Biblica® Open Lao Contemporary Version
ເອຊາຢາ 57
ຄົນຊອບທຳຈິບຫາຍໄປ,
ແລະ ບໍ່ມີຜູ້ໃດເອົາໃຈໃສ່;
ຄົນທີ່ດຳເນີນໃນທາງຂອງພຣະເຈົ້າຖືກເອົາໄປ,
ແລະ ບໍ່ມີຜູ້ໃດເຂົ້າໃຈວ່າ,
ຄົນຊອບທຳຖືກຮັບໄປ
ເພື່ອໃຫ້ພົ້ນຈາກຄວາມຊົ່ວຮ້າຍ.
ບັນດາຜູ້ທີ່ດຳເນີນຊີວິດຢ່າງທ່ຽງທຳ
ກໍເຂົ້າສູ່ສັນຕິສຸກ;
ພວກເຂົາໄດ້ພັກສະຫງົບເມື່ອພວກເຂົາຕາຍ.
“ສ່ວນພວກເຈົ້າ ຈົ່ງມາທີ່ນີ້, ພວກເຈົ້າລູກຂອງແມ່ມົດ,
ພວກເຈົ້າຜູ້ເປັນລູກຫລານຂອງຄົນຜິດປະເວນີ ແລະ ຍິງໂສເພນີ!
ພວກເຈົ້າກໍາລັງເຢາະເຢີ້ຍຜູ້ໃດ?
ພວກເຈົ້າເຢາະເຢີ້ຍຜູ້ໃດ
ແລະ ພວກເຈົ້າແຫລບລິ້ນປີ້ນຕາໃສ່ຜູ້ໃດ?
ພວກເຈົ້າເປັນສາຍເລືອດຂອງຄົນທໍລະຍົດ,
ແລະ ເປັນເຊື້ອສາຍຂອງຄົນຕົວະບໍ່ແມ່ນບໍ?
ພວກເຈົ້າເຜົາໄໝ້ດ້ວຍຕັນຫາທ່າມກາງຕົ້ນໂອກ
ແລະ ກ້ອງຕົ້ນໄມ້ແຜ່ທຸກຕົ້ນ;
ພວກເຈົ້າຖວາຍລູກຂອງພວກເຈົ້າໃນຮ່ອມພູເລິກ
ແລະ ກ້ອງຫນ້າຜາທີ່ເດ່ອອກໄປ.
ຮູບເຄົາລົບທັງຫລາຍທ່າມກາງຫີນລຽບໃນຮ່ອມພູເລິກເປັນຂອງພວກເຈົ້າ;
ແທ້ຈິງ, ພະເຫລົ່ານັ້ນເປັນສ່ວນຂອງພວກເຈົ້າ.
ແມ່ນແລ້ວ, ພວກເຈົ້າໄດ້ຖວາຍເຄື່ອງດື່ມບູຊາ
ແລະ ຖວາຍພືດຜົນເປັນເມັດແກ່ພວກມັນ.
ເພາະສິ່ງທັງໝົດນີ້, ເຮົາຄວນຈະຍົກໂທດໃຫ້ພວກເຈົ້າບໍ?
ພວກເຈົ້າໄດ້ເຮັດຕຽງຂອງພວກເຈົ້າໄວ້ເທິງບ່ອນສູງ ແລະ ເທິງເນີນພູທີ່ງົດງາມ;
ພວກເຈົ້າຂຶ້ນໄປຖວາຍເຄື່ອງບູຊາຂອງພວກເຈົ້າຢູ່ທີ່ນັ້ນ.
ທາງຫລັງປະຕູ ແລະ ເສົາປະຕູຂອງພວກເຈົ້າ
ພວກເຈົ້າໄດ້ຕັ້ງສັນຍະລັກນອກສາສະໜາໄວ້.
ພວກເຈົ້າປະຖິ້ມເຮົາ, ພວກເຈົ້າເປີດຜ້າຄຸມຕຽງຂອງພວກເຈົ້າ,
ພວກເຈົ້າຂຶ້ນໄປເທິງຕຽງ ແລະ ເປີດຕຽງອອກກວ້າງ;
ພວກເຈົ້າເຮັດສັນຍາກັບບັນດາເຈົ້າຂອງຕຽງທີ່ພວກເຈົ້າຮັກ,
ແລະ ພວກເຈົ້າໄດ້ເບິ່ງຄວາມເປືອຍກາຍຂອງພວກເຂົາດ້ວຍໃຈປາຖະໜາ.
ພວກເຈົ້າໄປຫາພະໂມເຫລັກພ້ອມກັບນ້ຳມັນໝາກກອກ
ແລະ ເພີ່ມນ້ຳຫອມຂອງພວກເຈົ້າ.
ພວກເຈົ້າໄດ້ສົ່ງຄະນະທູດ ຂອງພວກເຈົ້າໄປໄກ;
ພວກເຈົ້າໄດ້ລົງໄປຍັງແດນຄົນຕາຍແລ້ວ!
ພວກເຈົ້າອິດເມື່ອຍເພາະວິຖີຂອງພວກເຈົ້າ,
ແຕ່ພວກເຈົ້າກໍບໍ່ເຄີຍເວົ້າວ່າ, ‘ໝົດຫວັງ’.
ພວກເຈົ້າພົບວ່າກຳລັງຂອງພວກເຈົ້າໄດ້ຟື້ນຄືນແລ້ວ,
ສະນັ້ນ ພວກເຈົ້າຈຶ່ງບໍ່ທໍ້ຖ້ອຍ.
“ພວກເຈົ້າຢ້ານຜູ້ໃດແທ້?
ຈຶ່ງບໍ່ໄດ້ຊື່ສັດຕໍ່ເຮົາ,
ແລະ ບໍ່ໄດ້ລະນຶກເຖິງເຮົາ
ຫລື ບໍ່ສຳນຶກສິ່ງນີ້ໃນໃຈ?
ມັນເປັນເພາະເຮົາມິດງຽບຢູ່ດົນບໍ
ພວກເຈົ້າຈຶ່ງບໍ່ຢ້ານເຮົາ?
ເຮົາຈະເປີດເຜີຍຄວາມຊອບທຳ ແລະ ການກະທໍາທັງຫລາຍຂອງພວກເຈົ້າ,
ແລະ ມັນຈະບໍ່ເປັນປະໂຫຍດອັນໃດແກ່ພວກເຈົ້າ.
ເມື່ອພວກເຈົ້າຮ້ອງຂໍຄວາມຊ່ວຍເຫລືອ,
ໃຫ້ຮູບເຄົາລົບທັງຫລາຍຂອງພວກເຈົ້າຊ່ວຍເຈົ້າ!
ລົມຈະຫອບເອົາພວກມັນໄປໝົດ,
ພຽງລົມຫາຍໃຈດຽວກໍພັດພວກມັນປິວໄປໄດ້.
ແຕ່ຜູ້ໃດກໍຕາມທີ່ລີ້ໄພໃນເຮົາ
ຈະໄດ້ຮັບດິນແດນເປັນກຳມະສິດ
ແລະ ມີສິດຄອບຄອງພູເຂົາສັກສິດຂອງເຮົາ”.
ການເລົ້າໂລມຜູ້ສຳນຶກຜິດ
ແລະ ຈະມີສຽງກ່າວວ່າ:
“ຈົ່ງສ້າງຂຶ້ນ, ຈົ່ງສ້າງຂຶ້ນ, ຈົ່ງຕຽມທາງໄວ້!
ຈົ່ງກຳຈັດອຸປະສັກຕ່າງໆອອກຈາກທາງຂອງປະຊາຊົນຂອງເຮົາ”.
ເພາະນີ້ຄືສິ່ງທີ່ພຣະອົງຜູ້ສູງສຸດ ແລະ ໄດ້ຮັບການຍົກຂຶ້ນ
ພຣະອົງຜູ້ດໍາລົງຢູ່ຕະຫລອດໄປ, ຊື່ຂອງພຣະອົງແມ່ນບໍລິສຸດກ່າວວ່າ:
“ເຮົາອາໄສຢູ່ໃນບ່ອນສູງ ແລະ ບໍລິສຸດ,
ແຕ່ກໍສະຖິດກັບຄົນທີ່ສຳນຶກຜິດ ແລະ ຖ່ອມໃຈລົງ,
ເພື່ອຟື້ນຈິດວິນຍານຂອງຄົນທີ່ຖ່ອມໃຈ
ແລະ ຟື້ນໃຈຄົນທີ່ສຳນຶກຜິດ.
ເຮົາຈະບໍ່ກ່າວໂທດພວກເຂົາຕະຫລອດໄປ,
ແລະ ເຮົາຈະບໍ່ໃຈຮ້າຍຢູ່ຕະຫລອດໄປ.
ເພາະມື້ນັ້ນ ພວກເຂົາຈະໝົດແຮງຕໍ່ໜ້າເຮົາ
ຄືມະນຸດທີ່ເຮົາໄດ້ສ້າງຂຶ້ນມາ.
ເຮົາໂກດຮ້າຍເພາະຄວາມໂລບທີ່ເປັນບາບໜາຂອງພວກເຂົາ;
ເຮົາລົງໂທດພວກເຂົາ ແລະ ຫັນໜ້າໜີດ້ວຍຄວາມໃຈຮ້າຍ,
ແຕ່ພວກເຂົາກໍຍັງສືບຕໍ່ເຮັດຕາມໃຈມັກຂອງຕົນ.
ເຮົາໄດ້ເຫັນວິຖີທາງຂອງພວກເຂົາແລ້ວ, ແຕ່ເຮົາຈະຮັກສາພວກເຂົາໃຫ້ຫາຍ;
ເຮົາຈະນຳທາງພວກເຂົາ ແລະ ຄືນຄວາມສຸກແກ່ຜູ້ໂສກເສົ້າຂອງອິດສະຣາເອນ,
ໃຫ້ຮິມສົບຂອງບັນດາຜູ້ໄວ້ທຸກໃນອິດສະຣາເອນກ່າວຄຳສັນລະເສີນ.
ສັນຕິສຸກ, ສັນຕິສຸກແກ່ທັງຄົນທີ່ຢູ່ໄກ ແລະ ຢູ່ໃກ້,
ເພາະເຮົາຈະຮັກສາພວກເຂົາ”.
ພຣະເຈົ້າຢາເວກ່າວດັ່ງນັ້ນ.
ແຕ່ຄົນຊົ່ວຮ້າຍຄືທະເລປັ່ນປ່ວນ,
ທີ່ບໍ່ສາມາດສະຫງົບໄດ້,
ຄື້ນຂອງພວກມັນກວດຂີ້ດິນ ແລະ ຂີ້ຕົມຂຶ້ນມາ.
ພຣະເຈົ້າຂອງເຮົາກ່າວວ່າ, “ບໍ່ມີສັນຕິສຸກສຳລັບຄົນຊົ່ວ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.