Skip to content
BibleKenya

Biblica® Open Lao Contemporary Version

ຍອດເພງ 3

ຢູ່​ເທິງ​ຕຽງ​ຂອງ​ຂ້ອຍ​ຕະຫລອດ​ຄືນ

ຂ້ອຍ​ໄດ້​ຊອກ​ຫາ​ຍອດ​ຫົວໃຈ​ຮັກ​ຂອງ​ຂ້ອຍ;

ຂ້ອຍ​ໄດ້​ຊອກ​ຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ.

ຂ້ອຍ​ຈະ​ລຸກ​ຂຶ້ນ​ດຽວນີ້ ແລະ ໄປ​ທົ່ວ​ເມືອງ,

ໄປ​ຕາມ​ຖະໜົນ ແລະ ເດີ່ນ​ເມືອງ;

ຂ້ອຍ​ຈະ​ຄົ້ນຫາ​ຜູ້​ທີ່​ເປັນ​ຍອດ​ຫົວໃຈ​ຂອງ​ຂ້ອຍ.

ດັ່ງນັ້ນ ຂ້ອຍ​ໄດ້​ຊອກ​ຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ.

ຄົນ​ເຝົ້າ​ຍາມ​ກໍ​ມາ​ພົບ​ຂ້ອຍ

ຂະນະ​ທີ່​ພວກເຂົາ​ກຳລັງ​ຍ່າງ​ກວດ​ໄປ​ອ້ອມ​ເມືອງ.

ຂ້ອຍ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຫັນ​ຜູ້​ເປັນ​ຍອດ​ຫົວໃຈ​ຂອງ​ຂ້ອຍ​ບໍ?”

ພໍ​ແຕ່​ຈາກ​ພວກເຂົາ​ໄປ​ບໍ່​ພໍ​ເທົ່າ​ໃດ

ຂ້ອຍ​ກໍ​ພົບ​ຜູ້​ທີ່​ເປັນ​ຍອດ​ຫົວໃຈ​ຂອງ​ຂ້ອຍ.

ຂ້ອຍ​ໂອບກອດ​ລາວ​ໄວ້ ແລະ ຈະ​ບໍ່​ປ່ອຍ​ໃຫ້​ລາວ​ໄປ​ໃສ

ຈົນ​ກວ່າ​ຂ້ອຍ​ຈະ​ໄດ້​ພາ​ລາວ​ມາ​ທີ່​ເຮືອນ​ຂອງ​ແມ່​ຂອງ​ຂ້ອຍ,

ມາ​ເຖິງ​ຫ້ອງ​ຜູ້​ທີ່​ໃຫ້​ກຳເນີດ​ຂ້ອຍ.

ບັນດາ​ລູກສາວ​ຊາວ​ເຢຣູຊາເລັມ,

ຂ້ອຍ​ຂໍ​ຢ້ຳ​ເຈົ້າ​ໂດຍ​ພະລັງ​ຢ່າງ​ເຍືອງ ແລະ ກວາງ​ໃນ​ທົ່ງຫຍ້າ​ວ່າ:

ຢ່າ​ກະຕຸ້ນ​ຄວາມ​ຮັກ ຫລື ປຸກ​ຄວາມ​ຮັກ

ຈົນ​ປ່ອຍ​ມັນ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ.

ຜູ້ໃດ​ນໍ​ທີ່​ກໍາລັງ​ອອກ​ມາ​ຈາກ​ຖິ່ນແຫ້ງແລ້ງກັນດານ

ເໝືອນ​ລຳ​ຄວັນ​ພຸ່ງ​ຂຶ້ນ,

ເຕັມ​ໄປ​ດ້ວຍ​ກິ່ນ​ຫອມ​ຂອງ​ຢາງໄມ້ຫອມ ແລະ ກຳຍານ

ທີ່​ປຸງ​ມາ​ຈາກ​ເຄື່ອງຫອມ​ຂອງ​ພໍ່ຄ້າ?

ເບິ່ງ​ແມ! ນັ້ນ​ແມ່ນ​ຂະບວນ​ແຫ່​ຂອງ​ໂຊໂລໂມນ,

ມີ​ນັກຮົບ​ຜູ້​ເກັ່ງກ້າ​ທີ່ສຸດ​ຂອງ​ອິດສະຣາເອນ,

ຫົກ​ສິບ​ຄົນ​ຄຸມກັນ​ໄວ້,

ພວກເຂົາ​ທຸກຄົນ​ຖື​ດາບ​ໄວ້,

ທຸກຄົນ​ເປັນ​ນັກຮົບ​ທີ່​ຊຳນານ,

ແຕ່​ລະ​ຄົນ​ມີ​ດາບ​ຂອງ​ຕົນ​ຢູ່​ຂ້າງ​ກາຍ,

ກຽມ​ພ້ອມ​ຮັບ​ໄພ​ໂຈມຕີ​ໃນ​ເວລາ​ກາງຄືນ.

ກະສັດ​ໂຊໂລໂມນ​ໄດ້​ໃຫ້​ປະກອບ​ລົດ​ນີ້​ໄວ້​ສຳລັບ​ຕົນ​ເອງ;

ເພິ່ນ​ໄດ້​ເຮັດ​ລົດ​ນີ້​ດ້ວຍ​ໄມ້​ຈາກ​ເລບານອນ.

ເສົາ​ຂອງ​ລົດ​ແມ່ນ​ເຮັດ​ດ້ວຍ​ເງິນ,

ພື້ນ​ຂອງ​ລົດ​ແມ່ນ​ເປັນ​ຄໍາ.

ບ່ອນນັ່ງ​ຂອງ​ລົດ​ແມ່ນ​ຫຸ້ມ​ດ້ວຍ​ຜ້າ​ສີມ່ວງ,

ພາຍໃນ​ຂອງ​ລົດ​ແມ່ນ​ຕົບແຕ່ງ​ດ້ວຍ​ຄວາມ​ຮັກ.

ບັນດາ​ລູກສາວ​ຊາວ​ເຢຣູຊາເລັມ, ຈົ່ງ​ອອກ​ມາ,

ພວກເຈົ້າ, ບັນດາ​ລູກສາວ​ແຫ່ງ​ຊີໂອນ,

ຈົ່ງ​ອອກ​ມາ​ເບິ່ງ​ກະສັດ​ໂຊໂລໂມນ​ສວມ​ມົງກຸດ,

ມົງກຸດ​ທີ່​ແມ່​ຂອງ​ເພິ່ນ​ໄດ້​ສວມ​ໃຫ້​ເພິ່ນ,

ໃນ​ວັນ​ແຕ່ງງານ​ຂອງ​ເພິ່ນ,

ວັນ​ແຫ່ງ​ຄວາມ​ຊື່ນຊົມຍິນດີ​ຂອງ​ເພິ່ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.