Skip to content
BibleKenya

Biblica® Open Lao Contemporary Version

ຍອດເພງ 2

ຍິງ​ສາວ

ຂ້ອຍ​ເປັນ​ດັ່ງ​ດອກ​ກຸຫລາບ​ແຫ່ງ​ຊາໂຣນ,

ເໝືອນ​ດອກລີລາ​ແຫ່ງ​ຮ່ອມພູ.

ຊາຍ​ໜຸ່ມ

ທີ່​ຮັກ​ຂອງ​ຂ້ອຍ ຢູ່​ທ່າມກາງ​ຍິງ​ສາວ

ກໍ​ເປັນ​ເໝືອນ​ດອກລີລາ​ທ່າມກາງ​ພຸ່ມ​ໜາມ.

ຍິງ​ສາວ

ທີ່​ຮັກ​ຂອງ​ຂ້ອຍ ຢູ່​ທ່າມກາງ​ຊາຍ​ໜຸ່ມ

ກໍ​ເປັນ​ເໝືອນ​ຕົ້ນ​ແອັບເປີ້ນ​ທ່າມກາງ​ຕົ້ນ​ໄມ້​ໃນ​ປ່າ

ຂ້ອຍ​ມັກ​ນັ່ງ​ຢູ່​ກ້ອງ​ຮົ່ມ​ເງົາ​ຂອງ​ລາວ,

ແລະ ໝາກ​ຂອງ​ລາວ​ແມ່ນ​ຫອມ​ຫວານ​ເມື່ອ​ຂ້ອຍ​ໄດ້​ຊີມ​ລົດ.

ລາວ​ພາ​ຂ້ອຍ​ໄປ​ໃນ​ຫ້ອງ​ກິນ​ລ້ຽງ,

ແລະ ໃຫ້​ຫລາຍ​ຄົນ​ເຫັນ​ວ່າ​ລາວ​ຮັກ​ຂ້ອຍ​ຫລາຍ​ເທົ່າໃດ1

ໃຫ້​ກໍາລັງ​ໃຈ​ຂ້ອຍ​ດ້ວຍ​ໝາກ​ອະງຸ່ນ​ແຫ້ງ,

ເຮັດ​ໃຫ້​ຂ້ອຍ​ສົດຊື່ນ​ດ້ວຍ​ໝາກ​ແອັບເປີ້ນ

ເພາະ​ຂ້ອຍ​ອ່ອນແຮງ​ດ້ວຍ​ຄວາມ​ຮັກ.

ແຂນ​ຊ້າຍ​ຂອງ​ລາວ​ປະຄອງ​ຫົວ​ຂ້ອຍ​ໄວ້,

ແລະ ແຂນ​ຂວາ​ຂອງ​ລາວ​ກໍ​ໂອບກອດ​ຂ້ອຍ​ໄວ້.

ບັນດາ​ລູກສາວ​ຊາວ​ເຢຣູຊາເລັມ,

ຂ້ອຍ​ຂໍ​ຢ້ຳ​ເຈົ້າ​ໂດຍ​ພະລັງ​ຢ່າງ​ເຍືອງ ແລະ ກວາງ​ໃນ​ທົ່ງຫຍ້າ​ວ່າ:

ຢ່າ​ກະຕຸ້ນ​ຄວາມ​ຮັກ ຫລື ປຸກ​ຄວາມ​ຮັກ

ຈົນ​ປ່ອຍ​ມັນ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາຖະໜາ.

ຈົ່ງ​ຟັງ! ທີ່​ຮັກ​ຂອງ​ຂ້ອຍ!

ເບິ່ງ​ແມ! ລາວ​ກໍາລັງ​ມາ​ທີ່​ນີ້,

ກະໂດດ​ຂ້າມ​ພູເຂົາ​ທັງຫລາຍ,

ກະໂດດ​ຂ້າມ​ເນີນພູ​ມາ.

ທີ່​ຮັກ​ຂອງ​ຂ້ອຍ​ເປັນ​ເໝືອນ​ເຍືອງ​ຜູ້ ຫລື ກວາງ​ໜຸ່ມ.

ເບິ່ງ​ແມ! ລາວ​ຢູ່​ຫລັງ​ກຳແພງ​ຂອງ​ພວກເຮົາ,

ກໍາລັງ​ໂງ​ຫົວ​ຂຶ້ນ​ເບິ່ງ​ຜ່ານ​ປ່ອງຢ້ຽມ,

ແນມ​ເບິ່ງ​ລອດ​ຜ່ານ​ຕາໜ່າງ.

ທີ່​ຮັກ​ຂອງ​ຂ້ອຍ​ເອີ່ຍ​ຂຶ້ນ ແລະ ໄດ້​ເວົ້າ​ກັບ​ຂ້ອຍ​ວ່າ,

“ລຸກ​ຂຶ້ນ, ສຸດ​ທີ່​ຮັກ​ຂອງ​ຂ້ອຍ,

ຄົນ​ງາມ​ຂອງ​ຂ້ອຍ, ຈົ່ງ​ມາ​ກັບ​ຂ້ອຍ.

ເບິ່ງ​ແມ! ລະດູ​ໜາວ​ຜ່ານ​ພົ້ນ​ໄປ​ແລ້ວ;

ຝົນ​ກໍ​ເຊົາ​ຕົກ​ແລ້ວ.

ດອກ​ໄມ້​ຕ່າງໆ​ເລີ່ມ​ບານ​ຢູ່​ເທິງ​ແຜ່ນດິນ​ໂລກ;

ລະດູ​ແຫ່ງ​ການ​ຮ້ອງ​ເພງ​ໄດ້​ມາ​ເຖິງ​ແລ້ວ,

ສຽງ​ນົກເຂົາ​ຮ້ອງ

ໄດ້​ຍິນ​ໃນ​ຖິ່ນ​ຂອງ​ພວກເຮົາ.

ຕົ້ນ​ໝາກເດື່ອ​ກຳລັງ​ເກີດ​ຜົນ​ທຳອິດ

ເຄືອ​ອະງຸ່ນ​ກໍ​ອອກ​ດອກ​ບານ​ສົ່ງ​ກິ່ນ​ຫອມ​ຂອງ​ມັນ.

ລຸກ​ຂຶ້ນ​ມາ ທີ່​ຮັກ​ຂອງ​ຂ້ອຍ;

ຄົນ​ງາມ​ຂອງ​ຂ້ອຍ ຈົ່ງ​ມາ​ກັບ​ຂ້ອຍ”.

ຊາຍ​ໜຸ່ມ

ນົກເຂົາ​ຂອງ​ຂ້ອຍ​ຢູ່​ໃນ​ຫລືບ​ຫີນ,

ກໍາລັງ​ລີ້​ຢູ່​ເທິງ​ເປີ້ນ​ພູເຂົາ

ຂໍ​ໃຫ້​ຂ້ອຍ​ໄດ້​ເຫັນ​ໜ້າ​ເຈົ້າ,

ຂໍ​ໃຫ້​ຂ້ອຍ​ໄດ້​ຍິນ​ສຽງ​ຂອງ​ເຈົ້າ;

ເພາະ​ສຽງ​ຂອງ​ເຈົ້າ​ຊ່າງ​ຫວານ​ແທ້,

ແລະ ໃບ​ໜ້າ​ຂອງ​ເຈົ້າ​ກໍ​ງາມ​ໜ້າ​ຮັກ.

ຈົ່ງ​ມາ​ຊ່ວຍ​ຈັບ​ຝູງ​ໝາຈອກ​ໃຫ້​ພວກເຮົາ

ໝາຈອກ​ໂຕ​ນ້ອຍ​ທັງຫລາຍ

ທີ່​ທຳລາຍ​ສວນ​ອະງຸ່ນ

ສວນ​ຂອງ​ພວກເຮົາ​ທີ່​ກຳລັງ​ອອກ​ດອກ​ບານ.

ຍິງ​ສາວ

ທີ່​ຮັກ​ຂອງ​ຂ້ອຍ​ແມ່ນ​ເປັນ​ຂອງ​ຂ້ອຍ ແລະ ຂ້ອຍ​ກໍ​ເປັນ​ຂອງ​ລາວ

ລາວ​ລ້ຽງ​ສັດ​ຢູ່​ທ່າມກາງ​ດອກລີລາ.

ຈົນ​ຮຸ່ງ​ເຊົ້າ​ມາ

ແລະ ເງົາ​ມືດ​ກໍ​ລັບ​ຫາຍ​ໄປ,

ຈົ່ງ​ຫັນ​ມາ ທີ່​ຮັກ​ຂອງ​ຂ້ອຍ,

ແລະ ຂໍ​ໃຫ້​ເປັນ​ເໝືອນ​ເຍືອງ

ຫລື ກວາງ​ໜຸ່ມ

ທີ່​ຢູ່​ເທິງ​ເນີນພູ​ເບັດເອ.2

Source notes (2)
  1. Footnote ຫລື ທຸງ​ຂອງ​ລາວ​ທີ່​ຢູ່​ເໜືອ​ຂ້ອຍ​ຄື​ຄວາມ​ຮັກ
  2. Footnote ຫລື ເນີນພູ​ທີ່​ຮົກ ແລະ ບໍ່​ຮາບພຽງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.