Biblica® Open Lao Contemporary Version
ປັນຍາຈານ 10
ແມງວັນຕາຍເຮັດໃຫ້ນ້ຳຫອມມີກິ່ນເໝັນສັນໃດ,
ຄວາມໂງ່ຈ້າເລັກນ້ອຍກໍບັ່ນທອນສະຕິປັນຍາ ແລະ ກຽດສັນນັ້ນ.
ໃຈຂອງຄົນສະຫລາດອ່ຽງໄປທາງທີ່ຖືກຕ້ອງ,
ສ່ວນໃຈຂອງຄົນໂງ່ກໍອ່ຽງໄປທາງຊົ່ວຮ້າຍ.
ແມ່ນແຕ່ຄົນໂງ່ຍ່າງໄປຕາມຫົນທາງ,
ພວກເຂົາກໍຂາດສຳນຶກ
ແລະ ເຮັດໃຫ້ຄົນເບິ່ງອອກວ່າພວກເຂົາໂງ່ປານໃດ.
ຖ້າເຈົ້ານາຍໃຈຮ້າຍໃຫ້ເຈົ້າ,
ຢ່າຟ້າວຖິ້ມຕຳແໜ່ງໄປ;
ເພາະຄວາມສະຫງົບກຳຈັດຄວາມຜິດຮ້າຍແຮງໄດ້.
ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍອີກຢ່າງໜຶ່ງພາຍໃຕ້ດວງຕາເວັນ,
ເປັນຄວາມຜິດທີ່ເກີດຂຶ້ນຈາກຜູ້ຄອບຄອງ;
ຄືໃຫ້ຄົນໂງ່ໄດ້ຕຳແໜ່ງສູງ,
ຂະນະທີ່ຄົນຮັ່ງມີຢູ່ໃນຕຳແໜ່ງທີ່ຕ່ຳຕ້ອຍ.
ຂ້າພະເຈົ້າເຫັນຂ້າທາດນັ່ງເທິງຫລັງມ້າ,
ຂະນະທີ່ເຈົ້ານາຍຍ່າງໄປເໝືອນຂ້າທາດ.
ຄົນໃດກໍຕາມທີ່ຂຸດຂຸມກໍອາດຈະຕົກລົງໄປໃນຂຸມ;
ຄົນໃດກໍຕາມທີ່ຮື້ກຳແພງກໍອາດຈະຖືກງູກັດ.
ຄົນໃດກໍຕາມທີ່ສະກັດຫີນກໍອາດໄດ້ຮັບບາດເຈັບເພາະຫີນ;
ຄົນໃດກໍຕາມທີ່ເລື່ອຍທ່ອນໄມ້ກໍອາດໄດ້ຮັບອັນຕະລາຍຈາກທ່ອນໄມ້ເຫລົ່ານັ້ນ.
ຖ້າຂວານປູ້
ແລະ ຂວານບໍ່ໄດ້ລັບໃຫ້ຄົມ,
ເວລາໃຊ້ກໍຕ້ອງອອກແຮງຫລາຍຂຶ້ນ,
ແຕ່ຄວາມຊຳນານຈະນຳຄວາມສຳເລັດມາໃຫ້.
ໝໍງູບໍ່ໄດ້ຮັບຄ່າຈ້າງ,
ຖ້າງູກັດກ່ອນທີ່ຈະສະກົດມັນໄດ້.
ຖ້ອຍຄຳຈາກປາກຂອງຄົນສະຫລາດນັ້ນໜ້າຟັງ,
ແຕ່ຄົນໂງ່ຈິບຫາຍເພາະປາກຂອງຕົນເອງ.
ພໍແຕ່ເລີ່ມເວົ້າກໍສະແດງຄວາມໂງ່;
ເມື່ອເວົ້າຈົບກໍຍິ່ງບ້າຫລາຍ
ແລະ ຄົນໂງ່ກໍເວົ້າໄປແບບບໍ່ຮູ້ຈົບ.
ບໍ່ມີຜູ້ໃດຮູ້ວ່າຈະເກີດອັນໃດຂຶ້ນ
ຜູ້ໃດຈະບອກຄົນອື່ນໄດ້ວ່າຈະເກີດຫຍັງຂຶ້ນໃນພາຍຫລັງ?
ການເຮັດວຽກໜັກຂອງຄົນໂງ່ກໍເຮັດໃຫ້ພວກເຂົາອ່ອນແຮງ;
ພວກເຂົາບໍ່ຮູ້ຈັກທາງເຂົ້າເມືອງ.
ວິບັດແກ່ເຈົ້າ ແຜ່ນດິນທີ່ມີກະສັດເປັນຄົນຮັບໃຊ້1
ແລະ ບັນດາເຈົ້ານາຍກິນລ້ຽງກັນຕັ້ງແຕ່ເຊົ້າ.
ຄວາມສຸກມີແກ່ເຈົ້າ ແຜ່ນດິນທີ່ມີກະສັດຜູ້ສູງສົ່ງ
ແລະ ເຈົ້ານາຍກິນດື່ມໃນເວລາທີ່ເໝາະສົມ
ເພື່ອໃຫ້ມີກຳລັງ ແລະ ບໍ່ແມ່ນເພື່ອມືນເມົາ.
ຫລັງຄາຂຸພັງລົງເພາະຄວາມຂີ້ຄ້ານ
ເພາະງໍມືງໍຕີນ ເຮືອນກໍຮົ່ວ.
ງານລ້ຽງເຮັດໃຫ້ມີສຽງຫົວຂັວນ,
ເຫລົ້າອະງຸ່ນເຮັດໃຫ້ຊີວິດມ່ວນຊື່ນ,
ແລະ ເງິນຄືຄຳຕອບສຳລັບທຸກສິ່ງ.
ຢ່າປ້ອຍດ່າກະສັດແມ່ນແຕ່ໃນຄວາມຄິດຂອງເຈົ້າ,
ຫລື ປ້ອຍດ່າຄົນຮັ່ງມີຢູ່ໃນຫ້ອງນອນຂອງເຈົ້າ,
ເພາະນົກໃນທ້ອງຟ້າອາດຈະຄາບຄໍາເວົ້າຂອງເຈົ້າໄປ,
ແລະ ນົກທີ່ບິນຢູ່ອາດຈະລາຍງານສິ່ງທີ່ເຈົ້າເວົ້າ.
Source notes (1)
- Footnote ຫລື ເດັກນ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.