Skip to content
BibleKenya

Biblica® Open Lao Contemporary Version

ປັນຍາຈານ 12

ຈົ່ງ​ລະນຶກ​ເຖິງ​ພຣະຜູ້ສ້າງ​ຂອງ​ເຈົ້າ

ຕະຫລອດ​ວັນ​ເວລາ​ທີ່​ເຈົ້າ​ຍັງ​ໜຸ່ມ,

ກ່ອນ​ຍາມ​ທຸກລຳບາກ​ຈະ​ມາ​ເຖິງ

ແລະ ປີ​ເດືອນ​ເຫລົ່ານັ້ນ​ໃກ້​ເຂົ້າ​ມາ ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ,

“ຂ້ອຍ​ບໍ່​ເຫັນ​ຈະ​ມ່ວນຊື່ນ​ອັນໃດ​ໃນ​ຊີວິດ”

ກ່ອນ​ດວງ​ຕາເວັນ ແລະ ແສງສະຫວ່າງ

ດວງ​ເດືອນ ແລະ ດວງດາວ​ຈະ​ມືດມົວ​ລົງ,

ກ່ອນ​ເມກ​ຈະ​ຫວນ​ກັບ​ມາ​ພາຍຫລັງ​ຝົນ;

ເມື່ອ​ຄົນ​ເຝົ້າ​ເຮືອນ​ໂຕ​ສັ່ນ,

ແລະ ຊາຍ​ທີ່​ແຂງແຮງ​ກົ້ມ​ລົງ,

ເມື່ອ​ຄົນ​ໂມ້​ແປ້ງ​ຢຸດ​ໂມ້​ເພາະ​ເຫລືອ​ຄົນ​ໜ້ອຍ,

ແລະ ບັນດາ​ຜູ້​ທີ່​ເບິ່ງ​ຜ່ານ​ປ່ອງຢ້ຽມ​ເລີ່ມ​ເບິ່ງ​ເຫັນ​ບໍ່​ແຈ້ງ;

ເມື່ອ​ປະຕູ​ທີ່​ເປີດ​ສູ່​ຖະໜົນ​ນັ້ນ​ຖືກ​ປິດ

ແລະ ສຽງ​ໂມ້​ຄ່ອຍ​ລົງ;

ເມື່ອ​ຄົນ​ເຮົາ​ຕື່ນ​ຂຶ້ນ​ຕອນ​ໄດ້​ຍິນ​ສຽງ​ນົກ​ຮ້ອງ,

ແຕ່​ສຽງ​ເພງ​ຂອງ​ພວກມັນ​ກໍ​ຄ່ອຍ​ລົງ;

ເມື່ອ​ຄົນ​ເຮົາ​ຢ້ານ​ຄວາມ​ສູງ

ແລະ ຢ້ານ​ໄພ​ອັນຕະລາຍ​ໃນ​ຖະໜົນ;

ເມື່ອ​ຕົ້ນ​ອັນມອນ​ອອກ​ດອກ​ບານ

ແລະ ຕັກແຕນ​ລາກ​ຂາ​ຍ່າງ​ໄປ

ແລະ ຄວາມ​ປາຖະໜາ​ບໍ່​ຖືກ​ກະຕຸ້ນ​ອີກ​ຕໍ່​ໄປ.

ເມື່ອ​ນັ້ນ​ມະນຸດ​ກໍ​ໄປ​ສູ່​ບ້ານ​ນິລັນດອນ​ຂອງ​ຕົນ

ແລະ ຄົນ​ໄວ້​ທຸກ​ຍ່າງ​ໄປ​ຕາມ​ຖະໜົນ.

ຈົ່ງ​ລະນຶກ​ເຖິງ​ພຣະອົງ ກ່ອນ​ທີ່​ສາຍ​ເງິນ​ຈະ​ຂາດ,

ຫລື ຖ້ວຍ​ຄຳ​ຈະ​ແຕກ;

ກ່ອນ​ທີ່​ເຢືອກ​ຈະ​ແຕກ​ໝຸ່ນ​ຢູ່​ທີ່​ນ້ຳພຸ,

ຫລື ລໍ້​ຫັກ​ເພ​ຢູ່​ທີ່​ນ້ຳສ້າງ,

ແລະ ຂີ້ຝຸ່ນ​ດິນ​ຈະ​ກັບ​ຄືນ​ສູ່​ດິນ​ທີ່​ມັນ​ຈາກ​ມາ,

ແລະ ຈິດວິນຍານ​ກັບ​ຄືນ​ສູ່​ພຣະເຈົ້າ​ຜູ້​ໄດ້​ມອບ​ໃຫ້.

ປັນຍາຈານ1​ກ່າວ​ວ່າ, “ອະນິຈັງ! ອະນິຈັງ!

ທຸກສິ່ງ​ລ້ວນ​ແຕ່​ອະນິຈັງ!”

ບົດ​ສະຫລຸບ

ປັນຍາຈານ​ນັ້ນ​ບໍ່​ພຽງ​ແຕ່​ສະຫລາດ​ເທົ່ານັ້ນ ແຕ່​ເພິ່ນ​ຍັງ​ໄດ້​ຖ່າຍ​ທອດ​ຄວາມ​ຮູ້​ໃຫ້​ແກ່​ປະຊາຊົນ​ນຳ​ອີກ. ເພິ່ນ​ໄດ້​ສຶກສາ​ກັບ​ຄົ້ນຄວ້າ​ຮ່ຳຮຽນ ແລະ ຮວບຮວມ​ສຸພາສິດ​ຕ່າງໆ​ໄວ້​ໃຫ້​ເປັນ​ລະບົບ. ເພິ່ນ​ໄດ້​ຊອກຫາ​ຖ້ອຍຄຳ​ທີ່​ເໝາະສົມ ແລະ ສິ່ງ​ທີ່​ເພິ່ນ​ຂຽນ​ນັ້ນ​ທ່ຽງທຳ ແລະ ເປັນ​ຈິງ.

ຄໍາ​ເວົ້າ​ຂອງ​ຄົນ​ສະຫລາດ​ກໍ​ເໝືອນ​ຫອກ​ທີ່​ແຫລມ, ຄຳເວົ້າ​ທີ່​ຮວບຮວມ​ໄວ້​ຂອງ​ພວກເຂົາ​ກໍ​ເໝືອນ​ຕະປູ​ຕອກ​ແໜ້ນ ເຊິ່ງ​ພຣະຜູ້ລ້ຽງ​ໄດ້​ມອບ​ໃຫ້. ລູກ​ເອີຍ, ຈົ່ງ​ລະວັງ​ສິ່ງ​ທີ່​ຕໍ່​ເຕີມ​ເສີມ​ແຕ່ງ​ຫລາຍ​ກວ່າ​ນັ້ນ.

ຈະ​ເຮັດ​ໜັງສື​ຫລາຍ ກໍ​ບໍ່​ຈົບ​ສິ້ນ ແລະ ຮຽນ​ຫລາຍ ກໍ​ເມື່ອຍ​ກາຍ.

ບັດນີ້ ກໍ​ໄດ້​ຟັງ​ມາ​ໝົດ​ແລ້ວ;

ບົດ​ສະຫລຸບ​ກໍ​ຄື:

ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖື​ຮັກສາ​ຄໍາສັ່ງ​ຂອງ​ພຣະອົງ,

ເພາະ​ນີ້​ເປັນ​ໜ້າທີ່​ຂອງ​ມະນຸດ​ທຸກຄົນ.

ເພາະ​ພຣະເຈົ້າ​ຈະ​ພິພາກສາ​ການ​ກະທຳ​ທຸກ​ຢ່າງ,

ລວມ​ເຖິງ​ທຸກສິ່ງ​ທີ່​ປົກປິດ​ໄວ້,

ບໍ່​ວ່າ​ດີ ຫລື ຊົ່ວ.

Source notes (1)
  1. Footnote ຫລື ຜູ້​ນຳ​ຂອງ​ຊຸມຊົນ ເຊັ່ນ​ດຽວ​ກັບ​ຂໍ້ 9

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.