Biblica® Open Lao Contemporary Version
ເອຊາຢາ 25
ສັນລະເສີນພຣະເຈົ້າຢາເວ
ຂ້າແດ່ພຣະເຈົ້າຢາເວ, ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ;
ຂ້ານ້ອຍຈະຍົກຍ້ອງພຣະອົງ ແລະ ສັນລະເສີນນາມຂອງພຣະອົງ
ເພາະພຣະອົງໄດ້ເຮັດການມະຫັດສະຈັນ,
ຕາມທີ່ໄດ້ວາງແຜນການໄວ້ດົນນານມາແລ້ວ.
ດ້ວຍຄວາມສັດຊື່ອັນບໍລິບູນ
ພຣະອົງໄດ້ເຮັດໃຫ້ນະຄອນນັ້ນກາຍເປັນຊາກຫັກພັງ,
ທໍາລາຍປ້ອມປ້ອງກັນເມືອງຈົນຈິບຫາຍ,
ທີ່ໝັ້ນຂອງຄົນຕ່າງຊາດກໍບໍ່ມີເມືອງອີກຕໍ່ໄປ;
ມັນຈະບໍ່ຖືກສ້າງຂຶ້ນມາໃໝ່ໄດ້ອີກ.
ເຫດສະນັ້ນ ປະຊາຊົນທີ່ເຂັ້ມແຂງຈະຖວາຍກຽດພຣະອົງ;
ຊົນຊາດທັງຫລາຍທີ່ໂຫດຮ້າຍຈະຢຳເກງພຣະອົງ.
ພຣະອົງເປັນບ່ອນລີ້ໄພຂອງຜູ້ທຸກຍາກ,
ເປັນທີ່ເພິ່ງສຳລັບຄົນຂັດສົນທີ່ຢູ່ໃນຄວາມທຸກ,
ເປັນປ້ອມປ້ອງກັນຈາກພະຍຸ
ແລະ ເປັນຮົ່ມເງົາຈາກຄວາມຮ້ອນ.
ເພາະລົມຫາຍໃຈເຂົ້າອອກຂອງຄົນໂຫດຮ້າຍ
ດັ່ງພະຍຸທີ່ພັດໃສ່ກຳແພງ
ແລະ ເໝືອນຄວາມຮ້ອນເອົ້າຂອງຖິ່ນແຫ້ງແລ້ງກັນດານ.
ພຣະອົງເຮັດໃຫ້ສຽງຂູ່ຂອງຄົນຕ່າງຊາດມິດງຽບ;
ດັ່ງຄວາມຮ້ອນໄດ້ຮັບການບັນເທົາຈາກເງົາເມກ,
ດັ່ງນັ້ນ ບົດເພງຂອງຄົນໂຫດຮ້າຍກໍງຽບລົງ.
ເທິງພູເຂົາແຫ່ງນີ້ ພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະຈັດຕຽມ
ງານລ້ຽງທີ່ເຕັມໄປດ້ວຍອາຫານທີ່ອຸດົມສົມບູນສໍາລັບປະຊາຊົນທຸກຄົນ,
ງານລ້ຽງທີ່ມີເຫລົ້າອະງຸ່ນເກົ່າແກ່
ຊີ້ນຕ່າງໆທີ່ດີທີ່ສຸດ ແລະ ເຫຼົ້າອະງຸ່ນທີ່ດີທີ່ສຸດ.
ເທິງພູເຂົາແຫ່ງນີ້ພຣະອົງຈະທໍາລາຍ
ຜ້າຫໍ່ຫຸ້ມຄົນທັງຫລາຍ,
ຜ້າທີ່ຄຸມຊົນຊາດທັງໝົດ;
ພຣະອົງຈະກືນຄວາມຕາຍຕະຫລອດໄປ.
ພຣະເຈົ້າຢາເວອົງເຈົ້ານາຍຈະເຊັດນ້ຳຕາ
ຈາກທຸກໃບໜ້າ;
ພຣະອົງຈະກຳຈັດຄວາມອັບອາຍຂອງປະຊາຊົນຂອງພຣະອົງ
ອອກໄປຈາກແຜ່ນດິນໂລກ.
ພຣະເຈົ້າຢາເວກ່າວດັ່ງນັ້ນ.
ໃນວັນນັ້ນພວກເຂົາຈະເວົ້າວ່າ,
“ແນ່ນອນ ນີ້ຄືພຣະເຈົ້າຂອງພວກເຮົາ;
ພວກເຮົາໄວ້ວາງໃຈໃນພຣະອົງ, ແລະ ພຣະອົງໄດ້ຊ່ວຍພວກເຮົາ.
ນີ້ຄືພຣະເຈົ້າຢາເວ, ພວກເຮົາໄວ້ວາງໃຈໃນພຣະອົງ;
ໃຫ້ພວກເຮົາມາຊື່ນຊົມ ແລະ ຍິນດີໃນຄວາມພົ້ນຂອງພຣະອົງ”.
ມືຂອງພຣະເຈົ້າຢາເວຈະວາງລົງເທິງພູເຂົາແຫ່ງນີ້;
ສ່ວນໂມອາບຈະຖືກຢຽບຢ່ຳໃນດິນແດນຂອງພວກເຂົາ
ເໝືອນເຟືອງຖືກຢຽບລົງໃນຂຸມເຮັດຝຸ່ນ.
ພວກເຂົາຈະເດ່ມືອອກໃນຂຸມນັ້ນ,
ດັ່ງຄົນລອຍນ້ຳທີ່ວາແຂນອອກລອຍ.
ພຣະເຈົ້າຈະກຳຈັດຄວາມຈອງຫອງຂອງພວກເຂົາ
ບໍ່ວ່າມືຂອງພວກເຂົາຈະສະຫລາດ1 ປານໃດກໍຕາມ.
ພຣະອົງຈະທຳລາຍປ້ອມປ້ອງກັນທີ່ສູງສົ່ງຂອງພວກເຈົ້າ
ແລະ ເຮັດໃຫ້ມັນຕົກຕ່ຳ;
ພຣະອົງຈະເຮັດໃຫ້ພວກມັນຈົມຢູ່ກັບພື້ນ,
ສູ່ຂີ້ຝຸ່ນດິນ.
Source notes (1)
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.