Biblica® Open Lao Contemporary Version
ເອຊາຢາ 3
ການພິພາກສາເໜືອເຢຣູຊາເລັມ ແລະ ຢູດາຍ
ບັດນີ້ ເບິ່ງແມ້, ອົງພຣະຜູ້ເປັນເຈົ້າ,
ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່,
ກໍກຳລັງຈະເອົາໄປຈາກເຢຣູຊາເລັມ ແລະ ຢູດາຍ
ທັງສະບຽງ ແລະ ຄວາມຊ່ວຍເຫລືອຄື:
ສະບຽງອາຫານທັງໝົດ ແລະ ນໍ້າທັງໝົດ,
ວິລະບູລຸດ ແລະ ນັກຮົບ,
ຜູ້ພິພາກສາ ແລະ ຜູ້ທຳນວາຍ,
ໝໍດູ ແລະ ຜູ້ອາວຸໂສ,
ນາຍທະຫານ ແລະ ຂຸນນາງ,
ທີ່ປຶກສາ, ຊ່າງຝີມື ແລະ ໝໍຜີທີ່ສະຫລາດ.
“ເຮົາຈະຕັ້ງຄົນໜຸ່ມເປັນຂ້າລາຊະການຂອງພວກເຂົາ;
ໃຫ້ເດັກນ້ອຍເປັນຜູ້ປົກຄອງພວກເຂົາ”.
ປະຊາຊົນຈະຂົ່ມເຫັງກັນເອງ
ມະນຸດຕໍ່ສູ້ມະນຸດ, ເພື່ອນບ້ານຕໍ່ສູ້ເພື່ອນບ້ານ.
ຄົນໜຸ່ມຈະລຸກຂຶ້ນຕໍ່ສູ້ຜູ້ອາວຸໂສ,
ບໍ່ມີໃຜຕໍ່ສູ້ຜູ້ມີກຽດຊື່ສຽງ.
ຄົນໜຶ່ງຈະຈັບພີ່ນ້ອງຂອງຕົນ
ໃນບ້ານພໍ່ຂອງຕົນ ແລະ ເວົ້າວ່າ,
“ເຈົ້າມີເສື້ອຄຸມ, ຂໍໃຫ້ເຈົ້າເປັນຜູ້ນຳຂອງພວກເຮົາ;
ມາຮັບຜິດຊອບກອງຫັກພັງນີ້!”
ແຕ່ໃນວັນນັ້ນຄົນນັ້ນຈະຮ້ອງວ່າ,
“ຂ້ອຍຊ່ວຍຫຍັງບໍ່ໄດ້.
ໃນບ້ານຂອງຂ້ອຍບໍ່ມີອາຫານ ຫລື ເຄື່ອງນຸ່ງ;
ຢ່າໃຫ້ຂ້ອຍເປັນຜູ້ນຳປະຊາຊົນເລີຍ”.
ເຢຣູຊາເລັມໂຊເຊ,
ຢູດາຍກໍກໍາລັງລົ້ມລົງ;
ຄໍາເວົ້າ ແລະ ການກະທໍາຂອງພວກເຂົາແມ່ນຕໍ່ຕ້ານພຣະເຈົ້າຢາເວ,
ດູຖູກສະຫງ່າລາສີຕໍ່ໜ້າພຣະອົງ.
ສີໜ້າຂອງພວກເຂົາກໍຟ້ອງພວກເຂົາເອງ;
ພວກເຂົາອວດບາບຂອງຕົນເໝືອນໂຊໂດມ;
ພວກເຂົາບໍ່ໄດ້ເຊື່ອງມັນໄວ້.
ວິບັດແກ່ພວກເຂົາ!
ພວກເຂົາໄດ້ນຳໄພພິບັດມາສູ່ຕົນເອງ.
ຈົ່ງບອກຄົນຊອບທຳວ່າພວກເຂົາຈະຢູ່ເຢັນເປັນສຸກ,
ເພາະພວກເຂົາຈະໄດ້ຊື່ນຊົມກັບຜົນຈາກການກະທໍາຂອງພວກເຂົາ.
ວິບັດແກ່ຄົນຊົ່ວຮ້າຍ!
ໄພພິບັດກໍຕົກຖືກພວກເຂົາ!
ພວກເຂົາຈະໄດ້ຮັບຄືນໃນສິ່ງ
ກັບສິ່ງທີ່ມືຂອງພວກເຂົາໄດ້ເຮັດ.
ຄົນໜຸ່ມຂົ່ມເຫັງປະຊາຊົນຂອງເຮົາ,
ພວກແມ່ຍິງປົກຄອງພວກເຂົາ.
ປະຊາຊົນຂອງເຮົາ, ຜູ້ນຳທາງຂອງພວກເຈົ້າພາພວກເຈົ້າຫລົງຜິດ;
ພວກເຂົາເຮັດໃຫ້ເຈົ້າອອກນອກທາງ.
ພຣະເຈົ້າຢາເວຢູ່ເໜືອບັນລັງໃນສານ;
ພຣະອົງລຸກຂຶ້ນພິພາກສາປະຊາຊົນ.
ພຣະເຈົ້າຢາເວມາພິພາກສາ
ຕໍ່ສູ້ບັນດາຜູ້ອາວຸໂສ ແລະ ພວກຜູ້ນຳປະຊາຊົນຂອງພຣະອົງ:
ໂດຍເວົ້າວ່າ “ພວກເຈົ້າເປັນຜູ້ທຳລາຍສວນອະງຸ່ນຂອງເຮົາ;
ຊັບສົມບັດທີ່ປຸ້ນມາຈາກຄົນທຸກຍາກກໍຢູ່ໃນບ້ານຂອງພວກເຈົ້າ.
ພວກເຈົ້າຄິດແນວໃດຈຶ່ງກ້າກົດຂີ່ປະຊາຊົນຂອງເຮົາ
ແລະ ຢຽບຢໍ່າໜ້າຂອງຜູ້ທຸກຍາກ?”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນີ້.
ພຣະເຈົ້າຢາເວກ່າວວ່າ,
“ຍິງຊາວຊີໂອນຈອງຫອງ,
ຍ່າງໄປຕາມທາງໂດຍຢຽດຄໍອອກ,
ຫວ່ານສະເໜ່ດ້ວຍຕາຂອງພວກເຂົາ,
ຍ່າງໄປມາດ້ວຍສະໂພກໂຍກຍ້າຍ,
ປອກຂາຂອງພວກເຂົາສົ່ງສຽງດັງເປັນຈັງຫວະ.
ເຫດສະນັ້ນ ພຣະເຈົ້າຢາເວຈະເຮັດໃຫ້ຫົວຂອງຍິງຊາວຊີໂອນເປັນບາດ;
ພຣະເຈົ້າຢາເວຈະເຮັດໃຫ້ພວກນາງຫົວລ້ານ”.
ໃນວັນນັ້ນພຣະເຈົ້າຢາເວຈະເອົາເຄື່ອງປະດັບອັນງົດງາມຂອງພວກນາງໄປຄື: ປອກຂາ ແລະ ຜ້າຄຽນຫົວ, ສາຍຄໍຮູບວົງເດືອນ, ຕຸ້ມຫູ ແລະ ສາຍແຂນ ແລະ ຜ້າປົກໜ້າ, ຜ້າຄຽນຫົວ ແລະ ປອກຂາ, ຜ້າຮັດແອວ ແລະ ຂວດນ້ຳຫອມ ແລະ ເຄື່ອງລາງ, ແຫວນຕາ ແລະ ຫ່ວງເກາະດັງ, ຊຸດອອກງານ ແລະ ເສື້ອຄຸມ, ຜ້າຄຸມ ແລະ ກະເປົາເງິນ ແວ່ນ ແລະ ຊຸດຜ້າລິນິນ ແລະ ມົງກຸດ ແລະ ຜ້າຄຸມໄຫລ່.
ກິ່ນເໝັນກຸ້ມຈະມາແທນກິ່ນຫອມກຸ້ມ;
ເຊືອກຈະມາແທນຜ້າມັດແອວ;
ຫົວລ້ານຈະມາແທນຊົງຜົມສວຍງາມ;
ເຄື່ອງນຸ່ງຜ້າກະສອບຈະມາແທນເຄື່ອງນຸ່ງຢ່າງດີ;
ຄວາມຂາຍໜ້າຈະມາແທນຄວາມງາມ.
ພວກຜູ້ຊາຍຂອງພວກເຈົ້າຈະລົ້ມລົງດ້ວຍຄົມດາບ,
ພວກນັກຮົບຈະຕາຍໃນສົງຄາມ.
ປະຕູຕ່າງໆຂອງຊີໂອນຈະຮ້ອງໄຫ້ ແລະ ຄ່ຳຄວນ;
ດ້ວຍຄວາມຂັດສົນ, ນາງຈະນັ່ງລົງພື້ນດິນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.