Biblica® Open Lao Contemporary Version
ຍອດເພງ 4
ຊາຍໜຸ່ມ
ເຈົ້າຊ່າງງາມແທ້, ສຸດທີ່ຮັກຂອງຂ້ອຍ!
ໂອ, ງາມແທ້ໆ!
ດວງຕາຂອງເຈົ້າທີ່ຢູ່ພາຍໃຕ້ຜ້າຄຸມໜ້າທີ່ເໝືອນນົກເຂົາ.
ຜົມຂອງເຈົ້າເໝືອນກັບຝູງແບ້
ທີ່ກໍາລັງລົງມາຈາກຮ່ອມພູກີເລອາດ.
ແຂ້ວຂອງເຈົ້າຂາວເໝືອນຝູງແກະທີ່ຫາກໍຖືກຕັດຂົນ,
ແລະ ຂຶ້ນມາຈາກການຊຳລະລ້າງ.
ແຂ້ວທຸກເຫລັ້ມລຽງສັບກັນ,
ບໍ່ຫາຍໄປຈັກເຫລັ້ມ.
ຮີມສົບຂອງເຈົ້າແດງເຂັ້ມເໝືອນກັບດ້າຍແດງ;
ປາກຂອງເຈົ້າກໍໜ້າຮັກ.
ພາຍໃຕ້ຜ້າຜ້າຄຸມໜ້າຂອງເຈົ້າ ຂະໝັບຂອງເຈົ້າ
ກໍເໝືອນກັບໝາກພິລາຜ່າເຄິ່ງ.
ລຳຄໍຂອງເຈົ້າກໍເໝືອນກັບຫໍຄອຍຂອງດາວິດ,
ທີ່ສ້າງຂຶ້ນດ້ວຍຫີນຢ່າງປານີດ1;
ທີ່ປະດັບປະດາດ້ວຍໂລ່ນັບເປັນພັນອັນ,
ໂລ່ທັງໝົດນັ້ນເປັນຂອງບັນດານັກຮົບ.
ນົມທັງສອງຂອງເຈົ້າເໝືອນກັບລູກກວາງສອງໂຕ,
ເໝືອນລູກແຝດຂອງເຍືອງ
ທີ່ກິນຫຍ້າຢູ່ທ່າມກາງດອກລີລາ.
ຂ້ອຍຈະຂຶ້ນໄປເທິງພູເຂົາແຫ່ງຢາງໄມ້ຫອມ
ແລະ ໄປເນີນພູເຄື່ອງຫອມ.
ຈົນຮຸ່ງເຊົ້າມາເຖິງ
ແລະ ເງົາມືດຫາຍໄປ.
ສຸດທີ່ຮັກຂອງຂ້ອຍ, ເຈົ້າຊ່າງງາມໄປໝົດທຸກຢ່າງ;
ໃນຮ່າງກາຍຂອງເຈົ້າບໍ່ມີທີ່ຕິເລີຍ.
ເຈົ້າສາວຂອງຂ້ອຍ, ລົງມາຈາກເລບານອນກັບຂ້ອຍ,
ລົງມາຈາກເລບານອນກັບຂ້ອຍ.
ລົງມາຈາກຍອດພູເຂົາອາມານາ,
ຈາກຈອມພູເຂົາເສນີ ແລະ ຈອມພູເຂົາເຮີໂມນ,
ຈາກຖ້ຳຂອງສິງ
ແລະ ຈາກພູເຂົາທີ່ເປັນບ່ອນຢູ່ຂອງເສືອດາວ.
ເຈົ້າໄດ້ລັກຫົວໃຈຂອງຂ້ອຍໄປແລ້ວ ນ້ອງຮັກຂອງຂ້ອຍ, ເຈົ້າສາວຂອງຂ້ອຍ,
ເຈົ້າໄດ້ລັກຫົວໃຈຂອງຂ້ອຍໄປແລ້ວ
ເຈົ້າແນມເບິ່ງພຽງແຕ່ຄັ້ງດຽວ,
ພຽງແຕ່ອັນຍະມະນີເມັດດຽວທີ່ຢູ່ສາຍຄໍຂອງເຈົ້າ.
ນ້ອງຮັກຂອງຂ້ອຍ, ເຈົ້າສາວຂອງຂ້ອຍ, ຄວາມຮັກຂອງເຈົ້າໜ້າຊື່ນໃຈແທ້!
ຖືກໃຈຂ້ອຍຫລາຍກວ່າເຫລົ້າອະງຸ່ນ.
ແລະ ກິ່ນນ້ຳຫອມຂອງເຈົ້າ
ກໍຫອມກວ່າເຄື່ອງຫອມໃດໆ!
ເຈົ້າສາວຂອງຂ້ອຍ, ຮີມສົບຂອງເຈົ້າຢອດຄວາມຫວານເໝືອນດັ່ງນ້ຳເຜິ້ງ;
ກ້ອງລິ້ນຂອງເຈົ້າແມ່ນນ້ຳນົມ ແລະ ນ້ຳເຜິ້ງ.
ກິ່ນຫອມຂອງເຄື່ອງນຸ່ງຂອງເຈົ້າ
ກໍເໝືອນກັບກິ່ນຫອມແຫ່ງເລບານອນ.
ນ້ອງຮັກຂອງອ້າຍ, ເຈົ້າສາວຂອງຂ້ອຍ, ເຈົ້າເປັນເໝືອນສວນທີ່ຫວງຫ້າມ;
ເຈົ້າເປັນເໝືອນນ້ຳພຸທີ່ໄດ້ຖືກກັ້ນເຂດ ແລະ ນໍ້າພຸທີ່ປະທັບຕາໄວ້.
ເຈົ້າປຽບເໝືອນສວນໝາກພິລາ
ທີ່ໃຫ້ຜົນດີເລີດ,
ມີທັງຕົ້ນທຽນຊຳ ແລະ ຕົ້ນຫອມແຝກ.
ຕົ້ນຫອມແຝກ ແລະ ຫຍ້າຄຳຝອຍ,
ຄາລາມັສ ແລະ ອົບເຊີຍ,
ພ້ອມກັບຕົ້ນໄມ້ຫອມທຸກຊະນິດ,
ພ້ອມກັບຢາງໄມ້ຫອມ, ຕົ້ນກາລະບູນ
ແລະ ເຄື່ອງເທດອັນດີທຸກຊະນິດ.
ເຈົ້າເປັນ2ສວນນ້ຳພຸ,
ເປັນລຳທານທີ່ຫລັ່ງໄຫລ
ຫລັ່ງໄຫລລົງມາຈາກເລບານອນ.
ຍິງສາວ
ຈົ່ງຕື່ນຂຶ້ນ, ລົມເໜືອ,
ແລະ ຈົ່ງມາ, ລົມໃຕ້!
ຈົ່ງພັດຜ່ານສວນຂອງຂ້ອຍ,
ພັດກິ່ນຫອມໃຫ້ກະຈາຍໄປທຸກບ່ອນ.
ຂໍໃຫ້ທີ່ຮັກຂອງຂ້ອຍເຂົ້າມາໃນສວນຂອງລາວ
ແລະ ຊິມລົດໝາກໄມ້ທີ່ດີທີສຸດໃນທີ່ນັ້ນ.
Source notes (2)
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ຫລື ຂ້ອຍເປັນ (ຍິງສາວເປັນຜູ້ເວົ້າ)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.