Biblica® Open Lao Contemporary Version
ເອຊາຢາ 4
ໃນວັນນັ້ນຍິງເຈັດຄົນຈະເອົາຜູ້ຊາຍຄົນດຽວ
ແລະ ເວົ້າວ່າ,
“ພວກເຮົາຈະຫາອາຫານກິນເອງ
ແລະ ຈັດຕຽມເຄື່ອງນຸ່ງສຳລັບພວກເຮົາເອງ;
ຂໍແຕ່ໃຫ້ພວກເຮົາໃຊ້ນາມສະກຸນຂອງເຈົ້າເທົ່ານັ້ນ.
ເພື່ອຊ່ວຍລົບລ້າງຄວາມອັບອາຍໃຫ້ພວກເຮົາດ້ວຍ!”
ກິ່ງຂອງພຣະເຈົ້າຢາເວ
ໃນວັນນັ້ນ ກິ່ງ1ຂອງພຣະເຈົ້າຢາເວຈະງາມ ແລະ ເຕັມດ້ວຍສະຫງ່າລາສີ, ຜົນແຫ່ງດິນແດນນັ້ນຈະເປັນສະຫງ່າລາສີ ແລະ ຄວາມພາກພູມໃຈຂອງຊາວອິດສະຣາເອນທີ່ເຫລືອ. ບັນດາຄົນທີ່ເຫລືອຢູ່ໃນຊີໂອນ, ຄືຜູ້ທີ່ຢູ່ໃນເຢຣູຊາເລັມ, ຈະຖືກເອີ້ນວ່າຜູ້ບໍລິສຸດ, ຄືທຸກຄົນທີ່ມີຊື່ບັນທຶກຢູ່ໃນທະບຽນພົນລະເມືອງເຢຣູຊາເລັມ. ອົງພຣະຜູ້ເປັນເຈົ້າຈະຊຳລະມົນທິນຂອງພວກແມ່ຍິງຊີໂອນ; ພຣະອົງຈະຊຳລະຮອຍເລືອດຈາກເຢຣູຊາເລັມໂດຍວິນຍານ2 ແຫ່ງໄຟ ແລະ ການພິພາກສາ. ຈາກນັ້ນພຣະເຈົ້າຢາເວຈະສ້າງກຸ່ມເມກຄວັນໃນຍາມກາງເວັນ ແລະ ເເປວໄຟລຸກໃຫຍ່ໃນຍາມກາງຄືນເໜືອພູເຂົາຊີໂອນ ແລະ ເໜືອບັນດາຜູ້ທີ່ຊຸມນຸມກັນຢູ່ທີ່ນັ້ນ; ເໜືອສິ່ງທັງໝົດເຫລົ່ານັ້ນຄືສະຫງ່າລາສີຂອງພຣະເຈົ້າຈະເປັນເພດານຟ້າ. ມັນຈະເປັນບ່ອນລີ້ໄພ ແລະ ຮົ່ມເງົາບັງຄວາມຮ້ອນເອົ້າໃນຍາມກາງເວັນ ແລະ ເປັນບ່ອນປົກປ້ອງ ແລະ ບ່ອນລີ້ໄພຈາກພະຍຸ ແລະ ຝົນ.
Source notes (2)
- Footnote ຫລື ເຊື້ອສາຍ
- Footnote ຫລື ພຣະວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.