Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 54

ສະຫງ່າລາສີ​ໃນ​ອະນາຄົດ​ຂອງ​ຊີໂອນ

“ຈົ່ງ​ຮ້ອງເພງ, ຍິງ​ໝັນ,

ເຈົ້າ​ຜູ້​ບໍ່​ເຄີຍ​ເກີດ​ລູກ;

ຈົ່ງ​ເປັ່ງ​ສຽງ​ຮ້ອງເພງ, ແລະ ຈົ່ງ​ໂຫ່​ຮ້ອງ​ຍິນ​ດີ,

ເຈົ້າ​ຜູ້​ບໍ່​ເຄີຍ​ເຈັບທ້ອງ​ເກີດລູກ;

ເພາະ​ລູກ​ຂອງ​ຍິງ​ທີ່​ໂດດ​ດ່ຽວ

ກໍ​ຍັງ​ມີ​ຫລາຍກວ່າ​ລູກ​ຂອງ​ຍິງ​ຜູ້​ມີ​ຜົວ”,

ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.

“ຈົ່ງ​ຂະຫຍາຍ​ບ່ອນ​ກາງ​ເຕັນ​ຂອງ​ເຈົ້າ,

ກາງ​ຜ້າ​ເຕັນ​ອອກ​ໃຫ້​ກວ້າງ,

ຢ່າ​ດຶງ​ໄວ້;

ຈົ່ງ​ຕໍ່​ເຊືອກ​ເຕັນ

ແລະ ຕອກ​ຫລັກ​ເຕັນ​ໃຫ້​ໝັ້ນຄົງ.

ເພາະ​ເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ​ທັງ​ດ້ານ​ຊ້າຍ ແລະ ຂວາ;

ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຢຶດ​ກຳມະສິດ​ຂອງ​ຊົນຊາດ​ຕ່າງໆ

ແລະ ຕັ້ງ​ຖິ່ນ​ຖານ​ໃນ​ເມືອງ​ຮ້າງ​ຕ່າງໆ​ຂອງ​ພວກເຂົາ.

“ຢ່າ​ຢ້ານ; ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ.

ຢ່າ​ຢ້ານ​ຄວາມ​ອັບອາຍ; ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ.

ເຈົ້າ​ຈະ​ລືມ​ຄວາມ​ອັບອາຍ​ໃນ​ໄວ​ໜຸ່ມ

ແລະ ບໍ່​ຈົດຈຳ​ຄຳ​ຕໍານິ​ເລື່ອງ​ຄວາມ​ເປັນ​ໝ້າຍ​ຂອງ​ເຈົ້າ​ອີກ.

ເພາະ​ພຣະຜູ້ສ້າງ​ຂອງ​ເຈົ້າ​ເປັນ​ຜົວ​ຂອງ​ເຈົ້າ

ຊື່​ຂອງ​ພຣະອົງ​ຄື ພຣະເຈົ້າ​ຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່

ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ຄື​ພຣະຜູ້ໄຖ່​ຂອງ​ເຈົ້າ;

ເພິ່ນ​ຈະ​ຖືກ​ເອີ້ນ​ວ່າ​ພຣະເຈົ້າ​ແຫ່ງ​ແຜ່ນດິນໂລກ​ທັງໝົດ.

ພຣະເຈົ້າ​ຢາເວ ຈະ​ເອີ້ນ​ເຈົ້າ​ກັບ​ມາ

ດັ່ງ​ເຈົ້າ​ເປັນ​ເມຍ​ທີ່​ຖືກ​ປະຖິ້ມ ແລະ ເປັນທຸກ​ຝ່າຍ​ຈິດວິນຍານ

ເປັນ​ເມຍ​ທີ່​ແຕ່ງງານ​ຕັ້ງ​ແຕ່​ຍັງ​ໜຸ່ມ,

ພຽງ​ເພື່ອ​ຈະ​ຖືກ​ປະຖິ້ມ”, ພຣະເຈົ້າ​ຂອງ​ເຈົ້າ​ກ່າວ​ດັ່ງ​ນັ້ນ.

“ເຮົາ​ໄດ້​ປະຖິ້ມ​ເຈົ້າ​ໄລຍະ​ໜຶ່ງ,

ແຕ່​ດ້ວຍ​ຄວາມ​ເມດຕາ​ຢ່າງ​ເລິກ​ຊຶ້ງ ເຮົາ​ຈະ​ນໍາ​ເຈົ້າ​ກັບຄືນ​ມາ.

ໃນ​ຊົ່ວ​ຂະນະ​ໜຶ່ງ​ຂອງ​ຄວາມ​ໂກດຮ້າຍ

ເຮົາ​ເຊື່ອງ​ໜ້າ​ໜີ​ໄປ​ຈາກ​ເຈົ້າ,

ແຕ່​ດ້ວຍ​ຄວາມ​ກະລຸນາ​ນິລັນດອນ

ເຮົາ​ຈະ​ເມດຕາ​ເຈົ້າ,

ພຣະເຈົ້າ​ຢາເວ ພຣະຜູ້ໄຖ່​ຂອງ​ເຈົ້າ​ກ່າວ​ໄວ້​ດັ່ງ​ນັ້ນ.

“ສຳລັບ​ເຮົາ​ແລ້ວ​ເລື່ອງ​ນີ້​ເປັນ​ຄື​ສະໄໝ​ໂນອາ,

ເຮົາ​ສັນຍາ​ໄວ້​ວ່າ​ຈະ​ບໍ່​ໃຫ້​ນ້ຳ​ຂອງ​ໂນອາ​ຖ້ວມ​ໂລກ​ອີກ.

ບັດນີ້​ເຮົາ​ກໍ​ສັນຍາ​ວ່າ​ຈະ​ບໍ່​ໂກດຮ້າຍ

ແລະ ບໍ່​ຕຳໜິ​ເຈົ້າ​ອີກ.

ແມ່ນວ່າ​ພູເຂົາ​ຈະ​ສັ່ນສະເທືອນ

ແລະ ເນີນພູ​ຖືກ​ເຄື່ອນຍ້າຍ​ໄປ,

ແຕ່​ຄວາມ​ຮັກ​ໝັ້ນຄົງ​ທີ່​ເຮົາ​ມີ​ຕໍ່​ເຈົ້າ​ຈະ​ບໍ່​ສັ່ນ​ຄອນ

ຫລື ຄຳໝັ້ນສັນຍາ​ແຫ່ງ​ສັນຕິສຸກ​ຂອງ​ເຮົາ​ຈະ​ບໍ່​ປ່ຽນ​ໄປ”,

ພຣະເຈົ້າ​ຢາເວ, ຜູ້​ເມດຕາ​ເຈົ້າ​ກ່າວ​ໄວ້​ດັ່ງ​ນັ້ນ.

“ນະຄອນ​ທີ່​ທົນທຸກ, ຖືກ​ພະຍຸ​ທໍາລາຍ ແລະ ບໍ່​ໄດ້​ຮັບ​ການ​ເລົ້າໂລມ,

ເຮົາ​ຈະ​ສ້າງ​ເຈົ້າ​ຂຶ້ນ​ໃໝ່​ດ້ວຍ​ແກ້ວໄພທູນ,

ຮາກຖານ​ຂອງ​ເຈົ້າ​ຄື​ຫີນ​ປະເສີດ.

ເຮົາ​ຈະ​ສ້າງ​ຫໍຄອຍ​ຂອງ​ເຈົ້າ​ດ້ວຍ​ທັບທິມ,

ປະຕູ​ຂອງ​ເຈົ້າ​ເຮັດ​ຈາກ​ແກ້ວ​ເຈຍລະໄນ,

ແລະ ກຳແພງ​ທັງໝົດ​ເຮັດ​ຈາກ​ຫີນ​ລ້ຳຄ່າ.

ລູກ​ທຸກຄົນ​ຂອງ​ເຈົ້າ​ຈະ​ຮັບ​ການ​ສອນ​ຈາກ​ພຣະເຈົ້າ​ຢາເວ,

ພວກເຂົາ​ຈະ​ມີ​ສັນຕິສຸກ​ອັນ​ຍິ່ງໃຫຍ່.

ເຈົ້າ​ຈະ​ໄດ້​ຮັບ​ການ​ສະຖາປະນາ​ຂຶ້ນ​ໃນ​ຄວາມ​ຊອບທຳ:

ການ​ກົດຂີ່​ຂົ່ມເຫັງ​ຈະ​ຫ່າງ​ໄກ​ຈາກ​ເຈົ້າ;

ເຈົ້າ​ຈະ​ບໍ່​ຕ້ອງ​ຢ້ານ​ສິ່ງໃດ.

ຄວາມ​ຢ້ານ​ຈະ​ຖືກ​ກຳຈັດ​ໄປ​ໄກ;

ມັນ​ຈະ​ບໍ່​ມາ​ໃກ້​ເຈົ້າ.

ຖ້າ​ມີ​ຜູ້ໃດ​ໂຈມຕີ​ເຈົ້າ, ມັນ​ຈະ​ບໍ່ແມ່ນ​ເຮົາ;

ຜູ້​ທີ່​ໂຈມ​ຕີ​ເຈົ້າ​ຈະ​ຍອມ​ຍອມຈໍານົນ​ຕໍ່​ເຈົ້າ.

“ເບິ່ງ​ແມ, ເຮົາ​ເອງ​ເປັນ​ຜູ້​ສ້າງ​ຊ່າງ​ເຫລັກ

ຜູ້​ພັດ​ຖ່ານ​ໃຫ້​ລຸກ​ເປັນ​ໄຟ

ແລະ ຜະລິດ​ອາວຸດ​ທີ່​ເໝາະສົມ​ກັບ​ວຽກງານ​ຂອງ​ມັນ.

ແລະ ເຮົາ​ເອງ​ທີ່​ສ້າງ​ຜູ້​ທຳລາຍ​ເພື່ອ​ສ້າງ​ຄວາມ​ຈິບຫາຍ;

ບໍ່​ມີ​ອາວຸດ​ອັນ​ໃດ​ທີ່​ຕໍ່ສູ້​ເຈົ້າ​ແລ້ວ​ເອົາ​ຊະນະ​ເຈົ້າ​ໄດ້,

ແລະ ເຈົ້າ​ຈະ​ມີ​ຄໍາຕອບ​ແກ່​ທຸກ​ລີ້ນ​ທີ່​ກ່າວ​ຟ້ອງ​ເຈົ້າ.

ນີ້​ຄື​ມໍລະດົກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ,

ແລະ ເປັນ​ການ​ພິສູດ​ຢືນຢັນ​ຈາກ​ເຮົາ​ວ່າ​ພວກເຂົາ​ບໍ່​ຜິດ”,

ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.