Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 2

ພູເຂົາ​ຂອງ​ພຣະເຈົ້າ​ຢາເວ

(ມກ 4:1-3)

ນີ້​ຄື​ສິ່ງ​ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ເຫັນ​ນິມິດ​ກ່ຽວກັບ​ຢູດາຍ ແລະ ເຢຣູຊາເລັມ:

ໃນ​ວັນ​ສຸດທ້າຍ

ພູເຂົາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕັ້ງ​ຢູ່​ຈະ​ໄດ້​ຮັບ​ການ​ສະຖາປະນາ​ຂຶ້ນ

ໃຫ້​ເປັນ​ພູເຂົາ​ທີ່​ສູງ​ທີ່ສຸດ​ເໜືອ​ພູເຂົາ​ທັງຫລາຍ;

ວິຫານ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເໜືອ​ບັນດາ​ເນີນພູ​ທັງຫລາຍ,

ແລະ ຊົນຊາດ​ທັງໝົດ​ຈະ​ຫລັ່ງ​ໄຫລ​ໄປ​ທີ່​ນັ້ນ.

ປະຊາຊາດ​ທັງຫລາຍ​ຈະ​ມາ ແລະ ກ່າວ​ວ່າ,

“ຈົ່ງ​ມາ, ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ,

ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ.

ພຣະອົງ​ຈະ​ສອນ​ວິຖີທາງ​ຂອງ​ພຣະອົງ​ໃຫ້​ພວກເຮົາ,

ເພື່ອ​ພວກເຮົາ​ຈະ​ເດີນ​ໃນ​ວິຖີທາງ​ຂອງ​ພຣະອົງ”.

ກົດບັນຍັດ​ຈະ​ອອກ​ມາ​ຈາກ​ຊີໂອນ,

ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ຈະ​ອອກ​ມາ​ຈາກ​ເຢຣູຊາເລັ.

ພຣະອົງ​ຈະ​ຕັດສິນ​ຄວາມ​ລະຫວ່າງ​ຊົນຊາດ​ທັງຫລາຍ

ແລະ ຈະ​ຢຸດຕິ​ກໍລະນີ​ຜິດພາດ​ຕ່າງໆ​ໃຫ້​ປະຊາຊົນ​ທັງຫລາຍ.

ພວກເຂົາ​ຈະ​ຕີ​ດາບ​ໃຫ້​ເປັນ​ໝາກກະສົບໄຖ

ແລະ ຕີ​ຫອກ​ໃຫ້​ເປັນ​ມີດຕັດ​ຕົ້ນໄມ້.

ຊົນຊາດ​ຈະ​ບໍ່​ຍົກ​ດາບ​ຂຶ້ນ​ຕໍ່ສູ້​ຊົນຊາດ​ອື່ນ,

ທັງ​ຈະ​ບໍ່​ມີ​ການ​ຝຶກ​ສູ້ຮົບ​ອີກ​ຕໍ່ໄປ.

ຈົ່ງ​ມາ, ເຊື້ອສາຍ​ຂອງ​ຢາໂຄບ,

ໃຫ້​ພວກເຮົາ​ເດີນ​ໃນ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ຢາເວ.

ວັນ​ແຫ່ງ​ພຣະເຈົ້າ​ຢາເວ

ພຣະອົງ, ພຣະເຈົ້າ​ຢາເວ, ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ,

ຄື​ເຊື້ອສາຍ​ຂອງ​ຢາໂຄບ.

ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ເລື່ອງ​ໂຊກຊະຕາ​ຈາກ​ຕາເວັນ​ອອກ;

ພວກເຂົາ​ທໍານວາຍ​ໂຊກຊະຕາ​ຄື​ຊາວ​ຟີລິດສະຕິນ

ແລະ ຍອມຮັບ​ປະເພນີ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.

ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ເງິນ ແລະ ຄໍາ;

ຊັບສົມບັດ​ຂອງ​ພວກເຂົາ​ບໍ່​ມີ​ທີ່​ສິ້ນສຸດ.

ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ມ້າ;

ລົດຣົບ​ຂອງ​ພວກເຂົາ​ບໍ່​ມີ​ທີ່​ສິ້ນສຸດ.

ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຮູບເຄົາລົບ;

ພວກເຂົາ​ກົ້ມ​ກາບ​ສິ່ງ​ທີ່​ໂຕ​ເອງ​ສ້າງ​ຂຶ້ນ,

ສິ່ງ​ທີ່​ເຮັດ​ຂຶ້ນ​ດ້ວຍ​ມື​ຂອງ​ພວກເຂົາ.

ດັ່ງນັ້ນ​ມະນຸດ​ຈະ​ຖືກ​ເຮັດ​ໃຫ້​ຕົກຕ່ຳ​ລົງ

ແລະ ທຸກຄົນ​ໄດ້​ຖ່ອມຕົວ​ລົງ

ຢ່າ​ອະໄພ​ໃຫ້​ພວກເຂົາ1.

ຈົ່ງ​ເຂົ້າ​ໄປ​ໃນ​ໂງ່ນຫີນ​ທັງຫລາຍ, ເຊື່ອງ​ໂຕ​ຢູ່​ໃນ​ພື້ນດິນ

ໃຫ້​ພົ້ນ​ຈາກ​ການ​ປາກົດຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ

ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ!

ສາຍຕາ​ຂອງ​ຄົນ​ຈອງຫອງ​ຈະ​ຖ່ອມຕົວ​ລົງ

ແລະ ຄວາມ​ຈອງຫອງ​ຂອງ​ມະນຸດ​ຈະ​ຕໍ່າ​ລົງ;

ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ພຽງ​ຜູ້​ດຽວ​ຈະ​ຖືກ​ຍົກ​ຂຶ້ນ.

ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ໄດ້​ຕຽມ​ວັນ​ນັ້ນ​ໄວ້

ສຳລັບ​ບັນດາ​ຄົນ​ຍິ່ງ ແລະ ຈອງຫອງ,

ສຳລັບ​ທຸກສິ່ງ​ທີ່​ເປັນ​ທີ່​ຍົກຍ້ອງ​ເທີດ​ທູນ

(ແລະ​ສິ່ງ​ເຫລົ່ານັ້ນ​ຈະ​ຖ່ອມຕົວ​ລົງ),

ສຳລັບ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ, ອັນ​ສູງ ແລະ ສະຫງ່າງາມ,

ແລະ ສຳລັບ​ບັນດາ​ຕົ້ນໂອກ​ແຫ່ງ​ບາຊານ,

ສຳລັບ​ພູເຂົາ​ທີ່​ສູງ​ທັງໝົດ

ແລະ ເນີນພູ​ສູງ​ທັງໝົດ,

ສຳລັບ​ຫໍຄອຍ​ສູງ​ສະຫງ່າ​ທຸກ​ແຫ່ງ

ແລະ ສຳລັບ​ປ້ອມ​ປ້ອງກັນ​ອັນ​ແຂງແຮງ​ທຸກ​ບ່ອນ,

ສຳລັບ​ເຮືອ​ຄ້າຂາຍ2 ທຸກ​ລຳ​ຂອງ​ຕາກຊິດ

ແລະ ເຮືອ​ທີ່​ງົດງາມ​ທັງໝົດ.

ຄວາມ​ຍິ່ງ​ອວດອົ່ງ​ຈອງຫອງ​ຂອງ​ມະນຸດ​ຈະ​ຕົກ​ຕ່ຳ​ລົງ;

ຄວາມ​ອວດອົ່ງ​ທະນົງຕົວ​ຂອງ​ມະນຸດ​ຈະ​ຖ່ອມຕົວ​ລົງ;

ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ພຽງ​ຜູ້​ດຽວ​ຈະ​ເປັນ​ທີ່​ຍົກຍ້ອງ,

ແລະ ຮູບເຄົາລົບ​ຈະ​ສູນ​ຫາຍ​ໄປ.

ຄົນ​ທັງຫລາຍ​ຈະ​ໜີ​ເຂົ້າ​ໄປ​ລີ້​ຕາມ​ຖ້ຳ

ຕາມ​ໂງ່ນຫີນ ແລະ ໃນ​ພື້ນດິນ

ໃຫ້​ພົ້ນ​ຈາກ​ການ​ມາ​ປາກົດ​ຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ

ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ!,

ເມື່ອ​ພຣະອົງ​ລຸກ​ຂຶ້ນ​ມາ​ສັ່ນ​ໂລກ.

ໃນ​ວັນ​ນັ້ນ​ມະນຸດ​ຈະ​ຖິ້ມ

ຮູບເຄົາລົບ​ເງິນ ແລະ ຄໍາ,

ທີ່​ຕົນ​ໄດ້​ສ້າງ​ຂຶ້ນ​ເພື່ອ​ນະມັດສະການ​ນັ້ນ.

ໃຫ້​ແກ່​ໜູ ແລະ ເຈຍ.

ພວກເຂົາ​ຈະ​ໜີ​ເຂົ້າໄປ​ໃນ​ຖໍ້າ

ແລະ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ

ໃຫ້​ພົ້ນ​ຈາກ​ການ​ປາກົດ​ຕົວ​ທີ່​ໜ້າ​ຢ້ານກົວ​ຂອງ​ພຣະເຈົ້າ​ຢາເວ,

ແລະ ຈາກ​ຄວາມ​ຍິ່ງໃຫຍ່​ແຫ່ງ​ພຣະ​ບາລະມີ​ຂອງ​ພຣະອົງ,

ເມື່ອ​ພຣະອົງ​ລຸກ​ຂຶ້ນ​ມາ​ສັ່ນ​ໂລກ.

ຈົ່ງ​ຢຸດ​ໄວ້ວາງໃຈ​ໃນ​ມະນຸດ,

ຜູ້​ທີ່​ມີ​ແຕ່​ລົມຫາຍໃຈ​ຢູ່​ໃນ​ຮູດັງ​ຂອງ​ພວກເຂົາ.

ເປັນຫຍັງ​ຈຶ່ງ​ນັບຖື​ພວກເຂົາ?

Source notes (2)
  1. Footnote ຫລື ຢ່າ​ຍົກ​ພວກເຂົາ​ຂຶ້ນ​ເລີຍ
  2. Footnote ພາສາ​ເຮັບເຣີ​ວ່າ ເຮືອ​ຂອງ​ຕາຣະຊິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.