Biblica® Open Lao Contemporary Version
ຍອດເພງ 6
ໝູ່ເພື່ອນ
ແມ່ຍິງທີ່ງາມທີ່ສຸດ,
ທີ່ຮັກຂອງເຈົ້າໄປໃສ?
ທີ່ຮັກຂອງເຈົ້າຫັນໄປທາງໃດ,
ເພື່ອວ່າພວກເຮົາຈະຊ່ວຍເຈົ້າຊອກຫາລາວ?
ຍິງສາວ
ທີ່ຮັກຂອງຂ້ອຍໄດ້ລົງໄປທີ່ສວນຂອງລາວ,
ໄປທີ່ໜານເຄື່ອງຫອມ,
ໄປຍ່າງເບິ່ງໃນສວນຂອງລາວ
ແລະ ເກັບດອກລີລາ.
ຂ້ອຍເປັນຂອງທີ່ຮັກຂອງຂ້ອຍ ແລະ ທີ່ຮັກຂອງຂ້ອຍກໍເປັນຂອງຂ້ອຍ;
ລາວຍ່າງເບິ່ງດອກລີລາທັງຫລາຍ.
ຊາຍໜຸ່ມ
ສຸດທີ່ຮັກຂອງຂ້ອຍ, ເຈົ້າຊ່າງງາມເທົ່າກັບແດນຕີຣະຊາ,
ໜ້າຮັກເໝືອນດັ່ງເຢຣູຊາເລັມ,
ສະຫງ່າເໝືອນດັ່ງກອງທະຫານທີ່ປະດັບດ້ວຍທຸງໄຊ.
ຈົ່ງປະສາຍຕາຂອງເຈົ້າໄປຈາກຂ້ອຍ;
ເພາະສາຍຕາຂອງເຈົ້າເຮັດໃຫ້ຂ້ອຍຫວັ່ນໄຫວ.
ຜົມຂອງເຈົ້າເປັນເໝືອນຝູງແບ້
ທີ່ກໍາລັງລົງມາຈາກເນີນພູກີເລອາດ.
ແຂ້ວຂອງເຈົ້າເປັນເໝືອນຝູງແກະ
ທີ່ກຳລັງຂຶ້ນມາຈາກການຊຳລະ.
ແຂ້ວທຸກເຫລັ້ມລຽງກັນ,
ຢ່າງບໍ່ມີທີ່ຕິ.
ພາຍໃຕ້ຜ້າຄຸມໜ້າຂອງເຈົ້າ ຂະໝັບຂອງເຈົ້າ
ເໝືອນໝາກພິລາຜ່າເຄິ່ງ.
ອາດມີລາຊີນີເຖິງຫົກສິບຄົນ,
ແລະ ນາງສະໜົມແປດສິບຄົນ,
ແລະ ສາວບໍລິສຸດຈົນອີກຈົນນັບຈຳນວນບໍ່ຖ້ວນ;
ແຕ່ນົກເຂົາຂອງຂ້ອຍ, ຄົນງາມຢ່າງສົມບູນແບບຂອງຂ້ອຍ, ບໍ່ເໝືອນຜູ້ໃດ,
ເປັນລູກສາວຄົນດຽວຂອງແມ່,
ເປັນລູກສາວຄົນທີ່ແມ່ພໍໃຈຫລາຍ.
ບັນດາຍິງໜຸ່ມທີ່ເຫັນນາງ ແລ້ວກໍເອີ້ນນາງວ່າ ໄດ້ຮັບພອນ;
ບັນດາລາຊີນີ ແລະ ບັນດານາງສະໜົມຕ່າງກໍຍ້ອງຍໍຊົມເຊີຍນາງ.
ໝູ່ເພື່ອນ
ຍິງຄົນນີ້ແມ່ນຜູ້ໃດນໍ ທີ່ມາປາກົດໂຕຂຶ້ນດັ່ງຮຸ່ງອາລຸນ,
ຊ່າງງາມດັ່ງດວງເດືອນ, ສ່ອງແຈ້ງດັ່ງດວງຕາເວັນ,
ສະຫງ່າງາມເໝືອນດັ່ງດວງດາວທີ່ເຄື່ອນທີ່ໄປມາ?
ຊາຍໜຸ່ມ
ຂ້ອຍໄດ້ລົງໄປທີ່ແຖວຕົ້ນໝາກມັນຮໍ່
ເພື່ອເບິ່ງສິ່ງທີ່ຫາກໍ່ປົ່ງງາມໃນຮ່ອມພູ,
ເພື່ອເບິ່ງວ່າເຄືອອະງຸ່ນແຕກຕາ
ຫລື ເບິ່ງໝາກພິລາອອກດອກບານແລ້ວບໍ.
ກ່ອນທີ່ຂ້ອຍຈະຮູ້ໂຕ,
ຄວາມປາຖະໜາຂອງຂ້ອຍກໍເຮັດຂ້ອຍຮູ້ສຶກວ່າຢູ່ເທິງລົດມ້າຮົບຫລວງທີ່ຢູ່ທ່າມກາງປະຊາຊົນຂອງຂ້ອຍ.1
ໝູ່ເພື່ອນ
ຈົ່ງກັບມາ, ຈົ່ງກັບມາ, ໂອ ສາວຊາວຊູລຳ;
ຈົ່ງກັບມາ, ຈົ່ງກັບມາ, ເພື່ອພວກເຮົາຈະໄດ້ຈ້ອງເບິ່ງເຈົ້າ!
ຊາຍໜຸ່ມ
ເປັນຫຍັງພວກເຈົ້າຈຶ່ງຈ້ອງເບິ່ງສາວຊາວຊູລຳ
ປານກັບວ່າເບິ່ງການຟ້ອນລຳຢູ່ທີ່ເມືອງມະຫານາອິມ?2
Source notes (2)
- Footnote ຫລື ທ່າມກາງລົດຮົບຂອງອຳມີນາດາບ ຫລື ທ່າມກາງລົດຮົບຂອງປະຊາຊົນຂອງເຈົ້ານາຍ
- Footnote ໃນພາສາເຮັບເຣີ ຂໍ້ນີ້ 6:13 ເປັນຂໍ້ 7:1
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.