Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 6

ພຣະເຈົ້າ​ມອບ​ໝາຍ​ໜ້າທີ່​ໃຫ້​ເອຊາຢາ

ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ໄດ້​ຕາຍ​ໄປ, ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ຜູ້​ສູງສົ່ງ ແລະ ເປັນ​ທີ່​ເທີດທູນ​ນັ່ງ​ເທິງ​ບັນລັງ ແລະ ປາຍ​ເສື້ອຄຸມ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ວິຫານ. ເໜືອ​ພຣະອົງ​ມີ​ເສຣາຟິມ, ແຕ່​ລະ​ຕົນ​ມີ​ຫົກ​ປີກ: ສອງ​ປີກ​ປົກ​ໜ້າ, ສອງ​ປີກ​ປົກ​ຕີນ ແລະ ອີກ​ສອງ​ປີກ​ໃຊ້​ບິນ​ໄປ​ມາ. ແລະ ເສຣາຟິມ​ເຫລົ່ານີ້​ຕ່າງ​ຮ້ອງ​ໃສ່​ກັນ​ວ່າ:

“ບໍລິສຸດ ບໍລິສຸດ ບໍລິສຸດ ຄື​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່;

ທົ່ວ​ໂລກ​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ”.

ສຽງ​ເທວະດາ​ເຫລົ່ານີ້​ເຮັດ​ໃຫ້​ເສົາ​ປະຕູ ແລະ ຮາກຖານ​ປະຕູ​ສັ່ນ​ສະເທືອນ ແລະ ມີ​ຄວັນ​ປົກ​ຄຸມ​ທົ່ວ​ວິຫານ.

ຂ້າພະເຈົ້າ​ຈຶ່ງ​ຮ້ອງ​ວ່າ. “ວິບັດ​ແກ່​ຂ້າພະເຈົ້າ! ຂ້າພະເຈົ້າ​ຈິບຫາຍ​ແລ້ວ! ເພາະ​ຂ້າພະເຈົ້າ​ເປັນ​ຄົນ​ທີ່​ຮິມສົບ​ບໍ່​ສະອາດ ແລະ ໃຊ້​ຊີວິດ​ໃນ​ທ່າມກາງ​ຊົນຊາດ​ທີ່​ມີ​ຮິມສົບ​ບໍ່​ສະອາດ ແລະ ຕາ​ຂອງ​ຂ້າພະເຈົ້າ​ໄດ້​ເຫັນ​ກະສັດ​ຄື​ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່”.

ຈາກນັ້ນ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ມາ​ຫາ​ຂ້າພະເຈົ້າ ໂດຍ​ມີ​ຖ່ານໄຟ​ແດງ​ລຸກ​ຢູ່​ໃນ​ມື​ຂອງ​ເທວະດາ​ນັ້ນ, ເຊິ່ງ​ເທວະດາ​ໄດ້​ໃຊ້​ເຫລັກ​ຄີບ​ມາ​ຈາກ​ແທ່ນບູຊາ. ເທວະດາ​ນັ້ນ​ໃຊ້​ຖ່ານໄຟ​ແຕະ​ຮິມສົບ​ຂອງ​ຂ້າພະເຈົ້າ ແລະ ເວົ້າ​ວ່າ, “ເບິ່ງ​ແມ, ຖ່ານໄຟ​ນີ້​ແຕະ​ຮິມສົບ​ຂອງ​ເຈົ້າ​ແລ້ວ; ຄວາມ​ຜິດ​ຂອງ​ເຈົ້າ​ໄດ້​ຖືກ​ເອົາ​ໄປ ແລະ ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ”.

ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ສົ່ງ​ຜູ້ໃດ​ໄປ? ແລະ ຜູ້ໃດ​ຈະ​ໄປ​ເພື່ອ​ເຮົາ?”

ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້. ຂໍ​ສົ່ງ​ຂ້ານ້ອຍ​ໄປ!”

ພຣະອົງ​ກ່າວ​ວ່າ, “ຈົ່ງ​ໄປ ແລະ ບອກ​ປະຊາຊົນ​ນີ້​ວ່າ:

“ ‘ຈົ່ງ​ຟັງ, ແຕ່​ຈະ​ບໍ່​ເຂົ້າໃຈ:

ຈົ່ງ​ເບິ່ງ, ແຕ່​ຈະ​ບໍ່​ມີ​ມື້​ເຫັນ’.

ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ປະຊາຊົນ​ນີ້​ດື້​ດ້ານ​ໄປ;

ເຮັດ​ໃຫ້​ຫູ​ຂອງ​ພວກເຂົາ​ໜວກ

ແລະ ປິດ​ຕາ​ຂອງ​ພວກເຂົາ.1

ບໍ່ດັ່ງນັ້ນ​ພວກເຂົາ​ຈະ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ພວກເຂົາ.

ໄດ້​ຍິນ​ດ້ວຍ​ຫູ​ຂອງ​ພວກເຂົາ,

ເຂົ້າໃຈ​ດ້ວຍ​ຈິດໃຈ​ຂອງ​ພວກເຂົາ,

ແລະ ຫັນ​ກັບ​ມາ ແລະ ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍ”.

ຂ້າພະເຈົ້າ​ຕອບ​ວ່າ, “ຂ້າແດ່ ອົງພຣະຜູ້ເປັນເຈົ້າ​ອີກ​ດົນ​ປານ​ໃດ?”

ແລ້ວ​ພຣະອົງ​ຕອບ​ວ່າ:

“ຈົນກວ່າ​ນະຄອນ​ຕ່າງໆ​ຢູ່​ໃນ​ສະພາບ​ຫັກພັງ

ແລະ ບໍ່​ມີ​ຄົນ​ອາໄສ​ຢູ່,

ຈົນກວ່າ​ບ້ານເຮືອນ​ທັງຫລາຍ​ຖືກ​ຖິ້ມ​ຮ້າງ

ແລະ ທົ່ງນາ​ຖືກ​ທຳລາຍ ແລະ ເສຍຫາຍ,

ຈົນກວ່າ​ພຣະເຈົ້າ​ຢາເວ​ໄດ້​ສົ່ງ​ທຸກຄົນ​ໜີ​ໄປ​ໄກ

ແລະ ແຜ່ນດິນ​ຖືກ​ຖິ້ມ​ຮ້າງ​ໝົດ.

ແລະ ເຖິງແມ່ນວ່າ​ຈະ​ເຫລືອ​ຄົນ​ໜຶ່ງ​ໃນ​ສິບ​ຢູ່​ໃນ​ດິນແດນ,

ມັນ​ກໍ​ຍັງ​ຮ້າງ​ເປົ່າ.

ແຕ່​ເຊັ່ນ​ດຽວ​ກັບ​ຕົ້ນ​ເທເຣບິນ ແລະ ຕົ້ນໂອກ

ເມື່ອ​ພວກມັນ​ຖືກ​ຕັດ​ຍັງ​ເຫລືອ​ແຕ່​ຕໍ​ສັນໃດ,

ຕໍ​ໃນ​ດິນແດນ​ນັ້ນ​ຈະ​ເປັນ​ເມັດ​ພັນ​ບໍລິສຸດ​ທີ່​ຈະ​ງອກ​ຂຶ້ນ​ອີກ​ຄັ້ງ​ສັນນັ້ນ”.

Source notes (1)
  1. Footnote ສະບັບ LXX. ວ່າ ‘ເຈົ້າ​ຈະ​ຟັງ​ແລ້ວ​ຟັງ​ເລົ່າ​ແຕ່​ຈະ​ບໍ່​ມີ​ມື້​ເຂົ້າໃຈ ເຈົ້າ​ຈະ​ເບິ່ງ​ແລ້ວ​ເບິ່ງ​ເລົ່າ​ແຕ່​ຈະ​ບໍ່​ມີ​ມື້​ເຫັນ’. 10​ຈິດ​ໃຈ​ຂອງ​ຊົນຊາດ​ນີ້​ດື້​ດ້ານ​ໄປ ພວກເຂົາ​ແທບ​ຈະ​ບໍ່​ອ່ຽງ​ຫູ​ຟັງ ແລະ ພວກເຂົາ​ໄດ້​ປິດ​ຕາ​ຕົນ​ເອງ​ເສຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.