Biblica® Open Lao Contemporary Version
ເອຊາຢາ 1
ນິມິດກ່ຽວກັບຢູດາຍ ແລະ ເຢຣູຊາເລັມທີ່ເອຊາຢາລູກຊາຍຂອງອາໂມດເຫັນໃນໄລຍະການປົກຄອງຂອງອຸດຊີຢາ, ໂຢທາມ, ອາຮາດ ແລະ ເຮເຊກີຢາ, ກະສັດແຫ່ງຢູດາຍ.
ຊົນຊາດກະບົດ
ຟ້າສະຫວັນ, ຈົ່ງຟັງ! ແຜ່ນດິນໂລກ! ຈົ່ງຟັງ!
ພຣະເຈົ້າຢາເວກ່າວວ່າ:
“ເຮົາໄດ້ລ້ຽງລູກຫລາຍຄົນ ແລະ ລ້ຽງດູຈົນພວກເຂົາເຕີບໃຫຍ່,
ແຕ່ພວກເຂົາກັບກະບົດຕໍ່ສູ້ເຮົາ.
ງົວເຖິກຍັງຮູ້ຈັກນາຍຂອງມັນ,
ລໍຮູ້ຈັກເຈົ້າຂອງຮາງຫຍ້າ,
ແຕ່ອິດສະຣາເອນບໍ່ຮູ້ຈັກ,
ປະຊາຊົນຂອງເຮົາບໍ່ເຂົ້າໃຈ”.
ວິບັດ ເປັນຂອງຊົນຊາດທີ່ເຕັມໄປດ້ວຍຄວາມບາບ,
ປະຊາຊົນທີ່ມີຄວາມຜິດອັນໃຫຍ່ຫລວງ,
ເຜົ່າພັນຜູ້ເຮັດຊົ່ວ,
ລູກຫລານທີ່ບໍ່ຊື່ສັດ!
ພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວ;
ພວກເຂົາໄດ້ໝິ່ນປະໝາດອົງບໍລິສຸດແຫ່ງອິດສະຣາເອນ
ແລະ ຫັນຫລັງຂອງຕົນໃຫ້ກັບພຣະອົງ.
ເປັນຫຍັງພວກເຈົ້າຈຶ່ງຕ້ອງຖືກຂ້ຽນຕີອີກ?
ເປັນຫຍັງພວກເຈົ້າຈຶ່ງກະບົດອີກ?
ທົ່ວທັງຫົວຂອງພວກເຈົ້າໄດ້ຮັບບາດເຈັບ,
ຫົວໃຈທັງໝົດຂອງພວກເຈົ້າເປັນທຸກ.
ຕັ້ງແຕ່ຝ່າຕີນຂອງເຈົ້າຈົນຮອດເທິງຫົວຂອງເຈົ້າ
ບໍ່ມີສ່ວນໃດປົກກະຕິ
ມີແຕ່ບາດແຜ ແລະ ຮອຍຫຍິບ
ແລະ ແຜເປີດອອກ,
ທີ່ບໍ່ໄດ້ລ້າງບາດແຜ ຫລື ພັນຜ້າ
ຫລື ບັນເທົາດ້ວຍນໍ້າມັນໝາກກອກ.
ດິນແດນຂອງພວກເຈົ້າກໍຮົກຮ້າງ,
ເມືອງຕ່າງໆຂອງພວກເຈົ້າກໍຖືກເຜົາດ້ວຍໄຟ;
ທົ່ງຫຍ້າຂອງພວກເຈົ້າກໍກຳລັງຖືກຄົນຕ່າງຊາດປຸ້ນ;
ຖິ້ມຮົກຮ້າງຕໍ່ໜ້າຕໍ່ຕາພວກເຈົ້າ,
ເໝືອນເມື່ອຖືກຄົນແປກໜ້າທຳລາຍ.
ລູກສາວແຫ່ງຊີໂອນ1ຖືກປະຖິ້ມ
ເໝືອນດັ່ງບ່ອນລີ້ໄພໃນສວນອະງຸ່ນ,
ເໝືອນດັ່ງຕູບກາງສວນໝາກແຕງ,
ເໝືອນດັ່ງເມືອງທີ່ຖືກລ້ອມ.
ຖ້າພຣະເຈົ້າຢາເວອົງຜູ້ມີລິດອໍານາດຍິ່ງໃຫຍ່
ບໍ່ປະພວກເຮົາບາງຄົນໄວ້ໃຫ້ມີຊີວິດ,
ພວກເຮົາກໍຄົງກາຍເປັນເໝືອນເມືອງໂຊໂດມ,
ພວກເຮົາກໍຄົງເປັນເໝືອນເມືອງໂກໂມຣາ.
ບັນດາຜູ້ປົກຄອງເມືອງໂຊໂດມ,
ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ;
ຊາວເມືອງໂກໂມຣາທັງຫລາຍ!
ຈົ່ງຟັງຄໍາແນະນໍາຂອງພຣະເຈົ້າຂອງພວກເຮົາ,
ພຣະເຈົ້າຢາເວກ່າວວ່າ.
“ເຄື່ອງບູຊາທັງຫລາຍຂອງພວກເຈົ້າ,
ມີຄວາມໝາຍຫຍັງສຳລັບເຮົາ?”
ເຮົາມີເຄື່ອງເຜົາບູຊາຫລາຍພຽງພໍແລ້ວ,
ແກະຜູ້ ແລະ ໄຂມັນຂອງສັດອ້ວນພີ;
ເຮົາບໍ່ໄດ້ພໍໃຈ
ກັບເລືອດແກະ ແລະ ເລືອດງົວ ແລະ ແບ້ຕ່າງໆ.
ເມື່ອພວກເຈົ້າເຂົ້າມາຢູ່ຕໍ່ໜ້າເຮົາ,
ໃຜຂໍໃຫ້ພວກເຈົ້າເຮັດສິ່ງນີ້,
ທີ່ເປັນການໝິ່ນປະໝາດວິຫານຂອງເຮົາ?
ຈົ່ງຢຸດນຳເຄື່ອງບູຊາທີ່ບໍ່ມີຄວາມໝາຍມາໃຫ້ເຮົາ!
ເຮົາກຽດຊັງເຄື່ອງຫອມຂອງພວກເຈົ້າ.
ເຮົາທົນການປະຊຸມອັນຊົ່ວຮ້າຍຂອງພວກເຈົ້າບໍ່ໄດ້ອີກແລ້ວ
ບໍ່ວ່າຈະເປັນການປະຊຸມໃນເດືອນອອກໃໝ່, ວັນຊະບາໂຕ ແລະ ການຊຸມນຸມຕ່າງໆ
ໃຈຂອງເຮົາກຽດຊັງເທດສະການເດືອນອອກໃໝ່
ແລະ ການສະຫລອງເທດສະການຕ່າງໆຕາມກຳນົດຂອງພວກເຈົ້າ.
ພວກມັນກາຍເປັນພາລະໃຫ້ເຮົາ;
ເຮົາເບື່ອທີ່ຈະແບກພວກມັນ.
ເມື່ອເຈົ້າຍົກມືອະທິຖານ,
ເຮົາຈະເຊື່ອງໜ້າໜີພວກເຈົ້າ;
ເຖິງແມ່ນວ່າເຈົ້າອະທິຖານຫລາຍຄັ້ງ,
ເຮົາກໍຈະບໍ່ຟັງ.
ມືຂອງພວກເຈົ້າເຕັມໄປດ້ວຍເລືອດ!
ຈົ່ງຊຳລະຕົວ ແລະ ເຮັດໃຫ້ຕົນເອງສະອາດ. ເອົາການເຮັດຊົ່ວຂອງພວກເຈົ້າ
ອອກໄປຈາກສາຍຕາຂອງເຮົາ;
ຈົ່ງເຊົາເຮັດຜິດ.
ຈົ່ງຮຽນຮູ້ທີ່ຈະເຮັດສິ່ງທີ່ຖືກຕ້ອງ; ຈົ່ງສະແຫວງຫາຄວາມຍຸຕິທຳ.
ຈົ່ງໃຫ້ກຳລັງໃຈຜູ້ທີ່ຖືກກົດຂີ່ຂົ່ມເຫັງ.2
ຈົ່ງປົກປ້ອງລູກກຳພ້າພໍ່;
ແລະ ສູ້ຄະດີໃຫ້ແມ່ໝ້າຍ.
ພຣະເຈົ້າຢາເວກ່າວວ່າ,
“ຈົ່ງມາ, ໃຫ້ພວກເຮົາມາແກ້ໄຂບັນຫານໍາກັນ.
ເຖິງແມ່ນວ່າບາບຂອງພວກເຈົ້າຈະເປັນສີແດງເຂັ້ມ,
ພວກມັນກໍຈະຂາວສະອາດເໝືອນຫິມະ;
ແມ່ນວ່າຄວາມບາບເຫລົ່ານັ້ນເປັນສີແດງເຂັ້ມ,
ພວກມັນກໍຈະຂາວເໝືອນຂົນແກະ.
ຖ້າເຈົ້າເຕັມໃຈ ແລະ ເຊື່ອຟັງ,
ເຈົ້າຈະໄດ້ກິນຜົນດີຈາກຜືນແຜ່ນດິນ;
ແຕ່ຖ້າເຈົ້າຍັງຄົງດື້ດ້ານ ແລະ ກະບົດ,
ເຈົ້າຈະເປັນເຫຍື່ອຄົມດາບ”.
ປາກຂອງພຣະເຈົ້າຢາເວໄດ້ກ່າວໄວ້.
ເບິ່ງແມ ນະຄອນທີ່ສັດຊື່
ກັບກາຍເປັນຍິງໂສເພນີ!
ຄັ້ງໜຶ່ງນາງເຄີຍເຕັມໄປດ້ວຍຄວາມຍຸຕິທຳ;
ຄວາມຊອບທຳເຄີຍມີຢູ່ໃນນາງ
ແຕ່ບັດນີ້ມີແຕ່ຄາດຕະກອນ!
ເນື້ອເງິນຂອງພວກເຈົ້າກາຍເປັນຂີ້ກົ່ວ,
ເຫລົ້າອະງຸ່ນຊັ້ນດີຂອງພວກເຈົ້າປົນນ້ຳ.
ຜູ້ນຳຂອງພວກເຈົ້າເປັນກະບົດ,
ເປັນໝູ່ກັບຄົນຂີ້ລັກ;
ພວກເຂົາທຸກຄົນຮັກສິນບົນ
ແລະ ຕາມລ່າຫາຂອງຂັວນ.
ພວກເຂົາບໍ່ປົກປ້ອງລູກກຳພ້າພໍ່;
ຄະດີຂອງແມ່ໝ້າຍບໍ່ໄດ້ຢູ່ຕໍ່ໜ້າພວກເຂົາ.
ເຫດສະນັ້ນອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ອົງຜູ້ມີລິດອໍານາດຍິ່ງໃຫຍ່,
ອົງຍິ່ງໃຫຍ່ແຫ່ງອິດສະຣາເອນ, ປະກາດວ່າ:
“ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາເໜືອສັດຕູຂອງເຮົາ
ແລະ ແກ້ແຄ້ນສັດຕູຂອງເຮົາ.
ເຮົາຈະປິ່ນມືຂອງເຮົາມາຕໍ່ສູ້ພວກເຈົ້າ;
ເຮົາຈະຫລອມຂີ້ຂອງພວກເຈົ້າອອກໄປໃຫ້ໝົດ
ແລະ ກຳຈັດມົນທິນທັງໝົດອອກໄປ.
ເຮົາຈະສ້າງຜູ້ນໍາທັງຫລາຍຂອງເຈົ້າຂຶ້ນໃໝ່ຄືສະໄໝກ່ອນ,
ສ້າງຜູ້ນໍາທັງຫລາຍຂອງເຈົ້າຂຶ້ນດັ່ງຕອນເລີ່ມຕົ້ນ.
ຫລັງຈາກນັ້ນເຈົ້າຈະໄດ້ຊື່ວ່າ
‘ນະຄອນແຫ່ງຄວາມຊອບທຳ’
‘ນະຄອນທີ່ສັດຊື່’ ”.
ຊີໂອນຈະໄດ້ຮັບການຊ່ວຍເຫລືອດ້ວຍຄວາມຍຸຕິທຳ,
ຜູ້ສຳນຶກຜິດຂອງຊີໂອນຈະໄດ້ຮັບການໄຖ່ດ້ວຍຄວາມຊອບທຳ.
ແຕ່ພວກກະບົດ ແລະ ຄົນບາບທັງຫລາຍຈະແຕກຫັກທັງສອງ,
ແລະ ຜູ້ທີ່ປະຖິ້ມພຣະເຈົ້າຢາເວກໍຈະຈິບຫາຍ.
“ພວກເຈົ້າຈະອັບອາຍເພາະຕົ້ນໂອກສັກສິດ
ຄືຕົ້ນໄມ້ໃຫຍ່ທີ່ພວກເຈົ້າຊື່ນຊົມ;
ພວກເຈົ້າຈະອັບອາຍເພາະສວນຕ່າງໆ
ທີ່ພວກເຈົ້າໄດ້ເລືອກ.
ພວກເຈົ້າຈະເປັນເໝືອນຕົ້ນໂອກທີ່ໃບຫ່ຽວແຫ້ງ,
ເໝືອນສວນທີ່ຂາດນ້ຳ.
ຊາຍຜູ້ແຂງແຮງຈະກັບກາຍເປັນເຊື້ອໄຟ
ແລະ ວຽກງານຂອງລາວຄືຈຸດປະກາຍໄຟ;
ທັງສອງຈະລຸກໄໝ້ໄປນໍາກັນ,
ແລະ ບໍ່ມີຜູ້ໃດດັບໄຟນັ້ນໄດ້”.
Source notes (2)
- Footnote ຄື ຊາວເຢຣູຊາເລັມ
- Footnote ຫລື ຈົ່ງກຳລາບຜູ້ທີ່ກົດຂີ່ຂົ່ມເຫັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.