Skip to content
BibleKenya

Biblica® Open Lao Contemporary Version

ຍອດເພງ 1

ຍອດ​ບົດເພງ​ຂອງ​ໂຊໂລໂມນ.

ຜູ້ສາວ

ຂໍ​ໃຫ້​ເຈົ້າ​ຈູບ​ຂ້ອຍ​ດ້ວຍ​ປາກ​ຂອງ​ເຈົ້າ

ເພາະ​ຄວາມ​ຮັກ​ຂອງ​ເຈົ້າ​ແມ່ນ​ຊື່ນ​ໃຈ​ຫລາຍ​ກວ່າ​ເຫລົ້າ​ອະງຸ່ນ.

ກິ່ນ​ນ້ຳຫອມ​ຂອງ​ເຈົ້າ​ຊ່າງ​ຊວນ​ຫລົງໄຫລ;

ຊື່ສຽງ​ຂອງ​ເຈົ້າ​ກໍ​ເປັນ​ເໝືອນ​ນໍ້າຫອມ​ທີ່​ຖອກ​ອອກ​ມາ.

ຈຶ່ງ​ບໍ່​ແປກໃຈ​ເລີຍ​ທີ່​ຍິງ​ສາວ​ຫຸ້ມ​ຮັກ​ເຈົ້າ!

ພາ​ຂ້ອຍ​ໄປ​ນໍາ​ເຈົ້າ ໃຫ້​ພວກເຮົາ​ຟ້າວ​ໄປ!

ຂໍ​ໃຫ້​ກະສັດ​ພາ​ຂ້ອຍ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຈົ້າ.

ບັນດາ​ໝູ່

ພວກເຮົາ​ຊື່ນຊົມ ແລະ ຍິນດີ​ໃນ​ໂຕ​ເຈົ້າ;

ພວກເຮົາ​ຈະ​ເທີດທູນ​ຄວາມ​ຮັກ​ຂອງ​ເຈົ້າ​ຫລາຍ​ກວ່າ​ເຫລົ້າ​ອະງຸ່ນ.

ຜູ້ສາວ

ຖືກຕ້ອງ​ແລ້ວ​ທີ່​ພວກເຂົາ​ເທີດທູນ​ເຈົ້າ!

ບັນດາ​ຍິງສາວ​ຊາວ​ເຢຣູຊາເລັມ​ເອີຍ,

ຂ້ອຍ​ເປັນ​ຄົນ​ຜິວ​ດໍາ,

ດໍາ​ເໝືອນ​ດັ່ງ​ຜ້າ​ເຕັນ​ແຫ່ງ​ເກດາ​ກໍ​ຈິງ,

ແຕ່​ກໍ​ງາມ​ໜ້າ​ຮັກ​ເໝືອນ​ຜ້າກັ້ງ​ຂອງ​ໂຊໂລໂມນ.1

ຢ່າ​ຈ້ອງ​ເບິ່ງ​ຜິວ​ທີ່​ດຳ​ຂອງ​ຂ້ອຍ​ຫລາຍ,

ເພາະ​ຂ້ອຍ​ເປັນ​ຄົນ​ຍ້ອນ​ຕາເວັນ.

ບັນດາ​ອ້າຍ​ຂອງ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍ

ແລະ ໃຫ້​ຂ້ອຍ​ໄປ​ເບິ່ງແຍງ​ສວນ​ອະງຸ່ນ​ທັງຫລາຍ.

ແຕ່​ສວນ​ອະງຸ່ນ​ຂອງ​ຂ້ອຍ​ເອງ​ຖືກ​ປະຖິ້ມ​ໄວ້;

ບອກ​ຂ້ອຍ​ແດ່​ທີ່​ຮັກ​ຂອງ​ຂ້ອຍ

ມື້​ນີ້​ເຈົ້າ​ຈະ​ພາ​ຝູງ​ແກະ​ຂອງ​ເຈົ້າ​ໄປ​ກິນ​ຫຍ້າ​ຢູ່​ໃສ

ແລະ ຕອນ​ທ່ຽງ​ນັ້ນ​ເຈົ້າ​ຈະ​ພາ​ຝູງແກະ​ຂອງ​ເຈົ້າ​ໄປ​ພັກຜ່ອນ​ຢູ່​ໃສ.

ດ້ວຍ​ເຫດ​ໃດ​ຂ້ອຍ​ຈະ​ຕ້ອງ​ເປັນ​ເໝືອນ​ແມ່ຍິງ​ທີ່​ເອົາ​ຜ້າ​ຄຸມ​ໜ້າ

ໄປ​ກັບ​ຝູງແກະ​ຂອງ​ບັນດາ​ໝູ່​ຂອງ​ເຈົ້າ?

ບັນດາ​ໝູ່

ແມ່ຍິງ​ງາມ​ທີ່​ສຸດ, ຖ້າ​ເຈົ້າ​ບໍ່​ຮູ້ຈັກ,

ກໍ​ໃຫ້​ຕິດຕາມ​ຮອຍ​ຝູງ​ແກະ​ໄປ

ແລະ ໄປ​ທີ່​ເຕັນ​ຂອງ​ພວກ​ຄົນ​ລ້ຽງ​ແກະ

ໄປ​ລ້ຽງ​ຝູງ​ແບ້​ຂອງ​ເຈົ້າ​ຢູ່​ທີ່​ນັ້ນ.

ຊາຍ​ໜຸ່ມ

ທີ່​ຮັກ​ຂອງ​ຂ້ອຍ, ຂ້ອຍ​ປຽບ​ເຈົ້າ​ເໝືອນ​ດັ່ງ​ມ້າ​ແມ່

ທີ່​ໃຊ້​ທຽມ​ລົດມ້າ​ຂອງ​ຟາໂຣ

ແກ້ມ​ຂອງ​ເຈົ້າ​ງົດ​ງາມ​ດ້ວຍ​ຕຸ້ມຫູ,

ຄໍ​ຂອງ​ເຈົ້າ​ກໍ​ງາມ​ດ້ວຍ​ສາຍຄໍ​ອັນຍະມະນີ.

ພວກເຮົາ​ຈະ​ເຮັດ​ຕຸ້ມຫູ​ຄຳ​ໃຫ້​ເຈົ້າ,

ປະດັບ​ເຈົ້າ​ດ້ວຍ​ເງິນ.

ຍິງ​ສາວ

ເມື່ອ​ກະສັດ​ຢູ່​ທີ່​ບ່ອນ​ນອນ,

ນ້ຳຫອມ​ຂອງ​ຂ້ອຍ​ກໍ​ສົ່ງ​ກິນ​ຫອມ​ໄປ​ທົ່ວ.

ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ເປັນ​ດັ່ງ​ຖົງ​ຢາງໄມ້ຫອມ

ທີ່​ວາງ​ຢູ່​ຫວ່າງ​ເອິກ​ຂອງ​ຂ້ອຍ.

ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ເປັນ​ດັ່ງ​ພວງ​ດອກ​ທຽນຊຳ

ຈາກ​ສວນ​ອະງຸ່ນ​ແຫ່ງ​ເອນເກດີ.

ຊາຍ​ໜຸ່ມ

ເຈົ້າ​ຊ່າງ​ງາມ​ແທ້ ສຸດ​ທີ່​ຮັກ​ຂອງ​ຂ້ອຍ!

ໂອ, ງາມ​ແທ້!

ດວງ​ຕາ​ຂອງ​ເຈົ້າ​ເໝືອນ​ດັ່ງ​ນົກເຂົາ.

ຍິງ​ສາວ

ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ຊ່າງ​ເຈົ້າຊູ້​ແທ້!

ໂອ, ມີ​ສະເໜ່​ຫລາຍ!

ແລະ ຕຽງນອນ​ຂອງ​ພວກເຮົາ​ກໍ​ຂຽວ​ສົດ.

ຊາຍ​ໜຸ່ມ

ຂື່​ເຮືອນ​ຂອງ​ພວກເຮົາ​ກໍ​ເປັນ​ໄມ້ສີດາ;

ເພດານ​ເຮືອນ​ຂອງ​ພວກເຮົາ​ກໍ​ເປັນ​ໄມ້ເຟີ້.

Source notes (1)
  1. Footnote ຫລື ຊັນມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.