Biblica® Open Lao Contemporary Version
ເອຊາຢາ 5
ບົດເພງຂອງສວນອະງຸ່ນ
ຂ້ອຍຈະຮ້ອງບົດເພງແກ່ຜູ້ທີ່ຂ້ອຍຮັກ
ບົດເພງກ່ຽວກັບສວນອະງຸ່ນຂອງລາວ:
ທີ່ຮັກຂອງຂ້ອຍມີສວນອະງຸ່ນບ່ອນໜຶ່ງ
ເທິງພູເຂົາອັນອຸດົມສົມບູນ.
ລາວໄຖດິນ ແລະ ເກັບຫີນອອກ
ແລະ ປູກອະງຸ່ນພັນດີ.
ລາວສ້າງຫໍຄອຍຂຶ້ນ
ແລະ ເຈາະອ່າງບີບໝາກອະງຸ່ນໄວ້.
ຈາກນັ້ນລາວຖ້າເກັບໝາກອະງຸ່ນຊັ້ນດີ,
ແຕ່ພັດໄດ້ອະງຸ່ນສົ້ມ.
“ໂອ ປະຊາຊົນໃນເຢຣູຊາເລັມ ແລະ ປະຊາຊົນແຫ່ງຢູດາຍ,
ຈົ່ງຕັດສິນຄວາມລະຫວ່າງເຮົາກັບສວນອະງຸ່ນຂອງເຮົາ.
ເຮົາຈະເຮັດຫຍັງໄດ້ອີກເພື່ອສວນອະງຸ່ນຂອງເຮົາ?
ຫລາຍກວ່າທີ່ເຮົາເຄີຍໄດ້ເຮັດເພື່ອມັນ?
ເມື່ອເຮົາຫວັງຜົນໝາກອະງຸ່ນທີ່ດີ,
ເປັນຫຍັງຈຶ່ງໄດ້ແຕ່ໝາກອະງຸ່ນສົ້ມ?
ບັດນີ້ເຮົາຈະບອກເຈົ້າ
ສິ່ງທີ່ເຮົາຈະເຮັດກັບສວນອະງຸ່ນຂອງເຮົາ:
ເຮົາຈະຮື້ຮົ້ວໜາມລົງ,
ແລະ ປ່ອຍໃຫ້ສວນນັ້ນຖືກທຳລາຍ;
ເຮົາຈະທໍາລາຍກຳແພງລົງ,
ແລະ ມັນຈະຖືກຢຽບຢ່ຳ.
ເຮົາຈະຖິ້ມໃຫ້ຮ້າງເປົ່າ,
ບໍ່ຫັກກິ່ງ ຫລື ພວນດິນໃຫ້,
ປ່ອຍໃຫ້ໜາມຮົກຂຶ້ນຢູ່ທີ່ນັ້ນ.
ເຮົາຈະສັ່ງເມກບໍ່ໃຫ້ສົ່ງຝົນ
ມາຫົດມັນອີກຕໍ່ໄປ”.
ສວນອະງຸ່ນຂອງພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຄື
ຊົນຊາດອິດສະຣາເອນ,
ປະຊາຊົນຢູດາຍຄື
ເຄືອອະງຸ່ນທີ່ພຣະອົງຊື່ນຊົມຍິນດີ.
ແລະ ພຣະອົງຊອກຫາຄວາມຍຸຕິທຳ, ແຕ່ໄດ້ເຫັນແຕ່ການນອງເລືອດ;
ຄາດຫວັງຄວາມຊອບທຳ, ແຕ່ໄດ້ຍິນສຽງຮ້ອງໄຫ້ແຫ່ງຄວາມທຸກໃຈ.
ວິບັດ ແລະ ການພິພາກສາ
ວິບັດແກ່ເຈົ້າຜູ້ເພີ່ມເຮືອນຕໍ່ເຮືອນ
ແລະ ລວມທົ່ງນານີ້ໃສ່ທົ່ງນາອື່ນ
ຈົນບໍ່ມີທີ່ດິນເຫລືອຢູ່
ແລະ ເຈົ້າອາໄສຢູ່ຕາມລຳພັງໃນດິນແດນນັ້ນ.
ຂ້າພະເຈົ້າໄດ້ຍິນພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ປະກາດວ່າ:
“ບັນດາບ້ານໃຫຍ່ຈະຮົກຮ້າງຢ່າງແນ່ນອນ,
ຜາສາດງົດງາມກໍຈະບໍ່ມີຜູ້ຢູ່ອາໄສ.
ສວນອະງຸ່ນສິບແອກ1 ຈະຜະລິດເຫລົ້າອະງຸ່ນໄດ້ພຽງບັດດຽວ;
ເມັດພືດໜຶ່ງໂຮເມີຈະໃຫ້ຜົນພຽງເອຟາດຽວ2”.
ວິບັດແກ່ບັນດາຜູ້ທີ່ລຸກຂຶ້ນແຕ່ເຊົ້າມືດ
ເພື່ອໄປດື່ມເຫລົ້າຂອງພວກເຂົາ,
ຜູ້ທີ່ນອນເດິກຕອນກາງຄືນ
ຈົນພວກເຂົາເກີດອາການອັກເສບຍ້ອນເຫລົ້າອະງຸ່ນ.
ໃນງານລ້ຽງ ພວກເຂົາຈັດໃຫ້ມີພິນເຂົາຄູ່ ແລະ ພິນໃຫຍ່,
ມີປີ່, ກອງແຊັກ ແລະ ເຫລົ້າອະງຸ່ນ,
ແຕ່ບໍ່ໄດ້ສົນໃຈໃນສິ່ງທີ່ພຣະເຈົ້າຢາເວໄດ້ກະທຳ,
ບໍ່ເຄົາລົບນັບຖືສິ່ງທີ່ມືພຣະອົງໄດ້ເຮັດ.
ເຫດສະນັ້ນ ປະຊາຊົນຂອງເຮົາຈະຕົກເປັນຊະເລີຍ
ເພາະຂາດຄວາມເຂົ້າໃຈ;
ບັນດານາຍໃຫຍ່ທີ່ມີກຽດຈະຕາຍຍ້ອນຄວາມອຶດຫິວ
ສ່ວນປະຊາຊົນທົ່ວໄປກໍແຫ້ງແລ້ງຍ້ອນຄວາມກະຫາຍ.
ເຫດສະນັ້ນ ຄວາມຕາຍຈຶ່ງຂະຫຍາຍຄາງກະໄຕຂອງມັນ
ແລະ ອ້າປາກກວ້າງ;
ກືນກິນທັງພວກຂຸນນາງ ແລະ ຄົນທໍາມະດາ
ພ້ອມທັງຄົນທີ່ວິວາດຜິດຖຽງກັນ ແລະ ພວກທີ່ຂີ້ເມົາ.
ດັ່ງນັ້ນ ມະນຸດຈຶ່ງຖືກເຮັດໃຫ້ຕົກຕ່ຳລົງ
ແລະ ທຸກຄົນຖືກເຮັດໃຫ້ຖ່ອມລົງ,
ຕາຂອງຄົນຈອງຫອງຖືກເຮັດໃຫ້ຖ່ອມລົງ.
ແຕ່ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເປັນທີ່ຍົກຍ້ອງຍ້ອນຄວາມຍຸຕິທຳຂອງພຣະອົງ,
ແລະ ພຣະເຈົ້າຜູ້ບໍລິສຸດຈະພິສູດພຣະອົງວ່າບໍລິສຸດໂດຍຄວາມຊອບທຳຂອງພຣະອົງ.
ຕໍ່ມາແກະຈະກິນຫຍ້າຢູ່ໃນທົ່ງຫຍ້າຂອງພວກມັນເອງ;
ລູກແກະຈະກິນ3 ອາຫານທ່າມກາງຊາກຫັກພັງຂອງຄົນຮັ່ງມີ.
ວິບັດແກ່ຜູ້ທີ່ດຶງບາບມາດ້ວຍກົນອຸບາຍ,
ແລະ ດຶງຄວາມຊົ່ວຮ້າຍເໝືອນດຶງເຊືອກກວຽນ,
ວິບັດແກ່ພວກທີ່ເວົ້າວ່າ, “ຂໍໃຫ້ພຣະເຈົ້າໄວໆແດ່;
ຂໍພຣະອົງເຮັດວຽກຂອງພຣະອົງໄວໆ
ເພື່ອພວກເຮົາຈະໄດ້ເຫັນມັນ.
ຂໍໃຫ້ແຜນການຂອງອົງບໍລິສຸດແຫ່ງອິດສະຣາເອນ
ຂໍໃຫ້ມັນເຂົ້າມາໃກ້, ຂໍໃຫ້ແຜນການນັ້ນປາກົດ,
ເພື່ອພວກເຮົາຈະໄດ້ຮູ້”.
ວິບັດແກ່ຜູ້ທີ່ເອີ້ນຊົ່ວວ່າດີ
ແລະ ເອີ້ນດີວ່າຊົ່ວ,
ຜູ້ເອີ້ນມືດວ່າແຈ້ງ
ແລະ ບ່ອນແຈ້ງພັດວ່າມືດ,
ຜູ້ເອີ້ນຂົມວ່າຫວານ
ແລະ ຫວານພັດວ່າຂົມ.
ວິບັດແກ່ຜູ້ທີ່ຄິດວ່າຕົນເອງມີປັນຍາໃນສາຍຕາຂອງຕົນເອງ
ແລະ ສະຫລາດໃນສາຍຕາຂອງຕົນເອງ.
ວິບັດແກ່ຜູ້ທີ່ອວດເກັ່ງໃນເລື່ອງດື່ມເຫລົ້າອະງຸ່ນ
ແລະ ເປັນຜູ້ຊະນະເລີດໃນການປະສົມເຫລົ້າ,
ຜູ້ປ່ອຍຕົວຄົນເຮັດຜິດເພື່ອສິນບົນ,
ແລະ ບໍ່ຍອມໃຫ້ຄວາມຍຸຕິທໍາແກ່ຜູ້ບໍລິສຸດ.
ເຫດສະນັ້ນ, ເໝືອນລີ້ນຂອງແປວໄຟໄໝ້ເຟືອງ
ແລະ ເໝືອນຫຍ້າແຫ້ງຈົມລົງໃນແປວໄຟ,
ດັ່ງນັ້ນ ຮາກຂອງມັນຈະເນົ່າ
ແລະ ດອກຂອງພວກມັນຈະຖືກພັດປິວໄປເໝືອນຂີ້ຝຸ່ນ;
ເພາະພວກເຂົາໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່
ແລະ ປະຕິເສດຖ້ອຍຄໍາຂອງອົງບໍລິສຸດແຫ່ງອິດສະຣາເອນ.
ເຫດສະນັ້ນຄວາມໂກດຮ້າຍຂອງພຣະເຈົ້າຢາເວຈຶ່ງເຜົາຜານປະຊາຊົນຂອງພຣະອົງ;
ມືຂອງພຣະອົງຍົກຂຶ້ນ ແລະ ຕີພວກເຂົາລົງ.
ພູເຂົາທັງຫລາຍກໍສັ່ນສະທ້ານ,
ແລະ ຊາກສົບເໝືອນກອງຂີ້ເຫຍື້ອກາງຖະໜົນ.
ເຖິງປານນັ້ນແລ້ວ, ຄວາມໂກດຮ້າຍຂອງພຣະອົງກໍຍັງບໍ່ປ່ຽນໄປ,
ມືຂອງພຣະອົງຍັງຄົງຍົກຄ້າງຢູ່.
ພຣະອົງຍົກທຸງໃຫ້ສັນຍານແກ່ຊົນຊາດທັງຫລາຍທີ່ຢູ່ໄກ,
ພຣະອົງຜິວປາກເອີ້ນບັນດາຜູ້ທີ່ຢູ່ສຸດປາຍແຜ່ນດິນໂລກ.
ພວກເຂົາກໍມາ,
ມາຢ່າງໄວ ແລະ ວ່ອງໄວ!
ບໍ່ມີຈັກຄົນທີ່ອິດເມື່ອຍ ຫລື ສະດຸດລົ້ມ.
ບໍ່ເຫງົານອນ ຫລື ນອນຫລັບ;
ສາຍແອວກໍບໍ່ຫລຸດອອກຈາກແອວ,
ສາຍຮັດເກີບບໍ່ຂາດຈັກເສັ້ນ.
ລູກສອນຂອງພວກເຂົາແຫລມຄົມ,
ຄັນທະນູຂອງພວກເຂົາກົ່ງໄວ້;
ກີບມ້າຂອງພວກເຂົາເໝືອນຫີນເຫລັກໄຟ,
ລໍ້ລົດຮົບຂອງພວກເຂົາເໝືອນພະຍຸໝູນ.
ສຽງຮ້ອງຂອງພວກເຂົາເໝືອນສິງ,
ພວກເຂົາຮ້ອງເໝືອນສິງໜຸ່ມ;
ພວກເຂົາສົ່ງສຽງຮ້ອງຂະນະທີ່ຄຸບເຫຍື່ອຢູ່
ແລະ ລາກຖິ້ມໄປໂດຍບໍ່ມີຜູ້ໃດຊ່ວຍ.
ໃນວັນນັ້ນພວກເຂົາຈະຮ້ອງເຂົ້າໃສ່ເຫຍື່ອ
ເໝືອນສຽງທະເລກ້ອງກັງວານ.
ແລະ ເມື່ອຜູ້ໃດແນມເບິ່ງດິນແດນນັ້ນ,
ຈະເຫັນຄວາມມືດ ແລະ ຄວາມທຸກໂສກ;
ແມ່ນແຕ່ຕາເວັນກໍຖືກເມກປົກບັງຈົນມືດມິດ.
Source notes (3)
- Footnote ຄື ທີ່ດິນເຊິ່ງງົວສິບຄູ່ທຽມແອກໄຖໄດ້ໃນໜຶ່ງມື້
- Footnote ໜຶ່ງບັດເທົ່າກັບ 22 ລີດ ໜຶ່ງໂຮເມີລ໌ເທົ່າກັບ 220 ລີດ ໜຶ່ງເອຟາເທົ່າກັບ 22 ລີດ
- Footnote ພາສາເຮັບເຣີວ່າ ຄົນແປກໜ້າຈະກິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.