Biblica® Open Lao Contemporary Version
ເອຊາຢາ 53
ຜູ້ໃດແດ່ໄດ້ເຊື່ອຖ້ອຍຄຳຂອງພວກເຮົາ
ແລະ ແຂນຂອງພຣະເຈົ້າຢາເວ ໄດ້ສະແດງແກ່ຜູ້ໃດ?
ເພິ່ນໃຫຍ່ຂຶ້ນຕໍ່ໜ້າພຣະອົງດັ່ງໜໍ່ອ່ອນ,
ແລະ ເໝືອນຮາກທີ່ພົ້ນອອກມາເທິງພື້ນດິນແຫ້ງ.
ເພິ່ນບໍ່ມີຄວາມງາມ ຫລື ຄວາມສະຫງ່າຜ່າເຜີຍທີ່ຈະດຶງດູດພວກເຮົາເຂົ້າໄປຫາເພິ່ນ,
ຮູບລັກສະນະຂອງເພິ່ນບໍ່ມີສິ່ງໃດໃຫ້ປາຖະໜາ.
ເພິ່ນຖືກມະນຸດດູໜິ່ນ ແລະ ປະຖິ້ມ,
ເປັນຄົນທຸກ ແລະ ຄຸ້ນເຄີຍກັບຄວາມທຸກທໍລະມານ.
ເປັນຄົນທີ່ໃຜກໍປິ່ນໜ້າໜີ
ເພິ່ນຖືກດູຖູກຢຽບຢາມ, ແລະ ພວກເຮົາກໍບໍ່ນັບຖືເພິ່ນ.
ແທ້ຈິງ ເພິ່ນໄດ້ຮັບຄວາມເຈັບປວດທັງຫລາຍຂອງພວກເຮົາ
ແລະ ແບກຮັບຄວາມທຸກໂສກຂອງພວກເຮົາ,
ເຖິງປານນັ້ນ ພວກເຮົາກໍຖືວ່າເພິ່ນຖືກພຣະເຈົ້າລົງໂທດ,
ຄືຖືກພຣະອົງຂ້ຽນຕີ, ແລະ ທໍລະມານ.
ແຕ່ເພິ່ນຖືກແທງເພາະການລ່ວງລະເມີດຂອງພວກເຮົາ,
ເພິ່ນເຈັບຊ້ຳເພາະຄວາມຊົ່ວຊ້າຂອງພວກເຮົາ;
ເພິ່ນຮັບໂທດເພື່ອພວກເຮົາຈະມີສັນຕິສຸກ,
ແລະ ດ້ວຍບາດແຜຂອງພຣະອົງເຮັດໃຫ້ເຮົາໄດ້ຮັບການຮັກສາໃຫ້ຫາຍ.
ພວກເຮົາທຸກຄົນ, ຫລົງເສຍໄປ, ດັ່ງແກະ,
ແຕ່ລະຄົນຫັນໄປຕາມທາງຂອງຕົນ;
ແລະ ພຣະເຈົ້າຢາເວໄດ້ວາງໂທດຂອງພວກເຮົາທຸກຄົນ
ໄວ້ເທິງໂຕເພິ່ນ.
ເພິ່ນຖືກກົດຂີ່ຂົ່ມເຫັງ ແລະ ທົນທຸກທໍລະມານ,
ແຕ່ກໍບໍ່ເຄີຍເປີດປາກເວົ້າ;
ເພິ່ນຖືກນຳໂຕໄປເໝືອນລູກແກະທີ່ຖືກນຳໄປຂ້າ,
ແລະ ເໝືອນແກະແມ່ທີ່ງຽບຢູ່ຕໍ່ໜ້າຄົນຕັດຂົນ,
ດັ່ງນັ້ນ ເພິ່ນກໍບໍ່ໄດ້ເປີດປາກຂອງເພິ່ນ.
ເພິ່ນຖືກນຳໂຕອອກໄປໂດຍການກົດຂີ່ຂົມເຫັງ ແລະການພິພາກສາ
ແລະ ຜູ້ໃດແດ່ຈະເວົ້າເຖິງເຊື້ອສາຍຂອງເພິ່ນໄດ້?
ເພາະເພິ່ນຖືກຕັດຂາດຈາກດິນແດນຜູ້ມີຊີວິດ;
ເພິ່ນຖືກຕີເພາະການລ່ວງລະເມີດຂອງປະຊາຊົນຂອງເຮົາ.
ເພິ່ນຖືກຝັງໃນຂຸມຝັງສົບຮ່ວມກັບຄົນຊົ່ວ,
ແລະ ຝັງຮ່ວມກັບເສດຖີໃນຄວາມຕາຍຂອງທ່ານ,
ທັງໆທີ່ເພິ່ນບໍ່ເຄີຍເຮັດຫຍັງຮຸນແຮງ,
ຫລື ບໍ່ເຄີຍເວົ້າຄຳຕົວະຫລອກລວງ.
ເຖິງປານນັ້ນກໍແມ່ນພຣະປະສົງຂອງພຣະເຈົ້າຢາເວທີ່ຈະບຸກໂຈມຕີ ແລະ ເຮັດໃຫ້ເພິ່ນທຸກທໍລະມານ,
ແລະ ເຖິງແມ່ນພຣະອົງໃຊ້ຊີວິດຂອງເພິ່ນເປັນເຄື່ອງບູຊາລຶບລ້າງຄວາມບາບ,
ແຕ່ເພິ່ນຈະເຫັນເຊື້ອສາຍຂອງຕົນ ແລະ ວັນຄືນຂອງເພິ່ນກໍຈະຍາວນານ,
ພຣະປະສົງຂອງພຣະເຈົ້າຢາເວຈະຈະເລີນຮຸ່ງເຮືອງໃນມືຂອງເພິ່ນ.
ຫລັງຈາກທີ່ຊີວິດຈິດໃຈຂອງເພິ່ນ ຕ້ອງທຸກທໍລະມານແລ້ວ,
ເພິ່ນຈະໄດ້ເຫັນແສງສະຫວ່າງແຫ່ງຊີວິດ ແລະເພິ່ນຈະພໍໃຈ;
ໂດຍຄວາມຮູ້ຂອງເພິ່ນຄືຜູ້ຮັບໃຊ້ທີ່ຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນຈຳນວນຫລາຍກາຍເປັນຜູ້ຊອບທຳ,
ແລະ ເພິ່ນຈະແບກຄວາມຊົ່ວຊ້າຂອງຄົນເຫລົ່ານັ້ນ.
ເຫດສະນັ້ນ ເຮົາຈະໃຫ້ເພິ່ນມີສ່ວນແບ່ງໃນໝູ່ຜູ້ຍິ່ງໃຫຍ່,
ແລະ ເພິ່ນຈະແບ່ງລາງວັນກັບຜູ້ແຂງແຮງ,
ເພາະເພິ່ນຍອມມອບຊີວິດ
ແລະ ຖືກນັບເປັນພວກດຽວກັບຄົນທີ່ລ່ວງລະເມີດ.
ເພາະເພິ່ນແບກຮັບບາບຂອງຄົນເປັນຈຳນວນຫລາຍ,
ແລະ ໄດ້ອະທິຖານເພື່ອຄົນທີ່ລ່ວງລະເມີດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.