Biblica® Open Lao Contemporary Version
ເອຊາຢາ 56
ຄວາມພົ້ນສຳລັບຄົນອື່ນໆ
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ຈົ່ງຮັກສາຄວາມຍຸຕິທຳ
ແລະ ເຮັດສິ່ງທີ່ຖືກຕ້ອງ,
ເພາະຄວາມພົ້ນຂອງເຮົາໃກ້ເຂົ້າມາແລ້ວ
ແລະ ຄວາມຊອບທຳຂອງເຮົາຈະຖືກເປີດເຜີຍໄວໆນີ້.
ຄວາມສຸກເປັນຂອງຜູ້ທີ່ເຮັດແບບນີ້
ຄືບຸກຄົນທີ່ຢຶດຖືໄວ້ຢ່າງໝັ້ນຄົງ,
ຜູ້ຖືຮັກສາວັນຊະບາໂຕໂດຍບໍ່ໝິ່ນປະໝາດ,
ແລະ ຮັກສາມືຂອງຕົນຈາກການເຮັດຊົ່ວຕ່າງໆ”.
ຢ່າໃຫ້ຄົນຕ່າງຊາດຜູ້ອຸທິດຕົນແກ່ພຣະເຈົ້າຢາເວກ່າວວ່າ,
“ພຣະເຈົ້າຢາເວຈະແຍກຂ້ອຍຈາກປະຊາຊົນຂອງພຣະອົງແນ່ນອນ”.
ແລະ ຢ່າໃຫ້ຂັນທີຈົ່ມວ່າ,
“ຂ້ອຍເປັນພຽງຕົ້ນໄມ້ແຫ້ງ”.
ເພາະພຣະເຈົ້າຢາເວກ່າວວ່າ:
“ບັນດາຂ້າລາຊະການທີ່ຮັກສາວັນຊະບາໂຕຂອງເຮົາ
ຜູ້ເລືອກເຮັດສິ່ງທີ່ເຮົາພໍໃຈ
ແລະ ຍຶດໝັ້ນໃນຄຳໝັ້ນສັນຍາຂອງເຮົາ
ເຮົາຈະມອບອະນຸສອນ ແລະ ຊື່
ທີ່ຢູ່ພາຍໃນວິຫານ ແລະ ພາຍໃນກຳແພງວິຫານຂອງເຮົາແກ່ພວກເຂົາ
ເຊິ່ງດີກວ່າບັນດາລູກຊາຍ ແລະ ລູກສາວອີກ;
ເຮົາຈະໃຫ້ຊື່ນິລັນດອນແກ່ພວກເຂົາ;
ເປັນຊື່ທີ່ດໍາລົງຢູ່ຕະຫລອດໄປ.
ແລະ ຄົນຕ່າງຊາດທີ່ຜູກມັດຕົນເອງກັບພຣະເຈົ້າຢາເວ
ເພື່ອບົວລະບັດພຣະອົງ,
ເພື່ອຮັກນາມຊື່ຂອງພຣະເຈົ້າຢາເວ,
ແລະ ເພື່ອເປັນຜູ້ຮັບໃຊ້ຂອງພຣະອົງ,
ທຸກຄົນທີ່ຮັກສາວັນຊະບາໂຕໂດຍບໍ່ໝິ່ນປະໝາດ
ແລະ ຜູ້ທີ່ຍຶດໝັ້ນໃນຄຳໝັ້ນສັນຍາຂອງເຮົາ
ເຮົາຈະພາຄົນເຫລົ່ານີ້ມາທີ່ພູເຂົາສັກສິດຂອງເຮົາ
ແລະ ໃຫ້ພວກເຂົາຊື່ນຊົມຍິນດີໃນວິຫານແຫ່ງການອະທິຖານຂອງເຮົາ.
ເຮົາຈະຮັບເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາຂອງພວກເຂົາ
ເທິງແທ່ນບູຊາຂອງເຮົາ;
ເພາະວິຫານຂອງເຮົາຈະໄດ້ຊື່ວ່າ
ວິຫານແຫ່ງການອະທິຖານສຳລັບທຸກຊົນຊາດ”.
ພຣະເຈົ້າຢາເວ ອົງເຈົ້ານາຍຜູ້ຮວບຮວມ
ຊະເລີຍອິດສະຣາເອນປະກາດວ່າ:
“ເຮົາຈະຮວບຮວມຄົນອື່ນມາຮ່ວມກັບພວກເຂົາ
ນອກຈາກຄົນທີ່ຮ່ວມກັນຢູ່ແລ້ວ”.
ພຣະເຈົ້າກ່າວໂທດຄົນຊົ່ວຮ້າຍ
ຈົ່ງມາ, ບັນດາສັດປ່າຈາກທົ່ງນາ,
ຈົ່ງມາກັດ ແລະ ກິນ, ສັດປ່າທັງໝົດແຫ່ງປ່າດົງພົງໄພ!
ຄົນຍາມຂອງອິດສະຣາເອນຕາບອດ,
ພວກເຂົາລ້ວນຂາດຄວາມຮູ້;
ພວກເຂົາເປັນໝາໄບ້,
ພວກມັນບໍ່ສາມາດເຫົ່າ;
ພວກເຂົານອນຢູ່ອ້ອມຮອບ ແລະ ຝັນ,
ພວກເຂົາຮັກການນອນ.
ພວກເຂົາເປັນໝາໂລບມາກ;
ພວກມັນກິນບໍ່ຮູ້ຈັກພໍ.
ພວກເຂົາເປັນຄົນລ້ຽງແກະທີ່ຂາດຄວາມເຂົ້າໃຈ;
ທຸກຄົນຫັນໄປຕາມທາງຂອງຕົນ,
ພວກເຂົາສະແຫວງຫາຜົນປະໂຫຍດຂອງຕົນເອງ.
ແຕ່ລະຄົນຮ້ອງວ່າ, “ມາແມ, ໃຫ້ພວກເຮົາດື່ມເຫລົ້າອະງຸ່ນນຳກັນ!
ໃຫ້ພວກເຮົາດື່ມເບຍເຕັມທີ່!
ແລະ ມື້ອື່ນກໍຈະເປັນຄືວັນນີ້
ຫລື ດີກວ່າມື້ນີ້ອີກ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.