Skip to content
BibleKenya

Biblica® Open Lao Contemporary Version

ຍອດເພງ 5

ຊາຍ​ໜຸ່ມ

ຂ້ອຍ​ໄດ້​ເຂົ້າ​ມາ​ໃນ​ສວນ​ຂອງ​ຂ້ອຍ​ແລ້ວ ນ້ອງ​ທີ່​ຮັກ​ຂອງ​ຂ້ອຍ, ເຈົ້າສາວ​ຂອງ​ຂ້ອຍ;

ຂ້ອຍ​ໄດ້​ເກັບ​ຢາງໄມ້ຫອມ ແລະ ເຄື່ອງຫອມ​ຂອງ​ຂ້ອຍ.

ຂ້ອຍ​ໄດ້​ກິນ​ຮັງ​ເຜິ້ງ ແລະ ນ້ຳເຜິ້ງ​ຂອງ​ຂ້ອຍ;

ຂ້ອຍ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ ແລະ ນ້ຳນົມ​ຂອງ​ຂ້ອຍ.

ໝູ່​ເພື່ອນ

ໝູ່​ເພື່ອນ, ຈົ່ງ​ກິນ ແລະ ດື່ມ;

ດື່ມ​ຄວາມ​ຮັກ​ຂອງ​ເຈົ້າ​ໃຫ້​ອິ່ມ​ເຕັມ.

ຍິງ​ສາວ

ຂ້ອຍ​ໄດ້​ນອນຫລັບ​ໄປ ແຕ່​ຫົວໃຈ​ຂອງ​ຂ້ອຍ​ຍັງ​ຕື່ນ​ຢູ່.

ຈົ່ງ​ຟັງ! ທີ່​ຮັກ​ຂອງ​ຂ້ອຍ​ກຳລັງ​ເຄາະ​ປະຕູ ແລະ ເວົ້າ​ວ່າ:

“ນ້ອງ​ຮັກ​ຂອງ​ຂ້ອຍ, ທີ່​ຮັກ​ຂອງ​ຂ້ອຍ, ເປີດ​ໃຫ້​ຂ້ອຍ​ແດ່,

ນົກເຂົາ​ນ້ອຍ​ຂອງ​ຂ້ອຍ, ຄົນ​ງາມ​ບໍ່​ມີ​ທີ່​ຕິ​ຂອງ​ຂ້ອຍ.

ຫົວ​ຂອງ​ຂ້ອຍ​ປຽກ​ຊຸ່ມ​ໄປ​ດ້ວຍ​ນ້ຳໝອກ,

ຜົມ​ຂອງ​ຂ້ອຍ​ຊຸ່ມ​ດ້ວຍ​ລະອອງ​ນໍ້າ​ໃນ​ຍາມ​ກາງຄືນ”.

ແຕ່​ຂ້ອຍ​ໄດ້​ແກ້​ເສື້ອຄຸມ​ຂອງ​ຂ້ອຍ​ອອກ​ແລ້ວ

ຈະ​ໃຫ້​ນ້ອຍ​ນຸ່ງ​ເສື້ອຄຸມ​ນັ້ນ​ເຂົ້າ​ໄປ​ໃໝ່​ອີກ​ບໍ?

ຂ້ອຍ​ໄດ້​ລ້າງ​ຕີນ​ຂອງ​ຂ້ອຍ​ແລ້ວ

ຈະ​ໃຫ້​ຂ້ອຍ​ເຮັດ​ໃຫ້​ເປື້ອນ​ດິນ​ອີກ​ບໍ?

ທີ່​ຮັກ​ຂອງ​ຂ້ອຍ​ພະຍາຍາມ​ເອົາ​ມື​ຖອດ​ກອນ​ປະຕູ

ຫົວໃຈ​ຂອງ​ຂ້ອຍ​ເລີ່ມ​ເຕັ້ນ​ແຮງ​ເພາະ​ຄິດຮອດ​ລາວ.

ຂ້ອຍ​ລຸກ​ຂຶ້ນ​ເປີດ​ເພື່ອ​ປະຕູ​ຮັບ​ທີ່​ຮັກ​ຂອງ​ຂ້ອຍ,

ແລະ ມື​ຂອງ​ຂ້ອຍ​ກໍ​ປຽກ​ຊຸ່ມ​ດ້ວຍ​ຢົດ​ຢາງໄມ້ຫອມ,

ນິ້ວມື​ຂອງ​ຂ້ອຍ​ທີ່​ມີ​ຢາງໄມ້ຫອມ

ໄຫລ​ປຽກ​ຊຸ່ມ​ກອນ​ປະຕູ.

ຂ້ອຍ​ໄດ້​ເປີດ​ປະຕູ​ຕ້ອນຮັບ​ທີ່​ຮັກ​ຂອງ​ຂ້ອຍ

ແຕ່​ທີ່​ຮັກ​ຂອງ​ຂ້ອຍ​ໄດ້​ຈາກ​ໄປ; ລາວ​ໄດ້​ໄປ​ແລ້ວ.

ຂ້ອຍ​ກໍ​ຕົກໃຈ​ເມື່ອ​ລາວ​ຈາກ​ໄປ.1

ຂ້ອຍ​ໄດ້​ຊອກຫາ​ລາວ ແຕ່​ບໍ່​ພົບ​ລາວ​ເລີຍ.

ຂ້ອຍ​ຮ້ອງ​ຫາ​ລາວ ແຕ່​ລາວ​ບໍ່​ຕອບ.

ຄົນ​ເຝົ້າຍາມ​ໄດ້​ພົບ​ຂ້ອຍ

ຂະນະ​ທີ່​ພວກເຂົາ​ຍ່າງ​ກວດ​ອ້ອມ​ເມືອງ.

ພວກເຂົາ​ຕີ​ຂ້ອຍ, ພວກເຂົາ​ໄດ້​ເຮັດ​ໃຫ້​ຂ້ອຍ​ບວມ​ຊ້ຳ;

ບັນດາ​ຄົນ​ເຝົ້າ​ຍາມ​ຢູ່​ທີ່​ກຳແພງ​ເມືອງ

ພວກເຂົາ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຂ້ອຍ​ໄປ!

ບັນດາ​ລູກສາວ​ຂອງ​ຊາວ​ເຢຣູຊາເລັມ, ຂ້ອຍ​ຂໍຮ້ອງ​ພວກເຈົ້າ​ວ່າ

ຖ້າ​ພວກເຈົ້າ​ພົບ​ທີ່​ຮັກ​ຂອງ​ຂ້ອຍ,

ພວກເຈົ້າ​ຈະ​ບອກ​ລາວ​ເລື່ອງ​ໃດ​ກັບ​ລາວ?

ຈົ່ງ​ບອກ​ລາວ​ວ່າ​ຂ້ອຍ​ກຳລັງ​ປ່ວຍ​ເປັນ​ໄຂ້​ໃຈ.

ໝູ່​ເພື່ອນ

ແມ່ຍິງ​ທີ່​ງາມ​ທີ່​ສຸດ,

ຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຄົນ​ອື່ນ​ຢ່າງ​ໃດ?

ຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຄົນ​ອື່ນ​ຢ່າງໃດ?

ເຈົ້າ​ຈຶ່ງ​ຢ້ຳ​ພວກເຮົາ​ຢ່າງ​ນີ້?

ຍິງ​ສາວ

ທີ່​ຮັກ​ຂອງ​ຂ້ອຍ​ງາມ​ສະຫງ່າ ແລະ ແຂງແຮງ​ດີ,

ໂດດເດັ່ນ​ທ່າມກາງ​ຄົນ​ເປັນ​ໝື່ນ.

ຫົວ​ຂອງ​ລາວ​ເໝືອນ​ຄໍາ​ບໍລິສຸດ​ທີ່ສຸດ;

ຜົມ​ຂອງ​ລາວ​ກໍ​ເປັນ​ຄື້ນ

ແລະ ດຳ​ເໝືອນດັ່ງ​ກາ.

ຕາ​ຂອງ​ລາວ​ກໍ​ເໝືອນ​ນົກເຂົາ

ຢືນ​ຢູ່​ແຄມ​ສາຍນ້ຳ,

ທີ່​ອາບ​ນໍ້ານົມ,

ເໝືອນດັ່ງ​ອັນຍະມະນີ​ປະດັບ​ໄວ້.

ແກ້ມ​ຂອງ​ລາວ​ເປັນ​ເໝືອນ​ໜານ​ເຄື່ອງຫອມ

ທີ່​ສົ່ງ​ກິ່ນ​ຫອມ.

ຮີມສົບ​ຂອງ​ລາວ​ເໝືອນດັ່ງ​ດອກລີລາ

ທີ່​ຢົດ​ດ້ວຍ​ຢາງໄມ້ຫອມ.

ແຂນ​ຂອງ​ລາວ​ເໝືອນ​ດັ່ງ​ແທ່ງ​ຄຳ

ທີ່​ປະດັບ​ດ້ວຍ​ບຸດສະລາຄຳ.

ຮ່າງກາຍ​ຂອງ​ລາວ​ເໝືອນ​ງາຊ້າງ​ທີ່​ເງົາ​ເຫລື້ອມ

ປະດັບ​ດ້ວຍ​ແກ້ວໄພທູນ.

ຂາ​ຂອງ​ລາວ​ຄື​ກັບ​ເສົາ​ຫີນອ່ອນ

ທີ່​ຕັ້ງ​ຢູ່​ເທິງ​ຖານ​ທີ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ.

ຮູບຮ່າງ​ຂອງ​ລາວ​ແຂງແກ່ນ​ເໝືອນ​ດັ່ງ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ,

ທີ່​ຄັດເລືອກ​ມາ​ເປັນ​ຢ່າງ​ດີ.

ປາກ​ຂອງ​ລາວ​ກໍ​ຫວານ​ເປັນ​ທຳມະຊາດ

ທຸກສິ່ງ​ໃນ​ຕົວ​ລາວ​ເບິ່ງ​ເປັນ​ຕາ​ໜ້າ​ຮັກ,

ນີ້​ແມ່ນ​ທີ່​ຮັກ ແລະ ເພື່ອນ​ຂອງ​ຂ້ອຍ,

ໂອ ບັນດາ​ລູກສາວ​ຊາວ​ເຢຣູຊາເລັມ.

Source notes (1)
  1. Footnote ຫລື ຈິດໃຈ​ຂອງ​ຂ້ອຍ​ໄດ້​ແລ່ນ​ໄປ​ຫາ​ລາວ​ເມື່ອ​ລາວ​ເວົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.