Skip to content
BibleKenya

Biblica® Open Lao Contemporary Version

ເອຊາຢາ 55

ຄຳ​ເຊື້ອເຊີນ​ບັນດາ​ຜູ້​ກະຫາຍ

“ມາ, ເຊີນ​ທຸກຄົນ​ທີ່​ກະຫາຍ

ມາ​ດື່ມ​ນ້ຳ;

ແລະ ຜູ້​ທີ່​ບໍ່​ມີ​ເງິນ,

ຈົ່ງ​ມາ, ຊື້ ແລະ ກິນ!

ຈົ່ງ​ມາ, ມາ​ຊື້​ເຫລົ້າ​ອະງຸ່ນ ແລະ ນ້ຳນົມ

ໂດຍ​ບໍ່​ເສຍ​ເງິນ ແລະ ບໍ່​ເສຍ​ຄ່າ.

ເປັນຫຍັງ​ເຈົ້າ​ຈຶ່ງ​ໃຊ້​ຈ່າຍ​ເງິນ​ໄປ​ກັບ​ສິ່ງ​ທີ່​ບໍ່​ແມ່ນ​ອາຫານ,

ແລະ ລົງ​ແຮງ​ເຮັດ​ສິ່ງ​ທີ່​ບໍ່​ເຮັດ​ໃຫ້​ອິ່ມ​ໃຈ?

ຈົ່ງ​ຟັງ, ຈົ່ງ​ຟັງ​ເຮົາ ແລະ ກິນ​ຂອງ​ດີ,

ແລະ ເຈົ້າ​ຈະ​ຍິນດີ​ໃນ​ອາຫານ​ລົດຊາດ​ເລີດ​ທີ່ສຸດ.

ຈົ່ງ​ງ່ຽງ​ຫູ ແລະ ມາ​ຫາ​ເຮົາ;

ຈົ່ງ​ຟັງ, ເພື່ອ​ເຈົ້າ​ຈະ​ມີ​ຊີວິດ​ຢູ່.

ເຮົາ​ຈະ​ເຮັດ​ຄຳໝັ້ນສັນຍາ​ຕະຫລອດໄປ​ກັບ​ເຈົ້າ,

ດ້ວຍ​ຄວາມ​ຮັກ​ສັດຊື່​ທີ່​ເຮົາ​ສັນຍາ​ໄວ້​ກັບ​ດາວິດ.

ເບິ່ງ​ແມ, ເຮົາ​ໄດ້​ເຮັດ​ໃຫ້​ລາວ​ເປັນ​ພະຍານ​ແກ່​ຊົນຊາດ​ຕ່າງໆ,

ເປັນ​ຜູ້ນຳ ແລະ ຜູ້​ບັນຊາການ​ປະຊາຊົນ​ທັງຫລາຍ.

ແນ່ນອນ​ເຈົ້າ​ຈະ​ເອີ້ນ​ຊົນຊາດ​ທີ່​ເຈົ້າ​ບໍ່​ຮູ້​ຈັກ​ມາ​ຊຸມນຸມ,

ແລະ ຊົນຊາດ​ຕ່າງໆ​ທີ່​ບໍ່​ຮູ້​ຈັກ​ເຈົ້າ​ຈະ​ແລ່ນ​ມາ​ຫາ​ເຈົ້າ,

ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ,

ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ,

ໄດ້​ໃຫ້​ສະຫງ່າລາສີ​ແກ່​ເຈົ້າ”.

ຈົ່ງ​ສະແຫວງຫາ​ພຣະເຈົ້າ​ຢາເວ ໃນຂະນະ​ທີ່​ຈະ​ພົບ​ພຣະອົງ​ໄດ້;

ຈົ່ງ​ຮ້ອງ​ຫາ​ພຣະອົງ​ໃນຂະນະ​ທີ່​ພຣະອົງ​ຍັງ​ຢູ່​ໃກ້.

ໃຫ້​ຄົນ​ຊົ່ວຮ້າຍ​ປະຖິ້ມ​ວິຖີ​ທາງ​ຂອງ​ຕົນ

ແລະ ໃຫ້​ຄົນ​ຊົ່ວ​ປະຖິ້ມ​ຄວາມ​ຄິດ​ຂອງ​ຕົນ.

ໃຫ້​ພວກເຂົາ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ, ແລະ ພຣະອົງ​ຈະ​ເມດຕາ​ພວກເຂົາ,

ໃຫ້​ພວກເຂົາ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ເຮົາ, ເພາະ​ພຣະອົງ​ຈະ​ໃຫ້​ອະໄພ​ໂດຍ​ບໍ່​ຄິດ​ມູນຄ່າ.

“ເພາະ​ຄວາມ​ຄິດ​ຂອງ​ເຮົາ​ບໍ່​ແມ່ນ​ຄວາມ​ຄິດ​ຂອງ​ເຈົ້າ,

ຫລື ວິຖີ​ທາງ​ຂອງ​ເຈົ້າ​ກໍ​ບໍ່​ຄື​ວິຖີ​ທາງ​ຂອງ​ເຮົາ”.

ພຣະເຈົ້າ​ຢາເວ​ປະກາດ​ດັ່ງ​ນັ້ນ.

“ຟ້າສະຫວັນ​ສູງ​ກວ່າ​ແຜ່ນດິນ​ໂລກ​ສັນໃດ,

ວິຖີ​ຂອງ​ເຮົາ​ກໍ​ສູງ​ກວ່າ​ທາງ​ຂອງ​ເຈົ້າ

ແລະ ຄວາມ​ຄິດ​ຂອງ​ເຮົາ​ກໍ​ສູງ​ກວ່າ​ຄວາມ​ຄິດ​ຂອງ​ເຈົ້າ​ສັນນັ້ນ.

ດັ່ງ​ຝົນ ແລະ ຫິມະ

ທີ່​ລົງ​ມາ​ຈາກ​ຟ້າ​ສະຫວັນ,

ແລະ ບໍ່​ກັບ​ຄືນ​ໄປ​ສະຫວັນ

ຈົນ​ກວ່າ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ຊຸ່ມ​ເຢັນ,

ແລະ ເຮັດ​ໃຫ້​ພືດພັນ​ແຕກ​ໝໍ່​ງອກງາມ

ເພື່ອ​ໃຫ້​ມັນ​ເກີດ​ເມັດ​ສຳລັບ​ຜູ້​ຫວ່ານ ແລະ ອາຫານ​ສຳລັບ​ຜູ້​ກິນ,

ຖ້ອຍ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ເຮົາ​ກໍ​ເປັນ​ດັ່ງ​ນັ້ນ:

ມັນ​ຈະ​ບໍ່​ກັບ​ຄືນ​ມາ​ຫາ​ເຮົາ​ໂດຍ​ສູນ​ເປົ່າ,

ແຕ່​ຈະ​ສຳເລັດ​ຜົນ​ຕາມ​ທີ່​ເຮົາ​ປາຖະໜາ

ແລະ ສຳເລັດ​ຕາມ​ເປົ້າໝາຍ​ທີ່​ເຮົາ​ຕັ້ງ​ໄວ້.

ເຈົ້າ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ຊື່ນຊົມ​ຍິນດີ

ແລະ ຖືກ​ນຳ​ອອກ​ໄປ​ດ້ວຍ​ສັນຕິສຸກ;

ພູເຂົາ ແລະ ເນີນພູ

ຈະ​ເປັ່ງ​ສຽງ​ຮ້ອງເພງ​ຕໍ່ໜ້າ​ເຈົ້າ,

ບັນດາ​ຕົ້ນໄມ້​ໃນ​ທົ່ງນາ

ຈະ​ຕົບ​ມື.

ຕົ້ນສົນ​ຈະ​ງອກ​ຂຶ້ນ​ແທນ​ຕົ້ນໜາມ,

ຕົ້ນໄມ້ຫອມ​ຈະ​ງອກ​ຂຶ້ນ​ແທນ​ກໍ​ໜາມ.

ສິ່ງ​ນີ້​ຈະ​ເປັນ​ທີ່​ເຊີດຊູ​ພຣະເຈົ້າ​ຢາເວ,

ເປັນ​ໝາຍສຳຄັນ​ນິລັນດອນ​ທີ່

ຈະ​ບໍ່​ຖືກ​ທຳລາຍ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.