Biblica® Open Lao Contemporary Version
ຍອດເພງ 8
ຖ້າເຈົ້າເປັນພຽງແຕ່ອ້າຍຂອງຂ້ອຍ,
ທີ່ດູດນ້ຳນົມຈາກນົມຂອງແມ່ຂອງຂ້ອຍ!
ຂ້ອຍກໍຈະຈູບເຈົ້າໄດ້
ເມື່ອຂ້ອຍພົບເຈົ້າຢູ່ທາງນອກ,
ແລະ ຈະບໍ່ມີຜູ້ໃດດູຖູກຂ້ອຍ.
ຂ້ອຍຈະພາເຈົ້າ
ໄປທີ່ເຮືອນຂອງແມ່ຂອງຂ້ອຍ
ຜູ້ທີ່ໄດ້ສັ່ງສອນຂ້ອຍ.
ຂ້ອຍຈະໃຫ້ເຈົ້າດື່ມເຫລົ້າອະງຸ່ນໃສ່ເຄື່ອງເທດ,
ເປັນເຫລົ້າໝາກພິລາຫວານນຸ້ມນວນ.
ແຂນຊ້າຍຂອງລາວປະຄອງຫົວຂ້ອຍ,
ແລະ ແຂນຂວາຂອງລາວກໍໂອບກອດຂ້ອຍໄວ້.
ບັນດາລູກສາວຊາວເຢຣູຊາເລັມ, ຂ້ອຍຂໍຢ້ຳເຈົ້າວ່າ:
ຢ່າກະຕຸ້ນ ຫລື ປຸກຄວາມຮັກ
ຈົນປ່ອຍມັນໃຫ້ເປັນໄປຕາມຄວາມປາຖະໜາ.
ໝູ່ເພື່ອນ
ແມ່ນຜູ້ໃດນໍທີ່ກໍາລັງອອກມາຈາກຖິ່ນແຫ້ງແລ້ງກັນດານ
ກໍາລັງເອື່ອຍແນບຄົນຮັກຂອງນາງມາ?
ຍິງສາວ
ຢູ່ກ້ອງຕົ້ນແອັບເປີ້ນ;
ເຊິ່ງແມ່ຂອງເຈົ້າໃຫ້ກຳເນີດເຈົ້າດ້ວຍຄວາມເຈັບປວດ,
ຂ້ອຍໄດ້ປຸກຄວາມຮັກຂອງເຈົ້າຢູ່ທີ່ນັ້ນ.
ຂໍໃຫ້ຂ້ອຍເປັນດັ່ງຕາປະທັບທີ່ປະທັບຢູ່ທີ່ໃຈຂອງເຈົ້າ,
ແລະ ທີ່ແຂນຂອງເຈົ້າ ເພື່ອສະແດງວ່າເຈົ້າເປັນຂອງຂ້ອຍ;
ເພາະຄວາມຮັກມີອຳນາດເໝືອນຄວາມຕາຍ,
ແລະ ຄວາມຫຶງຫວງ1ກໍບໍ່ຍອມແພ້ເໝືອນຂຸມຝັງສົບ.
ຄວາມຮັກນັ້ນກໍາລັງເຜົາໄໝ້ດັ່ງໄຟ,
ປຽບເໝືອນແປວໄຟແຮງກ້າ.2
ນ້ຳຫລາຍສາຍກໍບໍ່ອາດດັບໄຟຮັກ;
ແມ່ນ້ຳບໍ່ອາດພັດຄວາມຮັກອອກໄປໄດ້.
ຖ້າຜູ້ໃດຈະທຸ້ມຊັບສິນຈົນໝົດໂຕ
ເພື່ອແລກກັບຄວາມຮັກ,
ຜູ້ນັ້ນກໍຈະຖືກດູຖູກຫລາຍທີ່ສຸດ.
ໝູ່ເພື່ອນ
ພວກເຮົາມີນ້ອງສາວນ້ອຍຄົນໜຶ່ງ,
ແລະ ນົມຂອງນາງກໍຍັງບໍ່ທັນໃຫຍ່.
ພວກເຮົາຈະເຮັດແນວໃດກັບນ້ອງສາວພວກເຮົາຂອງພວກເຮົາ
ໃນວັນທີ່ມີຄົນມາສູ່ຂໍນາງ?
ຖ້າຫາກນາງເປັນກຳແພງ,
ພວກເຮົາກໍຈະສ້າງຫໍຄອຍເງິນຢູ່ເທິງກໍາແພງນັ້ນ.
ຖ້ານາງເປັນປະຕູ,
ພວກເຮົາກໍຈະໃສ່ກອນນາງໄວ້ດ້ວຍໄມ້ສີດາ.
ຍິງສາວ
ຂ້ອຍເປັນກຳແພງ,
ແລະ ນົມຂອງຂ້ອຍເໝືອນຫໍຄອຍ.
ໃນສາຍຕາຂອງທີ່ຮັກ
ຂ້ອຍເປັນເໝືອນຄົນທີ່ນຳຄວາມອິ່ມໃຈມາ.
ໂຊໂລໂມນມີສວນອະງຸ່ນແຫ່ງໜຶ່ງຢູ່ທີ່ບາອານຮາໂມນ.
ເພິ່ນໄດ້ເອົາສວນອະງຸ່ນຂອງຕົນໃຫ້ຄົນເຊົ່າ.
ເກັບຄ່າເຊົ່າເປັນເງິນ
ໜັກຄົນລະ 1.000 ເຊເຂວ.3
ແຕ່ສຳລັບສວນອະງຸ່ນຂອງຂ້ອຍເອງ ກໍແລ້ວແຕ່ຂ້ອຍຈະໃຫ້ຜູ້ໃດ;
ໂຊໂລໂມນ, ເງິນ 1.000 ເຊເຂວນັ້ນເປັນຂອງທ່ານ,
ແລະ 200 ເຊເຂວນັ້ນເປັນຂອງບັນດາຜູ້ເບິ່ງແຍງສວນ.
ຊາຍໜຸ່ມ
ເຈົ້າຜູ້ທີ່ຢູ່ໃນສວນ
ອ້ອມຮອບໄປດ້ວຍໝູ່ເພື່ອນ,
ຂໍໃຫ້ຂ້ອຍໄດ້ຍິນສຽງຂອງເຈົ້າ!
ຍິງສາວ
ຈົ່ງມາ ທີ່ຮັກຂອງຂ້ອຍ,
ແລະ ຂໍໃຫ້ເຈົ້າເປັນເໝືອນເຍືອງ
ຫລື ເປັນເໝືອນກວາງໜຸ່ມເທິງພູເຂົາ
ທີ່ເຕັມໄປດ້ວຍເຄື່ອງເທດ.
Source notes (3)
- Footnote ຫລື ຄວາມຮ້ອນຮົນ
- Footnote ຫລື ແປວໄຟຂອງພຣະເຈົ້າຢາເວ
- Footnote ໜັກປະມານ 12 ກິໂລກຣາມ ເຊັ່ນດຽວກັບຂໍ້ 12
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.