Biblica® Open Lao Contemporary Version
ປັນຍາຈານ 11
ເຂົ້າຈີ່ເທິງນ້ຳ
ຈົ່ງໂຍນເຂົ້າຈີ່ຂອງເຈົ້າລົງເທິງທະເລ;
ເພາະຫລັງຈາກນັ້ນຫລາຍວັນເຈົ້າຈະພົບມັນອີກ.
ຈົ່ງແບ່ງປັນໃຫ້ຄົນເຈັດຄົນ ຫລື ແປດຄົນ;
ເພາະເຈົ້າບໍ່ຮູ້ວ່າໄພພິບັດອັນໃດຈະເກີດຂຶ້ນໃນແຜ່ນດິນ.
ຖ້າເມກອຸ້ມນ້ຳໄວ້ເຕັມ,
ມັນຈະເທຝົນລົງມາເທິງໂລກ.
ບໍ່ວ່າຕົ້ນໄມ້ຈະລົ້ມໄປທາງເໜືອ ຫລື ທາງໃຕ້,
ມັນລົ້ມລົງບ່ອນໃດ ມັນກໍນອນຢູ່ທາງນັ້ນ
ຜູ້ໃດກໍຕາມມົວແຕ່ສັງເກດລົມກໍຈະບໍ່ຫວ່ານພືດ;
ຜູ້ໃດກໍຕາມທີ່ເບິ່ງເມກກໍຈະບໍ່ເກັບກ່ຽວ.
ເຈົ້າບໍ່ຮູ້ຈັກທາງຂອງລົມ,
ຫລື ບໍ່ຮູ້ວ່າຮ່າງກາຍຖືກປັ້ນຂຶ້ນມາ1ໃນທ້ອງແມ່ໄດ້ສັນໃດ,
ເຈົ້າກໍບໍ່ສາມາດເຂົ້າໃຈພາລະກິດຂອງພຣະເຈົ້າ,
ພຣະຜູ້ສ້າງທຸກສິ່ງສັນນັ້ນ.
ຈົ່ງຫວ່ານເມັດພືດຂອງເຈົ້າໃນຕອນເຊົ້າ,
ແລະ ໃນຕອນແລງກໍຢ່າໃຫ້ມືຂອງເຈົ້າວ່າງງານ;
ເພາະເຈົ້າບໍ່ຮູ້ວ່າງານໃດຈະສຳເລັດ,
ງານນັ້ນ ຫລື ງານນີ້,
ຫລື ທັງສອງງານຈະຈະເລີນດີເໝືອນກັນ.
ຈົ່ງລະນຶກເຖິງພຣະຜູ້ສ້າງຂອງເຈົ້າເມື່ອຍັງໜຸ່ມ
ແສງສະຫວ່າງນັ້ນຊື່ນໃຈ,
ແລະ ການໄດ້ເຫັນແສງຕາເວັນກໍຊື່ນຕາ.
ຄົນເຮົາຈະມີຊີວິດສັ້ນຍາວເທົ່າໃດ,
ກໍໃຫ້ຊື່ນຊົມທຸກວັນຄືນຂອງຊີວິດ.
ແຕ່ໃຫ້ພວກເຂົາລະນຶກເຖິງວັນຄືນອັນມືດມົນດ້ວຍ,
ເພາະຈະມີຫລາຍວັນ.
ທຸກຢ່າງທີ່ຈະເກີດຂຶ້ນລ້ວນແຕ່ອະນິຈັງ.
ເຈົ້າຜູ້ເປັນຄົນໜຸ່ມ, ຈົ່ງມີຄວາມສຸກຂະນະທີ່ເຈົ້າຍັງໜຸ່ມ,
ແລະ ໃຫ້ຈິດໃຈເບີກບານແຈ່ມໃສຕະຫລອດວັນເວລາໃນໄວໜຸ່ມຂອງເຈົ້າ.
ຈົ່ງເຮັດຕາມທີ່ໃຈຂອງເຈົ້າຮຽກຮ້ອງ
ແລະ ເຮັດສິ່ງໃດກໍໄດ້ຕາມທີ່ຕາຂອງເຈົ້າເຫັນ,
ແຕ່ຈົ່ງຮູ້ໄວ້ວ່າ ສິ່ງທັງໝົດເຫລົ່ານີ້
ພຣະເຈົ້າຈະນຳເຈົ້າເຂົ້າສູ່ການພິພາກສາ.
ດັ່ງນັ້ນ, ຈົ່ງກຳຈັດຄວາມກັງວົນອອກຈາກຈິດໃຈຂອງເຈົ້າ
ແລະ ປະຖິ້ມຄວາມທຸກໃຈອອກຈາກກາຍຂອງເຈົ້າ,
ເພາະໄວໜຸ່ມ ແລະ ກຳລັງກໍລ້ວນແຕ່ອະນິຈັງ.
Source notes (1)
- Footnote ຫລື ບໍ່ຮູ້ວ່າຊີວິດ (ຫລື ວິນຍານ) ເຂົ້າສູ່ຮ່າງກາຍທີ່ກຳລັງຖືກປັ້ນຂຶ້ນມາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.