີ້ ຫລື ລູກໜີ້,
ບໍ່ວ່າຜູ້ຍືມ ຫລື ຜູ້ໃຫ້ກູ້ຢືມ,
ແຜ່ນດິນໂລກຈະຖືກຖິ້ມຮ້າງຢ່າງສົມບູນ
ແລະ ຖືກປຸ້ນສະດົມໝົດ.
ພຣະເຈົ້າຢາເວໄດ້ກ່າວຖ້ອຍຄຳເຫລົ່ານີ້.
ແຜ່ນດິນໂລກກໍແຫ້ງແລ້ງ ແລະ
ຫ່ຽວແຫ້ງໄປ,
ໂລກກໍອ່ອນແຮງລົງ ແລະ ຫ່ຽວແຫ້ງ, ສະຫວັນກໍອ່ອນແຮງຄືກັນກັບແຜ່ນດິນໂລກ.
ແຜ່ນດິນໂລກເປັນມົນທິນຍ້ອນປະຊາຊົນເອງ;
ພວກເຂົາບໍ່ໄດ້ເຊື່ອຟັງກົດໝາຍ,
ລະເມີດກົດບັນຍັດ
ແລະ ຝ່າຝືນຄຳໝັ້ນສັນຍານິລັນດອນ.
ເຫດສະນັ້ນ ຄຳສາບແຊ່ງຈຶ່ງທໍາລາຍໂລກ;
ປະຊາຊົນໃນໂລກຕ້ອງຮັບໂທດຄວາມຜິດຂອງຕົນ.
ເຫດສະນັ້ນ ຜູ້ທີ່ອາໄສຢູ່ໃນໂລກຈຶ່ງຖືກເຜົາ,
ແລະ ມີຄົນໜ້ອຍທີ່ສຸດທີ່ຍັງມີຊີວິດຢູ່.
ເຫລົ້າອະງຸ່ນໃໝ່ກໍເຫືອດແຫ້ງ ແລະ ເຄືອອະງຸ່ນກໍຫ່ຽວແຫ້ງ;
ຜູ້ໃຫ້ຄວາມສະໜຸກທັງໝົດໄດ້ແຕ່ຄໍ່າຄວນ.
ສຽງມ່ວນຊື່ນຂອງກອງແຊັກກໍງຽບລົງ,
ສຽງຂອງຄົນສະໜຸກສະໜານກໍຢຸດຕິລົງ,
ສຽງພິນອັນມ່ວນຊື່ກໍງຽບໄປ.
ບໍ່ມີການດື່ມເຫລົ້າອະງຸ່ນກັບສຽງເພງອີກແລ້ວ;
ເບຍກໍຂົມສໍາລັບຜູ້ດື່ມ.
ເມືອງທີ່ຫັກພັງກໍຮ້າງເປົ່າ;
ທາງເຂົ້າບ້ານທຸກຫລັງຖືກປິດບໍ່ໃຫ້ຜູ້ໃດເຂົ້າ.
ຕາມຖະໜົນຫົນທາງຜູ້ຄົນຮ້ອງຫາເຫລົ້າອະງຸ່ນ;
ຄວາມຍິນດີທັງໝົດກາຍເປັນຄວາມໝົ່ນໝອງ,
ຄວາມຊື່ນຊົມຍິນດີທັງໝົດຖືກກຳຈັດອອກໄປຈາກໂລກ.
ເມືອງນັ້ນຕົກຢູ່ໃນສະພາບເພພັງ,
ປະຕູເມືອງຖືກທຸບເປັນປ່ຽງ
ດັ່ງນັ້ນ ມັນຈະເກີດຂຶ້ນໃນໂລກ
ແລະ ທ່າມກາງຊົນຊາດຕ່າງໆ,
ເໝືອນຕົ້ນໝາກກອກທີ່ຖືກຟາດ,
ຫລື ເໝືອນໝາກອະງຸ່ນທີ່ຍັງເຫລືອຢູ່ຫລັງຈາກເກັບກ່ຽວ.
ພວກເຂົາເປັ່ງສຽງ, ພວກເຂົາໂຫ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ;
ຈາກທິດຕາເວັນຕົກພວກເຂົາປະກາດພຣະບາລະມີຂອງພຣະເຈົ້າຢາເວ.
ເຫດສະນັ້ນ ຄົນທາງທິດຕາເວັນອອກຈຶ່ງຖວາຍສະຫງ່າລາສີແດ່ພຣະເຈົ້າຢາເວ;
ຍົກຍ້ອງພຣະນາມຂອງພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ,
ເທິງເກາະຕ່າງໆໃນທະເລ.
ຈາກສຸດປາຍແຜ່ນດິນໂລກພວກເຮົາໄດ້ຍິນສຽງເພງຮ້ອງວ່າ:
“ສະຫງ່າລາສີຈົ່ງມີແດ່ອົງຜູ້ຊອບທຳ”.
ແຕ່ຂ້າພະເຈົ້າເວົ້າວ່າ, “ຂ້າພະເຈົ້າໝົດແຮງ ຂ້າພະເຈົ້າໝົດແຮງ!
ວິບັດແກ່ຂ້າພະເຈົ້າ!
ມີຄົນຄິດຄົດທໍລະຍົດ
ດ້ວຍການກະບົດ!”
ປະຊາຊົນຂອງໂລກນີ້
ຄວາມຢ້ານ ຂຸມ ແລະ ກັບດັກຄອຍຖ້າພວກທ່ານຢູ່.
ຜູ້ໃດກໍຕາມທີ່ປົບໜີເມື່ອໄດ້ຍິນສຽງຢ້ານ
ຈະຕົກລົງໃນຂຸມ;
ຜູ້ໃດກໍຕາມທີ່ປີນອອກມາຈາກຂຸມ
ຈະຕິດບ້ວງແຮ້ວ.
ປະຕູນ້ຳຂອງສະຫວັນກໍເປີດອອກ,
ຮາກຖານຂອງໂລກສັ່ນສະເທືອນ.
ໂລກຈະແຕກອອກ,
ແຜ່ນດິນແຍກອອກຈາກກັນ,
ໂລກຖືກສັ່ນສະເທືອນຢ່າງແຮງ.
ໂລກໂຊເຊໄປມາດັ່ງຄົນເມົາ,
ມັນແກວ່ງໄປມາຄືຕູບຢູ່ທ່າມກາງພະຍຸ;
ຄວາມຜິດຂອງການກະບົດຂອງໂລກໜັກຫລາຍ
ຈົນເຮັດໃຫ້ມັນລົ້ມລົງ ແລະ ບໍ່ສາມາດລຸກຂຶ້ນໄດ້ອີກ.
ໃນວັນນັ້ນພຣະເຈົ້າຢາເວຈະລົງໂທດ
ບັນດາອຳນາດໃນຟ້າສະຫວັນເບື້ອງເທິງ
ແລະ ບັນດາກະສັດໃນໂລກເບື້ອງລຸ່ມ.
ພວກເຂົາຈະຖືກນໍາມາລວມກັນ
ເໝືອນດັ່ງນັກໂທດທີ່ຖືກຂັງໄວ້ໃນຄຸກໃຕ້ດິນ;
ພວກເຂົາຈະຖືກຂັງໄວ້ໃນຄຸກ
ແລະ ຫລັງຈາກນັ້ນຫລາຍມື້ກໍຖືກລົງໂທດ.1
ດວງຈັນຈະອັບແສງ, ດວງອາທິດຈະອັບອາຍ;
ເພາະພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະປົກຄອງ
ເໜືອພູເຂົາຊີໂອນ
ແລະ ໃນເຢຣູຊາເລັມ,
ແລະ ຕໍ່ໜ້າບັນດາຜູ້ອາວຸໂສ ດ້ວຍສະຫງ່າລາສີອັນຍິ່ງໃຫຍ່.
Source notes (1)
- Footnote ຫລື ໄດ້ຮັບການປົດປ່ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.