Skip to content
BibleKenya

Biblica® Open Lao Contemporary Version

ຍອດເພງ 7

ໂອ ລູກສາວ​ຂອງ​ເຈົ້ານາຍ!

ຕີນ​ຂອງ​ເຈົ້າ​ທີ່​ຢູ່​ໃນ​ເກີບ​ສານ​ຊ່າງ​ງົດງາມ!

ຂາ​ຂອງ​ເຈົ້າ​ງາມ​ເໝືອນ​ດັ່ງ​ອັນຍະມະນີ,

ທີ່​ມື​ຂອງ​ນັກ​ສິນລະປິນ​ເຈຍລະໄນ.

ສະບື​ຂອງ​ເຈົ້າ​ເປັນ​ດັ່ງ​ຈອກ​ກົມ

ທີ່​ບໍ່​ເຄີຍ​ຂາດ​ກິ່ນ​ເຫລົ້າອະງຸ່ນ​ປະສົມ.

ແອວ​ຂອງ​ເຈົ້າ​ງາມ​ດັ່ງ​ກອງ​ເຂົ້າ​ຫວີດ

ອ້ອມ​ດ້ວຍ​ດອກລີລາ.

ນົມ​ຂອງ​ເຈົ້າ​ເໝືອນ​ກັບ​ລູກ​ກວາງ​ສອງ​ໂຕ,

ເໝືອນ​ກັບ​ລູກ​ແຝດ​ຂອງ​ເຍືອງ.

ລຳຄໍ​ເຈົ້າ​ກໍ​ສູງ​ດັ່ງ​ຫໍຄອຍ​ງາຊ້າງ.

ຕາ​ຂອງ​ເຈົ້າ​ໃສ​ເໝືອນ​ສະນໍ້າ​ໃນ​ເຮັດຊະໂບນ

ທີ່​ສ່ອງ​ປະກາຍ​ຢູ່​ທີ່​ຂ້າງ​ປະຕູ​ບັດຣັບບິມ.

ດັງ​ຂອງ​ເຈົ້າ​ງາມ​ດັ່ງ​ຫໍຄອຍ​ແຫ່ງ​ເລບານອນ

ທີ່​ເບິ່ງ​ໄປ​ທີ່​ດາມັສກັດ.

ຫົວ​ຂອງ​ເຈົ້າ​ສະຫງ່າງາມ​ເໝືອນ​ພູເຂົາ​ກາເມນ.

ຜົມ​ຂອງ​ເຈົ້າ​ງາມ​ຄື​ກັບ​ຜ້າກັ້ງ​ປັກ​ຢູ່​ໃນ​ວັງ;

ຜົມ​ຂອງ​ເຈົ້າ​ມັດ​ໃຈ​ກະສັດ.

ທີ່​ຮັກ​ຂອງ​ຂ້ອຍ, ເຈົ້າ​ຊ່າງ​ງາມ​ຫລາຍ ແລະ ເປັນ​ທີ່​ພໍໃຈ​ຫລາຍ,

ເຈົ້າ​ໜ້າ​ຊື່ນໃຈ​ແທ້!

ເຈົ້າ​ສູງ​ເໝືອນ​ອິນທະຜາລຳ

ແລະ ນົມ​ຂອງ​ເຈົ້າ​ເໝືອນ​ພວງ​ໝາກໄມ້.

ຂ້ອຍ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຈະ​ປີນ​ຂຶ້ນ​ຕົ້ນ​ອິນທະຜາລຳ​ຕົ້ນ​ນີ້;

ຂ້ອຍ​ຈະ​ກອດ​ໝາກ​ຂອງ​ມັນ​ໄວ້”.

ຂໍ​ໃຫ້​ນົມ​ຂອງ​ເຈົ້າ​ເໝືອນ​ພວງ​ໝາກ​ອະງຸ່ນ​ທີ່​ຢູ່​ເທິງ​ເຄືອອະງຸ່ນ,

ໃຫ້​ກິ່ນ​ລົມຫາຍ​ໃຈ​ຂອງ​ເຈົ້າ​ຫອມ​ເໝືອນ​ກິ່ນ​ໝາກ​ແອັບເປີ້ນ,

ແລະ ປາກ​ຂອງ​ເຈົ້າ​ເໝືອນ​ເຫລົ້າອະງຸ່ນ​ຊັ້ນ​ດີ.

ຍິງ​ສາວ

ຂໍ​ໃຫ້​ເຫລົ້າອະງຸ່ນ​ນີ້​ໄຫລ​ສູ່​ຮີມສົບ

ແລະ ແຂ້ວ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ.1

ຂ້ອຍ​ເປັນ​ຂອງ​ທີ່​ຮັກ​ຂອງ​ຂ້ອຍ

ແລະ ລາວ​ປາຖະໜາ​ຂ້ອຍ.

ຈົ່ງ​ມາ, ທີ່​ຮັກ​ຂອງ​ຂ້ອຍ, ໃຫ້​ພວກເຮົາ​ອອກ​ໄປ​ທີ່​ຊົນນະບົດ​ນຳ​ກັນ,

ໃຫ້​ພວກເຮົາ​ນອນ​ຄ້າງ​ຄືນ​ຢູ່​ທີ່​ໝູ່ບ້ານ.2

ໃຫ້​ພວກເຮົາ​ລຸກ​ຂຶ້ນ​ໄປ​ສວນ​ອະງຸ່ນ​ແຕ່​ເຊົ້າ

ເພື່ອ​ເບິ່ງ​ວ່າ​ເຄືອອະງຸ່ນ​ແຕກ​ຕາ​ແລ້ວ​ບໍ,

ເພື່ອ​ເບິ່ງ​ວ່າ​ດອກ​ອະງຸ່ນ​ເປີດ​ອອກ​ບານ​ແລ້ວ​ແລ້ວ​ບໍ,

ແລະ ເບິ່ງ​ວ່າ​ດອກ​ໝາກພິລາ​ບານ​ອອກ​ແລ້ວ​ບໍ

ຢູ່​ທີ່​ນັ້ນ ຂ້ອຍ​ຈະ​ມອບ​ຄວາມ​ຮັກ​ໃຫ້​ແກ່​ເຈົ້າ.

ຕົ້ນ​ມານເດກ​ກໍ​ສົ່ງ​ກິ່ນ​ຫອມ,

ແລະ ຢູ່​ທີ່​ປະຕູ​ຂອງ​ພວກເຮົາ​ກໍ​ມີ​ໝາກໄມ້​ແຊບ​ທີ່​ສຸດ,

ມີ​ທັງ​ໝາກ​ທີ່​ຫາ​ກໍ​ສຸກ ແລະ ໝາກ​ທີ່​ສຸກ​ເຕັມ​ທີ່​ແລ້ວ,

ເຊິ່ງ​ຂ້ອຍ​ໄດ້​ເກັບ​ຮວບຮວມ​ໄວ້​ໃຫ້​ເຈົ້າ, ທີ່​ຮັກ​ຂອງ​ຂ້ອຍ.

Source notes (2)
  1. Footnote ຫລື ຮີມສົບ​ຂອງ​ຜູ້​ນອນ​ຫລັບ
  2. Footnote ຫລື ຟຸ່ມ​ທຽນຊຳ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.